ອົງການອະນາໄມໂລກ WHO ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ປະເທດລາວ ໃນການສະກັດກັ້ນພະຍາດ COVID-19

ອົງການອະນາໄມໂລກ WHO ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ປະເທດລາວ ໃນການສະກັດກັ້ນພະຍາດ COVID-19

ຍສໝ - ຈົນຮອດວັນທີ 23 ມິຖຸນາ ໄດ້ເປັນເວລາ 70 ວັນຕິດຕໍ່ກັນ ປະເທດລາວບໍ່ມີກໍລະນີໃໝ່ທີ່​ຕິດ​ເຊື້ອພະຍາດ COVID-19, ສະນັ້ນ ປະເທດລາວໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ ໃນການປ້ອງກັນການລະບາດຂອງພະຍາດຢ່າງມີປະສິດຕິຜົນ.

ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.

ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ມາຮອດວັນທີ 23 ມິຖຸນາ 2020, ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ ​ແລະ ສາມາດປິ່ນປົວຜູ້​ຕິດ​ເຊື້ອ​ທັງໝົດຫາຍ​ດີ ​ແລະ ອອກ​ໂຮງໝໍ​ເປັນ​ທີ່​ຮຽບຮ້ອຍ. 

ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ລົງເຮັດວຽກຢູ່ ສະຫວັນນະເຂດ ແລະ ຄຳມ່ວນ

ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ລົງເຮັດວຽກຢູ່ ສະຫວັນນະເຂດ ແລະ ຄຳມ່ວນ

ໃນລະຫວ່າງວັນທີ 19-20 ມິຖຸນາ 2020, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ນຳພາຄະນະລົງເຮັດວຽກ ຢູ່ ແຂວງ ສະຫວັນນະເຂດ ແລະ ແຂວງຄຳມ່ວນ ເພື່ອຕິດຕາມກວດກາການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ປະຈຳປີ 2020. ເຊິ່ງໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆ ແຂວງສະຫວັນນະເຂດ.

ຈັດຕັ້ງການເຮັດລະບຽບການເຂົ້າເມືອງໃຫ້ແກ່ນັກສຶກສາລາວ 120 ຄົນທີ່ກັບຄືນມາສືບຕໍ່ຮໍ່າຮຽນຢູ່ແຂວງເງະອານ

ຈັດຕັ້ງການເຮັດລະບຽບການເຂົ້າເມືອງໃຫ້ແກ່ນັກສຶກສາລາວ 120 ຄົນທີ່ກັບຄືນມາສືບຕໍ່ຮໍ່າຮຽນຢູ່ແຂວງເງະອານ

ຍສໝ - ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບບັນດາກໍາລັງ ຈັດຕັ້ງການເຮັດລະບຽບການເຂົ້າເມືອງໃຫ້ແກ່ນັກສຶກສາລາວ 120 ຄົນທີ່ກັບຄືນມາສືບຕໍ່ຮໍ່າຮຽນຢູ່ແຂວງເງະອານ.

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດີຈີຕອນຢູ່ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດີຈີຕອນຢູ່ ສປປ ລາວ

ເມື່ອບໍ່ດົນມານີ້, ພິທີເຊັນບົດບັນທຶກຄວາມ ເຂົ້າໃຈໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມຂອງບໍລິສັດສະຕາ ໂທລະຄົມ ໃຫ້ກຽດລົງນາມຄັ້ງນີ້ມີ ທ່ານ ປອ. ຄຳເພັດ ວົງດາລາ, ຫົວ ໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ແລະ ທ່ານ ລິວ ແມ໋ງ ຮ່າ, ຜູ້ອຳນວຍການໃຫຍ່ບໍລິສັດສະຕາໂທລະຄົມ (Unitel) ເຂົ້າຮ່ວມເປັນສັກຂີພິຍານ.

ປະທານປະເທດ ໂອ້ລົມ ພະນັກງານການນໍາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ

ປະທານປະເທດ ໂອ້ລົມ ພະນັກງານການນໍາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ

ເມື່ອບໍ່ດົນມານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງ ກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ​ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທວິໄລ ຫລ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ມີພະນັກງານການ ນໍາຂັ້ນສູງກະຊວງປ້ອງກັນປະເທດ  ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ຫາລື ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV

ຫາລື ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV

ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ 5 ປີ ​ຄັ້ງ​ທີ IV ເປັນແຜນທີ່ຮັບປະກັນ ຄວາມສະເໝີພາບອັນແທ້ຈິງລະຫວ່າງຍິງ-ຊາຍ ທາງ​ດ້ານ​ສິດ​ທິ, ເງື່ອນໄຂ ແລະ ໂອກາດ, ຕອບສະໜອງຄວາມ ຕ້ອງການໃນການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງຍິງ ແລະ ຊາຍ...

ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາ ບາງປະເພດໃຫ້ແກ່ພົນລະເມືອງລາວ

ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາ ບາງປະເພດໃຫ້ແກ່ພົນລະເມືອງລາວ

ເລີ່ມແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ,ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວີຊາ (Visa) ເຂົ້າ ສະຫະລັດ ອາເມລິກາໃຫ້ແກ່ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ສະຫະລັດ ອາເມຣິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ...

ຫາລືການຮັບມືຕ້ານການແຜ່ລະບາດຂອງພະຍາດໂຄວິດ

ຫາລືການຮັບມືຕ້ານການແຜ່ລະບາດຂອງພະຍາດໂຄວິດ

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ: ການຮ່ວມມືກັນ ໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ-19 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ  ສປ ຈີນ ມີບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດຈາກ 26 ປະເທດ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກເຂົ້າຮ່ວມ.

ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ

ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ

ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL).

ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ

ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ

ຍສໝ - ໃນຕອນບ່າຍວັນທີ 18 ມິຖຸນາ, ທ່ານ ເວືອງດີ່ງເຫວ້  ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານ ແສງ​ເພັດ  ຮຸ່ງ​ບຸນ​ຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ.    

ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ

ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ

ຍສໝ - ບັນດານັກສຶກສາໄດ້ປະຕິບັດການແຍກຕົວ ຢູ່ບັນດາສະຖານທີ່ແຍກຕົວຕາມຂໍ້ກຳນົດ ແລະ ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.  

ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

ເມື່ອບໍ່ດົນມານີ້, ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ.

ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ຍສໝ - ເຖິງແມ່ນວ່າພັກ, ລັດຖະບານລາວ ແລະ ຫວຽດນາມ ໄດ້ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ, ແຕ່ບັນຫາຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ການແຕ່ງດອງທີ່ບໍ່ມີການຈົດທະບຽນຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊີງ, ເພາະວ່າປະເດັນນີ້ໄດ້ເຮັດຕາມຮີດຄອງ ແລະ ສືບໆເປັນເວລາຫຼາຍສີບປີ.    

ຊາຍແດນລາວ - ຫວຽດນາມ: ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ

ຊາຍແດນລາວ - ຫວຽດນາມ: ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ

ຍສໝ - ປະເທດລາວ - ຫວຽດນາມອ້າຍນ້ອງ, ມີຊາຍແດນຕິດຈອດພູຜາປ່າດົງຕາມສາຍພູ, ແມ່ນ້ຳລຳເຊ... ສາຍພົວພັນສະໜິດສະໜົມ, ຄວາມໃກ້ຊິດໄດ້ສະແດງອອກໃນທົ່ວປະຫວັດສາດ, ນັບທັງໃນການຕໍ່ຕ້ານ ແລະ ໃນຊີວິດການເປັນຢູ່ຂອງປະຊາຊົນ ສອງປະເທດ, ສາຍພົວພັນດັ່ງກ່າວແມ່ນເປັນ ແບບຢ່າງ, ສັດຊື່ແລະບໍລິສຸດ. ຍາກທີ່ຈະຊອກຫາໄດ້ຄວາມສຳພັນແບບນີ້ໃນໂລກ.    

ຄະນະພົວພັນຕ່າງປະເທດສູນກາງພັກເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງຊາດ ແລະ ສາກົນ

ຄະນະພົວພັນຕ່າງປະເທດສູນກາງພັກເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງຊາດ ແລະ ສາກົນ

ໃນວັນທີ 17 ມິຖຸນາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊືມມູນເຊື້ອວິລະກໍາໂຕນຄຸກ ຢ່າງມະຫັດສະຈັນ ຂອງຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 60 ປີ, ວັນເກີດ ທ່ານ ວະລາດີເມຍ ອີລີສ ເລນິນ ຄົບຮອບ 150 ປີ, ວັນເກີດ ປະ ທານ ໂຮ່ຈິມິນ ຄົບຮອບ 130 ປີ, ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II ຄົບຮອບ 75 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 45 ປີ.

66 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

66 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກມີສື່ມວນຊົນເຂົ້າຮ່ວມ.

ເສດຖະກິດຂອງລາວເຕີບໂຕ ຢູ່ໃນລະດັບຕໍ່າທີ່ສຸດພາຍໃນ 30 ປີ ຍ້ອນ Covid-19

ເສດຖະກິດຂອງລາວເຕີບໂຕ ຢູ່ໃນລະດັບຕໍ່າທີ່ສຸດພາຍໃນ 30 ປີ ຍ້ອນ Covid-19

ຍສໝ - ອີງຕາມບົດລາຍງານເສດຖະກິດໂລກ ຂອງ ທະນາຄານໂລກ ແລ້ວ, Covid-19 ໄດ້ສ້າງຜົນກະທົບຕໍ່ປະເທດລາວໃນຫລາຍໆດ້ານ, ລວມທັງການທ່ອງທ່ຽວ, ການຄ້າ, ການລົງທືນ, ລາຄາສິນຄ້າ, ອັດຕາແລກປ່ຽນ...