ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ຫວຽດນາມ - ບັງ​ກະລາ​ເດັດ​ໃຫ້​ບັນລຸ 2 ຕື້ USD

14:09 | 24/09/2023

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ຖື​ວ່າ: ຫວຽດນາມ ​ແລະ ບັງ​ກະລາ​ເທດ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສະດວກ​ສະບາຍ​ດ້ານ​ການ​ຄ້າ; ສູ້​ຊົນ​ໂດຍ​ໄວ​ເພື່ອ​ບັນລຸ​ວົງ​ເງິນ​ການ​ຄ້າ​ປະມານ 2 ຕື້ USD.

ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ
ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ນະຄອນ New York, ​ແມ່ນ​ສູນ​ການ​ຄ້າ ​ແລະ ການ​ເງິນ​ແຖວ​ໜ້າ​ຂອງ​ໂລກ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ນະຄອນ New York, ​ແມ່ນ​ສູນ​ການ​ຄ້າ ​ແລະ ການ​ເງິນ​ແຖວ​ໜ້າ​ຂອງ​ໂລກ

ໃນຂອບເຂດການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນຫຼວງ Dhaka, ໄດ້ດຳເນີນເວທີປາໄສນະໂຍບາຍ, ກົດໝາຍວ່າດ້ວຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບັງກະລາເທດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ, ຫວຽດນາມ ແລະ ບັງກະລາເທດ ຕ້ອງເພີ່ມທະວີການຮ່ວມມື, ສ້າງຄວາມສະດວກດ້ານການຄ້າໃຫ້ແກ່ກັນ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ວິສາຫະກິດຂອງ 2 ປະເທດເພື່ອຮັກສາລະບົບສະໜອງ; ພັດທະນາການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ... ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເນັ້ນໜັກວ່າ 2 ປະເທດ ຄວນມານະພະຍາຍາມບັນລຸວົງເງິນການຄ້າປະມານ 2 ຕື້ USD ໂດຍໄວ. ກ່ຽວກັບສະພາບແວດລ້ອມ ແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ:

“ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເພື່ອສ້າງສຳເລັດ ລະບອບລະບຽບການດ້ານເສດຖະກິດ, ລະບົບກົດໝາຍທີ່ມີຄວາມເປັນໄປໄດ້ ແລະ ຮ່ວມເດີນທາງພ້ອມກັບ ວິສາຫະກິດ, ຖືຜົນສຳເລັດຂອງປະຊາຄົມວິສາຫະກິດແມ່ນຜົນສຳເລັດຂອງຕົນ… ໃນຂົງເຂດການຄ້າ, ບັງກະລາເທດ ໄດ້ຮັບຖືວ່າແມ່ນປະຕູເພື່ອໃຫ້ບັນດາວິສາກິດຂອງ ຫວຽດນາມ ແຊກຊຶມ, ສຳຜັດ ແລະ ສືບຕໍ່ບືນຕົວອອກສູ່ບັນດາຕະຫຼາດ ອາຊີໃຕ້ ແລະ ຕາເວັນອອກກາງອື່ນໆ. ກົງກັນຂ້າມ, ບັນດາວິສາຫະກິດ ບັງກະລາເທດ ກໍ່ສາມາດເຫັນໄດ້ຄວາມສຳຄັນຂອງ ຫວຽດນາມ ເພື່ອເປີດກວ້າງການແຊກຊຶມເຂົ້າຕະຫຼາດ ອາຊຽນ.”

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ຫວຽດນາມ - ບັງ​ກະລາ​ເດັດ​ໃຫ້​ບັນລຸ 2 ຕື້ USD

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ຫວຽດນາມ - ບັງ​ກະລາ​ເດັດ​ໃຫ້​ບັນລຸ 2 ຕື້ USD. (ພາບ: TTXVN)

ແລະກໍ່ໃນຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນຫຼວງ Dhaka, ກ່າວຄຳເຫັນທີ່ການພົບປະກັບການນຳສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳ ບັງກະລາເທດ; ຫ້ອງການການຄ້າ ບັງກະລາເທດ - ຫວຽດນາມ (BVCCI) ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ Dhaka (DCCI), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ສະຫະພັນການຄ້າ ແລະ ອຸດສາຫະກຳ ຈະເພີ່ມທະວີບົດບາດເຊື່ອມຕໍ່ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໄດ້ຊອກຮູ້ ແລະ ລົງທຶນຢູ່ບັນດາເຂດອຸດສາຫະກຳ ບັງກະລາເທດ; ສະເໜີໃຫ້ ບັງກະລາເທດ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນ ຫວຽດນາມ ໄປຊອກຮູ້ ແລະ ລົງທຶນຢ່າງຍາວນານ, ທ່ານກໍ່ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດ ບັງກະລາເທດ ມາຢ້ຽມຢາມ ແລະ ຊອກຮູ້ກາລະໂອກາດຮ່ວມມືຢ່າງຍາວນານ.

ຕອນຄ່ຳວັນດຽວກັນ, ຢູ່ນະຄອນຫຼວງ Dhaka, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສະຖານທູດ ແລະ ພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ບັງກະລາເທດ.

ຄຳຮຸ່ງ

302 Found

Found

The document has moved here.