ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ

13:05 | 12/04/2026

ຍສໝ - ໃນວັນທີ 10 ເມສາ ນີ້, ຢູ່ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XVI. ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນໂທ ຟ້າມເຖຕຸ່ງ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ສະຫາຍ ພົນຕີ ແອນ ອຸ່ນອະນົງນຸດ, ລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ລາວ.

ເຊື່ອມຕໍ່ທຸລະກິດຫວຽດນາມ - ລາວ ຜ່ານງານວາງສະແດງທີ່ແຂວງສະຫວັນນະເຂດ
ສັນຍາຮ່ວມມືຫຼາຍສິບສະບັບລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ - ລາວ ກຳລັງຈະໄດ້ຮັບການລົງນາມ

ກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ແມ່ນເວທີປາໄສປະຈຳປີ ເພື່ອໃຫ້ກຳລັງສັນຕິບານຂອງສອງປະເທດ ໄດ້ພົບປະ, ແລກປ່ຽນ ແລະ ເປັນເອກະພາບກັນ ກ່ຽວກັບດ້ານນະໂຍບາຍ, ມາດຕະການປະສານສົມທົບ ໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາສະຖຽນລະພາບ ແລະ ສ້າງເສັ້ນຊາຍແດນຮ່ວມ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ການພົວພັນແບບສະໜິດແໜ້ນທາງດ້ານຍຸດທະສາດ ຫວຽດນາມ - ລາວ ໃນຕໍ່ໜ້າ. ເມື່ອສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນ ບົດບັນທຶກກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ລາວ - ຫວຽດນາມ ຄັ້ງທີ XVI.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ
ພາບລວມຂອງກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ລາວ - ຫວຽດນາມ ຄັ້ງທີ XVI.

ໃນກອງປະຊຸມ, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາວ່າ: ເຖິງວ່າຈະຜ່ານຜ່າຫຼາຍຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກສະພາບການຂອງໂລກ ແລະ ພາກພື້ນ, ແຕ່ໃນໄລຍະຜ່ານມາ, ກຳລັງສັນຕິບານຂອງສອງປະເທດ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XV ຢ່າງມີປະສິດທິຜົນ, ກໍ່ຄືໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ ຂອງແຕ່ລະປະເທດ.

ຫວຽດນາມ   ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ
ສະຫາຍ ພົນຕີ ແອນ ອຸ່ນອະນົງນຸດ, ລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ລາວ ກ່າວຄຳປາໄສທີ່ກອງປະຊຸມ.

ສອງຝ່າຍ ຍັງໄດ້ເປັນເອກະພາບກັນ ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສການຮ່ວມມືດ້ານຄວາມໝັ້ນຄົງສາກົນ ແລະ ພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ ແລະ ຕ້ານການກໍ່ການຮ້າຍສາກົນ ຂອງບັນດາປະເທດ ອາຊຽນ; ປະສານສົມທົບກັນຮັບປະກັນຄວາມສະຫງົບ ໃຫ້ແກ່ບັນດາງານກິດຈະກຳໃຫຍ່ ທີ່ຈະຈັດຂຶ້ນຢູ່ ສປປ ລາວ ແລະ ຫວຽດນາມ ໃນຕໍ່ໜ້າ.

ຫວຽດນາມ   ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ
ສະຫາຍ ພົນໂທ ຟ້າມເຖຕຸ່ງ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ເປັນປະທານກອງປະຊຸມ.

ກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ແມ່ນເວທີປາໄສປະຈຳປີ ເພື່ອໃຫ້ກຳລັງສັນຕິບານສອງປະເທດ ໄດ້ພົບປະ, ແລກປ່ຽນ ແລະ ເປັນເອກະພາບກັນ ກ່ຽວກັບດ້ານນະໂຍບາຍ, ມາດຕະການປະສານສົມທົບ ໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາສະຖຽນລະພາບ ແລະ ສ້າງເສັ້ນຊາຍແດນຮ່ວມ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ການພົວພັນແບບສະໜິດແໜ້ນທາງດ້ານຍຸດທະສາດ ຫວຽດນາມ - ລາວ ໃນຕໍ່ໜ້າ. ເມື່ອສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນ ບົດບັນທຶກກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ລາວ - ຫວຽດນາມ ຄັ້ງທີ XVI.

10 ປີແຫ່ງການເຜີຍແຜ່ມິດຕະພາບລະຫວ່າງ ຫວຽດນາມ - ລາວ ຈາກ ໂຮງຮຽນມິດຕະພາບ 80 10 ປີແຫ່ງການເຜີຍແຜ່ມິດຕະພາບລະຫວ່າງ ຫວຽດນາມ - ລາວ ຈາກ ໂຮງຮຽນມິດຕະພາບ 80

ຍສໝ - ຫຼັງຈາກ 10 ປີຂອງການຜັນຂະຫຍາຍ, ໂຄງການ "ຄອບຄົວອຸປະຖຳໃຫ້ນັກຮຽນລາວ" ທີ່ໂຮງຮຽນມິດຕະພາບ 80 ໄດ້ກາຍເປັນຮູບແບບທີ່ອຸດົມສົມບູນໄປດ້ວຍຄຸນຄ່າມະນຸດສະທຳ, ປະກອບສ່ວນເຂົ້າໃນການດູແລນັກຮຽນລາວຢ່າງຮອບດ້ານ ແລະ ສ້າງພື້ນຖານທີ່ຍືນຍົງໃຫ້ແກ່ມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ລາວ. ນັກຮຽນເກືອບ 1.000 ຄົນໄດ້ພົບເຫັນ "ເຮືອນຫຼັງທີສອງ" ໃນຄອບຄົວຊາວຫວຽດນາມທີ່ມີຄວາມເມດຕາເຫຼົ່ານີ້.

​ເພື່ອ​ລະນຶກ​ເຖິງ​ທ່ານ​ປະທານ​ປະ​ເທດ ​ໄກສອນ ພົມວິຫານ, ຜູ້​ໄດ້​ວາງ​ພື້ນຖານ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ. ​ເພື່ອ​ລະນຶກ​ເຖິງ​ທ່ານ​ປະທານ​ປະ​ເທດ ​ໄກສອນ ພົມວິຫານ, ຜູ້​ໄດ້​ວາງ​ພື້ນຖານ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ ແລ້ວ, ຕອນ​ເຊົ້າ​ວັນ​ທີ 12 ທັນວາ ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ນຳ​ໜ້າ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນມິງເຕີມ ໄດ້​ໄປ​ຢ້ຽມຢາມ​ຫໍພິພິທະ​ພັນ ​ໄກສອນ ພົມວິຫານ ແລະ ສວນສາທາລະນະ​ມິດຕະພາບ​ລາວ-ຫວຽດນາມ ​ເພື່ອຖວາຍດອກໄມ້ພື່ອ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ 105 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ...

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ