ສະພາແຫ່ງຊາດ ຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບ ແລະ ກວດກາ ແຫ່ງລັດ

17:23 | 25/03/2021

​ໃນ​ກອງ​ປະຊຸມ​ ຄັ້ງ​ປະຖົມມະ​ລຶກຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ​ໃນ​ວັນ​ທີ 25 ມີນາ 2021 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່​ງຊາດ ພາຍ ຫລັງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ຄົບ​ຖ້ວນສົມບູນ ​ໃສ່​​ບົດ​ລາຍ​ງານ ​ການຈັດ​ຕັ້ງ​ປະຕິບັດ​​ແຜນການ​ ເຄື່ອນ​ໄຫວ​ວຽກ​ງານ 5 ປີ (2016-2020) ​ແລະ ທິດ​ທາງ​ແຜນການ ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ (2021-2025) ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ອົງການ​ກວດກາ​ແຫ່ງ​ລັດ ​ແລ້ວສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ ສອງ​ບົດ​ລາຍ​ງານ ດັ່ງກ່າວ, ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ເປັນ​ສ່ວນ​ຫລາຍ.

ສະພາແຫ ງຊາດ ຮ ບຮອງເອ າການເຄ ອນໄຫວວຽກງານ ຂອງອ ງການກວດສອບ ແລະ ກວດກາ ແຫ ງລ ດ ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA)
ສະພາແຫ ງຊາດ ຮ ບຮອງເອ າການເຄ ອນໄຫວວຽກງານ ຂອງອ ງການກວດສອບ ແລະ ກວດກາ ແຫ ງລ ດ ກວດກາ, ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19
ສະພາແຫ ງຊາດ ຮ ບຮອງເອ າການເຄ ອນໄຫວວຽກງານ ຂອງອ ງການກວດສອບ ແລະ ກວດກາ ແຫ ງລ ດ
ສະພາແຫ່ງຊາດ ຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບ ແລະ ກວດກາ ແຫ່ງລັດ

ກອງ​ປະຊຸມ​ໄດ້​ເຫັນ​ດີ ​ເປັນ​ເອກະ​ພາບ ຮັບຮອງ​​ເອົາ​ບົດ​ລະ​ຫລຸບ ​ຜົນ​ການຈັດ​ຕັ້ງປະຕິບັດ ​ການ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ ຜ່ານ​ມາ ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ທີ່​ສະ​ເໜີ​ໂດຍ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ, ​ເຊິ່ງນັບ​ແຕ່​ ປີ 2016-2020 ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ເຄື່ອນ​ໄຫວ ​ແລະ ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ ໜ້າ​ທີ່​ຂອງ​ຕົນຕາມ​ ກົດໝາຍ​ວ່າ​ດ້ວຍ​ການກວດ​ສອບ​ ແຫ່ງ​ລັດ​ກຳນົດ ​ໂດຍ​ມີ​ຜົນສຳ​ເລັດ​ຫລາຍ​ດ້ານ​ທີ່​ພົ້ນ​ເດັ່ນ ​ເປັນ​ຕົ້ນ​ແມ່ນ ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບ ຈຳນວນ 557 ເປົ້າໝາຍ, ແຜນກວດສອບ 590 ເປົ້າໝາຍ, ສະເພາະປີ 2020 ແຜນກວດສອບຈຳນວນ 136 ເປົ້າໝາຍ ແລະ ສາມາດປະຕິບັດໄດ້ 136 ເປົ້າໝາຍ. ຄຽງ​ຄູ່ກັນ​ນັ້ນ, ກອງ​ປະຊຸມເຫັນ​ວ່າ ຍັງ​ມີຂໍ້ຄົງຄ້າງ​ບາງ​ດ້ານ ທີ່​ຈະ​ຕ້ອງ​ໄດ້​ສື​ບຕໍ່​ແກ້​ໄຂ​ ​ເປັນ​ຕົ້ນ ການ​ຜັນ​ຂະຫຍາ​ຍບາງ ​ມາດຕາ​ຂອງ​ກົດໝາຍ​ ວ່າ​ດ້ວຍ​ການກວດ​ສອບ​ແຫ່ງ​ລັດ ​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍຍັງ​ຊັກ​ຊ້າ ​ແລະ ​ແກ່ຍາວ, ການ​ປະຕິບັດ​ມາ​ດຕາ 19 ຂອງກົດໝາຍ​ວ່າ​ດ້ວຍ​ການກວດ​ສອບ​ແຫ່ງ​ລັດ​ ກ່ຽວກັບ​ການ​ແກ້​ໄຂການລະ​ເມີດ ຍັງ​ບໍ່​ທັນ​ເດັດຂາດ ​ແລະ ມີ​ຜົນ​ສັກສິດ​ເທົ່າ​ທີ​ຄວນ, ການກວດ​ສອບຍັງ​ບໍ່​ທັນ​ ມີ​ການ​ວິ​ເຄາະ, ວິ​ໄຈ ​ໃຫ້​ເຫັນ​ລາຍ​ລະອຽດ ​ຂອງ​ການລະ​ເມີດຢ່າງ​ຈະ​ແຈ້ງ ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ​ໃຫ້​ຖືກ​ຈຸດ ​ແລະ ທັນ​ເວລາ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ ເພື່ອ​ເຊື່ອມ​ຕໍ່​ລະບົບ​ຂໍ້​ມູນ ຍັງ​ບໍ່​ທັນ​ເປັນ​ລະບົບ ​ແລະ ອື່ນໆ​.

ສ່ວນ​ການ​ເຄື່ອນ​ໄຫວ ຂອງ​ອົງ​ການກວດກາ​ແຫ່ງ​ລັດ ສະພາ​ແຫ່ງ​ຊາດ ກໍ​ໄດ້​ເຫັນ​ດີຕາມ​ການ​ລາຍ​ງານຂອງ​ທ່ານ ທ່ານ ຄຳ​ພັນ ພົມ​ມະ​ທັດ ປະທານ​ອົງການ​ກວດກາ​ແຫ່ງ​ລັດ, ​ເຊິ່ງ​ໃນ​ໄລຍະ 5 ປີ ຜ່ານມາ ອົງການ​ກວດ​ກາ​ແຫ່ງ​ລັດ ​ໄດ້​ມີ​ຜົນສຳ​ເລັດໃນ​ຫລາຍດ້ານ, ​ເປັນ​ຕົ້ນ, ໄດ້ກວດກາ 4.129 ເປົ້າໝາຍ, ໄດ້ເກັບກໍາ ແລະ ໄລ່ລຽງມູນຄ່າ ການລົງທຶນຂອງລັດ ຈໍານວນ 4.601 ໂຄງການ ໃນນີ້ ກວດກາສໍາເລັດ 692 ໂຄງການ, ກວດເຫັນຜົນເສຍຫາຍ 5.689,12 ຕື້ກວ່າກີບ, 31,77 ລ້ານໂດລາສະຫະລັດ ​ແລະ 38,89 ລ້ານບາດ. ພ້ອມ​ນັ້ນ, ຍັງ​ໄດ້ກວດກາການຈັດຕັ້ງ ປະຕິບັດຄໍາສັ່ງເລກທີ 15/ນຍ ພົບເຫັນຜູ້ລະເມີດກົດໝາຍ 1.119 ຄົນ, ໄດ້ຮັັບຄໍາຮ້ອງຄໍາສະເໜີ 4.817 ສະບັບ, ແກ້ໄຂ 1.524 ສະບັບ, ຊຶ່ງເປັນການປະກອບສ່ວນສຳຄັນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດ ໝາຍ ເຮັດໃຫ້ບັນດາປະກົດການ ຫຍໍ້ທໍ້ໃນກົງຈັກລັດ ໄດ້ຮັບການແກ້ໄຂໃຫ້ຫລຸດ ໜ້ອຍຖອຍລົງເທື່ອລະກ້າວ.

ສະພາແຫ ງຊາດ ຮ ບຮອງເອ າການເຄ ອນໄຫວວຽກງານ ຂອງອ ງການກວດສອບ ແລະ ກວດກາ ແຫ ງລ ດ

ຄຽງຄູ່ກັນນັ້ນ, ສະພາແຫ່ງຊາດ ເຫັນວ່າຍັງມີບາງບັນຫາ ທີ່ອົງການ​ກວດກາ​ແຫ່ງ​ລັດ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ: ການຜັນຂະຫຍາຍ ແຜນຍຸດທະສາດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຍັງຊັກຊ້າ, ການສຶກສາອົບຮົມ ຜົນຮ້າຍຂອງການສໍ້ລາດບັງຫລວງ ຕໍ່ເປົ້າໝາຍຕ່າງໆໃນທົ່ວສັງຄົມ ຍັງບໍ່ເລິກເຊິ່ງ, ບັນດາປະກົດການ ສວຍໃຊ້ໜ້າທີ່ຕໍາແໜ່ງສໍ້ລາດບັງຫລວງ ດ້ວຍຫລາຍຮູບການ ແລະ ຫລາຍລະດັບແຕກຕ່າງກັນຍັງແຜ່ຫລາຍ, ສັງຄົມທັກທ້ວງຕິຕຽນຫລາຍແຕ່ການກວດກາ ແລະ ສະກັດກັ້ນຍັງເຮັດໄດ້ໜ້ອຍ, ມີຫລາຍກໍລະນີກວດເຫັນ ແຕ່ບໍ່ໄດ້ຮັບການແກ້ໄຂຈິງຈັງ, ການກວດກາຕາມຜົນການກວດສອບ ໂດຍສະເພາະແມ່ນການກວດກາຂົງເຂດການລົງທຶນ, ການຄຸ້ມຄອງງົບປະມານ, ການເກັບລາຍຮັບ, ການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງເຮັດໄດ້ໜ້ອຍ, ມີບາງເປົ້າໝາຍກວດພົບເຫັນຄວາມເສຍຫາຍຫລາຍ ແຕ່ການເກັບກູ້ເງິນຄືນໃຫ້ລັດໄດ້ໜ້ອຍ ​ແລະ ອື່ນໆ.

ສະພາແຫ ງຊາດ ຮ ບຮອງເອ າການເຄ ອນໄຫວວຽກງານ ຂອງອ ງການກວດສອບ ແລະ ກວດກາ ແຫ ງລ ດ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີຣົບ ເພີ່ມເຕີມຂໍ້ມູນຂ່າວສານ ແລະ ການສົນທະນາ

ຍສໝ - ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນກຳມະທິການການຄ້າສາກົນ, ລັດຖະສະພາ ເອີລົບໂດຍທ່ານ Bernd Lange, ປະທານກຳມະທິການເປັນຫົວໜ້າຄະນະເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ສະພາແຫ ງຊາດ ຮ ບຮອງເອ າການເຄ ອນໄຫວວຽກງານ ຂອງອ ງການກວດສອບ ແລະ ກວດກາ ແຫ ງລ ດ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ຮ່ວມມືດ້ານ ກວດກາ - ກວດສອບລັດ

ຍສໝ - ຕອນເຊົ້າ ວັນທີ 20 ສິງຫາ 2019 ນີ້, ຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບແຂວງ ສາລະວັນ (ສປປ ລາວ) ນຳໂດຍ ທ່ານ ຄຳຂັນ ຈັນສະໝອນ ຫົວໜ້າ ຄະນະກຳມະການກວດກາ ພັກແຂວງສາລະວັນ ໄດ້ມີການພົບປະກັບຄະນະກຳມະການກວດກາພັກແຂວງ, ອົງການກວດສອບລັດແຂວງກວ້າງຈິ. ...

ສະພາແຫ ງຊາດ ຮ ບຮອງເອ າການເຄ ອນໄຫວວຽກງານ ຂອງອ ງການກວດສອບ ແລະ ກວດກາ ແຫ ງລ ດ ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ

ໃນວັນທີ 14 ມິຖຸນາ 2019, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ພິຈາລະນາ ແລະ ຮັບຮອງ ຮ່າງກົດໝາຍ ວ່າດ້ວຍ ການຕອບໂຕ້ ການທຸ່ມຕະ ຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ ສະບັບສ້າງໃໝ່, ເຊິ່ງສະເໜີໂດຍ ທ່ານ ນາງ ເຂັມມະນີ ...

kpl.gov.la

ເຫດການ
302 Found

Found

The document has moved here.