ໜູນຊ່ວຍການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ 32 ຄອບຄົວຢູ່ແຂວງ ລາວກາຍ

ໜູນຊ່ວຍການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ 32 ຄອບຄົວຢູ່ແຂວງ ລາວກາຍ

ຍສໝ - ຕອນ​ເຊົ້າ​ວັນ​ທີ 3 ມິຖຸນາ 2025, ຢູ່​ຕາ​ແສງ ຊວນ​ຮ່ວາ (​ເມືອງ ​ບ໋າວ​ອ່ຽນ, ​ແຂວງ ລາວ​ກາຍ), ອົງການ​​ເຄື່ອນ​ຍ້າຍ​ຖິ່ນ​ຖານສາກົນ (IOM) ສົມທົບ​ກັບ​ອົງການ​ກາ​ແດງ ​ແລະ ຫ້ອງການ​ໄປສະນີ​ແຂວງ ລາວ​ກາຍ ​ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອເພື່ອໜູນ​ຊ່ວຍ​ກໍ່ສ້າງ ​ແລະ ສ້ອມ​ແປງ​ເຮືອນ​ຢູ່​ໄລຍະ​ທຳ​ອິດ​ໃຫ້ 32 ຄອບຄົວ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຈາກ​ພາຍຸ Yagi ​ເມື່ອ​ເດືອນ​ກັນຍາ ທີ່​ຜ່ານ​ມາ.

ໜັງສືພິມລາວ: ຫວຽດນາມ ຢືນຢູ່ຈຸດເວລາ “ຄໍາ” ຂອງປະຫວັດສາດ ກ້າວສູ່ຍຸກແຫ່ງເຕີບໂຕຂອງຊາດ

ໜັງສືພິມລາວ: ຫວຽດນາມ ຢືນຢູ່ຈຸດເວລາ “ຄໍາ” ຂອງປະຫວັດສາດ ກ້າວສູ່ຍຸກແຫ່ງເຕີບໂຕຂອງຊາດ

ຍສໝ - ຕາມ​ຂ່າວສານ​ຫວຽດນາມ, ໜັງສືພິມ​ເອ​ເລັກ​ໂຕຼນິກ ປະຊາຊົນ, ອົງການປາກເວົ້າຂອງສູນກາງພັກ​ປະຊາຊົນ​ປະຕິວັດ​ລາວ ມີ​ບົດ​ຄວາມ​ເນັ້ນ​ໜັກ​ວ່າ ຫວຽດນາມ ຢືນຢູ່ຈຸດເວລາ“ຄໍາ” ໃນ​ປະຫວັດສາດ​ເພື່ອ​ຫັນປ່ຽນ​ຢ່າງເຂັ້ມແຂງ, ກ້າວ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ ດ້ວຍ​ກຳລັງ​ແຮງ​ຫຼັກ​ຄື ນະ​ວັດຕະກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ.

ກະກຽມເງື່ອນໄຂເພື່ອນຳເອົາພາສາລາວເຂົ້າການສອນຢູ່ໂຮງຮຽນມັດທະຍົມ ຫວຽດນາມ

ກະກຽມເງື່ອນໄຂເພື່ອນຳເອົາພາສາລາວເຂົ້າການສອນຢູ່ໂຮງຮຽນມັດທະຍົມ ຫວຽດນາມ

ຍສໝ - ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ກິມ​ເຊີນ ​ໃຫ້​ຮູ້​ວ່າ ກະຊວງ​ພວມ​ກະກຽມ​ບັນດາ​ເງື່ອນ​ໄຂ​ເພື່ອສາມາດ​ນຳພາສາລາວ​ເປັນ​ໜຶ່ງ​ໃນ 8 ພາສາ​ຕ່າງປະ​ເທດ​ທີ່​ສອນ​ຢູ່​ບັນດາ​ໂຮງຮຽນມັດທະຍົມ ຫວຽດນາມ. ​ໃນ​ເບື້ອງ​ຕົ້ນ​ຈະ​ຜັນຂະຫຍາຍທົດ​ລອງ​ສໍາ​ລັບ​ນັກ​ສຶກ​ສາ​ຢູ່​ເຂດ​ຊາຍ​ແດນ, ຫຼັງ​ຈາກ​ນັ້ນ ເປີດກວ້າງເມື່ອກະກຽມ​​ຄູ​ອາ​ຈານ​ທີ່​​ພຽງ​ພໍ.

ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ, ຕອນ​ບ່າຍ​ວັນ​ທີ 2 ມິຖຸນາ​ນີ້ ທີ່​ສໍາ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮັກສາການຫົວໜ້າຄະນະການ​ຕ່າງປະ​ເທດ​ສູນ​ກາງ​ລາວ ບຸນ​ເລີດ ​ພັນ​ທະ​ນູ​ວົງ.

ນັກສຶກສາສາກົນ 160 ຄົນເຂົ້າຮ່ວມການປະກວດປາກເວົ້າພາສາຫວຽດ

ນັກສຶກສາສາກົນ 160 ຄົນເຂົ້າຮ່ວມການປະກວດປາກເວົ້າພາສາຫວຽດ

ຍສໝ - ວັນທີ 31 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ ສົມທົບກັບມະຫາວິທະຍາໄລສຶກສາ - ມະຫາວິທະຍາໄລ ດ່າໜັງ ໄດ້ຈັດຕັ້ງຮອບຊີງຊະນະເລີດ “ງານປະກວດເວົ້າພາສາຫວຽດນາມ ຄັ້ງທີ 1 ສໍາລັບຊາວຕ່າງປະເທດຢູ່ເຂດພາກກາງ - ດ່າໜັງ 2025”.

ກອງ​ທັບ ໄທ - ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

ກອງ​ທັບ ໄທ - ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

ຍສໝ - ວັນທີ 29 ພຶດສະພາ, ກອງທັບ ໄທ ແລະ ກຳປູເຈຍ ໄດ້ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນ ດ້ວຍບັນດາມາດຕະການສັນຕິພາບ.

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ

ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ

ຊຸກ​ຍູ້​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ລະ​ຫວ່​າງ ຫວຽດ​ນາມ ແລະ ລາວ

ຊຸກ​ຍູ້​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ລະ​ຫວ່​າງ ຫວຽດ​ນາມ ແລະ ລາວ

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສອງປະເທດຕັ້ງໜ້າສົມທົບກັນ, ແລກປ່ຽນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຢ່າງມີປະສິດທິຜົນເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດກ່ຽວກັບຄົມມະນາຄົມ, ພື້ນຖານໂຄງລ່າງ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ, ລະບົບສະໜອງ.

ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບລະຫວ່າງດ້ຽນບຽນ-ພາກເໜືອລາວ

ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບລະຫວ່າງດ້ຽນບຽນ-ພາກເໜືອລາວ

ຍສໝ - ແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ຍັງຍູ້ແຮງການຮ່ວມມືດ້ານວັດທະນະທຳ, ກິລາ ແລະການທ່ອງທ່ຽວ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາໂຄງການສົ່ງເສີມການທ່ອງທ່ຽວ, ສຳຫຼວດການລົງທຶນ ແລະໂຄສະນາຈຸດນັດພົບ, ຄາດຄະເນວ່າ ຈະເປີດເສັ້ນທາງທ່ອງທ່ຽວລົດຖີບຈາກໄທ ຜ່ານລາວ ມາຫວຽດນາມ ໃນປີ 2025.

ກຸ່ມກຸສົນ ດານັງ ມອບຂອງຂວັນໃຫ້ຊາວລາວຢູ່ ກາລຶມ 1.200 ພູດ

ກຸ່ມກຸສົນ ດານັງ ມອບຂອງຂວັນໃຫ້ຊາວລາວຢູ່ ກາລຶມ 1.200 ພູດ

ຍສໝ - ແຕ່ວັນທີ 30 ເມສາ ຫາວັນທີ 4 ພຶດສະພາ, ກຸ່ມກຸສົນຄອບຄົວ ທວາໆ ຢູ່ນະຄອນ ດານັງ (ຫວຽດນາມ) ໄດ້ມອບຂອງຂວັນ 1.200 ພູດ ໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ກາລຶມ ແຂວງເຊກອງ (ລາວ) ດ້ວຍມູນຄ່າທັງໝົດເກືອບ 1,6 ຕື້ດົ່ງ.

ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ

ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ

ຍສໝ - ສິ່ງສຳຄັນທີ່ພາໄປເຖິງໄຊຊະນະໃນວັນທີ 30 ເມສາ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ

ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ຍສໝ - ວັນທີ 28 ເມສາ, ທີ່ແຂວງຮ່າຕິງ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ມາຫວຽດນາມ ເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປ່ັນຫວູງອ໊າງ - ແມ່ນໜຶ່ງໃນບັນດາຈິດຈະການສໍາຄັນເພື່ອເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ.

ງານ​ວາງສະ​ແດງ​ຮູບ​ພາບ​ຢູ່​ລາວ: ​ເລື່ອງ​ສົງຄາມ​ຕໍ່ຕ້ານຂອງ ຫວຽດນາມ ແລະ ຄວາມ​ສາມັກຄີ​ຫວຽດນາມ - ລາວ

ງານ​ວາງສະ​ແດງ​ຮູບ​ພາບ​ຢູ່​ລາວ: ​ເລື່ອງ​ສົງຄາມ​ຕໍ່ຕ້ານຂອງ ຫວຽດນາມ ແລະ ຄວາມ​ສາມັກຄີ​ຫວຽດນາມ - ລາວ

ຍສໝ​ - ວັນ​ທີ 22 ​ເມສາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ເມສາ 1975 – 30 ເມສາ 2025). ມີ​ເກືອບ 300 ຜົນງານ​ໄດ້​ສ້າງ​ບົດ​ເລື່ອງ​ທີ່​ມີ​ສີສັນ​ສົດ​ໃສ​ກ່ຽວ​ກັບ​ບັນດາ​ເຫດການ​ພົ້ນ​ເດັ່ນ​ໃນ​ສົງຄາມ​ຕໍ່ສູ້​ກູ້​ຊາດ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ຍສໝ - ພ້ອມ​ກັບ​ກອງທັບ​ຫວຽດນາມ, ກອງທັບ​ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມການ​ຊ້ອມ​ຮົບ ​ແລະ ​ການເດີນສວນສະໜາມ, ແຫ່ຂະບວນເພື່ອ​ກະກຽມ​ໃຫ້​ແກ່ພິທີສະເຫີມສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຄົບຮອບ 50 ປີ (30 ເມສາ 1975 – 30 ເມສາ 2025).

ຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ-ລາວ

ຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ-ລາວ

ຍສໝ - ຕອນບ່າຍວັນທີ 24 ເມສາ, ພິທີຕ້ອນຮັບທ່ານ ເລືອງເກື່ອງ ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ລາວ ໄດ້ດໍາເນີນຢ່າງສົມກຽດຢູ່ທີ່ທຳນຽບປະທານປະເທດລາວ, ນະຄອນຫຼວງວຽງຈັນ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນປະທານພິທີຕ້ອນຮັບ.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ

ຍສໝ - ຕອນບ່າຍວັນທີ 21 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ: ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຫວຽດນາມ-ລາວ

ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ: ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຫວຽດນາມ-ລາວ

ຍສໝ - ເນື່ອງໃນໂອກາດທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ແລກປ່ຽນກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການໄປຢ້ຽມຢາມຕໍ່ກັບການພົວພັນແບບພິເສດຫວຽດນາມ-ລາວ.

ຊຸກຍູ້ການຮຽນພາສາຫວຽດ ຢູ່ພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ລາວ

ຊຸກຍູ້ການຮຽນພາສາຫວຽດ ຢູ່ພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ລາວ

ຍສໝ - ວັນທີ 21 ເມສາ, ທີ່ສູນສຶກສາຫວຽດນາມ ຢູ່ມະຫາວິທະຍາໄລ Ratjabhat Udon Thani, ພາກຕາເວັນອອກສ່ຽງເໜືອຂອງໄທ, ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພາສາຫວຽດ ພື້ນຖານສຳລັບທຸກເປົ້າໝາຍໃນປີ 2025 ຢູ່ແຂວງ Udon Thani, ບັນດາແຂວງໃກ້ຄຽງໃນພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ນະຄອນຫຼວງວຽງຈັນ.

ເຫດການ