ຍສໝ - ເຂົ້າຮ່ວມພິທີ ມີການຮອງສາດສະດາຈານ ປ.ອ ເວືອງດຶກຮ່ວາງກວນ - ປະທານ HUFO, ທ່ານນາງ ເຈິ່ນແຄງເວິນ ຮອງປະທານ HUFO, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພ້ອມກັບນັກສຶກສາ 20 ຄົນ ທີ່ເປັນຜູ້ຕາງໜ້າໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍ 240 ຄົນທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ.
ກ່າວຄຳເຫັນທີ່ພິທີສະແດງຄວາມຮູ້ບຸນຄຸນ, ທ່ານ ພົນຈັດຕະວາ ຮ່ວາງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳລາວໃຫ້ຮູ້ວ່າ: ວັນທີ 22 ມີນາ 1961, ຕາມຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ, ກຸ່ມນັກຊ່ຽວຊານທຳອິດ ຂອງ ຫວຽດນາມ ໄດ້ສົ່ງໄປຍັງເມືອງວຽງໄຊ, ແຂວງຫົວພັນ ເພື່ອໜູນຊ່ວຍຄະນະຕຳຫຼວດສູນກາງ, ແມ່ນ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຸບັນ.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 16 ມີນາ 2021 ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ, ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍ ພະເຖ ຣາ-ນຸເຖຣະ ແລະ ຜູ້ແທນສົມບູນ ຈຳນວນ 161 ທ່ານ, ໃນນີ້ມີີແຂກຮັບເຊີນ 48 ທ່ານ, ຜູ້ແທນສົມບູນທັງໝົດ 113 ທ່ານ, ຍິງ 15 ທ່ານ, ພະສົງ 3 ອົງ, ມາຈາກ 7 ຊົນເຜົ່າ, ເປັນຕົວແທນໃຫ້ແກ່ 13 ຊົນເຜົ່າ ໃນທົ່ວແຂວງ ເຂົ້າຮ່ວມ.
ຫວ່າງແລ້ວນີ້, ທີ່ທໍານຽບປະທານາທິບໍດີ ນະຄອນຫລວງ ໄຄໂຣ, ສາທາລະນະລັດ ອາຣັບ ເອຢິບ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອັບເດວ ຟາຕາ ອານ-ສິສິ (Abdel Fattah Al-Sisi), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ, ເພື່ອດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ປະຈໍາ ສາທາລະນະລັດ ອາຣັບ ເອຢິບ, ໂດຍມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວເດນລີ, ປະເທດອິນເດຍ.
ໃນວັນທີ 15 ມີນາແມ່ນໄດ້ເກັບຕົວຢ່າງກໍລະນີສົງໄສໄປກວດອີກເກືອບ 500 ຄົນ ແຕ່ບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມ ສ່ວນຜູ້ເຈັບປ່ວຍຍັງສືບຕໍ່ປິ່ນປົວຢູ່ໂຮງໝໍຈຳນວນ 4 ກໍລະນີ ເຖິງແນວໃດກໍຕາມ ຄະນະສະເພາະກິດ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຄົນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອໃໝ່ເພີ່ມຂຶ້ນພາຍໃນປະເທດຂອງເຮົາ.
ເມື່ອອາທິດຜ່ານມາ, ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນສັນຍາ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ສັນຍາ 1, ກິໂລແມັດ 71 ຫາກິໂລແມັດ 111 ແຂວງບໍລິຄໍາໄຊ ລະຫວ່າງ ກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດທັງລ່ອງຈ່ອຍ ສະໂຕກ ກໍໂປເຣຊັນ ແລະ ບໍລິສັດສຸພາພອນກໍ່ສ້າງ ສຳຫລວດອອກແບບ ແລະ ຂົວທາງຈຳກັດຜູ້ດຽວ ຮ່ວມລົງນາມລະຫວ່າງ ທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທ່ານ ສຸກສະໝອນ ບານຸວົງ ຫົວໜ້າບໍລິສັດ ສຸພາພອນ ກໍ່ສ້າງ, ສຳຫລວດ-ອອກແບບ ແລະ ຂົວທາງ ຈຳກັດຜູ້ດຽວ, ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມາຮອດປັດຈຸບັນ ສະເພາະການກໍ່ສ້າງ ຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມ ແມ່ນມີຄວາມພ້ອມ ໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນ ທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ສປປ. ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ສປປ.ລາວ ມາຢ້ຽມຢາມສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່. ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.
ສອງຝ່າຍໄດ້ເປັນ ເອກະພາບຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ມິດຕະພາບທີ່ປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
ສອງຝ່າຍກໍ່ສືບຕໍ່ສາມັກຄີກັນ, ສະໜິດຕິດພັນ, ໜູນຊ່ວຍ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວພົວພັນຮ່ວມມືຂອງຊາວໜຸ່ມຫຼາຍຝ່າຍໃນພາກພື້ນ ແລະ ໂລກ, ເປັນຕົ້ນແມ່ນກົນໄກຮ່ວມມືຊາວໜຸ່ມ ອາຊຽນ.
ຫວ່າງແລ້ວນີ້, ຢູ່ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມສະ ຫລຸບປະຈຳປີ 2020 ແລະ ທິດທາງແຜນການປີ 2021, ໂດຍການເປັນປະທານຂອງ ທ່ານ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະ ເທດ, ມີບັນດາຄະນະພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ພະນັກງານ-ລັດຖະກອນ ປະ ຈຳຫ້ອງວ່າການປະທານປະເທດເຂົ້າຮ່ວມ.
ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ລາວ ແລະຜູ້ຕາງໜ້າບັນດາອົງການຂອງຫວຽດນາມ ຄຽງຂ້າງສະຖານທູດ ໄປສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ, ອວຍພອນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ຄົບຮອບ 66 ປີ (22-3-1955 / 22-3-2021).
ຍສໝ - ທາງເລກ 9 - ພາກໃຕ້ລາວ ຍັງແມ່ນບັ້ນຮົບທີ່ມີລັກສະນະຫັນປ່ຽນສະຖານະການ, ແມ່ນໜຶ່ງໃນບັນດາບັ້ນຮົບໃຫຍ່ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ສະແດງໃຫ້ເຫັນສະຕິປັນຍາ, ເຈດຈໍານົງອົງອາດກ້າແກ່ນ, ນໍ້າໃຈຮັກຊາດ, ນໍ້າໃຈພິລະອາດຫານ, ຍອມເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ.
ໃນວັນທີ 19 ມີນາ 2021 ທີ່ ແຂວງຫລວງພະບາງ, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການຮ່ວມມືພາກພື້ນ ແລະ ສາກົນ” ພາຍໃຕ້ການສະໜັບສະໜູນ ຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ສິລິພອນ ສຸ ພັນທອງ ຮອງເຈົ້າແຂວງຫລວງພະບາງ, ໂດຍມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງ ແຂວງຫລວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ ແລະ ແຂວງອຸດົມໄຊ.
ໃນວັນທີ 19 ມີນາ 2021 ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມສະພາ ວັດທະນະທຳອາຊີ (Asian Cultural Council ຫລື ACC) ຄັ້ງທີ 2, ເຊິ່ງຮ່ວມກັນຈັດຂຶ້ນໂດຍ ສະພາວັດ ທະນະທໍາອາຊີ ແລະ ອົງການພັກ ການເມືອງໃນອາຊີ (ICAPP ໄອແຄັບ).
ຫວ່າງແລ້ວນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີພະນັກງານຫລັກແຫລ່ງ, ຫົວໜ້າພະແນກ, ຮອງພະແນກ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.
ຕາມ ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາວແລ້ວ, ອຳນາດການປົກຄອງ ຕ້ອງເອົາໃຈໃສ່ ວຽກງານສ້າງຂະບວນການ ແລະ ເຮັດສຸຂະສຶກສາໃຫ້ຄວາມຮູ້ ແລະ ຂໍ້ມູນຂ່າວສານ ກ່ຽວກັບການຈຳກັດ ແລະ ຄວບຄຸມໜອນນໍ້າຍຸງລາຍ ໃຫ້ພໍ່ແມ່ປະຊາຊົນ ຮັບຮູ້ເຖິງຜົນຮ້າຍ ແລະ ວິທີປ້ອງກັນ ຈາກຍຸງລາຍ ເປັນພາຫະນຳເຊື້ອ ຖ້າພວກເຮົາ ສາມາດຄວບຄຸມ ໜອນນໍ້າຍຸງລາຍໄດ້ດີ ປະຊາຊົນບັນດາເຜົ່າ ກໍຈະບໍ່ມີ ຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ.
ຫວ່າງແລ້ວນີ້, ທີ່ ຄະນະພົວພັນ ຕ່າງປະເທດສູນກາງພັກ, ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລໍດອຍດຳບາ ກາລ໌ບັດຣັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ.
ໃນວັນທີ 19 ມີນາ 2021 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ ມາຮອດປັດຈຸບັນ ເຫັນວ່າສະພາບການລະບາດ ຂອງພະຍາດໂຄວິດ-19 ຂອງແຕ່ລະປະເທດ ໃນທົ່ວໂລກ ຄ່ອຍໆຫລຸດລົງເທື່ອລະໜ້ອຍ ເນື່ອງຈາກຫລາຍປະເທດ ມີມາດຕະການສັກວັກແຊງ ປ້ອງກັນພະ ຍາດ ໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງ ເຊິ່ງກໍເປັນວິທີໜຶ່ງ ທີ່ຈະສາມາດປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດດັ່ງກ່າວໄດ້ ແຕ່ອາດຈະໄດ້ໃຊ້ເວລາ ເພື່ອໃຫ້ການສັກວັກແຊງຄວບຄຸມ, ທົ່ວເຖິງ ແລະ ສາມາດຈຳກັດການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.
ຫວ່າງແລ້ວນິີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ເປັນມູນຄ່າປະມານ 1.8 ລ້ານໂດລາສະຫະລັດ ໃຫ້ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ (NGOs)ເພື່ອຈັດຕັ້ງປະຕິບັດ 5 ໂຄງການ ມີ: ໂຄງການເກັບກູ້ລະເບີດ ບໍ່ທັນແຕກທີ່ ແຂວງຊຽງຂວາງ, 2 ໂຄງການສຶກສາທີ່ ແຂວງສະຫວັນນະເຂດ ແລະ ວຽງຈັນ, ໂຄງການທັນຕະແພດ ທີ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ໂຄງການຝຶກອົບຮົມວິຊາຊີບ ທີ່ນະຄອນຫລວງວຽງຈັນ.