ໃນວັນທີ 29 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫລງຂ່າວ ລາຍງານ ສະພາບການລະບາດ ຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນຈາກ ຫລາຍພາກສ່ວນເຂົ້າຮ່ວມ.
ຍສໝ - ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ສົມທົບກັບພະແນກສາທາລະນະສຸກ, ພະແນກພົວພັນຕ່າງປະເທດແຂວງ ມອບເຄື່ອງອຸປະກອນການແພດທີ່ຈຳເປັນໃຫ້ກອງບັນຊາການທະຫານແຂວງ ຈຳປາສັກ.
ຍສໝ - ແຕ່ວັນທີ 27 ພຶດສະພາ ຫາວັນທີ 4 ມິຖຸນາ 2020, ປະເທດລາວ ໄດ້ຈັດຕັ້ງງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ທີ່ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ.
ລັດຖະບານລາວ ໄດ້ເງິນກູ້ຈາກທະນາຄານ ພັດທະນາອາຊີ (ADB) ເພີ່ມມູນຄ່າ 20 ລ້ານໂດລາ ສະຫະລັດ ເພື່ອສະໜັບສະໜູນ ການຕອບໂຕ້ການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກ ເຊື້ອຈຸລະໂລກ ສາຍພັນໃໝ່ (ໂຄວິດ-19) ໃນປະເທດ.
ໃນວັນທີ 21 ພຶດສະພາ 2020 ຢູ່ກະຊວງສາທາລະນະສຸກ, ປະເທດລາວ ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອ ປະເທດ ລາວ ໃນການປ້ອງກັນ ແລະ ຄວບຄຸມ, ແກ້ໄຂການລະບາດຂອງພະຍາດ COVID -19.
ໃນວັນທີ 26 ພຶດສະພາ 2020 ທີ່ສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ, ສະຖານທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບອຸປະກອນການແພດ ໃຫ້ແກ່ ສູນວິເຄາະ ແລະ ລະບາດວິທະຍາ ເພື່ອນຳໃຊ້ເຂົ້າ ໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ ໂຄວິດ-19.
ບ້ວງເງິນກູ້ໃໝ່ນີ້ ແມ່ນສະໜອງໃຫ້ບົນພື້ນຖານການຊ່ວຍເຫລືອໃນຕົ້ນປີ 2020 ຕອນທີ່ໂຄງການປະກັນສຸ ຂະພາບອະນຸພາກ ພື້ນແມ່ນໍ້າຂອງ ພວມດຳເນີນໄດ້ປັບປຸງແຜນ ເພື່ອຈະສະໜອງທຶນມູນຄ່າ 860.000 ໂດລາສະຫະລັດ ໃຫ້ແກ່ລັດຖະບານຂອງ ສປປ ລາວ ເພື່ອຈັດຊື້ອຸປະ ກອນປ້ອງກັນໂຕ, ເຄື່ອງຈັກອ່ານຜົນຕໍ່ເນື່ອງທັນທີ, ເຄື່ອງວັດແທກອຸນຫະພູມອິນຟາເລດ, ເຄື່ອງຂ້າເຊື້ອດ້ວຍ ຄວາມຮ້ອນຈາກອາຍນໍ້າ ແລະ ພ້ອມດ້ວຍເຄື່ອງມືການສື່ສານ ແລະ ການສຶກສາຕ່າງໆ.
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພຶດສະພາ 2020 ໄດ້ເປີດຂຶ້ນ ໃນວັນທີ 21 ແລະ ປິດລົງໃນ ວັນທີ 22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາ ທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.
ການເຝົ້າລະວັງ ແລະ ວິເຄາະໃນວັນທີ 22 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 150 ຄົນ ໃນນັ້ນ ມີກໍລະນີສົງໄສ 4 ຄົນ ແຮງງານລາວທີ່ກັບມາແຕ່ໄທ 114 ຄົນ ແຮງງານຈີນ 32 ຄົນ ແລະ ກໍລະນີສົງໄສ 4 ຄົນ ທັງໝົດແມ່ນມາຈາກນະຄອນຫຼວງວຽງຈັນ ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ 114 ຄົນ ໃນນັ້ນມີແຂວງຈໍາປາສັກ 55 ຄົນ ສະຫວັນນະເຂດ 48 ຄົນ ສາລະວັນ 8 ຄົນ ຄໍາມ່ວນ 3 ຄົນ ເຊິ່ງຜົນການກວດກໍລະນີສົງໄສ ແຮງງານລາວ ແລະ ຈີນ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 22 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.
ຜົນກະທົບຂອງພະຍາດ COVID-19 ທີ່ມີການລະບາດທົ່ວໂລກ ຄາດວ່າຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນປີ 2020 ໃນລະດັບລະຫວ່າງ 7,5-8,8% ຂອງ GDP ທີ່ເພີ່ມຈາກ 5,1% ປີ 2019 ຜົນທີ່ນຳມາ ກໍຄືລະດັບໜີ້ສິນຄາດວ່າຈະມີການເພີ່ມຂຶ້ນເປັນ 65-68% ຂອງ GDP ປີ 2020 ເຊິ່ງເພີ່ມຈາກ 59% ຂອງ GDP ປີ 2019 ຄັງສຳຮອງເງິນຕາຕ່າງປະເທດກໍຄາດວ່າຈະຫຼຸດລົງປີ 2020 ແລະ ກຸ້ມການນຳເຂົ້າໄດ້ໜ້ອຍກວ່າໜຶ່ງເດືອນ.
ຍສໝ - ສະຖານທູດຫວຽດນາມປະຈຳລາວໄດ້ອອກປະກາດຄັ້ງທີ 4 ຕໍ່ໜ້າສະພາບການມີ ພົນລະເມືອງຫຼາຍຄົນບໍ່ສາມາດອອກເມືອງໄດ້ຍ້ອນຂາດລະບຽບການ.
ໃນວັນທີ 21 ພຶດສະພາ ທີ່ສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP).
ວັນທີ 22 ພຶດສະພາ, ໃນນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນການລາຍງານ ສະພາບການຕິດຕາມ, ເຝົ້າລະວັງ ພະຍາດ Covid -19 ຢູ່ປະເທດລາວປະຈໍາວັນ. ທ່ານ ພູທອນ ເມືອງປາກ - ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ ເປັນ 40 ມື້ຕິດຕໍ່ກັນ, ປະເທດລາວບໍ່ໄດ້ ພົບຜູ້ຕິດເຊື້ອ Covid-19 ຜູ້ໃໝ່, ແລະ ໄດ້ເລີ່ມຕົ້ົ້ນເປີດບໍລິການທັງໝົດ ເປັນຕົ້ນ.
ອາກາດຮ້ອນອົບເອົ້າແບບນີ້ ໄປພັກຜ່ອນຢູ່ໃສຈຶ່ງຊິໄດ້ ອາບນ້ຳ-ຫຼິ້ນນ້ຳແບບເຢັນໆຜ່ອນຄາຍຄວາມຮ້ອນແບບນີ້ໄດ້ ມື້ນີ້ຈະມາແນະນຳຜູ້ທີ່ຢູ່ໃກ້ ແລະ ຢູ່ໄກສະຖານທີ່ທ່ອງທ່ຽວຫາດຄູນ ສຳລັບຜູ້ທີ່ຢູ່ໄກ ຖ້າຕ້ອງການໄປສຳຜັດກັບບັນຍາກາດຕົວຈິງ ກໍຕ້ອງໃຫ້ປະຕິບັດຕາມມາດຕະການຕ່າງໆຢ່າງເຂັ້ມງວດ ເພາະວ່າໄລຍະນີ້ ຍັງຢູ່ໃນການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເມື່ອໃດການລະບາດຂອງ COVID-19 ໝົດໄປຈາກປະເທດຂອງພວກເຮົາແລ້ວ ຈຶ່ງຄ່ອຍໄປພັກຜ່ອນຢ່ອນໃຈແກ້ເມື່ອຍຄາຍຮ້ອນໃນສະຖານທີ່ແຫ່ງນີ້.
ໃນວັນທີ 22 ພຶດສະພາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ຈາກ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຊຶ່ງກ່າວມອບໂດຍແມ່ນ ທ່ານ ຮອງສາສະດາຈານ ປະລິນຍາເອກ ເຈີ່ນຕ່ວນແອງ ຮອງຫົວໜ້າສະພາ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ແລະ ກ່າວຮັບ ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍພະນັກງານ ທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ຍສໝ - ລັດຖະບານລາວ ໄດ້ອະນຸມັດໂຄງການຜະລິດຜ້າບັງປາກ ໂດຍມີການເຂົ້າຮ່ວມຂອງຫຼາຍວິສາຫະກິດ.ຢຢ
ປະເທດລາວ ໃຫ້ຄຳໝັ້ນສັນວ່າ ຈະປ້ອງກັນມິດຕະພາບ ລະຫວ່າງປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ຄືກັນກັບແກ້ວໜ່ວຍຕາຂອງຕົນເອງ.
ຍສໝ - ໃນວັນທີ 20 ພຶດສະພາ 2020, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 130 ປີ ວັນເກີດຂອງ ປະທານໂຮ່ຈີມິນ ແລະ ພິທີໃຕ້ທູບໄຫວ້ອາໄລ ເຖິງດວງວິນຍານຂອງເພິ່ນ.
ຍສໝ - ໃນຊຸມມື້ຜ່ານມາ, ສື່ມວນຊົນລາວ ໄດ້ລົງພິມບົດຂຽນຫຼາຍບົດກ່ຽວກັບຊີວິດ ແລະ ອາຊີບຂອງ ປະທານ ໂຮ່ຈີມິນ ຢ່າງຕໍ່ເນື່ອງ; ກ່ຽວກັບສາຍພົວພັນສະໜິດສະໜົມ ຂອງ ເພິ່ນກັບການປະຕິວັດລາວ…
ຍສໝ - ເມື່ອບໍ່ດົນມານີ້, ທີ່ຫ້ອງການພາກວິຊາພາສາ ແລະ ວັດທະນະທຳ ອາຊີຕາເວັນອອກສ່ຽງໃຕ້, ພິທີສະຫຼຸບຊຸດຮຽນພາສາລາວທຳອິດ ໄດ້ຈັດຂື້ນທີ່ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະມອບລາງວັນໃຫ້ແກ່ບັນດານັກຮຽນຊະນະລາງວັນໃນການແຂ່ງຂັນເວົ້າພາສາລາວ.