ນັກສຶກສາ, ນັກຄົ້ນຄວ້າສື່ມວນຊົນລາວ ຢ້ຽມຢາມ, ຄົ້ນຄວ້າຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຄະນະພະນັກງານ, ຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ໄດ້ມາຢ້ຽມຢາມ, ທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຄະນະພະນັກງານ, ຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ໄດ້ມາຢ້ຽມຢາມ, ທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ.
ຍສໝ - ໃນວິວັດການຮໍ່າຮຽນຢູ່ໂຮງຮຽນ, ນັກສຶກສາລາວ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດຈາກໂຮງຮຽນກ່ຽວກັບການຮ່ໍາຮຽນ...
ໃນວາລະດຳເນີນ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດສປປ.ລາວ ຊຸດທີ IX ວັນທີ 25 ມີນາ 2021 ນີ້, ຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ໄດ້ສະເໜີແຜນການສ້າງ ແລະ ປັບປຸງກົດໝາຍ ໃນ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ມີທັງໝົດ 96 ສະບັບ, ໃນນັ້ນ, ກົດໝາຍສ້າງໃໝ່ 38 ສະບັບ ແລະ ກົດໝາຍປັບປຸງ 58 ສະບັບ.
ແມ່ຍິງໃນ 8 ທິມມາຈາກບັນດາສະໂມສອນໄທບ້ານດຽວກັນຢູ່ຮ່າໂນ້ຍ, ແງະອານ, ແທງຮວາ, ກວາງນາງ, ດ່ານັ້ງ, ປາກເຊ…ໄດ້ເຂົົ້າຮ່ວມງານແຂ່ງຂັນຈັດດອກໄມ້ສິລະປະ, ແຂ່ງຂັນແຕ່ງເຍື່ອງອາຫານຕ່າງໆ ທີ່ເປັນເອກະລັກສະເພາະຂອງບັນດາເຂດພາກ.
ຍສໝ - ກອງປະຊຸມໄດ້ເຫັນດີ ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025), ມີທັງໝົດ 96 ສະບັບ, ໃນນັ້ນ, ມີກົດໝາຍສ້າງໃໝ່ 38 ສະ ບັບ ແລະ ກົດໝາຍປັບປຸງ 58 ສະບັບ.
ຍສໝ - ກອງປະຊຸມສໍາມະນາວິທະຍາສາດຈະສຸມໃສ່ໄຈ້ແຍກ, ເຮັດແຈ້ງສະພາບການ, ຂັ້ນຕອນການກະກຽມຜັນຂະຫຍາຍ, ກໍາລັງເຂົ້າຮ່ວມ, ບັນດາປັດໄຈປະກອບສ່ວນສ້າງເປັນໄຊຊະນະຂອງບັ້ນຮົບ, ຜົນກະທົບຂອງໄຊຊະນະທາງເລກ 9-ພາກໃຕ້ຂອງລາວ ຕໍ່ກິດຈະການສ້າງສາ, ປົກປັກຮັກສາປະເທດຊາດ ແລະຄວາມສາມັກຄີສາກົນໃນປະຈຸບັນ.
ການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອຟື້ນຟູຫລັງໄພ ພິບັດນໍ້າຖ້ວມ ໃນປີ 2018, 2019 ແລະ 2020 ໄດ້ສະແດງໃຫ້ເຫັນວ່າ, ຄວາມຕ້ອງການແຫລ່ງຊັບພະຍາກອນ ເພື່ອການຟື້ນຟູຫລັງໄພພິບັດ ນໍ້າຖ້ວມໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວນັ້ນ ແມ່ນມີຫລາຍ ລວມ 3 ປີທັງໝົດມີມູນຄ່າ ປະມານ 5,774.2 ຕື້ກີບ, ປີທີ່ມີຄວາມຕ້ອງການຫລາຍກວ່າໝູ່ ແມ່ນຈາກເຫດການໄພພິບັດ ນໍ້າຖ້ວມໃນປີ 2018 ມີມູນຄ່າ ຄວາມຕ້ອງການເຖິງ 4,423 ຕື້ກີບ.
ຍສໝ - ຜ່ານໂຄງການແຮກສ່ຽວ, ເສັ້ນຊາຍແດນລະຫວ່າງສອງແຂວງ, ສອງປະເທດ ໄດ້ຮັບການປົກປັກຮັກສານັບມື້ນັບດີຂຶ້ນ ແລະ ກາຍເປັນເສັ້ນຊາຍແດນແຫ່ງນ້ຳໃຈ, ເຂດຊາຍແດນມິດຕະພາບ ແລະ ໄດ້ຮັກສາ ແລະ ເພີ່ມພຸນຄຸນສ້າງ ບົນພື້ນຖານເຄົາລົບ, ເຂົ້າໃຈ, ຊ່ວຍເຫຼືອເຊິ່ງກັນແລະກັນ.
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ໄດ້ມີພີທີມອບ-ຮັບ ປື້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ ໂດຍມີ 5 ເຫລັ້ມ ຄື: ກະວີເພື່ອເຈົ້າ, 36 ກົນລະຍຸດ, ຮູ້ຮອບຈີນ, ສຳນວນໂຕງໂຕຍສຸພາສິດລາວ-ຈີນ ຈີນ-ລາວ ແລະ ຄຳສຳຄັນເພື່ອເຂົ້າໃຈປະເທດຈີນ ລວມຈຳນວນທັງໝົດ 79 ຫົວ, ໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາ ກົນແຫ່ງປະເທດຈີນ CRI ປະຈຳລາວ, ມີບັນດາຫົວໜ້າບັນນາທິການ ຈາກສຳນັກຂ່າວ ຕ່າງໆເຂົ້າຮ່ວມ.
ໄລ່ຮອດປະຈຸບັນທົ່ວປະເທດລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.872 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ຍສໝ - ວັນທີ 25 ມີນາ, ຢູ່ລາວກາຍ, ຄະນະປະຕິບັດງານຂອງ ຄະນະພັກສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໂດຍທ່ານ ຫງວຽນວັນຢວາງ ກຳມະການຄະນະພັກ, ຮອງປະທານ VUFO ເປັນຫົວໜ້າຄະນະມີການເຮັດວຽກກັບແຂວງ ລາວກາຍ ກ່ຽວກັບວຽກງານການທູດປະຊາຊົນໃນບໍລິເວນແຂວງ.
ໃນກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 25 ມີນາ 2021 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍ ຫລັງສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໄດ້ປະກອບຄຳຄິດຄຳເຫັນ ຢ່າງຄົບຖ້ວນສົມບູນ ໃສ່ບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ແລ້ວສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະສັນກັນ ລົງຄະແນນສຽງຮັບຮອງເອົາ ສອງບົດລາຍງານ ດັ່ງກ່າວ, ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ຮອດວັນທີ 24 ມີນາ 2021 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມຂຶ້ນໃໝ່, ຕົວເລກຜູ້ຕິດເຊື້ອສະສົມຍັງຢູ່ 49 ຄົນ, ປິ່ນປົວຫາຍດີ 45 ຄົນ, ຍັງສືບຕໍ່ປິ່ນປົວ ຢູ່ໂຮງໝໍ 4 ຄົນ, ໃນນັ້ນ 3 ຄົນຕິດຕາມປິ່ນປົວ ຢູ່ ນະຄອນຫລວງວຽງຈັນ ແລະ ອີກ 1 ຄົນ ຕິດຕາມປິ່ນປົວ ຢູ່ແຂວງສະຫວັນນະເຂດ, ທັງໝົດແມ່ນບໍ່ມີອາການໄຂ້, ມີສຸຂະພາບແຂງແຮງດີ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ຊຸດທີ VIII ໄລຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງ ວ່າການສຳນັກງານ ນາຍົກລັດຖະມົນຕີ ປັບປຸງຮ່າງບົດລາຍງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ເປັນຕົ້ນ ວຽກງານພົ້ນເດ່ນໃນການ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການບໍລິຫານລັດ ຕິດພັນກັບການແບ່ງ ຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງ ຂໍ້ຄົງຄ້າງຈຳນວນໜຶ່ງ ເພື່ອເປັນຂໍ້ມູນໃຫ້ລັດຖະບານ ຊຸດທີ IX ໃນການຈັດຕັ້ງປະຕິບັດວຽກງານຕໍ່ໄປ.
ຫວ່າງແລ້ວນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງ ປະເທດ ໄດ້ອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ (25/04/1961-25/04/2021) ແລະ ປີມິດຕະພາບ ລາວ-ຈີນ 2021.
ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານ ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ດຳເນີນກອງປະຊຸມສຳມະນາທາງອອນລາຍເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍກໍ່ຄືການຮ່ວມມື 3 ຝ່າຍ.
ຍສໝ - ຈຸດໃໝ່ໃນການຮັບສະໝັກນັກສຶກສາປີ 2021 ຂອງ ໂຮງຮຽນວິທະຍາໄລການຢາສູນກາງ - ຫ໋າຍເຢືອງແມ່ນຈະເປີດກ້ວາງໃຫ້ແກ່ນັກສຶກສາລາວ.
ສິ່ງສຳຄັນ ຕ້ອງສູ້ຊົນເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວໃນທົ່ວຂະແໜງຍຸຕິທຳມີຄວາມກົມກຽວ, ປອດໃສ, ໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນເຮັດລ້ອນໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ; ສືບຕໍ່ປົກປັກຮັກສາຄວາມສາມັກຄີເປັນເອກະພາບທີ່ມີມາແລ້ວນັ້ນ ພ້ອມກັນເຊີດຊູຄວາມຮັບ ຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.
ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດດັ່ງກ່າວ, ເປັນຕົ້ນ ໄດ້ວາງມາດຕະການປ້ອງກັນ ຢ່າງເຂັ້ມງວດໃນແຕ່ລະເດືອນ, ເຊິ່ງການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອ ແມ່ນມີຄວາມຈຳເປັນທີ່ສຸດ ໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດໃນລາວ. ສະນັ້ນ, ຈົ່ງພ້ອມກັນສືບຕໍ່ ປະຕິບັດໃຫ້ກາຍເປັນ ຄວາມເຄີຍຊີນ ກໍ່ຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫລີກລ້ຽງການເດີນທາງ ໄປຍັງເຂດທີ່ມີຄວາມສ່ຽງ ຫລື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ແລະ ອື່ນໆ.
ພິທີສະເຫລີມສະຫລອງ ວັນຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ (23 ມີນາ 1961-23 ມີນາ 2021 ) ໄດ້ຈັດຂຶ້ນໃນເຊົ້າ ວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ, ມີລັດຖະມົນຕີ, ອະດິດລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ.