| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ | |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ |
![]() |
| ນັກສຶກສາ ລາວ ແລະ ກຳປູເຈຍ ທີ່ຮຽນຢູ່ແຂວງ ດົ່ງນາຍ ໄດ້ດຳເນີນພິທີອວຍພອນປີໃໝ່ໃຫ້ບັນດາຜູ້ແທນ. |
ຕາມຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ແລ້ວ, ມາຮອດປະຈຸບັນ, ທ້ອງຖິ່ນໄດ້ໜູນຊ່ວຍການບຳລຸງສ້າງນັກສຶກສາ ລາວ 260 ຄົນ. ປະຈຸບັນ, ມີນັກສຶກສາ ລາວ ແລະ ກຳປູເຈຍ 73 ຄົນ ພວມຮຽນຢູ່ມະຫາວິທະຍາໄລ ແລະ ວິທະຍາໄລ 5 ແຫ່ງ ໃນແຂວງ. ໃນໄລຍະຮຽນຢູ່ແຂວງ ດົ່ງນາຍ, ບັນດານັກສຶກສາ ລາວ ແລະ ກຳປູເຈຍ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບເງື່ອນໄຂດີທີ່ສຸດ, ໄດ້ຮັບຄວາມຮູ້ ແລະ ຮຳ່ຮຽນຄວາມສາມາດຫຼາຍຢ່າງ ເພື່ອຊ່ວຍໃຫ້ເຂົາເຈົ້າກັບຄືນເມືອບ້ານເກີດເມືອງນອນ ເພື່ອກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ນາງ Van Khita, ນັກສຶກສາ ກຳປູເຈຍ ທີ່ຮຽນຢູ່ມະຫາວິທະຍາໄລ ລາກຮົ່ງ ໃຫ້ຮູ້ວ່າ: ນັບແຕ່ມາຮ່ຳຮຽນຢູ່ ຫວຽດນາມ, ນາງ ແລະ ບັນດານັກສຶກສາ ກຳປູເຈຍ ຄົນອື່ນໆລ້ວນແຕ່ໄດ້ຮັບຄວາມຮັກແພງ, ການດູແລ ແລະ ເງື່ອນໄຂທີ່ດີທີ່ສຸດຈາກການນຳແຂວງ, ໂຮງຮຽນ, ຄູອາຈານ ແລະ ໝູ່ເພື່ອນໃນໂຮງຮຽນ.
“ເຖິງວ່າຢູ່ຫ່າງຈາກບ້ານກໍ່ຕາມ, ແຕ່ແຕ່ລະປີແຂວງ ດົ່ງນາຍ ກໍໜູນຊ່ວຍພວກຂ້າພະເຈົ້າຈັດງານບຸນປີໃໝ່ປະຈຳຊາດຢູ່ທີ່ໂຮງຮຽນ, ຍ້ອນເຫດນັ້ນ, ຄວາມຄິດຮອດບ້າຍເກີດເມືອງນອນຂອງພວກຂ້າພະເຈົ້າກໍໄດ້ຫຼຸດຜ່ອນສ່ວນໃດໜຶ່ງ. ດ້ວຍຄວາມສາມາດຂອງຂ້າພະເຈົ້າ, ຂ້າພະເຈົ້າຈະພະຍາຍາມຈົນສຸດຄວາມສາມາດໃນການຮ່ຳຮຽນ ແລະ ຝຶກອົບຮົມໃຫ້ດີ, ປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບໃຫ້ນັບມື້ນັບແໝ້ນແຟ້ນ", Van Khita ແບ່ງບັນ.
![]() |
| ນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ເຮັດພິທີມັດແຂນ ເພື່ອຂໍພອນປີໃໝ່ |
ທ່ານ Chan Sorykan ກົງສູນໃຫຍ່ ກຳປູເຈຍ ປະຈໍາ ນະຄອນ ໂຮ່ຈີມິນ ແລະ ທ່ານ ຟອນສີ ບູນມີໄຊ ກົງສຸນໃຫຍ່ ລາວ ປະຈໍາ ນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະປະຈໍາພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດົ່ງນາຍ ພ້ອມດ້ວຍຄະນະ, ຂະແໜງການ, ບັນດາມະຫາວິທະຍາໄລ, ວິທະຍາໄລແຂວງ ດົ່ງນາຍ ທີ່ໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ຮ່ຳຮຽນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວ, ພິເສດແມ່ນ ໄດ້ຈັດຕັ້ງໂອກາດເພື່ອສະເຫຼີມສະຫຼອງປີໃໝ່ຕາມປະເພນີ; ຫວັງວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນພິເສດລະຫວ່າງ 3 ປະເທດຈະຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
ທ່ານນາງຮອງປະທານຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ຫງວຽນທິຮ່ວາງ ເນັ້ນໜັກວ່າ: ສາບພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໄດ້ຮັບການກໍ່ສ້າງຢ່າງດຸເດືອດຈາກຄົນລຸ້ນກ່ອນ, ແມ່ນຊັບສົມບັດອັນລ້ຳຄ່າຂອງ 3 ປະເທດ. ໃນຊຸມປີທີ່ຜ່ານມານີ້, ບັນດາຂະແໜງການ ແລະ ຂັ້ນຕ່າງໆຂອງແຂວງ ດົ່ງນາຍ ໄດ້ດຳເນີນການເຄື່ອນໄຫວຮ່ວມມືຢ່າງຕັ້ງໜ້າກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືລະຫວ່າງ ລາວ ແລະ ກຳປູເຈຍ; ສ້າງເງື່ອນໄຂສະດວກໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ໄປຮຽນຢູ່ແຂວງ ໂດຍຜ່ານການໜູນຊ່ວຍການຝຶກອົບຮົມ. ເພື່ອສ້າງເງື່ອຍໄຂສະດວກໃຫ້ແກ່ນັກສຶກສາ ລາວ ແລະ ກຳພູຊາ ສະເຫຼີມສະຫຼອງບູນປີໃໝ່ ຕາມປະເພນີ, ແຕ່ລະປີ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຕັ້ງການເຕົ້າໂຮມ ນັກສຶກສາ ລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງ ເພື່ອເປັນການອວຍພອນປີໃໝ່ ໃຫ້ແກ່ຜູ້ທີ່ຮຽນຢູ່ໄກບ້ານ. ທ່ານນາງຫວັງວ່າ ນັກສຶກສາ ລາວ ແລະ ກຳປູເຈຍ ຈະມານະພະຍາຍາມຮໍ່າຮຽນ ແລະ ໝູນໃຊ້ຄວາມຮູ້ຕ່າງໆ ເພື່ອໃຫ້ເຂົາເຈົ້າສາມາດກັບຄືນໄປປະກອບສ່ວນໃຫ້ບ້ານເກີດເມືອງນອນ ແລະ ປະເທດຊາດ; ເປັນປັດໃຈປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັດແໜ້ນຄວາມສາມັກຄີ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ, ມຸ່ງໄປສູ່ການກໍ່ສ້າງປະຊາຄົມ ອາຊຽນ ທີ່ມີສັນຕິພາບ, ການຮ່ວມມື ແລະ ພັດທະນາ.
![]() |
| ການນຳແຂວງ ດົ່ງນາຍ ໄດ້ມອບຂອງຂວັນໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລ ແລະ ວິທະຍາໄລໃນແຂວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ |
ເນື່ອງໃນໂອກາດນີ້, ການນຳແຂວງ ດົ່ງນາຍ ໄດ້ມອບດອກໄມ້ ແລະ ຂອງຂວັນໃຫ້ກົງສູນໃຫຍ່ ກຳປູເຈຍ ແລະ ກົງສຸນໃຫຍາລາວ ປະຈຳນະຄອນ ໂຮ່ຈີມິນ; ແລະ ມອບຂອງຂວັນໃຫ້ຜູ້ຕາງໜ້ານັກສຶກສາ ລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບູນປີໃໝ່ປະຈຳຊາດ. ນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ເຮັດພິທີອວຍພອນປີໃໝ່ຕາມປະເພນີໃຫ້ແກ່ຜູ້ແທນ; ຊົມການສະແດງສີລະປະ ແລະ ອາຫານທ້ອງຖິ່ນ.
| ວິສາຫະກິດຫວຽດນາມກຳລັງລົງທຶນຫຼາຍພັນລ້ານດົງໃນກະສິກຳໃນລາວ ແລະ ກຳປູເຈຍ. ຍສໝ - ຫຼັງຈາກກອງປະຊຸມຮ່ວມມືທີ່ແຂວງຢາລາຍ, ບັນດາວິສາຫະກິດເຊັ່ນ HAGL ແລະ PISICO ໄດ້ລົງນາມໃນຂໍ້ຕົກລົງເພື່ອລົງທຶນຫຼາຍພັນລ້ານດົ່ງໃນໂຄງການກະສິກຳຂະໜາດໃຫຍ່ໃນລາວ ແລະ ກຳປູເຈຍໃນໄລຍະປີ 2026-2030. |
| ງານວາງສະແດງວາງສະແດງເອກະສານຫຼາຍກວ່າ 150 ສະບັບກ່ຽວກັບສາຍພົວພັນສາມັກຄີລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ຍສໝ - ຕອນເຊົ້າວັນທີ 7 ມີນາ, ທີ່ຫໍພິພິທະພັນ ໂຕນດຶກຖັງ, ສູນກາງຊາວໜຸ່ມນະຄອນໂຮ່ຈິມິນ ແລະ ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດພິທີເປີດງານວາງສະແດງພາຍໃຕ້ຫົວຂໍ້ “ມິດຕະພາບພິເສດ ແລະ ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ - ກຳປູເຈຍ” ທີ່ຫໍພັກນັກສຶກສາລາວ (ເມື່ອງຊວນຮວ່າ). |
ມີງດຶກ


