ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.
ໃຫ້ບັນດາກະຊວງ-ອົງການ ສືບຕໍ່ເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ ແລະ ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ໃຫ້ມີສະຕິຕໍ່ກົນອຸບາຍຕໍ່ກຸ່ມຄົນທີ່ບໍ່ຫວັງດີ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.
ປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເພີ່ມອີກ 1 ຄົນ.
ໃນວັນທີ 28 ກັນຍາ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມລະດັບສູງທາງໄກ ກ່ຽວກັບການລຶບລ້າງຄວາມ ທຸກຍາກ ແລະ ການຮ່ວມມືຂອບ ໃຕ້-ໃຕ້ (ຫຼື ຂອບການຮ່ວມມືລະ ຫວ່າງປະເທດ ກຳລັງພັດທະນາ)ໃນຫົວຂໍ້: “ການກ້າວໄປສູ່ອະນາ ຄົດຮ່ວມກັນຂອງບັນດາປະເທດ ກຳລັງພັດທະນາ: ສົ່ງເສີມການ ລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການ ຮ່ວມມືໃນຂອບ ໃຕ້-ໃຕ້.
ວັນທີ 28 ກັນຍາ 2020 ນີ້, ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ໄດ້ຈັດກອງ ປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ໜ່ວຍປະສານງານປະຈໍາພາກພື້ນຊາຍແດນ ລາວ-ໄທ ປະຈໍາປີ 2020.
ຍສໝ - ໂດຍປະເຊີນໜ້າກັບການເພີ່ມຂຶ້ນຂອງລາຄາປະເພດສິນຄ້າອຸປະໂພກບໍລິໂພກ, ລັດຖະບານລາວ ໄດ້ປະຕິບັດນະໂຍບາຍຢ່າງຮີບດ່ວນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຖຽນລະພາບ, ຈຳກັດອັດຕາເງິນເຟີ້ຕໍ່າສຸດ ແລະ ຊອກຫາມາດຕະການເພື່ອເພີ່ມການຜະລິດພາຍໃນປະເທດ, ຫຼຸດຜ່ອນການນຳເຂົ້າ.
ແຜນການຄຸ້ມຄອງໃໝ່ແມ່ນບາດກ້າວທີ່ສຳຄັນໃນຂັ້ນຕອນການວາງແຜນ, ການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງຂອງບັນດາໜ່ວຍງານທີ່ມີຄວາມຮັບຜິດຊອບ ສຳລັບເຂດອະນຸລັກແຫ່ງຊາດພູຫີນປຸນ ແລະ ຊຸມຊົນທີ່ອາໃສຢູ່ອ້ອມເຂດອະນຸລັກແຫ່ງຊາດພູຫີນປຸນ.
ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ.
ມາຮອດປັດຈຸບັນ, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211ລ້ານກິໂລວັດໂມງຕໍ່ປີ.
ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປະຈຸບັນແມ່ນ 24.868.567 ຄົນ.
ຫ່ວາງແລ້ວນີ້, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງປ້ອງກັນປະເທດອົດສະຕຣາລີ, ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ. ໃນຂະນະທີ່ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ.
ຍສໝ - ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ; ສະຫາຍຫງວຽນທ້ຽນແທ່ງ, ຮອງເລຂາພັກແຂວງປະຈຳ ແຂວງໄດ້ມອບລາງວັນໃຫ້ສະມາຄົມມິດຕະພາບຫວຽດນາມ - ລາວແຂວງທ໊າຍບິ່ງດ້ວຍຄຳຂວັນທີ່ວ່າ:“ ສາມັກຄີ - ນ້ຳໃຈອາລົມຈິດ - ຄວາມຮັບຜິດຊອບ, ປະກອບສ່ວນສ້າງສາຍພົວພັນມິດຕະພາບທີ່ພິເສດລະຫວ່າງຫວຽດນາມແລະລາວ”.
ໃນວັນທີ 28 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.
ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກເຊິ່ງແມ່ນ 7.321.343 ຄົນ ແລະ ມີຜູ້ເສຍຊີວິດ 209.453 ຄົນ.
ໃນວັນທີ 25 ກັນຍາ 2020, ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຸດທີ VIII ໂດຍທ່ານ ນາຍົກ ໄດ້ເນັ້ນໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ (ສຄອຊ) ນັກທຸລະກິດຕ້ອງຄິດແບບມືອາຊີບ ເພາະໃນຕະຫລາດໂລກ ແມ່ນມີການແຂ່ງຂັນສູງ ການແຂ່ງຂັນແມ່ນ ເພື່ອການພັດທະນາ, ແຂ່ງຂັນເພື່ອປັບປຸງ ໃຫ້ດີຂຶ້ນ ບໍ່ແມ່ນແຂ່ງຂັນເພື່ອທໍາລາຍ, ນັກທຸລະກິດຍຸກໃໝ່ຕ້ອງ ໄດ້ມີການແຂ່ງຂັນກັນທຸກເວລາ.
ໃນວັນທີ 25 ກັນຍາ ນີ້, ສະຫາຍ ພັນເອກ ຢາໂບຣບ ອັບເດເລ ຫົວໜ້າຫ້ອງການ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ ແລກປ່ຽນບົດຮຽນກັບຄະນະນຳ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂົງເຂດວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງຂອງກອງທັບ ປະຊາຊົນລາວ.
ໃນວັນທີ 25 ກັນຍາ 2020 ນີ້, ຢູ່ກົມພົວພັນຕ່າງປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວພາ ຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ປະຈໍາ ສປປ.ລາວ ທີ່ໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດ ປະຈໍາຢູ່ລາວ.
ອາເມລິກາ ຍັງສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 7.287.561 ຄົນ, ໃນນັ້ນ ມີ 209.177 ຄົນເສຍຊີວິດ.
ໃນວັນທີ 25 ກັນຍາ 2020 ນີ້, ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຮຽກຮ້ອງໃຫ້ທົ່ວສັງຄົມຢ່າປະໝາດ ແລະ ລະເຫລີງ ການປະຕິບັດມາດ ຕະການປ້ອງກັນ ພະຍາດດັ່ງກ່າວ ບໍ່ໃຫ້ກັບມາລະບາດຄືນໃໝ່ຢູ່ປະເທດເຮົາ ພາຍຫລັງທີ່ພະຍາດນີ້ ຍັງສືບຕໍ່ລະບາດຢ່າງໜັກໜ່ວງໃນທົ່ວໂລກ.