ຜົນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ

11:00 | 25/03/2021

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ວຽກ​ງານ​ຂອງ​ລັດ​ຖະ​ບານ ຊຸດ​ທີ VIII ໄລ​ຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງ ວ່າ​ການ​ສຳ​ນັກ​ງານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປັບປຸງຮ່າງ​ບົດ​ລາຍ​ງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ເປັນ​ຕົ້ນ​ ວຽກ​ງານ​ພົ້ນ​ເດ່ນ​ໃນ​ການ​ ແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ, ການ​ບໍ​ລິ​ຫານ​ລັດ ຕິດ​ພັນ​ກັບ​ການ​ແບ່ງ​ ຂັ້ນ​ຄຸ້ມ​ຄອງ​ລະ​ຫວ່າງ​ສູນ​ກາງ ແລະ ທ້ອງ​ຖິ່ນ, ລວມ​ທັງ ​ຂໍ້​ຄົງ​ຄ້າງຈຳ​ນວນ​ໜຶ່ງ ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ລັດ​ຖະ​ບານ ຊຸດ​ທີ IX ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​​ຕໍ່​ໄປ.  

ຜ ນກອງປະຊ ມລ ດຖະບານ ຊ ດທ viii ທ າຍສະໄໝ ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ
ຜ ນກອງປະຊ ມລ ດຖະບານ ຊ ດທ viii ທ າຍສະໄໝ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ
ຜ ນກອງປະຊ ມລ ດຖະບານ ຊ ດທ viii ທ າຍສະໄໝ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

ກອງປະຊຸມລັດຖະບານ​ ຊຸດ​ທີ VIII ທ້າຍ​ສະ​ໄໝ ໄດ້ຈັດຂຶ້ນໃນ ວັນທີ 25 ກຸມພາ 2021 ທີ່ສຳນັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີ ທ່ານ ພັນ​ຄຳ ວິ​ພາ​ວັນ ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະ ມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ ຄື:

1. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2025) ທີ່​ສະ​ເໜີ​ໂດຍ ​ທ່ານ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ, ຊຶ່ງ​ແຜນ​ງົບປະມານ​ດັ່ງກ່າວ ​ແມ່ນ​ການຜັນ​ຂະຫຍາຍ​ ເນື້ອ​ໃນ​ຈິດ​ໃຈ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ​ແລະ ​ແຜນ​ພັດທະນາ ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ​ໂດຍ​ກຳນົດທິດ​ທາງ​ລວມ ຖື​ເອົາບັນຫາການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນ ເຂົ້າໃນການຈັດຕັັ້ງປະຕິບັດ ວາລະແຫ່ງຊາດ ຕາມພາລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບເສດຖະ ກິດ-ການເງິນ ທີ່ມີຄວາມສ່ຽງສູງ ໃຫ້ສາມາດກ້າວເຂົ້າສູ່ ສະພາບປົກກະຕິ. ຜ່ານ​ການ​ປຶກ​ສ​າ​ຫາ​ລື, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມ ການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດ​ແຈ້ງ​ຕື່ມ ກ່ຽວ​ກັບ​ວິທີ​ການ ​ແລະ ມາດ​ຕະການ ​ໃນ​ການ​ອັດຊ່ອງ​ວ່າງ​ການ​ຮົ່ວ​ໄຫລ ຂອງ​ງົບປະມານ, ມາດ​ຕະການ​ປະຢັດ​ມັດທະຍັດ, ການ​ປະຕິບັດ​ວິ​ໄນ ​ແຜນການ-ການ​ເງິນ, ການ​ກຳນົດຈຸດ​ສຸມ ​ການ​ນຳໃຊ້​ງົບປະມານ​ລົງທຶນຂອງ​ລັດ, ການສ້າງ​ຖານ​ລາຍ​ຮັບ​ໃໝ່ ​ແລະ ອື່ນໆ, ລວມທັງຕົວເລກ ຄາດໝາຍຕ່າງໆ ໃຫ້ແທດເໝາະກັບ ສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງ,ຫລັງ​ຈາກ​ນັ້ນ ສົ່ງ​ໃຫ້​ບັນ​ດາທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ພິ​ຈາ​ລະ​ນາ ​ເປັນ​ຄັ້ງ​ສຸດ​ທ້າຍ ກ່ອນ​ຈະ​ນຳ​ໄປສະ​ເໜີ​ ຕໍ່​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ເພື່ອພິຈາລະນາຮັບຮອງ.

2. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການ​ປັບປຸງ​ຮ່າງ​ດຳລັດ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ ບັນຊີ​ກິດຈະການ​ຄວບ​ຄຸມ ​ແລະ ກິດຈະການ​ສຳ​ປະທານ ທີ່​ສະ​ເໜີ​ໂດຍ​ ທ່ານ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ແຜນ ການ ​ແລະ ການ​ລົງທຶນ. ຜ່ານ​ການ​ປຶກ​ສາ​ຫາ​ລື, ກອງປະຊຸມ ​ເຫັນ​ດີ​ດ້ານ​ຫລັກການຮັບ​ຮອງ​ ຮ່າງ​ດຳ​ລັດ​ສະ​ບັບ​ປັບ​ປຸງດັ່ງ​ກ່າວ ​ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມ ການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການ​ແບ່ງ​ຄວາມ​ຮັບຜິດຊອບ ລະຫວ່າງສູນ​ການ ແລະ ທ້ອງ​ຖິ່ນ, ກົນ​ໄກ​ການ​ພິ​ຈາ​ລະ​ນາ ອະ​ນຸ​ມັດກິດ​ຈະ​ການ​ສຳ​ປະ​ທານ, ການ​ອຳນວຍ​ຄວາມ​ສະດວກ​ດ້ານ​ຕ່າງໆ ​ໃນ​ການ​ຄຸ້ມ​ຄອງ​ການ ​ດຳ​ເນີນ​ກິດຈະການສຳ​ປະທານ, ລວມທັງການ​ກຳນົດບັນຊີ​ກິດ ຈະການຄວບ​ຄຸມ ແລະ ກິດ​ຈະ​ກຳສຳ​ປະທານ ​ໃຫ້​ມີ​ຄວາມ​​ເໝາະ​ສົມ, ລະອຽດ​ຈະ​ແຈ້ງ ​ແລະ ຄົບ​ຖ້ວນ ກວ່າ​ເກົ່າ.

3. ​ ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງ​ດຳລັດ ວ່າ​ດ້ວຍ​ເຂດ​ສະຫງວນ​ແຮ່​ທາດ ທີ່​ສະ​ເໜີ​ໂດຍ​ ທ່ານ​ຮອງ​ລັດຖະມົນຕີ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ແນ​ໃສ່​ຮັບປະ​ກັນ​ຄວາມ​ສົມ​ດຸນ​ ລະ​ຫວ່າງ ການ​ສະ​ຫງວນ ແລະ ​ການ​ນຳ​ໃຊ້, ປະ​ກອບ​ສ່ວນ​ເຂົ້າ​ໃນ ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ແຫ່ງຊາດ ຕາມ​ທິດ​ສີ​ຂຽວ, ຍືນ​ຍົງ ແລະ ເປັນ​ເຈົ້າ​ການ. ຜ່ານ​ການປຶກ​ສ​າ​ຫ​າ​ລື, ກອງ​ປະຊຸມ​ ເຫັນ​ດີ​ດ້ານ​ຫລັກການ​ ຮັບ​ຮອງ​​ເອົາຮ່າງ​ດຳ​ລັດດັ່​ງ​ກ່າວ ​ແລະ ຊີ້​ນຳ​ໃຫ້​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ສົມ​ທົບ​ກັບຂະ​ແໜງ​ການທີ່​ກ່ຽວຂ້ອງ ປັບປຸງເນື້ອ​ໃນ​ຮ່າງ​ດຳ​ລັດ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍ​ສະ​ເພາະ ການ​ເສີມ​ຂ​ະ​ຫຍາຍບົດຮຽນ ທີ່​ຖອດ​ຖອນ​ໄດ້ຈາກ ​ການ​ຄຸ້ມ​ຄອງ​ແຮ່​ທາດ ​ ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ກຳນົດ ​ແລະ ປັບປຸງ​ຮ່າງ​ດຳລັດ​ສະບັບ​ນີ້ ​ໃຫ້​ມີ​ຄວາມ​ສົມບູນ​ຍິ່ງ​ຂຶ້ນ ເປັນຕົ້ນ ການ​ກຳນົດ​ຈຳ ນວນ​ເຂດ ​ແລະ ​ເນື້ອ​ທີ່ໃຫ້​ຊັດ​ເຈນ, ​ການ​ແຍກ​ເຂດ ທີ່​ມີ​ອົງ​ປະກອບ ​ແລະ ​ເງື່ອນ​ໄຂ​ແຕກ​ຕ່າງ​ກັນ; ບ່ອນ​ອີງ​ທາງ​ດ້ານ​ກົດໝາຍ ​ໃນ​ການກຳນົດ​ລະບຽບ​ການ ​ແລະ ມາດ​ຕະການ ​ໃນ​ການ​ຄຸ້ມ​ຄອງ​ໃຫ້ລະອຽດ ​ແລະ ​ແທດ​ຕົວ​ຈິງ​ກັບ​ແຕ່ລະ​ເຂດ.

4. ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ວຽກ​ງານ​ຂອງ​ລັດ​ຖະ​ບານ ຊຸດ​ທີ VIII ໄລ​ຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງ ວ່າ​ການ​ສຳ​ນັກ​ງານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປັບປຸງຮ່າງ​ບົດ​ລາຍ​ງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ເປັນ​ຕົ້ນ​ ວຽກ​ງານ​ພົ້ນ​ເດ່ນ​ໃນ​ການ​ ແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ, ການ​ບໍ​ລິ​ຫານ​ລັດ ຕິດ​ພັນ​ກັບ​ການ​ແບ່ງ​ ຂັ້ນ​ຄຸ້ມ​ຄອງ​ລະ​ຫວ່າງ​ສູນ​ກາງ ແລະ ທ້ອງ​ຖິ່ນ, ລວມ​ທັງ ​ຂໍ້​ຄົງ​ຄ້າງຈຳ​ນວນ​ໜຶ່ງ ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ລັດ​ຖະ​ບານ ຊຸດ​ທີ IX ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​​ຕໍ່​ໄປ.

ສໍາລັບວຽກຈຸດສຸມ ປະຈໍາເດືອນມີ​ນາ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງ​ຖິ່ນກ່ຽວ ຂ້ອງ ສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍ ສິ່ງທີ່ບໍ່ດີເຫລົ່ານັ້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບ ການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວ ໂຄສະນາໂຈມຕີ ບິດເບືອນແນວ ທາງ ແລະ ນະໂຍບາຍຂອງພັກ ແລະ ລັດ.

ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈເລິກເຊິ່ງ ກ່ຽວກັບ​ຄວາມ​ສ່ຽງ ​ແລະ ທ່າ​ອ່ຽງຜົນ​ກະທົບທາງດ້ານ ການເມືອງ,​ ເສດຖະກິດ ແລະ ສັງຄົມ ຕໍ່​ປະ​ເທດ​ເຮົາ ສືບຕໍ່ສ້າງສະພາບແວດລ້ອມ ອັນເອື້ອອໍານວຍໃຫ້ແກ່ ການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການ ສະໜັບສະໜູນ, ການຊ່ວຍເຫລືອ, ການຮ່ວມມືໃຫ້ແກ່ ການສ້າງສາ ພັດທະນາປະເທດເຮົາ. ພ້ອມກັນນີ້, ກໍ່ໃຫ້ສືບຕໍ່ກະກຽມຮອບດ້ານ ແຜນການເຄື່ອນໄຫວ ຕ່າງ​ປະ​ເທດຂອງການນໍາພັກ-ລັດ ໃນປີ 2021 ໃຫ້ມີເນື້ອໃນ ແລະ ບັນຍາກາດທີ່ດີ.

ທຸກຂະແໜງການ ແລະ ທ້ອງຖິ່ນ ​ໃຫ້ສືບຕໍ່ຕິດຕາມ ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆ ຢ່າງຄົບຊຸດ, ໂດຍສະເພາະ ແມ່ນເລັ່ງພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝ ໃນການເກັບລາຍຮັບ ແລະ ຮີບຮ້ອນ ສືບຕໍ່ປັບປຸງບັນດາ ລັດວິສາຫະກິດໃຫ້ສໍາເລັດໂດຍໄວ.

ສືບຕໍ່​ປຸກລະດົມຂົນຂວາຍ ການລົງທຶນດ້ວຍຫລາຍຮູບການ, ປັບປຸງແກ້ໄຂບັນຫາ ສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບ ການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການ ສ້າງຖານລາຍຮັບເພີ່ມຂຶ້ນ ພ້ອມທັງຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2021 ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ນໍາໃຊ້ທຸກທ່າແຮງ ບົ່ມຊ້ອນທີ່ມີ.

ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບ ດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້; ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ, ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນ ຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ຂະຫຍາຍຕົວ.

ສືບຕໍ່ເອົາໃຈໃສ່ຕິດຕາມ ຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍ ໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະ ໜາດກາງ (SMEs); ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆ ໃຫ້ເຄື່ອນໄຫວປົກກະຕິ, ຖືກ​ກົດ​ໝາຍ, ມີ​ປະ​ສິດ​ທິ​ຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫລາຍຂຶ້ນ ເພື່ອທົດແທນ ການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດໃຫ້ເຂັ້ມແຂງ.

ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫລາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເຮັດແນວໃດບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບ ຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີ ຄວາມສ່ຽງໃນການຕິດເຊື້ອ ພະຍາດໂຄວິດ-19 ຢ່າງເດັດຂາດ.

ໃຫ້ຄະນະສະເພາະກິດເພື່ອປ້ອງ​ກັນ​, ຄວບ​ຄຸມ, ສະກັດກັ້ນ ແລະ ແກ້​ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເພີ່ມທະວີການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນການ​ແຜ່​ເຊື້ອ ແລະ ຕິດ​ເຊື້ອພະຍາດໂຄວິດ-19 ກໍຄືພະຍາດຕາມລະດູການຕ່າງໆ ແລະ ລາຍງານໃຫ້ຂັ້ນເທິງຮັບ ຊາບຢ່າງເປັນປົກກະຕິ ແລະ ທັນເວລາ.

ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານ ທັງກະກຽມຮັບມື ໃຫ້ທັນສະພາບການ ພ້ອມທັງຕິດຕາມ ເຝົ້າລະວັງ ແລະ ກະກຽມຄວາມພ້ອມ ໃນດ້ານຕ່າງໆ ເພື່ອຕ້ານແລ້ງ-ຕ້ານຖ້ວມ.

ໃຫ້ບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ປະຕິບັດ ຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ຢ່າງເອົາຈິງເອົາຈັງ ໃນສະພາບ ທີ່ລັດຖະບານມີ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຊຶ່ງຈະເອົາການແກ້ໄຂວິກິດເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ສືບຕໍ່ກະກຽມເນື້ອໃນ ເອກະສານທີ່ລັດຖະບານ ຈະໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລຶກ ທີ່ຈະມາເຖິງ ໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ກອງປະຊຸມ ພິຈາລະນາ ຮັບຮອງໄດ້, ບັນດາສະມາຊິກລັດຖະບານ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

ໃນ​ຕອນ​ທ້າຍ, ກອງ​ປະ​ຊຸມ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ ພະ​ນັກ​ງານ, ລັດ​ຖະ​ກອນ, ກຳ​ມະ​ກອນ, ທະ​ຫານ, ຕຳ​ຫລວດ, ນັກ​ຮຽນ, ນັກ​ສຶກ​ສາ, ປະ​ຊາ​ຊົນ​ລາວບັນ​ດາ​ເຜົ່າ, ຊັ້ນ​ຄົນ, ສາ​ສະ​ໜາດ ຄົນ​ຕ່າງ​ດ້າວ ແລະ ຜູ້​ບໍ່​ມີ​ສັນ​ຊາດ​ທີ່​ດຳ​ລົງ​ຊີ​ວິດ​ຢູ່ ສ​ປ​ປ​ ລາວ ກໍ່​ຄື​ພີ່​ນ້ອງ​ເຊື້ອ​ຊາດ​ລາວ ຢູ່​ຕ່າງ​ປະ​ເທດ ທີ່​ໄດ້​ສະ​ໜັບ​ສະ​ໜູນ, ເປັນ​ກຳ​ລັງ​ແຮງ​ໃຫ້​ລັດ​ຖະ​ບານ​ ຊຸດ​ທີ VIII ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານຕະ​ຫລອດ 5 ປີ ຜ່ານ​ມາ. ພ້ອມ​ກັນ​ນີ້, ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນ​ດາ​ປະ​ເທດ ເພື່ອນ​ມິດ, ປະ​ເທດ​ອາ​ຊຽນ, ບັນ​ດາ​ປະ​ເທດ​ໃນ​ໂລກ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນຕ່າງໆ ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ, ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຊຸດ​ທີ VIII ຕະ​ຫລອດ​ມາ.

ຜ ນກອງປະຊ ມລ ດຖະບານ ຊ ດທ viii ທ າຍສະໄໝ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສປປ.ລາວ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ຕຸລາ ທີ່ຫ້ອງປະຊຸມສະພາແຫ່ງຊາດນະຄອນຫລວງວຽງຈ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ ຄື: ພິຈາລະນາຮັບຮອງບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນເງິນຕາ ປະຈໍາ ປີ 2020 ແລະ ແຜນການປີ 2021...

ຜ ນກອງປະຊ ມລ ດຖະບານ ຊ ດທ viii ທ າຍສະໄໝ ລາວ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆ ຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນໃນວັນທີ 27 ຕຸລາ ຫາ 17 ພະຈິກ 2020.

ຜ ນກອງປະຊ ມລ ດຖະບານ ຊ ດທ viii ທ າຍສະໄໝ ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.