ບໍລິສັດ​ການບິນ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄວາມ​ປອດ​ໄພ ​ແລະ ການ​ດຳ​ເນີນ​ງານ​ການບິນ​ໂລກ

13:09 | 24/09/2023

ຍສໝ - ບໍລິສັດ​ການບິນ ຫວຽດນາມ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄວາມ​ປອດ​ໄພ ​ແລະ ການ​ດຳ​ເນີນ​ງານ​ການບິນ​ໂລກ 2023 ​ຈັດ​ຕັ້ງໂດຍ​ສະມາຄົມ​ຂົນ​ສົ່ງ​ທາງ​ອາກາດ​ສາກົນ​ ​ຢູ່​ຮ່າ​ໂນ້ຍ.

ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ

ວັນທີ 19 ກັນຍາ, ກອງປະຊຸມຄວາມປອດໄພ ແລະຂຸດຄົ້ນການບິນໂລກ 2023 ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ກອງປະຊຸມໄດ້ດຳເນີນແຕ່ວັນທີ 19 ຫາວັນທີ 21 ກັນຍາ.

ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມກ່ຽວກັບຄວາມປອດໄພການບິນທົ່ວໂລກໄດ້ດໍາເນີນຢູ່ຫວຽດນາມ, ໂດຍແມ່ນກະຊວງຄົມມະນາຄົມຂົນສົ່ງ, ສະມາຄົມຂົນສົ່ງທາງອາກາດສາກົນ (IATA), ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ສົມທົບກັນຈັດຕັ້ງ.

ບໍລິສັດ​ການບິນ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄວາມ​ປອດ​ໄພ ​ແລະ ການ​ດຳ​ເນີນ​ງານ​ການບິນ​ໂລກ

ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ.

ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ປະຕິບັດວຽກງານຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນໃນລະບົບຄວາມໝັ້ນຄົງແຫ່ງຊາດ; ສ້າງຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນບົນພື້ນຖານທົ່ວປວງຊົນປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບປະຊາຊົນ, ຕິດພັນກັບການປະຕິບັດບັນດາເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມ ຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສ້າງລະບົບຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນທີ່ເຂັ້ມແຂງ ແລະມີປະສິດທິຜົນ, ເໝາະສົມກັບເງື່ອນໄຂຂອງຫວຽດນາມ ແລະຕອບສະໜອງບັນດາມາດຖານ, ທຳນຽມສາກົນເປັນຢ່າງດີ ແລະພ້ອມແລ້ວທີ່ຈະແລກປ່ຽນບົດຮຽນ, ເພີ່ມທະວີການຮ່ວມມືກັບຄູ່ຮ່ວມມືສອງຝ່າຍ ແລະຫຼາຍຝ່າຍໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານການບິນສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.