ຍສໝ - ດ້ວຍຄຳຂວັນ "ຂົວຕໍ່ຈາກອາຊີອອກສູ່ໂລກ - Bridging Asia to the World", ງານມະໂຫລານຮູບເງົາອາຊີ ດານັງ ຄັ້ງທີ IV (DANAFF IV) ໄດ້ໄຂຂຶ້ນພາຍໃນຄຳຄືນວັນທີ 28 ມິຖຸນາ, ຢູ່ທີ່ ນະຄອນ ດານັງ (TP. Đà Nẵng).
ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ.
ຍສໝ - ພາຍໃດຂອບເຂດການເຄື່ອນໄຫວວຽກງານ ຢູ່ທີ່ປະເທດ ຟິນແລນ ໃນວັນທີ 17 ມິຖຸນາ, ຄະນະປະຕິບັດງານ ນະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອຳນາດການປົກຄອງນະຄອນ Turku (ແຟງລັງ). ນີ້ແມ່ນກິດຈະກຳການຕ່າງປະເທດອັນສຳຄັນ ແນໃສ່ສືບຕໍ່ຮັດແໜ້ນ, ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ ລະຫວ່າງ ດານັງ - Turku ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນມາຕັ້ງແຕ່ປີ 2018, ໃນຂະນະດຽວກັນ ກໍເພື່ອແລກປ່ຽນ, ສະເໜີບັນດາທິດທາງການຮ່ວມມືພາຍໃດໄລຍະຕໍ່ໜ້າ.
ຍສໝ - ຕອນບ່າຍວັນທີ 8 ເມສາ, ມະຫາວິທະຍາໄລສຶກສາສາດ - ດານັງ ໄດ້ຈັດງານບຸນບຸນປີໃໝ່ລາວໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ, ເຊິ່ງເປັນການສ້າງພື້ນທີ່ວັດທະນະທຳ ແລະ ເພີ່ມທະວີການເຊື່ອມຕໍ່ພາຍໃນຊຸມຊົນນັກສຶກສາສາກົນ.
ຍສໝ - ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ໃຫ້ແຂວງສາລະວັນ (ລາວ)ໃນວັນທີ 2 ເມສາ, ທີ່ເມືອງຄົງເຊໂດນ, ແຂວງສາລະວັນ (ລາວ), ຄະນະຜູ້ແທນຈາກນະຄອນດານັງໄດ້ເຂົ້າຮ່ວມພິທີເປີດໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ - ໂຄງການທີ່ມີຄວາມໝາຍຕົວຈິງໃນການຮ່ວມມືດ້ານການສຶກສາລະຫວ່າງສອງທ້ອງຖິ່ນ.
ຍສໝ - ໂຄງການຍ່າງສັນຕິພາບປີ 2026, ພາຍໃຕ້ຫົວຂໍ້ "ບາດກ້າວສູ່ສັນຕິພາບ" ຈະຈັດຂຶ້ນໃນເວລາ 6:30 ໂມງເຊົ້າຂອງວັນທີ 7 ເມສາ, ທີ່ຖະໜົນຊູວັນແຮ້ງ, ຕາແສງຫງູແຮ້ງເຊີນ, ນະຄອນ ດານັງ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ຂອງລາວ, ໃນຕອນເຊົ້າວັນທີ 31 ມີນາ, ຄະນະຜູ້ແທນຂັ້ນສູງຈາກນະຄອນດານັງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນລາວບຸນປີໃໝ່ 2026 ໃຫ້ແກ່ສະມາຄົມຊາວຫວຽດນາມ ແລະ ສູນພາສາຫວຽດນາມ ແຂວງອັດຕະປື.
ຍສໝ - ໃນຕອນເຊົ້າຂອງວັນທີ 25 ກຸມພາ, ນະຄອນດານັງ ໄດ້ຈັດກອງປະຊຸມກັບບັນດາຄູ່ຮ່ວມງານຈາກເມືອງດູໄບ ແລະ ນັກລົງທຶນສາກົນ ເພື່ອເພີ່ມທະວີການເຊື່ອມຕໍ່ ແລະ ການຮ່ວມມືລະຫວ່າງນະຄອນດານັງ ແລະ ອົງການຈັດຕັ້ງສາກົນ, ບໍລິສັດເຕັກໂນໂລຊີ ແລະ ນັກລົງທຶນທົ່ວໂລກ.
ຍສໝ - ພາຍຫຼັງເກືອບ 3 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ດານັງ (ສະຫະພັນ ດານັງ) ໄດ້ຢັ້ງຢືນທີ່ຕັ້ງຂອງຕົນເປັນຈຸດທີ່ສົດໃສໃນວຽກງານການຕ່າງປະເທດຂອງປະຊາຊົນ - ຮູບແບບການດຳເນີນງານຢ່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກັບເພື່ອນມິດສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການເຊື່ອມໂຍງນະຄອນບົນແມ່ນ້ຳຮ່ານ.
ຍສໝ - ຕາມຂໍ້ມູນຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ແຕ່ວັນທີ 28-29 ພະຈິກ, ເວທີປາໃສ Logistics ຫວຽດນາມ 2025 ຄາດວ່າຈະຈັດຂຶ້ນຢູ່ນະຄອນ ດານັງ. ນີ້ບໍ່ພຽງແຕ່ແມ່ນເຫດການໃຫຍ່ປະຈຳປີຂອງຂະແໜງ logistics ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການບໍລິການ logistics ຂອງຫວຽດນາມ.
ຍສໝ - ແຕ່ວັນທີ 30 ເມສາ ຫາວັນທີ 4 ພຶດສະພາ, ກຸ່ມກຸສົນຄອບຄົວ ທວາໆ ຢູ່ນະຄອນ ດານັງ (ຫວຽດນາມ) ໄດ້ມອບຂອງຂວັນ 1.200 ພູດ ໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ກາລຶມ ແຂວງເຊກອງ (ລາວ) ດ້ວຍມູນຄ່າທັງໝົດເກືອບ 1,6 ຕື້ດົ່ງ.
ຍສໝ - ນັ້ນແມ່ນຄວາມຫວັງຂອງທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ດ່ານັ້ງ ເລວັນຈູງ ທີ່ການຕ້ອນຮັບທ່ານ Frank Joyce - ຫົວໜ້າສະພາຜູ້ອາວຸໂສແຫ່ງຊາດ ອາເມລິກາ ພ້ອມກັບຜູ້ຕາງໜ້າກອງທຶນຄືນດີ ແລະ ພັດທະນາ ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ດ່າຫນັງ ໃນຕອນບ່າຍວັນທີ 23 ເມສາ.
ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມືທີ່ດຳເນີນໃນປີ 2025, ນະຄອນ ດານັງ ສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນ, ພິເສດແມ່ນໃນຂົງເຂດການທູດເສດຖະກິດ ແລະ ການທູດປະຊາຊົນ, ເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ.
ຍສໝ - ແຕ່ວັນທີ 9 – 11 ເມສາ, ເຫດການໄດ້ດຳເນີນບັນດາວາລະປຶກສາຫາລືເພື່ອແນໃສ່ເພີ່ມທະວີການຮ່ວມມືສາກົນ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ດ່ານັ້ງ ກັບບັນດາຄູ່ຮ່ວມມືຂຶ້ນກັບພາກພື້ນ ອາຊຽນ.
ຍສໝ - ເກືອບ 20 ປີທີ່ຜ່ານມານີ້, ຜົວເມຍທ່ານສາດສະດາຈານ Erich Johann Lejeune ໄດ້ຮ່ວມເດີນທາງພ້ອມກັບຂະແໜງແພດສາດ ດານັງ ຢ່າງຕໍ່ເນື່ອງ, ນຳມາເຊິ່ງໂອກາດຊີວິດໃຫ້ແກ່ເດັກນ້ອຍນັບພັນຄົນທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ. ໂດຍໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງບໍ່ຢຸດຢັ້ງ, ນະຄອນ ດານັງ ໄດ້ມອບລາງວັນ “ອຸທິດຕົນໃຫ້ນະຄອນ ດານັງ” ໃນວັນທີ 18 ມີນາ.
ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມື - ດານັງ 2025, ແຜນທີ່ການຮ່ວມມືສາກົນນະຄອນ ດານັງ ໄດ້ຮັບການເປີດກ້ວາງໄປຍັງ 50 ທ້ອງຖິ່ນຂອງ 24 ປະເທດ ແລະ ເຂດແຄ້ວນ. ເພື່ອຫັນໝາກຜົນແຫ່ງການຮ່ວມມືສາກົນເປັນລະອຽດ, ດານັງ ພວມເປັນເຈົ້າການໃນການຍົກລະດັບ, ຍົກສູງການພົວພັນຕ່າງປະເທດ, ເປີດກ້ວາງໃຫ້ການການພັດທະນາຂອງນະຄອນ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ດານັງ ຫາກໍ່ຈັດຕັ້ງກອງປະຊຸມສະຫຼູບວຽກງານການທູດປະຊາຊົນໃນປີ 2024 ແລະ ຜັນຂະຫຍາຍໜ້າທີ່ປີ 2025.
ຍສໝ - ໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ບົດບາດຂອງການພົວພັນທາງການທູດປະຊາຊົນນັບມື້ນັບໄດ້ຮັບການຖືເປັນສຳຄັນ, ສະຫະພັນບັນດາອົງການມິດຕະພາບນະຄອນ ດານັງ (ສະຫະພັນມິດຕະພາບນະຄອນ ດານັງ) ໄດ້ສ້າງຂີດໝາຍຢ່າງເດັ່ນຊັດໃນໄລຍະ 2019-2024. ໂດຍຜ່ານບັນດາການເຄື່ອນໄຫວການທູດທີ່ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ, ສະຫະພັນມິດຕະພາບນະຄອນ ດານັງ ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຂອງນະຄອນເທົ່ານັ້ນ ຫາກຍັງໂຄສະນາຮູບພາບນະຄອນ ດານັງ - ນະຄອນທີ່ເປັນມິດ, ທີ່ຂະຫຍັນຂັນເຄື່ອນ, ໜ້າຢູ່ ໄປເຖິງເພື່ອນມິດສາກົນ.
ຍສໝ - ການເຄື່ອນໄຫວນີ້ໄດ້ຮັບການສົມທົບກັນປະຕິບັດໂດຍ 3 ທ້ອງຖິ່ນ ກວາງນາມ - ດານັງ - ເທື່ອທຽນເຫ້ວ ໃນວັນທີ 13 ກັນຍາ ຢູ່ນະຄອນ Sydney (ອົດສະຕຣາລີ).
ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.