ໜີຄວາມຮ້ອນໄປຜ່ອນຄາຍກັບທຳມະຊາດຫາດຄູນ

06:30 | 23/05/2020

ອາ­ກາດ​ຮ້ອນ​ອົບ­ເອົ້າ​ແບບ​ນີ້ ໄປ​ພັກ­ຜ່ອນ​ຢູ່​ໃສ​ຈຶ່ງ​ຊິ​ໄດ້ ອາບ­ນ້ຳ-ຫຼິ້ນ​ນ້ຳ​ແບບ​ເຢັນໆ​ຜ່ອນ­ຄາຍ​ຄວາມ​ຮ້ອນ​ແບບ​ນີ້​ໄດ້ ມື້­ນີ້​ຈະ​ມາ​ແນະ­ນຳ​ຜູ້​ທີ່­ຢູ່​ໃກ້ ແລະ ຢູ່​ໄກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຫາດ​ຄູນ ສຳ­ລັບ​ຜູ້​ທີ່­ຢູ່​ໄກ ຖ້າ​ຕ້ອງ­ການ​ໄປ​ສຳ­ຜັດ​ກັບ​ບັນ­ຍາ­ກາດ​ຕົວ​ຈິງ ກໍ​ຕ້ອງ​ໃຫ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພາະ­ວ່າ​ໄລ­ຍະ​ນີ້ ຍັງ​ຢູ່​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ 06/ນຍ ເມື່ອ​ໃດ​ການ​ລະ­ບາດ​ຂອງ COVID-19 ໝົດ​ໄປ​ຈາກ​ປະ­ເທດ​ຂອງ​ພວກ​ເຮົາ​ແລ້ວ ຈຶ່ງ​ຄ່ອຍ​ໄປ​ພັກ­ຜ່ອນ​ຢ່ອນ​ໃຈ​ແກ້​ເມື່ອຍ​ຄາຍ​ຮ້ອນ​ໃນ​ສະ­ຖານ­ທີ່​ແຫ່ງ​ນີ້.

ໜ ຄວາມຮ ອນໄປຜ ອນຄາຍກ ບທຳມະຊາດຫາດຄ ນ ສສ ຫວຽດນາມ ມອບສານປະສົມຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ
ໜ ຄວາມຮ ອນໄປຜ ອນຄາຍກ ບທຳມະຊາດຫາດຄ ນ

ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19

ໜ ຄວາມຮ ອນໄປຜ ອນຄາຍກ ບທຳມະຊາດຫາດຄ ນ
ພາບປະກອບ

ຫາດ​ຄູນ ຕັ້ງ​ຢູ່​ແຄມ​ນ້ຳ​ຊັນ ບ້ານ​ໂພນ​ມຸງ​ຄູນ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເຊິ່ງ​ທ່ານ​ສາ­ມາດ​ເດີນ­ທາງ​ດ້ວຍ​ລົດ​ເຂົ້າ​ເຖິງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ໄດ້​ເລີຍ ຫາດ​ຄູນ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ທີ່​ໄດ້​ຮັບ​ການ​ພັດ­ທະ­ນາ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຂວັນ​ໃຈ​ຂອງ​ຊາວ​ເມືອງ​ບໍ​ລິ​ຄັນ ກໍ​ຄື ແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ທີ່​ມາ​ທ່ຽວ​ຊົມ ເຊິ່ງ​ເປັນ​ສະ­ຖານ­ທີ່​ຖືກ​ປະ­ດິດ​ສ້າງ​ໂດຍ​ທຳ​ມະ​ຊາດ ສ້າງ​ສິ່ງ​ເອື້ອ​ອຳ­ນວຍ​ຫຼາຍ​ປະ­ການ​ໃຫ້​ແກ່​ການ​ພັກ­ຜ່ອນ​ຢ່ອນ​ອາ­ລົມ ດ້ວຍ​ການ​ຊົມ​ທິວ​ທັດ​ທີ່​ສວຍ​ງາມ ບັນ­ຍາ­ກາດ​ຍາມ­ແລງ​ທີ່​ເຢັນ​ສະ­ບາຍ ການ​ບໍ­ລິ­ການ​ດ້ວຍ​ໃຈ ແລະ ເປັນ​ກັນ​ເອງ​ຂອງ​ຜູ້​ປະ­ກອບ​ການ.

ເພື່ອ​ຕອບ​ສະ­ໜອງ​ກັບ​ຄວາມ​ຕ້ອງ­ການ ແລະ ເພີ່ມ​ບັນ­ດາ​ກິດ­ຈະ­ກຳ​ຕ່າງໆ​ແບບ​ຄົບ​ຊຸດ​ໃຫ້​ແກ່​ຜູ້​ທີ່​ທ່ຽວ​ຊົມ ຜູ້​ປະ­ກອບ​ການ​ຈະ​ສືບ­ຕໍ່​ພັດ­ທະ­ນາ​ຫຼາຍ​ກິດ­ຈະ­ກຳ​ທີ່​ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ​ຕື່ມ​ອີກ ເຊັ່ນ: ສ້າງ​ເສັ້ນ­ທາງ​ຍ່າງ​ເທິງ​ພູ​ແດນ​ເມືອງ​ຈາກ​ທາງ 4B ຮອດ​ແຄມ​ນ້ຳ​ຊັນ ສ້າງ​ຫໍ​ຊົມ​ວິວ​ຢູ່​ສັນ­ພູ ຫ້ອງ​ປະ­ຊຸມ ຮ້ານ​ຂາຍ­ເຄື່ອງ​ທີ່​ລະ­ນຶກ ສ້າງ​ກະ​ເຊົ່າ​ລອຍ​ຟ້າ​ຂ້າມ​ນ້ຳ​ຊັນ​ລະ­ຫວ່າງ​ພູ​ແດນ​ເມືອງ​ກັບ​ສາຍ­ພູ​ໃກ້​ຄຽງ ສ້າງ​ຣີ​ສອດ​ຕາດ​ຕົ້ນ​ແຕນ ສ້າງ​ກິດ­ຈະ­ກຳ​ຂີ່​ເຮືອ​ລ່ອງ​ນ້ຳ​ຊັນ​ຊົມ​ວິວ​ຈາກ​ບ້ານ​ແຄນ​ຢ່ອງ​ລົງ​ມາ ຕາມ​ສາຍ​ນ້ຳ​ຊັນ​ຮອດ​ຫາດ​ຄູນ ແລະ ກິດ­ຈະ­ກຳ​ອຶ່ນໆອີກ ສຳ­ລັບ​ຜູ້​ທີ່​ຈະ​ໄປ​ທ່ຽວ​ຊົມ​ຈະ​ໄດ້​ສຳ​ພັດ​ກັບ​ຫຼາຍ​ກິດ­ຈະ­ກຳ ເຊັ່ນ: ອາ­ກາດ​ຊົດ​ຊື່ນ ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ອາບ­ນ້ຳ​ທີ່​ໃສ​ເຢັນ ຂີ່​ເຮືອ ລ່ອງ​ກົງ​ເບັງ ຫຼື ກິນ​ດື່ມ​ອື່ນໆ.

ໜ ຄວາມຮ ອນໄປຜ ອນຄາຍກ ບທຳມະຊາດຫາດຄ ນ ສະພາແຫ່ງຊາດ ກຳປູເຈຍ ສະແດງຄວາມຂອບໃຈຫວຽດນາມ ທີ່ມອບຂອງຂວັນການແພດ ເພື່ອສະກັດກັ້ນ COVID-19

ຍສໝ - ຕອນເຊົ້າວັນທີ 20 ພຶດສະພາ, ຜູ້ຕາງໜ້າອົງການນິຕິບັນຍັດ ປະເທດກຳປູເຈຍ ໄດ້ຈັດພິທີຮັບເອົາເຄື່ອງຊ່ວຍເຫຼືອການແພດ ຈຳນວນ 30.000 ຜ້າບັງປາກ ເຊິ່ງເປັນຂອງຂວັນຈາກສະພາແຫ່ງຊາດຫວຽດນາມ ມອບໃຫ້ສະພາແຫ່ງຊາດ ແລະ ສະພາສູງ ປະເທດກຳປູເຈຍ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ໜ ຄວາມຮ ອນໄປຜ ອນຄາຍກ ບທຳມະຊາດຫາດຄ ນ ຫວຽດ​ນາມ​ ມີ​ລະ​ດັບ​ຄວາມ​ໄວ້​​ວາງໃຈ​ໃນການ​ສື​່ສານ​ສູງ​ທີ່​ສຸດ​ເມື່ອໃຫ້​ຂ່າວ​ກ່​ຽວ​ກັບ Covid – 1

ຍສໝ -ປະເທດທີ່ມີລະດັບຄວາມໄວ້ວາງໃຈສູງທີ່ສຸດແມ່ນ ຫວຽດນາມ ດ້ວຍ 89%ຈຳນວນຊາວຫວຽດນາມທີ່ຖືກຖາມລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ການສື່ສານພາຍໃນປະເທດ.

ໜ ຄວາມຮ ອນໄປຜ ອນຄາຍກ ບທຳມະຊາດຫາດຄ ນ ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກມຽນມາ ກັບມາປະເທດຢ່າງປອດໄພ

ຍສໝ - ເມື່ອບໍ່ດົນມານີ້, ອົງການທີ່ມີໜ້າທີ່ຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ມຽນມາ ແລະບໍລິສັດການບິນ Vietjet Air ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ປະເທດປະຈຳຖິ່ນນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກມຽນມາ ກັບມາປະເທດຢ່າງປອດໄພ.

v2.vientianemai.net

ເຫດການ
302 Found

Found

The document has moved here.