ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່

ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່

ຍ​ສ​ໝ - ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.

ລາວ: ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ລາວ: ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ຄ​ະ​ນະ​ເລ​ຂາ​ສູນ​ກາງ​ເຮັດ​ວຽກ​ກັບ​ສະ​ຖາ​ນູດ ລາວ ປະ​ຈຳ​ຫວຽດ​ນາມ ກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ຊາວ​ໜຸ່ມ

ຄ​ະ​ນະ​ເລ​ຂາ​ສູນ​ກາງ​ເຮັດ​ວຽກ​ກັບ​ສະ​ຖາ​ນູດ ລາວ ປະ​ຈຳ​ຫວຽດ​ນາມ ກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ຊາວ​ໜຸ່ມ

ຍ​ສ​ໝ - ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ງອກ​ເລືອງ ເລ​ຂາ​ສູນ​ກາງ​ຄະ​ນະ​ໃຫ້​ຮູ້​ວ່າ: ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ຊີ້​ນຳ​ຈາກການ​ນຳ​ສອງ​ພັກ, ສອງ​ລັດ, ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ຮ່ວມ​ມື, ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ ແລະ ຄະ​ນະ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກໍ່​ຄື​ຊາວ​ໜຸ່ມເຍົາ​ວະ​ຊົນ​ອາ​ຍຸ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ມີ​ປະ​ສິດ​ທິ​ຜົນ, ເຂົ້າ​ສູ່​ລວງ​​ເລິກ

ຄົນທີ່ເຂົ້າເມືອງໃນລາວແບບຜິດກົດໝາຍ ຈະຖືກປັບໃໝຢ່າງໜັກ

ຄົນທີ່ເຂົ້າເມືອງໃນລາວແບບຜິດກົດໝາຍ ຈະຖືກປັບໃໝຢ່າງໜັກ

ຍສໝ - ລັດຖະບານ ສປປ.ລາວ ຫາກໍ່ອອກດຳລັດໃໝ່ ທີ່ຂື້ນລະດັບປັບໃໝເງິນ ພ້ອມດ້ວຍການຈັດການກັບຮູບແບບອື່ນໆຕາມກົດໝາຍ ສຳລັບຄົນທີ່ເຂົ້າເມືອງໃນລາວແບບຜິດກົດໝາຍ.

ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ

ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ

ຍສໝ - ປະຈຸບັນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດດັ່ງກ່າວໄດ້ນໍາກັບມາເທດສະບານໂພນສະຫວັນ, ແຂວງຊຽງຂວາງ.

ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ໃນວັນທີ 5 ມີນາ 2021, ຢູ່ຫ້ອງວ່າການສະພາແຫ່ງຊາດ (ຫລັກ6) ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການ ອະນຸກໍາມະການ ເລຂານຸການ, ໂຄສົກຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ໄດ້ຖະແຫລງ ກ່ຽວກັບຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ຢ່າງເປັນທາງການ ວ່າ: ວັນທີ 21 ກຸມພາ 2021 ການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ດໍາເນີນເປັນເອກະພາບ ນັບແຕ່ເວລາ 7:00-17:00 ໂມງຂອງວັນດຽວກັນຈຶ່ງໄດ້ອັດລົງ ຢ່າງເປັນເອກະພາບຢູ່ ໃນ 18 ແຂວງ ແລະ ນະຄອນຫລວງ.

ບໍ່ມີຄົນຕິດເຊື້ອໄຂ້ຍຸງລາຍເພີ່ມ ປະຊາຊົນຕ້ອງໝັ້ນທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ

ບໍ່ມີຄົນຕິດເຊື້ອໄຂ້ຍຸງລາຍເພີ່ມ ປະຊາຊົນຕ້ອງໝັ້ນທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ

ສຳລັບໄຂ້ຍຸງລາຍປະຊາຊົນລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 5ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງ ທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມ ສ່ຽງຕໍ່ການຕິດເຊື້ອ  ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19  ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.

ລາວ: ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ລາວ: ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ມາຮອດວັນທີ 3 ມີນາ 2021, ທົ່ວໂລກມີລາຍງານການລະບາດພະຍາດດັ່ງກ່າວຫລາຍກວ່າ 115 ລ້ານຄົນ. ໃນນີ້ເສຍຊິວິດແລ້ວຫລາຍກວ່າ 2,5 ລ້ານຄົນ. ສໍາລັບການເຝົ້າລະວັງພະຍາດດັ່ງກ່າວ, ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງ ຂອງວັນທີ 2 ມີນາ 2021, ເຫັນວ່າທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີ 3.054 ຄົນ

ກອງປະຊຸມແຈ້ງຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມແຈ້ງຜົນສໍາເລັດກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ

ຍສໝ - ທີ່ກອງປະຊຸມ, ທ່ານ ຮ່ວາງບິນກວນ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງເລື່ອງ ພັກປະຊາຊົນປະຕິວັດລາວ ໄດ້ລາຍງານກ່ຽວກັບໝາກຜົນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພັກກອມມູນິດຫວຽດນາມ ເຊິ່ງສະແດງໃຫ້ເຫັນວ່າ ພັກປະຊາຊົນປະຕິວັດລາວ ຖືການພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດຫວຽດນາມ ແລະ ລາວ ເປັນສຳຄັນ.

ທ່ານ ​ເຈືອງວີ້ງຈ້ອງ ​ເປັນ​ເພື່ອນ​ສະໜິດສະໜົມທີ່​​ໃກ້​ຊິດ​ຂອງ​ພັກ, ລັດ ​ແລະປະຊາຊົນ​ລາວ

ທ່ານ ​ເຈືອງວີ້ງຈ້ອງ ​ເປັນ​ເພື່ອນ​ສະໜິດສະໜົມທີ່​​ໃກ້​ຊິດ​ຂອງ​ພັກ, ລັດ ​ແລະປະຊາຊົນ​ລາວ

ພາຍຫຼັງເຈັບໜັກມາເປັນໄລຍະໜຶ່ງ, ເຖິງວ່າພັກ, ລັດ ແລະ ຖັນແຖວສາດສະດາຈານ, ແພດໝໍ ພ້ອມດ້ວຍຄອບຄົວໄດ້ປິ່ນປົວ ແລະ ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອຍເພຍ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງວີ້ງຈ້ອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ ປີ 2021 ຢູ່ເຮືອນພັກສ່ວນຕົວ ຢູ່ບ້ານເລືອງທ້ວນ, ຕາແສງ ເລືອງເກື໊ອຍ, ເມືອງ ຢົ່ງຈົມ, ແຂວງ ເບັ້ນແຈ, ລວມອາຍຸ 79 ປີ.

ສະມາຄົມມິດຕະພາບລາວ - ຫວຽດນາມ ສົ່ງສານອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ 2021

ສະມາຄົມມິດຕະພາບລາວ - ຫວຽດນາມ ສົ່ງສານອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ 2021

ຍສໝ - ໃນສານອວຍພອນປີໃໝ່ຂອງສະມາຄົມມິດຕະພາບລາວ - ຫວຽດນາມ, ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ທ່ານ ຄຳໄບ ດຳລັດ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳ ພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ ໃນຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ…

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 19 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ມີ 1.815 ຄົນ, ດ່ານ ລາວ-ຈີນ 24 ຄົນ ແລະ ດ່ານ ລາວ-ຫວຽດນາມ 164 ຄົນ. ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງມາກວດກ່ອນນຳສົ່ງໄປສະ ຖານທີ່ຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.853 ຄົນຢູ່ໃນ 35 ສູນທົ່ວປະເທດ.

ລາວ: 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ສຳເລັດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX

ລາວ: 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ສຳເລັດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX

ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດໃນຄັ້ງນີ້, ໄດ້ດໍາເນີນໄປຢ່າງເປັນ ຂະບວນຟົດຟື້ນ, ມີຜູ້ມີສິດເລືອກຕັ້ງ ທີ່ມາລົງທະບຽນລວມທັງໝົດ 13.404 ຄົນ, ຍິງ 5.493 ຄົນ, ເຊິ່ງລວມມີບັນດານັກການທູດ, ພະນັກງານສະຖານ ເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າຖາວອນ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວແລະ ພົນລະເມືອງລາວ ທີ່ອາໄສຢູ່ ປະເທດຕ່າງໆ.

ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​

ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​

ຜູ້ມີສິດປ່ອນບັດເລືອກຕັ້ງ ທົ່ວປະເທດມີທັງໝົດ 4.279.243 ຄົນ, ຍິງ 2.128.167 ຄົນ, ມີໜ່ວຍປ່ອນບັດທັງໝົດ 7.217 ໜ່ວຍ. ໃນນີ້ ມີ 40 ໜ່ວຍເລືອກຕັ້ງ ທີ່ປະຈໍາຢູ່ຕ່າງປະເທດ, ມີພົນລະເມືອງລາວອາ​​ໄສ​ ຢູ່​ຕ່າງປະ​ເທດ ມີສິດປ່ອນບັດເລືອກຕັ້ງ ຈຳນວນ 13.404 ຄົນ, ຍິງ 5.493 ຄົນ.

ບໍລິສັດເບຍ ລາວ ມອບ 100 ລ້ານກີບ ຊ່ວຍແຂວງອັດຕະປື ປ້ອງກັນພະຍາດ ໂຄວິດ-19

ບໍລິສັດເບຍ ລາວ ມອບ 100 ລ້ານກີບ ຊ່ວຍແຂວງອັດຕະປື ປ້ອງກັນພະຍາດ ໂຄວິດ-19

ທ່ານ ສູນທອນ ພົມມະຈັກ ໄດ້ມີຄໍາເຫັນວ່າ: ການມອບທຶນຊ່ວຍເຫລືອໃຫ້ແຂວງອັດຕະປື ຄັ້ງນີ້ແມ່ນເພື່ອເປັນການປະກອບສ່ວນໃຫ້ແຂວງ ໄດ້ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ວຽກງານອື່ນໆທີ່ເຫັນວ່າເໝາະສົມ ແນໃສ່ຮັກສາສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງອັດຕະປື ໃຫ້ດີຂຶ້ນ.

ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ

ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ

ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.625 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ອົງການຈັດຕັ້ງສາມຝ່າຍ ຮ່ວມຊຸກຍູ້ສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ລາວ

ອົງການຈັດຕັ້ງສາມຝ່າຍ ຮ່ວມຊຸກຍູ້ສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ລາວ

ທ່ານ ຄຳແພງ ໄຊສົແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຕໍ່ຜົນສຳເລັດໃນແຕ່ລະກິດຈະກຳຂອງໂຄງການດັ່ງກ່າວ ໄດ້ເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ປະເທດພວກເຮົາເປັນທີ່ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຫລາຍຂຶ້ນ ຈາກທຸກພາກສ່ວນຂອງສັງຄົມ.

ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ ກັບການກ້າວເຂົ້າສູ່ ປີທີ 8 ຂອງສະມາຊິກ WTO

ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ ກັບການກ້າວເຂົ້າສູ່ ປີທີ 8 ຂອງສະມາຊິກ WTO

ເມື່ອທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເພື່ອສະເຫລີມສະຫລອງຄົບຮອບ 8 ປີ ທີ່ ສປປ ລາວ ໄດ້ເປັນສະມາຊິກ ຂອງອົງການ ການຄ້າໂລກ (WTO) ແລະ ປຶກສາຫາລືວາງແຜນຍຸດທະສາດ ທີ່ຕິດພັນກັບການຄ້າໂລກທີ່ ສປປ ລາວ ເປັນພາຄີກັບສາກົນ ເຊັ່ນ: ສັນຍາ ASEAN Agreement on E-Commerce ແລະ ກະກຽມເຂົ້າຮ່ວມເປັນພາຄີຂອງ ສັນຍາວ່າດ້ວຍ ເຕັກໂນໂລຊີ ຂໍ້ມູນຂ່າວສານ (Information Technology Agreement: ITA) ພາຍໃນປີນີ້ ເພື່ອໃຫ້ມີການເປີດກວ້າງດ້ານການຄ້າຍິ່ງຂຶ້ນ ທີ່ມີພັນທະ ແລະ ເປັນພັນທະມິດນໍາ.