ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.

ລັດຖະບານລາວວາງອອກບັນດາວຽກງານຈຸດສຸມ ປະຈໍາເດືອນຕຸລາ ປີ 2020

ລັດຖະບານລາວວາງອອກບັນດາວຽກງານຈຸດສຸມ ປະຈໍາເດືອນຕຸລາ ປີ 2020

ໃຫ້ບັນດາກະຊວງ-ອົງການ ສືບຕໍ່ເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ ແລະ ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ໃຫ້ມີສະຕິຕໍ່ກົນອຸບາຍຕໍ່ກຸ່ມຄົນທີ່ບໍ່ຫວັງດີ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກກ່ຽວກັບການລຶບລ້າງຄວາມທຸກຍາກ ແລະ ການຮ່ວມມືແບບໃຕ້-ໃຕ້

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກກ່ຽວກັບການລຶບລ້າງຄວາມທຸກຍາກ ແລະ ການຮ່ວມມືແບບໃຕ້-ໃຕ້

ໃນວັນທີ 28 ກັນຍາ 2020,  ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມລະດັບສູງທາງໄກ ກ່ຽວກັບການລຶບລ້າງຄວາມ ທຸກຍາກ ແລະ ການຮ່ວມມືຂອບ ໃຕ້-ໃຕ້ (ຫຼື ຂອບການຮ່ວມມືລະ ຫວ່າງປະເທດ ກຳລັງພັດທະນາ)ໃນຫົວຂໍ້: “ການກ້າວໄປສູ່ອະນາ ຄົດຮ່ວມກັນຂອງບັນດາປະເທດ ກຳລັງພັດທະນາ: ສົ່ງເສີມການ ລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການ ຮ່ວມມືໃນຂອບ ໃຕ້-ໃຕ້.

ກອງປະຊຸມທາງໄກໜ່ວຍປະສານງານປະຈຳພາກພື້ນຊາຍແດນ ລາວ-ໄທ ປະຈຳປີ 2020

ກອງປະຊຸມທາງໄກໜ່ວຍປະສານງານປະຈຳພາກພື້ນຊາຍແດນ ລາວ-ໄທ ປະຈຳປີ 2020

ວັນທີ 28 ກັນຍາ 2020 ນີ້, ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ  ລາວ-ໄທ, ໄທ-ລາວ ໄດ້ຈັດກອງ ປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ໜ່ວຍປະສານງານປະຈໍາພາກພື້ນຊາຍແດນ ລາວ-ໄທ ປະຈໍາປີ 2020.

ປະເທດລາວ ປະຕິບັດນະໂຍບາຍເພື່ອຄວບຄຸມໄພເງິນເຟີ້

ປະເທດລາວ ປະຕິບັດນະໂຍບາຍເພື່ອຄວບຄຸມໄພເງິນເຟີ້

ຍສໝ - ໂດຍປະເຊີນ​​ໜ້າກັບການເພີ່ມຂຶ້ນຂອງລາຄາປະເພດສິນຄ້າອຸປະໂພກບໍລິໂພກ, ລັດຖະບານລາວ ໄດ້ປະຕິບັດນະໂຍບາຍຢ່າງຮີບດ່ວນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຖຽນລະພາບ, ຈຳກັດອັດຕາເງິນເຟີ້ຕໍ່າສຸດ ແລະ ຊອກຫາມາດຕະການເພື່ອເພີ່ມການຜະລິດພາຍໃນປະເທດ, ຫຼຸດຜ່ອນການນຳເຂົ້າ.

IUCN ສະໜັບສະໜູນການອະນຸລັກລັກສະນະຫຼາຍຮູບຫຼາຍແບບດ້ານຊີວະພາບໃນເຂດອະນຸລັກແຫ່ງຊາດພູຫີນປຸນ (ປະເທດລາວ)

IUCN ສະໜັບສະໜູນການອະນຸລັກລັກສະນະຫຼາຍຮູບຫຼາຍແບບດ້ານຊີວະພາບໃນເຂດອະນຸລັກແຫ່ງຊາດພູຫີນປຸນ (ປະເທດລາວ)

ແຜນການຄຸ້ມຄອງໃໝ່ແມ່ນບາດກ້າວທີ່ສຳຄັນໃນຂັ້ນຕອນການວາງແຜນ, ການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງຂອງບັນດາໜ່ວຍງານທີ່ມີຄວາມຮັບຜິດຊອບ ສຳລັບເຂດອະນຸລັກແຫ່ງຊາດພູຫີນປຸນ ແລະ ຊຸມຊົນທີ່ອາໃສຢູ່ອ້ອມເຂດອະນຸລັກແຫ່ງຊາດພູຫີນປຸນ.

ມູນຄ່າການສົ່ງອອກຂອງລາວໄດ້ຟື້ນຕົວຄືນ

ມູນຄ່າການສົ່ງອອກຂອງລາວໄດ້ຟື້ນຕົວຄືນ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ.

ປະເທດລາວສືບຕໍ່ສົ່ງເສີມການຜະລິດກະແສໄຟຟ້າ

ປະເທດລາວສືບຕໍ່ສົ່ງເສີມການຜະລິດກະແສໄຟຟ້າ

ມາ​ຮອດ​ປັດຈຸບັນ, ສປປ ລາວ ມີ​ແຫຼ່ງ​ຜະລິດ​ໄຟຟ້າ​ແລ້ວ 78 ແຫ່ງ, ມີ​ກໍາ​ລັງ​ຕິດ​ຕັ້ງ​ທັງ​ໝົດ 9.972 ເມ​ກາ​ວັດ,  ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ເຖິງ 52.211ລ້ານ​ກິໂລ​ວັດ​ໂມງ​ຕໍ່​ປີ. 

ກອງປະຊຸມທາງໄກສອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ ລາວ-ອົດສະຕຣາລີ

ກອງປະຊຸມທາງໄກສອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ ລາວ-ອົດສະຕຣາລີ

ຫ່​ວ​າງ​ແລ້ວນີ້, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງປ້ອງກັນປະເທດອົດສະຕຣາລີ, ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ຜົນສຳເລັດຂອງຂະແໜງການຕ່າງປະເທດລາວໄລຍະການ ປ່ຽນແປງໃໝ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ

ຜົນສຳເລັດຂອງຂະແໜງການຕ່າງປະເທດລາວໄລຍະການ ປ່ຽນແປງໃໝ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ

ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ. ໃນຂະນະທີ່ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ.

ສະມາຄົມມິດຕິພາບລະຫວ່າງ ຫວຽດນາມ - ລາວ ແຂວງທ໊າຍບິ່ງຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2020 - 2025

ສະມາຄົມມິດຕິພາບລະຫວ່າງ ຫວຽດນາມ - ລາວ ແຂວງທ໊າຍບິ່ງຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2020 - 2025

ຍ​ສ​ໝ - ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ; ສະຫາຍຫງວຽນທ້ຽນແທ່ງ, ຮອງເລຂາພັກແຂວງປະຈຳ ແຂວງໄດ້ມອບລາງວັນໃຫ້ສະມາຄົມມິດຕະພາບຫວຽດນາມ - ລາວແຂວງທ໊າຍບິ່ງດ້ວຍຄຳຂວັນທີ່ວ່າ:“ ສາມັກຄີ - ນ້ຳ​ໃຈ​ອາ​ລົມ​ຈິດ - ຄວາມຮັບຜິດຊອບ, ປະກອບສ່ວນສ້າງສາຍ​ພົວ​ພັນມິດຕະພາບທີ່ພິເສດລະຫວ່າງຫວຽດນາມແລະລາວ”.

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 28 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ນາຍົກ ເນັ້ນໜັກໃຫ້ນັກທຸລະກິດ ຕ້ອງຄິດແບບມືອາຊີບ ມີການແຂ່ງຂັນກັນທຸກເວລາ

ນາຍົກ ເນັ້ນໜັກໃຫ້ນັກທຸລະກິດ ຕ້ອງຄິດແບບມືອາຊີບ ມີການແຂ່ງຂັນກັນທຸກເວລາ

ໃນວັນທີ 25 ກັນຍາ 2020, ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຊຸດທີ VIII ໂດຍທ່ານ ນາຍົກ ໄດ້ເນັ້ນໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ (ສຄອຊ) ນັກທຸລະກິດຕ້ອງຄິດແບບມືອາຊີບ ເພາະໃນຕະຫລາດໂລກ ແມ່ນມີການແຂ່ງຂັນສູງ ການແຂ່ງຂັນແມ່ນ ເພື່ອການພັດທະນາ, ແຂ່ງຂັນເພື່ອປັບປຸງ ໃຫ້ດີຂຶ້ນ ບໍ່ແມ່ນແຂ່ງຂັນເພື່ອທໍາລາຍ, ນັກທຸລະກິດຍຸກໃໝ່ຕ້ອງ ໄດ້ມີການແຂ່ງຂັນກັນທຸກເວລາ.

ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ

ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ

ໃນວັນທີ 25 ກັນຍາ ນີ້, ສະຫາຍ ພັນເອກ ຢາໂບຣບ ອັບເດເລ ຫົວໜ້າຫ້ອງການ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ ແລກປ່ຽນບົດຮຽນກັບຄະນະນຳ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂົງເຂດວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງຂອງກອງທັບ ປະຊາຊົນລາວ.    

ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຊ່ວຍທູດຝ່າຍທະຫານອາກາດໄທ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຊ່ວຍທູດຝ່າຍທະຫານອາກາດໄທ

ໃນວັນທີ 25 ກັນຍາ 2020 ນີ້, ຢູ່ກົມພົວພັນຕ່າງປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວພາ ຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ປະຈໍາ ສປປ.ລາວ ທີ່ໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດ ປະຈໍາຢູ່ລາວ.

ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 33.052.751 ຄົນ, ໃນນັ້ນ ມີ 998.686 ຄົນເສຍຊີວິດ

ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 33.052.751 ຄົນ, ໃນນັ້ນ ມີ 998.686 ຄົນເສຍຊີວິດ

ອາເມລິກາ ຍັງສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 7.287.561 ຄົນ, ໃນນັ້ນ ມີ 209.177 ຄົນເສຍຊີວິດ.

ຄະນະສະເພາະກິດຢ້ຳສັງຄົມຢ່າລະເຫລີງປ້ອງກັນໂຄວິດ-19

ຄະນະສະເພາະກິດຢ້ຳສັງຄົມຢ່າລະເຫລີງປ້ອງກັນໂຄວິດ-19

​ໃນ​ວັນ​ທີ 25 ກັນຍາ 2020 ນີ້, ທ່ານ ດຣ. ນາງ ລັດສະໝີ ວົງ​ຄຳ​ຊາວ ຮອງ​ຫົວໜ້າ​ກົມ​ຄວບ​ຄຸມພະຍາດ​ຕິດ​ຕໍ່ ກະຊວງ​ສາທາລະນະ​ສຸກ ​ໄດ້​ຕາງໜ້າ​ໃຫ້​ຄະນະ​ສະ​ເພາະ​ກິດ ​ເພື່ອ​ປ້ອງ​ກັນຄວບ​ຄຸມ ​ແລະ ​ແກ້​ໄຂ​ພະຍາດ​ອັກ​ເສບ​ປອດ ​ຈາກ​ເຊື້ອຈຸລະ​ໂຣກສາຍ​ພັນ​ໃໝ່ COVID-19 ຮຽກຮ້ອງ​ໃຫ້​ທົ່ວ​ສັງຄົມ​ຢ່າ​ປະໝາດ ​ແລະ ລະ​ເຫລີງ ​ການ​ປະຕິບັດ​ມາດ​ ຕະການ​ປ້ອງ​ກັນ​ ພະຍາດ​ດັ່ງກ່າວ ​ບໍ່​ໃຫ້​ກັບ​ມາ​ລະບາດ​ຄືນ​ໃໝ່​ຢູ່​ປະ​ເທດ​ເຮົາ ພາຍຫລັງ​ທີ່​ພະຍາດ​ນີ້​ ຍັງ​ສືບ​ຕໍ່​ລະບາດ​ຢ່າງ​ໜັກໜ່ວງ​ໃນ​ທົ່ວ​ໂລກ.