ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ນະຄອນ New York, ​ແມ່ນ​ສູນ​ການ​ຄ້າ ​ແລະ ການ​ເງິນ​ແຖວ​ໜ້າ​ຂອງ​ໂລກ

10:15 | 23/09/2023

ຍສໝ - ວັນ​ທີ 22 ກັນຍາ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ​ແລະ ເຈົ້າ​ຄອງ​ນະຄອນ​ນິວຢອກ ທ່ານ Eric Adams ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ນິວຢອກ.

The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ຮ່າໂນ້ຍມອບຜ້າອັດປາກ 2 ໂຕນ ໃຫ້ແກ່ນະຄອນ New York ຮ່າໂນ້ຍມອບຜ້າອັດປາກ 2 ໂຕນ ໃຫ້ແກ່ນະຄອນ New York

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ຊຸດທີ 78 ສະມັດຊາສະຫະປະຊາຊາດ ຢູ່ນະຄອນນິວຢອກ, ອາເມລິກາ, ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Eric Adams ເຈົ້າຄອງນະຄອນນິວຢອກ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນຕໍ່ການຊຸກຍູ້ການພົວພັນຮ່ວມມືກັບນິວຢອກ, ເຊິ່ງແມ່ນສູນການຄ້າ, ການເງິນແຖວໜ້າຂອງໂລກ ແລະຈະຮັບປະກັນສິດຜົນປະໂຫຍດໃຫ້ບັນດານັກລົງທຶນ, ການດຳເນີນທຸລະກິດຂອງອາເມລິກາ ເວົ້າລວມ ແລະນະຄອນນິວຢອກ ເວົ້າສະເພາະຢູ່ຫວຽດນາມ.

ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ນະຄອນ New York, ​ແມ່ນ​ສູນ​ການ​ຄ້າ ​ແລະ ການ​ເງິນ​ແຖວ​ໜ້າ​ຂອງ​ໂລກ

ທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ​ແລະ ເຈົ້າ​ຄອງ​ນະຄອນ​ນິວຢອກ ທ່ານ Eric Adams ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ

ເນັ້ນໜັກວ່າ ນະຄອນນິວຢອກ ແມ່ນໜຶ່ງໃນບັນດາຂົງເຂດທີ່ມີປະຊາຄົມຊາວຫວຽດນາມ ອາໄສຢຸ່, ຮໍ່າຮຽນ ແລະເຮັດວຽກເປັນຈຳນວນຫຼວງຫຼາຍ, ທ່ານນາຍົກລັດຖະມົນຕີ ຂອບໃຈອຳນາດການປົກຄອງນະຄອນນິວຢອກ ທີ່ໄດ້ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນ ແລະຖືວ່າ ຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງນະຄອນນິວຢອກ ກັບບັນດາທ້ອງຖິ່ນ, ອົງການຂອງຫວຽດນາມ ຍັງມີຫຼາຍຢູ່. ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງນະຄອນໂຮ່ຈີມິນ ແລະນະຄອນນິວຢອກ ໄດ້ລົງນາມໃນບົດບັນທຶກວ່າດ້ວຍການສ້າງຕັ້ງການພົວພັນມິດຕະພາບ ແລະການຮ່ວມມື, ຖືວ່ານີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ເຫັນການພົວພັນອັນດີງາມລະຫວ່າງຫວຽດນາມ-ອາເມລິກາ ເວົ້າລວມ ກໍ່ຄືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດເວົ້າສະເພາະ, ພ້ອມທັງປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນໄລຍະຈະມາເຖິງຈະມີຫຼາຍກວ່ານີ້ຕື່ມອີກ.

ສ່ວນທ່ານ Eric Adams ເຈົ້າຄອງນະຄອນນິວຢອກ ກໍ່ຢັ້ງຢືນວ່າ ນະຄອນນິວຢອກ ຖືເປັນສໍາຄັນ ແລະພ້ອມແລ້ວທີ່ຈະເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືກັບຫວຽດນາມ ຢ່າງມີປະສິດທິຜົນ ແລະແທດຈິງກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງການພົວພັນສອງປະເທດ ກໍ່ຄືການພົວພັນລະຫວ່າງນະຄອນນິວຢອກ ແລະນະຄອນໂຮ່ຈີມິນ. ພ້ອມທັງຢັ້ງຢືນວ່າ ຈະມີມາດຕະການໜູນຊ່ວຍນະຄອນໂຮ່ຈີມິນ, ເພື່ອປະກອບສ່ວນນໍານະຄອນໂຮ່ຈີມິນ ໃຫ້ກາຍເປັນສູນການເງິນທີ່ເຂັ້ມແຂງຂອງພາກພື້ນ ແລະສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.