ຍສໝ - ເພື່ອຮັບມືກັບສະພາບການໂລກລະບາດໂຄວິດ - 19, ໃນລະຫວ່າງວັນທີ 2 – 3 ພຶດສະພາ, ບັນດາພະນັກງານລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນດຳເນີນການເອົາຕົວຢ່າງໄປວິໄຈໃຫ້ແກ່ຊາວຫວຽດນາມ ປະທານ 200 ຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ເມືອງ ທາດຫຼວງ, ນາໄຊ ແລະ ເຂດມະຫາວິທະຍາໄລແຫ່ງຊາດ ລາວ, ໂດຍເປັນສະຖານທີ່ມີນັກສຶກສາຫວຽດນາມ ພວມຮ່ຳຮຽນ.
ຍສໝ - ໃນວັນທີ 16 ກໍລະກົດ, ທ່ານ ຫງວຽນວັນຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.
ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Helsinki, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມພະນັກງານ, ລັດຖະກອນສະຖານທູດ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແຟງລັງ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ການຖະແຫຼງຂ່າວກະຊວງການຕ່າງປະເທດ ຫວຽດນາມ ທາງໄກ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນທັດສະນະຕໍ່ບາງບັນຫາທີ່ພວມໄດ້ຮັບຄວາມສົນໃຈຈາກຫາງສຽງ, ໃນນັ້ນມີໂຄງການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ຂໍ້ມູນກ່ຽວກັບເລື່ອງສະຫະພັນຕັດຫຍິບ ແລະ ເກີບໜັງ ອາເມລິກາ ສົ່ງຈົດໝາຍໄປຍັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ…
ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ.
ຍສໝ - ທ່ານ ຮ່ວຽນກົງມີ ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ແບນຊິກ ໄດ້ມອບຜ້າອັດປາກ - ດັງ 1200 ອັນໃຫ້ແກ່ການນຳ ເມືອງ Ixelles ໂດຍເປັນບ່ອນສະຖານທູດ ຫວຽດນາມ ປະຈຳ ແບນຊິກຕັ້ງສຳນັກງານ ແລະ ແມ່ນບໍລິເວນທີ່ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພ້ອມກັບນັກສຶກສາພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຫຼາຍທີ່ສຸດ.
ຍສໝ - ກອງປະຊຸມເພື່ອແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມຂອງຫວຽດນາມໃນປີເປັນປະທານອາຊຽນ ແລະ ກະກຽມໃຫ້ແກ່ກອງປະຊຸມທາງອອນລາຍກຸ່ມເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM) ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຈະມາເຖິງ.
ຂະແໜງພົວພັນຕ່າງປະເທດ ຫວຽດນາມ ປີ 2021 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຈຶ່ງບັນລຸໄດ້ບັນດາຂີດໝາຍສຳຄັນ ແລະ ໝາກຜົນທີ່ພົ້ນເດັ່ນ. ໂດຍເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຜັນຂະຫຍາຍດ້ວຍຍຸດທະສາດໃໝ່, ບົນພື້ນຖານຈາກກຳລັງຄວາມສາມາດ, ທີ່ຕັ້ງບົດບາດໃໝ່ຂອງປະເທດຊາດ ແລະ ຈາກການປ່ຽນແປງຂອງສະພາບການສາກົນ.
ຍສໝ - ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ.
ຍສໝ - ວັນທີ 26 ມີນາ 2024, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກຳມາທິການເສດຖະກິດ ສະພາແຫ່ງຊາດ, ກະຊວງກໍ່ສ້າງ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງປະຊຸມໂຄສະນາ, ເຜີຍແຜ່ເນື້ອໃນທີ່ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່ ແລະ ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ກອງປະຊຸມ).
ຍສໝ - ປີນີ້ຍ້ອນໂລກລະບາດໂຄວິດ - 19 ແລະ ບັນດາຂໍ້ກຳນົດຢ່າງແໜ້ນແຟ້ນຂອງ ລັດຖະບານ ສິງກະໂປ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -1 ດັ່ງນັ້ນ ຈຳນວນຜູ້ເຂົ້າຮ່ວມ ແລະ ບັນດາການເຄື່ອນໄຫວໃນພິທີຖືກຈຳກັດ, ແຕ່ບັນຍາການເບີກບານມ່ວນຊື່ມ, ອົບອຸ່ນຂອງບຸນເຕັດ ປະຊາຄົມ ຢູ່ແຫ່ງນີ້ ບໍ່ຫຼຸດລົງ.
ວັນທີ 22 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ, ທ່ານ Nigel Adams ລັດຖະມົນຕີການຕ່າງປະເທດຮັບຜິດຊອບທະວີບ ອາຊີ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຮວ່າງລອງ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ.
ຍສໝ - ທ່ານ Chiba Akira ໃຫ້ຮູ້ວ່າ ເຂົ້າຮ່ວມກອງປະຊຸມ AMM 53, ຍີ່ປຸ່ນຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສ້າງສູນອາຊຽນກ່ຽວກັບບັນດາກໍລະນີການແພດປະຊາຄົມຮີບດ່ວນ ແລະ ໂລກລະບາດ, ໜູນຊ່ວຍເງິນ 1 ລ້ານ USD ໃຫ້ແກ່ກອງທຶນອາຊຽນ ຮັບມືກັບໂລກລະບາດ Covid – 19, ກໍ່ຄືຈະຜັນຂະຫຍາຍບັນດາໂຄງການໃຫ້ກູ້ຢືມ ແລະ ລົງທຶນ ຢ່າງເໝາະສົມໃຫ້ແກ່ອາຊຽນ.
ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ສຳນັກງານ ສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສ ຢູ່ ລາວ ຕັ້ງຢູ່ ວຽງຈັນ, ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຜ້າອັດປາກອັດດັງຈຳນວນ 20.000 ອັນ ໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ລາວ.
ຍສໝ - ລາຍການ "ລະດູບານໃໝ່ຢູ່ບ້ານເກີດເມືອງນອນ" ປີ 2022 ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດປີ 2022 ແມ່ນໂອກາດເພື່ອໃຫ້ບັນດາການນຳພັກ, ລັດ ໄດ້ຮັບຟັງຄວາມຄິດ, ຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະເຊີດຊູບັນດາໝູ່ຄະນະ, ບຸກຄົນຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ບ້ານເກີດເມືອງນອນ.
ຍສໝ - ການດຳລົງຊີວິດທີ່ຄຶກຄື້ນມ່ວນຊືນ ແລະ ມີຈຸດໃໝ່ອ່ຽມຫຼາຍຢ່າງຂອງຄອບຄົວໜຸ່ມ ຜົວຊາວຫວຽດນາມ - ເມຍຊາວຢູແກຼນ ເຊິ່ງແມ່ນທ້າວ ຟານຫວູເຊີນ ແລະ ນາງ Sophia ພວມດຶງດູດຄວາມສົນໃຈຂອງຊື່ສັງຄົມອອນໄລໃນໄລຍະຜ່ານມາ. ໃນບັນດາຄຼິບວີດີໂອ ຖ່າຍເອງ, Sophia ຍັງມີຄວາມກະຕື້ລືລົ້ນເມື່ອເລົ່າເລື່ອງກ່ຽວກັບການດຳລົງຊີວິດກັບ ຜົວ ແລະ ລູກສາວ Alisa ຂອງຕົນ. ເຖິງຢ່າງໃດກໍ່ຕາມເພື່ອມີຄວາມຜາສຸກຄືໃນປັດຈຸບັນ, ລູກໄພ້ ຢູແກຼນ ເຄີຍບໍ່ຟັງຄວາມພໍ່ແມ່ ເພື່ອຕັດສິນໃຈເອົາຜົວທີ່ຢູ່ຕ່າງປະເທດ ຫ່າງຈາກບ້ານເກີດເມືອງນອນເກືອບ 8000 ກີໂລແມັດ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງການພົບປະກັບຜູ້ຕາງໜ້າບັນດາອົງການການຕ່າງປະເທດ ຫວຽດນາມ ປະຈຳ ຕ່າງປະເທດ ອາຍຸການ 2021 – 2024.
ຍສໝ - ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຈະໜູນຊ່ວຍແຂວງຈ່າວິງ ໃນການສຳຜັດກັບບັນດາຫ້ອງການຕາງໜ້າ, ສະຫະສະມາຄົມວິສາຫະກິດ ແລະ ສະຖານທູດບັນດາປະເທດປະຈຳຫວຽດນາມເພື່ອເຊື່ອມຕໍ່ບັນດາທ້ອງຖິ່ນ, ວິສາຫະກິດຕ່າງປະເທດ ຮຽກຮ້ອງດຶງດູດການລົງທຶນເຂົ້າບັນດາໂຄງການຈຸດສູມມີລັກສະນະແກ້ງແຍ້ງສູງ.
ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈົ່ງກວດກາຄືນ, ປັບປຸງ ແລະ ເພີ່ມເຕີມ ຫຼື ປະກາດໃຊ້ຄຳແນະນຳໃໝ່ກ່ຽວກັບການກວດຫາເຊື້ອ, ແຍກຕົວ, ຕິດຕາມອາການສຸຂະພາບໂດຍດ່ວນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫວຽດນາມ ທີ່ກັບຄືນມາປະເທດ; ນັກທຸລະກິດ, ນັກຊ່ຽວຊານ, ແຮງງານເຕັກນິກສູງ… ທີ່ເປັນຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ຢ່າງສະດວກ ແລະ ປອດໄພ.
ຍສໝ - ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ກຳປູເຈຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະໂອ້ລົມສົນ ທະນາກັບພະນັກງານສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ແລະ ພົບປະກັບຜູ້ຕາງໜ້າວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ກຳປູເຈຍ.