ຍສໝ - ທ່ານ ເລຂາຄະນະຊາວໜຸ່ມສູນກາງ ໂງ່ວັນເກື່ອງ ໃຫ້ຮູ້ວ່າ, ລາຍການທີ່ຕ້ອນຮັບສອງຄອບຄົວພະນັກງານຄະນະຊາວໜຸ່ມສູນກາງລາວ ມາຢ້ຽມຢາມ ຫວຽດນາມ ທີ່ໄດ້ຜັນຂະຫຍາຍຢ່າງເປັນປະຈຳ ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງອົງການຄະນະຊາວໜຸ່ມ ກັບພະນັກງານຄະນະຊາວໜຸ່ມທົ່ວປະເທດ.
ຍສໝ - ໃນຂອບເຂດການເຄື່ອນໄຫວຢູ່ລາວ, ຄະນະປະຕິບັດງານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຄະນະຊາວໜຸ່ມແຂວງ ຜົ້ງສາລີ; ສະບາຍດີມະນຸດສຳພັນ ແລະ ອວຍພອນບຸນປີໃໝ່ປະເພນີ ລາວ ໃຫ້ແກ່ການນຳແຂວງ ຜົ້ງສາລີ. ໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ເຖິງໄວໜຸ່ມແຂວງ ຜົ້ງສາລີ.
ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ພົບປະແລກປ່ຽນ ແລະ ພັດທະນາທັກສະຊາວໜຸ່ມໃນຍຸກດີຈີຕອນ.
ຍສໝ - ຢູ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ຍສໝ - ດ້ວຍຄວາມຮັກແພງຕໍ່ວັດທະນະທຳຫວຽດນາມ, ບັນດາໄວໜຸ່ມລາວ ຄືທ່ານນາງ ເມສາ ບົວວອນ ແລະ ທ່ານ ພູມພິທັດ ອຸປະເສີດ ພວມເຜີຍແຜ່ບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳຂອງສອງປະເທດ. ໂດຍຜ່ານແຕ່ລະວິດີໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່ພຽງແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ຫວ່າງແລ້ວນີ້ ຢູ່ນະຄອນໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບກຳປັ່ນ ຂຶ້ນກັບລາຍການກໍາປັ່ນຊາວໜມອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ (SSEAYP) ຄັ້ງທີ 48, ປີ 2024.
ຍສໝ - ດ້ວຍຫົວຂໍ້ “Shining Vietnam”, ຄະນະຜູ້ແທນຫວຽດນາມ ມຸ່ງໄປເຖິງການສ້າງກິດຈະກໍາຕ່າງໆທີ່ໃໝ່ອ່ຽມ, ມີພະລັງຊີວິດ, ຕັ້ງໜ້າແຜ່ຂະຫຍາຍພາບພົດຂອງຫວຽດນາມ ທີ່ທັນສະໄໝ. ຕາມນັ້ນແລ້ວ, ນອກຈາກບັນດາການເຄື່ອນໄຫວປຶກສາຫາລື ແລະພົບປະແລກປ່ຽນໂດຍຄະນະຈັດຕັ້ງ SSEAYP 2024 ປະຕິບັດແລ້ວ, ຄະນະຜູ້ແທນຫວຽດນາມ ຈະເປັນເຈົ້າການສ້າງບັນດາງານພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະກັນ, ພ້ອມທັງໂຄສະນາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ເຖິງເພື່ອນມິດສາກົນ, ໂດຍສະເພາະແມ່ນການແນະນຳກ່ຽວກັບຊຸດເສື້ອຍາວ, ບຸນເຕັດ, ອາຫານການກິນ, ເພງພື້ນເມືອງ…
ຍສໝ - "ສະບາຍດີຫວຽດນາມ!" - ຄຳທັກທາຍຢ່າງກະຕືລືລົ້ນຈາກຜູ້ແທນຊາວໜຸ່ມ 168 ຄົນທີ່ມາຈາກປະເທດ ອາຊຽນ ແລະ ຍີ່ປຸ່ນ ໃນທັນທີທີ່ເຂົາເຈົ້າໄດ້ຢຽບດິນຕໍ່ແຜ່ນ ໂດຍການເດີນລົງຈາກດາດຟ້າກຳປັ່ນ Nippon Maru - ກຳປັ່ນທີ່ເປັນສັນຍາລັກຂອງໂຄງການກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້. ຢູ່ທີ່ນີ້, ຜູ້ແທນ 168 ຄົນໄດ້ເປີດສາກບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມບັນດາປະເທດຢ່າງເປັນທາງການ ໃນຊຸມມື້ຈະມາເຖິງຢູ່ນະຄອນ ໂຮ່ຈີມິນ.
ຍສໝ - Festival ຊາວໜຸ່ມສາກົນ ຄັ້ງທີ III ປີ 2024 ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມປະມານ 5.000 ຄົນ, ຄາດວ່າຈະດຳເນີນໃນວັນທີ 14 ກັນຍາ ຢູ່ເຂດຖະໜົນຄົນຍ່າງ ເຈີ່ນເຍີນຕົງ ແລະ ເຂດອ້ອມແອ້ມ (ຕາແສງ ຫງວຽນຢູ, ເມືອງ ຮາຍບາຈື່ງ, ນະຄອນ ຮ່າໂນ້ຍ).
ຍສໝ - ວັນທີ 25 ກໍລະກົດ, ຢູ່ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວໜຸ່ມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນໄດ້ໄປຢ້ຽມຢາມ ແລະ ຊອກຮູ້ວັດທະນະທຳ ຊາວເຜົ່າຈຳ.
ຍສໝ - ຄະນະຊາວໜຸ່ມນະຄອນດ່າໜັ້ງ ແລະຄະນະຊາວໜຸ່ມແຂວງສາລະວັນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໄລຍະ 2024-2029.
ຍສໝ - ໃນຕົ້ນເດືອນມັງກອນປີ 2024, ກຸ່ມອາສາສະໝັກຂອງອົງການ Les Enfants Du Dragon (ຝະລັ່ງ) ໄດ້ມີໜ້າຢູ່ແຂວງ ດົ່ງນາຍ ເພື່ອໜູນຊ່ວຍກໍ່ສ້າງເຮືອນແຫ່ງຄວາມຮັກແພງ 2 ຫຼັງໃຫ້ບັນດາຄອບຄົວທີ່ປະສົມກັບຄວາມຫຍຸ້ງຍາກຢູ່ຕາແສງ ຢ່າແກ່ງ, ເມືອງ ດິ້ງກວານ.
ຍສໝ - ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນ ຮ່ວມກັນ. ໃນຕະຫຼອດໄລຍະປະຫວັດສາດ, ຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູລວມ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
ຍສໝ - ນີ້ແມ່ນອາລົມຈິດຂອງບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສອະວະກາດວັດທະນະທຳໂຮ່ຈິມິນ - ດ້ວຍຫົວຂໍ້ “ປະຊາຊົນເຮັດວຽກງານງານການທູດ, ສິ່ງນ້ອຍໆມີຄວາມໝາຍໃຫຍ່” ໃນວັນທີ 11 ພຶດສະພາ ຢູ່ນະຄອນ ໂຮ່ຈີມິນ. ເວທີປາໄສໄດ້ຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໃນຂອບເຂດກອງປະຊຸມໃຫຍ່ຊາວໜຸ່ມນະຄອນໂຮ່ຈິມິນ ເຮັດຕາມຄຳເວົ້າຂອງລຸງໂຮ່ ຄັ້ງທີ 8 ໃນປີ 2024.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດ່ານັງ ຫາກໍ່ໄດ້ອອກມະຕິສະບັບເລກທີ 959/QD-UBND ລົງວັນທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດການຮັບບ້ວງເງິນເກືອບ 1,8 ຕື້ດົ່ງຈາກໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມອາຍຸຕ່ຳກວ່າ 25 ປີ ທີ່ຮັບຜົນກະທົບຈາກເຊື້ອ HIV/AIDS ຢູ່ນະຄອນ ດ່ານັງ ໂດຍອົງການ Vietnam Health Improvement Projects (VNHIP) ອຸປະຖຳ.
ຍສໝ - ໜ່ວຍຊາວໜຸ່ມກອງຊ່າງແສງ ມີສະມາຊິກຊາວໜຸ່ມ 12 ສະຫາຍ. ຜ່ານໄລຍະທາງກວ່າ 11.000km, ບັນດາຊາວໜຸ່ມດ້ວຍນໍ້າໃຈທີ່ຫ້າວຫັນ ໄດ້ສ້າງຂີດໝາຍໃນຜືນແຜ່ນດິນ Abyei ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນີ້. Chi đoàn thanh niên Đội Công binh có 12 đoàn viên.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (26 ມີນາ 1931 – 26 ມີນາ 2024), ຕອນຄ່ຳວັນທີ 20 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະຈໍາລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາບານເຕະ ຊາວໜຸ່ມກອມມູນິດໂຮຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດ.
ຍສໝ - ຕອບສະໜອງເດືອນຊາວໜຸ່ມ 2024, ພະນັກງານ, ສະມາຊິກສະພາຊາວໜຸ່ມບັນດາອົງການ, ໜ່ວຍງານກອງທັບເຮືອເຂດ 2 ແລະ ກອງທັບເຮືອເຂດ 5 ໄດ້ພ້ອມກັນຈັດຕັ້ງວັນເສົາອາສາສະໝັກ.
ຍສໝ - ໃນຂອບເຂດງານບຸນຊາວໜຸ່ມໂລກ (WYF 2024), ຜ່ານການພົບປະກັບຜູ້ແທນຄະນະຊາວໜຸ່ມຈາກບັນດາປະເທດ; ບັນດາຜູ້ແທນຊາວໜຸ່ມຫວຽດນາມ ໄດ້ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ, ແລະ ໃນຂະນະນັ້ນ ໄດ້ເຜີຍແຜ່ຂ່າວສານກ່ຽວກັບຄວາມສາມັກຄີ ແລະ ການຮ່ວມມືເພື່ອຄວາມສັນຕິພາບ ແລະ ການພັດທະນາ.
ຍສໝ - ຄະນະຊາວໜຸ່ມແຂວງເຊີນລາ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ສົມທົບກັນໂຄສະນາ, ສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມສອງແຂວງ ກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງແຂວງເຊີນລາ-ຫຼວງພະບາງ ເວົ້າສະເພາະ.