ສະພາບການເຂົ້າເມືອງ ຢູ່ດ່ານຊາຍແດນສາກົນ ສປປ.ລາວ

10:45 | 29/03/2021

ໃນວັນທີ 15 ມີນາແມ່ນໄດ້ເກັບຕົວຢ່າງກໍລະນີສົງໄສໄປກວດອີກເກືອບ 500 ຄົນ ແຕ່ບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມ ສ່ວນຜູ້ເຈັບປ່ວຍຍັງສືບຕໍ່ປິ່ນປົວຢູ່ໂຮງໝໍຈຳນວນ 4 ກໍລະນີ ເຖິງແນວໃດກໍຕາມ ຄະນະສະເພາະກິດ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຄົນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອໃໝ່ເພີ່ມຂຶ້ນພາຍໃນປະເທດຂອງເຮົາ.

ສະພາບການເຂ າເມ ອງ ຢ ດ ານຊາຍແດນສາກ ນ ສປປ ລາວ ຄົນທີ່ເຂົ້າເມືອງໃນລາວແບບຜິດກົດໝາຍ ຈະຖືກປັບໃໝຢ່າງໜັກ
ສະພາບການເຂ າເມ ອງ ຢ ດ ານຊາຍແດນສາກ ນ ສປປ ລາວ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ

ໃນວັນທີ 16 ມີນາ 2021 ທີ່ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວປະຈຳວັນຈາກຄະນະສະເພາະກິດ ໂດຍຕາງໜ້າຖະແຫຼງຂອງ ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ບາງຕອນກ່າວວ່າ: ໃນວັນທີ 15 ມີນາ 2021 ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 474 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 15 ມີນາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 123.323 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ.

ສະພາບການເຂ າເມ ອງ ຢ ດ ານຊາຍແດນສາກ ນ ສປປ ລາວ
ສະພາບການເຂົ້າເມືອງ ຢູ່ດ່ານຊາຍແດນສາກົນ ສປປ.ລາວ. (ພາບ: Laoedaily)

ໃນວັນດຽວກັນ ທົ່ວປະເທດແມ່ນມີຜູ້ເດີນທາງເຂົ້າມາທັງໝົດ 2.302 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.154 ຄົນ; ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 54 ຄົນ; ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1.094 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ພ້ອມໄດ້ເກັບຕົວຢ່າງທຸກໆ ຄົນມາກວດຊອກຫາຜູ້ຕິດເຊື້ອ ໂຄວິດ-19 ແລະ ໄດ້ສົ່ງໄປສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້.

ມາຮອດປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.678 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ຊອກຫາຜູ້ຕິດເຊື້ອ ໂຄວິດ-19.

ສຳລັບຜູ້ຕິດເຊື້ອພະຍາດ ໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ຈຳນວນ 4 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ) ເຊິ່ງທັງ 4 ຄົນ ທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍຈິດໃຈສົມບຸນ ແລະ ແຂງແຮງດີ.

ສະພາບການເຂ າເມ ອງ ຢ ດ ານຊາຍແດນສາກ ນ ສປປ ລາວ
15 ມີນາຄົນ ໜຶ່ງ ເດີນທາງເຂົ້າມາລາວ 2000 ກວ່າຄົນ, ໄດ້ຮັບເອົາຜູ້ມາກວດ 500 ຄົນ. (ພາບ: Laoedaily)

ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງບັນດາພໍ່ແມ່ພີ່ນ້ອງປະຊາຊົນລາວທົ່ວປະເທດ ຈົ່ງພ້ອມໃຈກັນ ສືບຕໍ່ປະຕິບັດມາດຕະການຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດເພື່ອໃຫ້ກາຍເປັນຄວາມເຄີຍຊີນ ກໍຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫຼີກລ້ຽງການເດີນທາງໄປຍັງເຂດທີ່ມີຄວາມສ່ຽງ ຫຼື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ເປັນຕົ້່ນ.

ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ທີ່ຈະມີການນຳພະຍາດໂຄວິດ-19 ເຂົ້າມາແຜ່ລະບາດໃນປະເທດເຮົາ, ຖ້າຫາກທ່ານພົບເຫັນຜູ້ລັກລອບເຂົ້າປະເທດ ຫຼື ຜູ້ທີ່ຖືກຈຳກັດບໍລິເວນ ລັກລອບອອກຈາກສະຖານທີ່ຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ນັ້ນ ຂໍຄວາມຮ່ວມມືນຳບັນດາທ່ານ ລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ຫຼື ອຳນາດການປົກຄອງທ້ອງຖິ່ນທັນທີ ເພື່ອນຳບຸກຄົນດ່ັງກ່າວກັບຄືນມາສືບຕໍ່ຈຳກັດບໍລິເວນໃຫ້ຄົບກຳນົດ 14 ວັນ ແລະ ເຝົ້າລະວັງຕິດຕາມອາການຂອງພວກກ່ຽວ ເພື່ອຮັບປະກັນ ບໍ່ໃຫ້ມີການແຜ່ເຊື້ອໄປສູ່ສັງຄົມ ແລະ ຄົນອ້ອມຂ້າງ.

ສະພາບການເຂ າເມ ອງ ຢ ດ ານຊາຍແດນສາກ ນ ສປປ ລາວ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ນຳໃຊ້ຂັ້ນຕອນການເຂົ້າເມືອງຢ່າງໃໝ່ ຕ່າມໄລຍະສັ້ນ ແລະ ບໍ່ຕ້ອງແຍກອອກຫ່າງເຕົ້າໂຮມ

ຍສໝ - ອີງຕາມຂໍ້ມູນຈາກກະຊວງການຕ່າງປະເທດຫວຽດນາມ, ຫວຽດນາມ ແລະ ຍີ່ປຸ່ນໄດ້ຕົກລົງເຫັນດີ ກ່ຽວກັບການນຳໃຊ້ຂັ້ນຕອນການເດີນທາງໄລຍະສັ້ນ (ເຊິ່ງເອີ້ນວ່າລະບຽບການເດີນທາງບູລິມະສິດລະຫວ່າງສອງປະເທດ), ທີ່ບໍ່ຕ້ອງປະຕິບັດການແຍກອອກຫ່າງເຕົ້າໂຮມ ນັບແຕ່ວັນທີ 1 ພະຈິກ 2020.

ສະພາບການເຂ າເມ ອງ ຢ ດ ານຊາຍແດນສາກ ນ ສປປ ລາວ ລ້າງເຊີນ: ການຄວບຄຸມຊາຍແດນຢ່າງເຂັ້ມງວດ, ສະກັດກັ້ນການເຂົ້າເມືອງຜິດກົດໝາຍ

ຍສໝ - ກອງບັນຊາການທະຫານປ້ອງກັນຊາຍແດນ ລ້າງເຊີນ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສົມທົບຢ່າງ ແໜ້ນແຟ້ນກັບ ກຳລັງປະຕິບັດໜ້າທີ່ໃນການລາດຕະເວນ, ຄວບຄຸມຊາຍແດນຢ່າງເຂັ້ມງວດ, ຕໍ່ສູ້ເພື່ອສະກັດກັ້ນການເຄື່ອນໄຫວ ເຂົ້າ - ອອກເມືອງຢ່າງຜິດກົດໝາຍ.

ສະພາບການເຂ າເມ ອງ ຢ ດ ານຊາຍແດນສາກ ນ ສປປ ລາວ ເຮັດລະບຽບການເຂົ້າເມືອງ ແລະຈັດຕັ້ງການແຍກປ່ຽວໃຫ້ນັກສຶກສາລາວ 936 ຄົນທີ່ຜ່ານດ່ານສາກົນນໍ້າກັ້ນ

ຍສໝ - ນີ້ແມ່ນບັນດານັກສຶກສາລາວພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຢູ່ຫວຽດນາມ ທີ່ໄດ້ກັບເມືອປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ມາຮອດປະຈຸບັນກັບຄືນມາໂຮງຮຽນ.

Laoedaily

ເຫດການ
302 Found

Found

The document has moved here.