ຍສໝ - ປີ 2022 ເປັນປີທີ່ມີການຜັນແປ ແລະ ຫຍຸ້ງຍາກຫຼາຍຢ່າງ, ແຕ່ວຽກງານຊາວຫວຽດນາມຢູ່ຕ່າງປະເທດ ຍັງບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ ແລະ ມີຄວາມປະທັບໃຈ. ພິເສດ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ພ້ອມດຽວກັນນັ້ນ, ບົດບາດ, ຖານະ ແລະ ຄວາມໄວ້ວາງໃຈໃນສັງຄົມປະຈຳຖິ່ນ ໄດ້ນັບມື້ນັບເພີ່ມຂຶ້ນ.
ຍສໝ - ກະຊວງການຕ່າງປະເທດ ໄດ້ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຜັນຂະຫຍາຍວຽກງານ ຊາວຫວຽດນາມຢູ່ກຳປູເຈຍ ໄດ້ຍ້າຍບ້ານ, ຕັ້ງຖິ່ນຖານຄືນໃໝ່, ຕິດພັນກັບການປ່ຽນແປງອາຊີບ, ຮັບປະກັນຊີວິດການເປັນຢູ່ໃນໄລຍະຍາວ, ແລະ ເຊື່ອມໂຍງເຂົ້າກັບສັງຄົມເຈົ້າພາບ.
ຍສໝ - ຕາມນັ້ນແລ້ວ, TasteAtlas ສະເໜີອາຫານທີ່ມີຊື່ສຽງ ໂດຍອີງໃສ່ຄວາມນິຍົມ ຕໍ່ນັກທ່ອງທ່ຽວ. ດ້ວຍອາຫານການກິນຂອງຫວຽດນາມ, ບັນຊີລາຍການ ລວມມີ: ເຝີ, ເຂົ້າຈີ່, ບັ໊ນແຈ່ວ, ຢໍ, ບັ໊ນກວນ...
ຍສໝ-ໃນວັນທີ 28 ທັນວາ, ສະຫາຍ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ດາໜັງ ເລືອງຫງວຽນມິງຈຽດ ໄດ້ຕ້ອນຮັບຄະນະປະຕິບັດງານແຂວງສາລະວັນ, ລາວ ໂດຍສະຫາຍ ໂພໄຊ ໄຊຍະສອນ, ເລຂາພັກ, ເຈົ້າແຂວງສາລະວັນ ເປັນຫົວໜ້າຄະນະ ໄປມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ດາຫນັງ.
ປີ 2022, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ແລະ ລາຄາພະລັງງານເພີ່ມຂຶ້ນສູງໂດຍການປະທະກັນດ້ານການທະຫານລະຫວ່າງ ລັດເຊຍ ແລະ ຢູແກຼນ ກໍ່ຂຶ້ນ, ສະນັ້ນ ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຫລາຍພື້ນຖານເສດຖະກິດຕົກເຂົ້າສູ່ສະພາບຊຸດໂຊມ. ແຕ່ວ່າຍ້ອນມີພື້ນຖານອັນຫນັກແຫນ້ນ ພ້ອມກັບນະໂຍບາຍບໍລິຫານຢ່າງມີໄຫວພິບ, ມີປະສິດທິຜົນ, ພື້ນຖານເສດຖະກິດ ຫວຽດນາມ ຍັງເຕີບໂຕດີ, ກາຍເປັນຈຸດເດັ່ນຂອງເສດຖະກິດພາກພື້ນ ແລະ ໃນໂລກ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນຂັ້ນສູງໂດຍກໍາມະການສູນກາງພັກ, ເລຂາທິການ, ເຈົ້າແຂວງສາລະວັນ (ລາວ), ສະຫາຍ ໂພໄຊ ໄຊຍະສອນ ນຳໜ້າໃນການໄປມາຢ້ຽມຢາມ, ເຮັດວຽກຢູ່ເທື່ອທຽນເຫ້ວ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາເນື້ອໃນຕົກລົງຮ່ວມມືໄລຍະ 2022 – 2026. ໃນນັ້ນ, ຢືນຢັນວ່າ ສອງຝ່າຍຈະສືບຕໍ່ນຳສາຍພົວພັນມິດຕະພາບ, ການຮ່ວມມືຂຶ້ນສູ່ລະດັບສູງໃໝ່.
ຍສໝ - ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ມາຮອດວັນທີ 20 ທັນວາ, ຄາດຄະເນວ່າ ບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ປ່ອຍເງິນ ເກືອບ 22,4 ຕື້ USD.
ຍສໝ - ໃນຂະບວນການເຊື່ອມໂຍງເຂົ້າກັບໂລກ, ການທູດວັດທະນະທຳ ແມ່ນໜຶ່ງໃນ 3 ເສົາຄ້ຳຂອງພື້ນຖານການທູດຮອບດ້ານຂອງຫວຽດນາມ, ຄຽງຄູ່ກັບການທູດດ້ານການເມືອງ, ເສດຖະກິດ. ພ້ອມກັນນີ້ ຍັງເປັນເຄື່ອງມືທີ່ມີປະສິດທິຜົນ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະຊາຊາດ.
ຍສໝ - ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ອິນເດຍ ໄດ້ເພີ່ມຂຶ້ນຢ່າງວ່ອງໄວຈາກ 200 ລ້ານ ໂດລາສະຫະລັດ ໃນປີ 2000 ຂຶ້ນເປັນ 13 ຕື້ ໂດລາສະຫະລັດ ໃນປີ 2021, ຄາດວ່າຈະບັນລຸເປົ້າໝາຍ 15 ຕື້ ໂດລາສະຫະລັດ ໃນປີ 2022.
ຍສໝ - ຕາມທ່ານຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ແລ້ວ, ນີ້ແມ່ນບັນດາຂີດໝາຍໜ້າພາກພູມໃຈທີ່ຄວນສືບຕໍ່ເຜີຍແຜ່ ແລະ ເສີມຂະຫຍາຍໃນໄລຍະຈະມາເຖິງ.
ຍສໝ - ຫາດຊາຍທະເລ ສອງແຫ່ງຂອງຫວຽດນາມ, ຫາດຊາຍທະເລ ຍາຈາງ ແຂວງແຄ໊ງຮວ່າ ແລະ ຫາດຊາຍຫວູງເຕົ່າ ແຂວງ ບ່າເຣ້ຍ ຫວູງເຕົ່າ, ຢືນອັນດັບທີ 3 (ມີການເຂົ້າເບິ່ງ 64,6 ລ້ານຄັ້ງ) ແລະ ອັນດັບທີ 4 (ມີການເຂົ້າເບິ່ງ 61,9 ລ້ານຄັ້ງ) ໃນບັນຊີລາຍການນີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກ, ລັດ ແລະ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ນຳໜ້າ, ປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ.
ຕາມແຫຼ່ງຂ່າວຈາກກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ທັນວາ, ຍອດທຶນຈົດທະບຽນໃໝ່, ດັດປັບ ແລະ ຊື້ຫຸ້ນສ່ວນ, ຊື້ສົມທົບທຶນຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ບັນລຸເກືອບ 27,72 ຕື້ USD, ເທົ່າກັບ 89% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ວັນທີ 27 ທັນວາ, ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈິ ຂອງຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງ ກວ໋າງຈິ ກັບຄະນະຜູ້ແທນຂັ້ນສູງຂອງແຂວງ ສະຫວັນນະເຂດ ແລະ ສາລະວັນ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022); ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022).
ວັນທີ 27 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 28 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ.
ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກອງທຶນເດັກ ສປຊ ປະຈຳ ຫວຽດນາມ (Unicef) ຈັດກອງປະຊຸມສຳມະນາແນະນຳຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບສິດທິເດັກ ແລະ ບົດລາຍງານແຫ່ງຊາດຄັ້ງທີ 5 ແລະ ທີ 6 ຂອງ ຫວຽດນາມ.
ຍສໝ-ຕາມການສະຖິຕິຈາກກົມໃຫຍາພາສີ ໃຫ້ຮູ້ວ່າ ຮອດເດືອນພະຈິກ, ການສົ່ງອອກຜັກ ແລະ ໝາກໄມ້ບັນລຸກວ່າ 3,1 ຕື້ USD.
ຍສໝ - ໂດຍຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ ມຸ່ງໄປເຖິງປະເທດຊາດ ກໍ່ຄືບັນຍາກາດອັນຟົດຟື້ນຂອງການຕ້ອນຮັບປີໃໝ່ທີ່ໃກ້ຈະມາເຖິງ, ການແຂ່ງຂັນປິງປັອງລະດູໜາວ 2022 ສືບຕໍ່ສ້າງກໍາລັງໜູນຍົກສູງຄຸນນະພາບຊີວິດ ດ້ານຈິດໃຈ, ກໍ່ຄືຂະບວນການອອກກໍາລັງກາຍຂອງປະຊາຄົມຊາວ ຫວຽດນາມ ຢູ່ລັດເຊຍ.
ປະຈຸບັນ, ວິສາຫະກິດ ຫວຽດນາມ ໄດ້ຍາດແຍ່ງ, ຂຸດຄົ້ນສັນຍາ, ມູນຄ່າເພີ່ມການສົ່ງອອກສິນຄ້າ ເຂົ້າບັນດາຕະຫຼາດ.