ທ່ານ ເຈິ່ນເກິມຕູ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ

22:55 | 11/04/2026

ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.

ຮັດແໜ້ນນ້ຳໃຈມິດຕະພາບໂດຍຜ່ານການພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ລາວ ແລະ ກຳປູເຈຍ
ທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການ ເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ.
ທ່ານ ເຈິ່ນເກິມຕູ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ
ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກກອມມູນິດ ຫວຽດນາມ ສິ້​ນ​ສຸດ​ການ​ຢ້ຽມ​ຢາມ​ປະ​ເທດ ສ​ປ​ປ.ລາວ​ ແລະ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ (ພາບ: TTXVN)

ຕອ​ນ​ຄ່ຳ​ວັນ​ທີ 10 ເມ​ສາ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກກອມມູນິດ ຫວຽດນາມ ແລະ ຄະ​ນະ​ຜ​ູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນທາງກັບ​ເມືອ​ຮອ​ດ ຮ່າ​ໂນ້ຍ, ສິ້​ນ​ສຸດ​ການ​ຢ້ຽມ​ຢາມ​ປະ​ເທດ ສ​ປ​ປ.ລາວ​ ແລະ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັ​ນ​ທາງ​ການ, ແຕ່​ວັນ​ທີ 09 – 10 ເມ​ສາ, ຕາມ​ຄຳ​ເຊີນ​ຂອງ ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນ​ະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ແລະ ທ່ານ Samdech Say Chhum, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ຫົວ​ໜ້າ​ຄະ​ນະ​ຜູ້​ປະ​ຈຳ​ການ​ຄະ​ນະ​ປະ​ຈຳ​​ສູນ​ກາງ​ພັ​ກ​ປະ​ຊາ​ຊົນ ກຳ​ປູ​ເຈຍ.

ໃນ 2 ມື້​ເຮັດ​ວຽກ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ແລະ ຄະ​ນະ​ຜ​ູ້​ແທ​ນ​ຂັ້ນ​ສູງ​ ຫວຽດ​ນາມ ໄດ້​ມີ 20 ລາຍ​ການ​ເຄື່ອນ​ໄຫວຢູ່ ລາວ ແລະ ກຳ​ປູ​ເຈຍ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຝ່າຍ ຫວຽດ​ນາມ ໄດ້ແລກ​ປ່ຽນ​ກັບ​ການນ​ຳ​ຂັ້ນ​ສູງ​ຂອງ ລາວ ແລະ ກຳ​ປູ​ເຈຍ ກ່ຽວ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່ ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ, ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ຢ່າງມີປະສິດທິຜົນ. ຈຸດ​ສຸມ​ແມ່ນ​ນຳ​ການ​ພົວ​ພັນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ, ຕິດ​ພັນ​ກັບ​ຜົນ​ປະ​ໂຫຍດຕົວຈິງ​ຂອງ​ປະ​ຊາ​ຊົນ.

ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ກໍ່​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ທີ່ພິ​ທີ​ມອບ-ຮັບ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກັບຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ​ຂອງ ຫວຽດ​ນາມ ກັບ​ແຂວງ​​ເຂດ​ຊາຍ​ແດນຈຳ​ນວນ​ໜຶ່ງ​ຂອງ ລາວ ແລະ ກຳ​ປູ​ເຈຍ.

ຕາມ vovworld.vn

https://vovworld.vn/lo-LA/khaawedn/thaan-echinekimhuu-sinsudkaanynymyaamthaangkaan-laaw-eila-kampuuechny-yaangchobngaam-2426752.vov5

ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ. ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ.

ຍສໝ - ກ່ອນການຢ້ຽມຢາມຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ທ່ານ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳຄັນຂອງການຢ້ຽມຢາມດັ່ງກ່າວ.

ງານວາງສະແດງວາງສະແດງເອກະສານຫຼາຍກວ່າ 150 ສະບັບກ່ຽວກັບສາຍພົວພັນສາມັກຄີລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ງານວາງສະແດງວາງສະແດງເອກະສານຫຼາຍກວ່າ 150 ສະບັບກ່ຽວກັບສາຍພົວພັນສາມັກຄີລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ

ຍສໝ - ຕອນເຊົ້າວັນທີ 7 ມີນາ, ທີ່ຫໍພິພິທະພັນ ໂຕນດຶກຖັງ, ສູນກາງຊາວໜຸ່ມນະຄອນໂຮ່ຈິມິນ ແລະ ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດພິທີເປີດງານວາງສະແດງພາຍໃຕ້ຫົວຂໍ້ “ມິດຕະພາບພິເສດ ແລະ ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ - ກຳປູເຈຍ” ທີ່ຫໍພັກນັກສຶກສາລາວ (ເມື່ອງຊວນຮວ່າ).

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ