ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນວ່າຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ເປັນປະທານອາຊຽນ ດ້ວຍຄວາມເປັນເຈົ້າການທີ່ສຸດ, ຮັບຜິດຊອບທີ່ສຸດ, ປະດິດຄິດສ້າງທີ່ສຸດ, ມີຄຸນນະທາດທີ່ສຸດ ແລະມີປະສິດທິຜົນທີ່ສຸດ.
ຍສໝ - ທ່ານ Dato Lim Jock Hoi ໄດ້ເນັ້ນໜັກວ່າ ເໜືອກ່ວາສິ່ງໃດໝົດ, ອາຊຽນຕ້ອງຮັກສາຄວາມສາມັກຄີ, ຄວາມໄຫວພິບ ແລະ ຄວາມຕັດສິນໃຈໃນການຊຸກຍູ້ວິໄສທັດປະຊາຄົມອາຊຽນ 2025 ແລະ ການຜັນຂະຫຍາຍແຜນການຟື້ນຟູເສດຖະກິດຢ່າງຮອບດ້ານ - ສິ່ງນີ້ແມ່ນສຳຄັນທີ່ສຸດສຳລັບການເຕີບໂຕເສດຖະກິດ ຂອງພາກພື້ນໃນອະນາຄົດ.
ຍສໝ - ໃນວັນທີ 10 ທັນວາ, ກະຊວງປ້ອງກັນປະເທດຫວຽດນາມ, ປະທານບັນດາກອງປະຊຸມປ້ອງກັນຊາດ - ທະຫານອາຊຽນໃນປີ 2020 ໄດ້ຈັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM +) ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 10 ປີ ຢ່າງເປັນທາງການຖ່າຍທອດສົດ.
ຍສໝ - ຫວຽດນາມ ໄດ້ຊຸກຍູ້ກອງປະຊຸມໃຫຍ່ໄດ້ສຳເລັດຜົນ ເພື່ອຮັບຮອງເອົາມະຕິກ່ຽວກັບການຮ່ວມມືສະຫະປະຊາຊາດ - ອາຊຽນ ດ້ວຍຈຳນວນຜູ້ສະໜັບສະໜູນ ເປັນ 120 ປະເທດສະມາຊິກສະຫະປະຊາຊາດ.
ຍສໝ - ຈຸດປະສົງຂອງງານວາງສະແດງຮູບພາບ ແລະ ຮູບເງົາ ໃນຄັ້ງນີ້ແມ່ນເພື່ອນຳມາສູ່ປະຊາຊົນຫວຽດນາມເວົ້າລວມ ແລະຊາວບິ່ງເຟືອກເວົ້າສະເພາະກ່ຽວກັບຄວາມງາມຂອງປະເທດ ແລະ ຜູ້ຄົນໃນປະຊາຄົມອາຊຽນ. ພ້ອມດຽວກັນນັ້ນກໍ່ເວົ້າເຖິງການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ບັນດາຊົນເຜົ່າໃນຊຸມຊົນອາຊຽນ.
ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ (AMMTC 14) ຄັ້ງທີ 14 ໄດ້ຈັດຂື້ນເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ເປັນເຈົ້າການ, ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ.
ອາຊຽນ ແລະ ອີຢູ ໄດ້ຖະແຫຼງຢ່າງເປັນທາງການວ່າ ໄດ້ຍົກລະດັບການພົວພັນຄູ່ຮ່ວມເຈລະຈາອາຊຽນ-ອີຢູ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ມຽນມາ, ກຳ ປູເຈຍ ແລະ ໄທ ລ້ວນແຕ່ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນໄລຍະມໍ່ໆມານີ້.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ມານະພະຍາຍາມຈົດສຸດຄວາມສາມາດ ພ້ອມກັບບັນດາປະເທດສະມາຊິກສ້າງປະຊາຄົມອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ຍສໝ - ກອງປະຊຸມ AMMTC 14 ຈະເປັນໂອກາດເພື່ອບັນດາລັດຖະມົນຕີຂອງບັນດາປະເທດອາຊຽນທີ່ຮັບຜິດຊອບວຽກງານປ້ອງກັນ, ຕ້ານອາດຊະຍາ ກຳຂ້າມຊາດເພື່ອຢັ້ງຢືນຄຳໝັ້ນສັນຍາ ແລະຄວາມຕັດສິນໃຈທີ່ເຂັ້ມແຂງໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ຮັບການອະນຸມັດຈາກຜູ້ນຳຂັ້ນສູງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ປະກອບສ່ວນເຂົ້າໃນການປະຕິບັດ "ເປົ້າ ໝາຍຄວບຄູ່" ທັງການຍູ້ແຮງການພັດທະນາ ທັງຄວບຄຸມໂລກລະບາດ ໂຄວິດ 19 ຢ່າງມີປະສິດທິຜົນ.
ຍສໝ - ໃນວັນທີ 20 ພະຈິກ, ກອງປະຊຸມລັດຖະມົນຕີພະລັງງານອາຊຽນ +3 (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 17 (AMEM + 3) ໄດ້ຈັດຂື້ນຜ່ານທາງອິນເຕີເນັດ. ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີ ແລະ ໄດ້ອອກຖະແຫຼງການຮ່ວມ.
ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດຍີ່ປຸ່ນແລ້ວ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ “ປະສົບຜົນສຳເລັດຢ່າງດີງາມ” ຍ້ອນຄວາມດີເດັ່ນຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020.
ຍສໝ - ອີງຕາມບັນດາຜູ້ຊ່ຽວຊານ, ເລື່ອງລົງນາມໃນສັນຍາ RCEP ຂອງ 15 ປະເທດສະມາຊິກອາຊຽນ ທີ່ມີລະດັບການພັດທະນາທີ່ແຕກຕ່າງກັນ ແມ່ນສົມເປັນໄດ້ຮັບການຍົກຍ້ອງ.ສັນຍາ RCEP ໄດ້ສ້າງຄວາມຫວັງຄືນໃໝ່ ສຳລັບການປ່ຽນແປງຢ່າງຮອບດ້ານໃນດ້ານການຄ້າ, ການລົງທືນ ແລະ ສົ່ງເສີມຄວາມສາມາດຂອງຕ່ອງໂສ້ການສະໜອງພາຍໃນພາກພື້ນ, ແລະ ເພີ່ມຄວາມເຊື່ອໝັ້ນໃນພາກວິສາຫະກິດໃນບັນດາປະເທດສະມາຊິກພາກພື້ນ.
ຍສໝ - ເມື່ອບໍ່ດົນມານີ້, ເວທີປາໄສປະຊາຊົນອາຊຽນ 2020 (APF 2020) ໄດ້ຈັດຂຶ້ນໃນຮູບແບບທາງອິນເຕີເນັດດ້ວຍຫົວຂໍ້ “ສາມັກຄີປະຊາຊົນໃນອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນຊຸມຊົນທີ່ມີຄວາມກວມລວມ, ສະໜິດຕິພັນ ແລະເປັນເຈົ້າການຮັບມື”.
ຍສໝ - ໃນຖານະທີ່ເປັນປະທານອາຊຽນ 2020, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າໃນການຂົນຂວາຍບັນດາຄູ່ຮ່ວມມືເພື່ອປະກອບສ່ວນໃນການສ້າງ ແລະ ຄວາມຮັບຜິດຊອບໃນບັນດາບັນຫາລວມຂອງພາກພື້ນ...
ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.
ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.
ຍສໝ- ທ່ານ Muhyiddin Yassin ນາຍົກລັດຖະມົນຕີມາເລເຊຍ ເນັ້ນໜັກວ່າ ມາເລເຊຍ ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາທະເລຕາເວັນອອກຕ້ອງສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNLCOS) ປີ 1982.