ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ

15:22 | 27/09/2023

ຍສໝ - ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ

50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ
ການສົນທະນາ''ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ'' ການສົນທະນາ''ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ''

ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ

ຄະນະຝ່າຍການ​ທູດ “​​ຕົ້ນໄມ້ໄຜ່ ຫວຽດນາມ” ​ແມ່ນ​ແນວທາງການ​ຕ່າງປະ​ເທດ​ທີ່​ອ່ອນ​ໂຍນ, ຄ່ອງແຄ້ວ ​ແຕ່​ບໍ່​ອ່ອນ​ແອ, ຢຶດໝັ້ນ​ຕາມ​ແບບ​ “ຕອກອ່ອນມັດແໜ້ນ”; ເດັດດ່ຽວ, ຂ້ຽວຂາດແຕ່ບໍ່ແຂງກະດ້າງ; ເປັນໜຶ່ງແນວທາງ​ການ​ທູດ​ທີ່ບໍ່​ພຽງ​ແຕ່​ຖືກຕ້ອງ ​ແລະ ສະຫຼາດສ່ອງໃສ​​ເທົ່າ​ນັ້ນ, ແຕ່ຍັງ​ມີ​ລັກສະນະທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງ​ຫວຽດນາມ.

ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ
ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ບໍ່ວຽງຄຳ ວົງດາລາ. (ພາບ: ຟ້າມກຽນ/VNA ທີ່ ລາວ)

ນັ້ນ​ແມ່ນຂໍ້ສັງເກດ​ຂອງ​ ປະທານ​ສະມາຄົມ​ມິດຕະພາບ ​ລາວ-ຫວຽດນາມ, ລັດຖະມົນຕີ​ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການສື່ສານ​ລາວ, ທ່ານ ບັນດິດ.ສຈ.ປອ. ບໍ່​ວຽງ​ຄຳ ວົງ​ດາລາ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ຢູ່​ນະຄອນຫຼວງ​ວຽງ​ຈັນ.

ໂດຍຕີ​ລາຄາ​ກ່ຽວກັບແນວຄິດທິດສະດີ , ທັດສະນະ ແລະ ແນວທາງການຕ່າງປະເທດ​ຂອງ ຫວຽດນາມ ນັບ​ແຕ່​ສ້າງຕັ້ງປະເທດຫວຽດນາມ ​ ປະຊາທິປະ​ໄຕ ສາທາລະນະ​ລັດ ມາ​ຮອດ​ປະຈຸ​ບັນ, ທ່ານ ​ບໍ່​ວຽງ​ຄຳ ວົງ​ດາລາ ​ໄດ້ເນັ້ນ​ໜັກ​ເຖິງ​ແນວທາງ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຂອງ ຫວຽດນາມ ​ແມ່ນ​ໄດ້ປະຕິບັດ​ຕາມ​ແນວ​ຄິດ ​ແລະ ອຸດົມ​ຄະຕິ​ອັນ​ສູງ​ສົ່ງຂອງ​ປະທານ​ ​ໂຮ່ຈີ​ມິນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຜູ້​ທຳ​ອິດ​ຂອງ ປະເທດຫວຽດນາມ ​ ປະຊາທິປະ​ໄຕ ສາທາລະນະ​ລັດ ບົນ​ຫຼັກການ “ເອົາສິ່ງທີ່ບໍ່​ປ່ຽນ​ແປງ ດັດປັບ​ທຸກ​ການ​ປ່ຽນ​ແປງ”.

ທ່ານ​ ບໍ່​ວຽງ​ຄຳ ​ໃຫ້ຮູ້​ວ່າ: ຂ້າພະ​ເຈົ້າ​ເຫັນ​ວ່າ ນັບ​ແຕ່​ ປະເທດຫວຽດນາມ ​ ປະຊາທິປະ​ໄຕ ສາທາລະນະ​ລັດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຍຶດໝັ້ນ​ໃນແນວ​ທາງ​ການ​ທູດ​ທີ່​ກ່າວມາຂ້າງເທິງ, ບໍ່​ພຽງ​ແຕ່​ຊ່ວຍ​ພາປະ​ເທດ​ຫວຽດນາມ ​ໃຫ້​ຫຼຸດພົ້ນ​ຈາກສະພາບ​ການ​ຖືກປິດ​ລ້ອມ​ທາງດ້ານເສດຖະກິດ, ການ​ເມືອງ, ຊ່ວຍ​ໃຫ້​ຫວຽດນາມ ກາຍ​ເປັນ​ເພື່ອນ​ມິດ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ, ​ແຕ່​ຍັງ​ເປີດ​ກວ້າງ​ສະພາບ​ການ​ໃໝ່​ໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່, ​ເຊື່ອມ​ໂຍງ, ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາປະເທດ​ຫວຽດນາມ”.

ທ່ານ ສຈ.ປອ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ວ່າ: ຕັ້ງແຕ່ສະໄໝກ່ອນ, ພາບຂອງຕົ້ນໄມ້ໄຜ່ທີ່ອ່ອນໂຍນ, ຈ່ອຍ ແຕ່ມີຄວາມຍືດຫຍຸ່ນ ແລະ ແຂງແກ່ນທີ່ສຸດ ໄດ້ກາຍເປັນທີ່ຄຸ້ນເຄີຍ ແລະ ຕິດພັນກັບຊີວິດການເປັນຢູ່ຂອງຊາວ ຫວຽດນາມ ທຸກຄົນ. ຖ້າ​ໄປ​ເຖິງ​ເຂດ​ຊົນນະບົດ​ຂອງ​ຫວຽດນາມ, ຢູ່ໃສກໍ່ຈະ​ເຫັນ​ຕົ້ນ​ໄມ້​ໄຜ່ປູກເປັນຈຳນວນຫຼາຍ, ປູກ​ຢູ່​ອ້ອມເຮືອນ, ຕາມ​ຖະໜົນ​ຫົນທາງ, ອ້ອມ​ບ້ານ. ໄມ້ໄຜ່ບໍ່ພຽງແຕ່ເອົາໜໍ່ໄມ້ມາເປັນອາຫານ, ເປັນວັດສະດຸປຸກສ້າງເຮືອນ, ເຮັດເປັນເຄື່ອງມື ແລະ ເຄື່ອງໃຊ້ປະຈຳວັນເທົ່ານັ້ນ, ຫາກຍັງເຮັດໜ້າທີ່ເປັນທາງຍ່າງເພື່ອປ້ອງກັນໝູ່ບ້ານຈາກພະຍຸລົມແຮງ ແລະ ຜູ້ເຂົ້າມາຮຸກຮານອີກດ້ວຍ.

ຕາມທ່ານປະທານສະມາຄົມມິດຕະພາບ ລາວ-ຫວຽດນາມແລ້ວ, ກຸ່ມ “ການທູດແບບຕົ້ນໄມ້ໄຜ່” ໄດ້ສະແດງໃຫ້ເຫັນມາດຖານວ່າ ອັນໃດເປັນຫຼັກການ ແມ່ນບໍ່ສາມາດປ່ຽນແປງໄດ້, ສ່ວນອັນໃດທີ່ເປັນຍຸດທະສາດ ແມ່ນສາມາດປ່ຽນແປງໄດ້ຢ່າງມີໄຫວພິບ. ຫຼັກການຢູ່ທີ່ນີ້ ອາດຈະເຂົ້າໃຈໄດ້ຄື ຮາກໄມ້ໄຜ່, ບໍ່ວ່າຈະເປັນແນວໃດກໍ່ຕາມ ແຕ່ຍັງໝັ້ນຄົງຢູ່ກັບທີ່ສະເໝີ, ລຳຕົ້ນແຂງແຮງ ແລະ ອອ່ນໂຍນ, ສ່ວນປາຍ ແລະ ກິ່ງໃບໄມ້ໄຜ່ ແມ່ນຄືກັນກັບຍຸດທະສາດ, ສາມາດຢືດຢຸ່ນໄດ້ ແລະ ປ່ຽນແປງໄດ້ຢ່າງມີໄຫວພິບ.

ທ່ານ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ໃນໄລຍະທີ່ຕົນເຮັດວຽກຢູ່ຫ້ອງວ່າການລັດຖະບານ; ເປັນລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ກະຊວງເຕັກໂນໂລຊີ ແລະ ສື່ສານ ໃນປະຈຸບັນ, ທ່ານໄດ້ພ້ອມດ້ວຍຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຫຼາຍຄັ້ງ ແລະ ມີໂອກາດໄດ້ພົບປະກັບ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ. ທ່ານ​ໄດ້ຈື່ຄໍາເວົ້າຂອງ ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ວ່າ : ຢາກ​​ພັດທະນາ, ສິ່ງສຳຄັນແມນ່ຕ້ອງຊອກໄດ້​ທິດ​ທາງຍຸດ​ທະ​ສາດທີ່​ຖືກຕ້ອງ, ເມື່ອ​ມີ​ຍຸດ​ທະ​ສາດ​ທີ່​ຖືກຕ້ອງແລ້ວ ຕ້ອງຄັດ​ເລືອກເອົາຜູ້​ທີ່​ເໝາະ​ສົມ​ເພື່ອ​ຜັນຂະຫຍາຍຍຸດ​ທະ​ສາດ​ນັ້ນ. ທ່ານປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ກໍ່ມີຄວາມປະທັບໃຈຫຼາຍຕໍ່ຮູບແບບນະໂຍບາຍການຕ່າງປະເທດຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເຊິ່ງຕາມແບບທີ່ທ່ານເວົ້າ ແມ່ນມີຄວາມຄ່ອງແຄ້ວ, ມີໄຫວພິບ ແຕ່ກໍ່ມີຄວາມເດັດດ່ຽວ ແລະ ເປັນຫຼັກການທີ່ສຸດ.

ຕາມທ່ານ ບໍວຽງຄໍາ ແລ້ວ, ສິ່ງໜຶ່ງທີ່ໄດ້ຮັບຮູ້ໄດ້ຈາກການພົບປະເປັນຫຼາຍຄັ້ງນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງການພົວພັນຮ່ວມມື ລາວ-ຫວຽດນາມ; ພາມໃດກໍ່ສົນໃຈເຖິວປະເທດລາວ ແລະ ຢາກໃຫ້ປະເທດລາວພັດທະນາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຮຸ່ນໜຸ່ມ, ຍາມ​ໃດ​ກໍ່​ຕັກ​ເຕືອນ ​ຕ້ອງສຶກສາໃຫ້ຄົນ​ຮຸ່ນໜຸ່ມ ກ່ຽວກັບສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ, ສືບ​ຕໍ່​ຮັກສາ ​ແລະ ເພີ່ມພູນຄູນ​ສ້າງສາຍພົວພັນນີ້ໃຫ້ຍືນຍົງຄົງຕົວຊົ່ວກາລະນານ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.