ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.
ການເຝົ້າລະວັງຮອດ 5 ໂມງແລງ ຂອງວັນທີ 14 ທັນວາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 678 ຄົນ, ໃນນັ້ນມີ 148 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ, 272 ຕົວຢ່າງ ຈາກແຮງງານລາວມາແຕ່ໄທ, 138 ຕົວຢ່າງ ຈາກແຮງງານຈີນ, 117 ຕົວຢ່າງ ຈາກແຮງງານ ຫວຽດນາມ ແລະ ນຳເອົາ 03 ຕົວຢ່າງ ຈາກຜູ້ຕິດເຊື້ອ ເບີ 35, 37 ແລະ 39 ມາກວດຄືນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 14 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 85.742 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ.
ປະທານໄກສອນ ພົມວິຫານ ແມ່ນເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ, ແມ່ນສະຫາຍເພື່ອນຮ່ວມກົມກອງທີ່ສະໜິດຕິດພັນກັບພັກກອມມູນິດຫວຽດນາມ, ເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ, ແຕກດອກອອກຜົນຢ່າງສຸດຈິດສຸດໃຈ.
ຍສໝ - ດ້ວຍຜົນກວດຫາເຊື້ອເປັນລົບຄັ້ງທີ 2, ນັກຮຽນລາວ 239 ຄົນ ໄດ້ສຳເລັດເວລາແຍກຕົວຢູ່ຫໍພັກ Mitraco ຢ່າງສຳເລັດ (ຫໍພັກ ກິ່ແອງ, ຮ່າຕິງ).
ຍສໝ - ການແຂ່ງຂັນໄດ້ຈັດຕັ້ງເພື່ອແນໃສ່ເພີ່ມທະວີນ້ຳໃຈຄວາມສາມັກຄີໃນປະຊາຄົມ, ຍົກສູງສຸຂະພາບ, ສ້າງສະຖານທີ່ແຂ່ງຂັນກິລາ, ອອກກຳລັງກາຍທີ່ມີປະໂຫຍດ ແລະ ມີຄວາມໝາຍຕໍ່ບັນດານັກກິລາທີ່ມີອາຍຸແຕ່ 30 ປີຂຶ້ນເມືອ.
ຍສໝ - ທ່ານ ຫງວຽນດັງຮຸ່ງ, ກົງສູນໃຫຍ່ຫວຽດນາມ ປະຈຳຫຼວງພະບາງໃຫ້ຮູ້ວ່າ ເພື່ອຮ່ວມເດີນທາງ, ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ໄດ້ດຳເນີນທຸລະກິດຢູ່ພາກເໜືອລາວ, ສະຖານກົງສູນຫວຽດນາມ ຈັດກອງປະຊຸມນີ້ດ້ວນຄວາມຫວັງຮັບຟັງຄຳເຫັນຂອງບັນດາຜູ້ແທນວິສາຫະກິດກ່ຽວກັບບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດເຊິ່ງວິສາຫະກິດພວມປະເຊີນໜ້າ.
ຍສໝ - ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳລາວກໍ່ໄດ້ຈັດຕັ້ງຄະນະຜູ້ແທນໄດ້ວາງພວງມາລາ ລະນຶກເຖິງປະທານ ໄກສອນພົມວິຫານ, ເພືອນຜູ້ຍິງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນບໍລິວັນຫໍພິພິທະພັນໄກສອນຢູ່ນະຄອນຫຼວງວຽງຈັນ.
ຍສໝ - ປັດຈຸບັນ, ສຳນັກຂ່າວ ສານຫວຽດນາມ ໄດ້ພົວພັນຮ່ວມມື ຫລາຍກວ່າ 40 ສຳນັກຂ່າວສານ ແລະ ອົງການ ສື່ມວນຊົນສາກົນ ໃນພາກພື້ນ ແລະ ໂລກ, ແຕ່ການພົວພັນ ຮ່ວມມືກັບ ສຳນັກຂ່າວສານປະເທດລາວ ເປັນການພົວພັນ ຮ່ວມມືຢ່າງເລິກເຊິ່ງ ດ້ວຍຄວາມຮັກຊື່ສັດບໍລິສຸດ.
ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ
ທ່ານນາງ ຈິ້ງທິເຕິມ, ອັກຄະລັດຖະທູດຫວຽດາມ ປະຈຳລາວ, ໄດ້ຂຽນຄວາມໃນໃຈໃສ່ປຶ້ມອະນຸສອນສະແດງຄວາມເປັນກຽດເມື່ອໄດ້ມາຖະຫວາຍດອກໄມ້ຢູ່ໜ້າຮູບປັ້ນຂອງຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ເພື່ອນຜູ້ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ໂດຍປະຕິບັດຕາມຍຸດທະສາດ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ທີ່ຖືເອົາການທ່ອງທ່ຽວ ເປັນຕົວຂັບເຄື່ອນໃຫ້ ເສດຖະກິດ ຂອງຊາດເຕີບໂຕ, ວຽກງານທ່ອງທ່ຽວ ໄດ້ຮັບການສົ່ງເສີມ ແລະ ພັດພັດທະນາ ທາງດ້ານໂຄງລ່າງພື້ນຖານ, ແຫລ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ຮ້ານອາຫານ, ຜະລິດຕະພັນການທ່ອງທ່ຽວໃໝ່ ແລະ ການບໍລິການ ໂດຍໄດ້ຮັບທຶນ ຈາກລັດຖະບານ, ເງິນກູ້ຢືມ ແລະ ຊ່ວຍ ເຫລືອລ້າຈາກ ທະນາຄານ ພັດທະນາອາຊີ ໄລຍະ 1 ແລະ 2 ເພື່ອພັດທະນາໂຄ່ງລ່າງພື້ນຖານ ເພື່ອຮັບໃຊ້ການທ່ອງທ່ຽວ, ການຊ່ວຍເຫລືອລ້າ ຈາກປະເທດ ນິວຊິແລນ ແລະ ຄູ່ຮ່ວມພັດທະນາ ອີກຈໍານວນໜຶ່ງ.
ໃນວັນທີ 11 ທັນວາ 2020 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.
ໃນວັນທີ 11 ທັນວາ 2020 ກະຊວງສາທາລະນະສຸກ ຢືນຢັນວ່າ: ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຕົວເລກສະສົມຂອງ ຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກ ແມ່ນສູງກວ່າ 70 ລ້ານກວ່າຄົນແລ້ວ, ຍອດຜູ້ເສຍຊີວິດສູງກວ່າ 1,5 ລ້ານກວ່າຄົນ ແລະ ຍັງສືບຕໍ່ມີການຕິດເຊື້ອໃໝ່ ແລະ ເສຍຊີວິດເພີ່ມຂຶ້ນ ໃນແຕ່ລະວັນ, ສະພາບດັ່ງກ່າວ ສົ່ງຜົນກະທົບອັນໃຫຍ່ຫລວງ ທັງທາງກົງ ແລະ ທາງອ້ອມ ຕໍ່ທາງດ້ານເສດຖະກິດ ແລະ ການດຳລົງຊີວິດ ປະຈຳວັນຂອງປວງຊົນ ໃນທົ່ວໂລກ.
ຍສໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.
ໃນວັນທີ 9 ທັນວາ 2020 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ, ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແຂວງຈຳປາສັກ.
ໃນວັນທີ 09 ທັນວາ 2020 ທີ່ທ່າເຮືອກອງຮ້ອຍທະຫານຊາຍແດນ 122, ໄດ້ຈັດຕັ້ງພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະ ນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ໃນອາທິດຜ່ານມາ, ປະເທດລາວ ໄດ້ມີການທົດລອງສົ່ງກະແສໄຟຟ້າຈາກໂຄງການໄຟຟ້າແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ.
ໃນມື້ດຽວ ຄືວັນທີ 9 ທັນວາ 2020 ສປປ ລາວ ກວດພົບຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມໃໝ່ ຈໍານວນ 18 ກໍລະນີ ແລະນັບແຕ່ວັນທີ 1 ມັງກອນ- 9 ທັນວາ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 8.183 ຄົນ ໃນ 18 ແຂວງ.
ການເຝົ້າລະວັງພະຍາດ ໂຄວິດ-19 ຢູ່ ສປປ ລາວ ມາຮອດ 5 ໂມງແລງຂອງ ວັນທີ 9 ທັນວາ 2020 ມີຜູ້ເດີນທາງເຂົ້າມາປະເທດ ຜ່ານດ່ານຕ່າງໆ ທັງໝົດ 2.591 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.683 ຄົນ, ຜ່ານດ່ານລາວ-ຈີນ 29 ຄົນ, ຜ່ານດ່ານ ລາວ-ຫວຽດນາມ 710 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ ມີ 169 ຄົນ. ທຸກຄົນແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈຳກັດບໍລິເວນ ຈໍານວນ 2.420 ຄົນຢູ່ 40 ສູນທົ່ວປະເທດ, ໂດຍທັງໝົດໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ຍສໝ - ຜູ້ນຳກຳປູເຈຍ, ລາວ ແລະ ມຽນມາ ໄດ້ສະແດງຄວາມຂອບໃຈປະເທດຫວຽດນາມ ທີ່ໄດ້ໃຫ້ທຶນການສຶກສາປະຈຳປີ ໃຫ້ແກ່ນັກສຶກສາຈາກ 3 ປະເທດ ແລະ ປາດຖະໜາວ່າ ຫວຽດນາມຈະສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ທຶນການສຶກສານີ້ ໃນຊຸມປີຕໍ່ໜ້າ.