ຍສໝ - ວັນທີ 15 ເມສາ, ຢູ່ສູນປະຊຸມສາກົນ (ຮ່າໂນ້ຍ) ໄດ້ດຳເນີນໂຄງການ “ພົບປະມິດຕະພາບຫວຽດນາມ - ຈີນ”. ທ່ານເລຂາທິການໃຫຍ່ ໂຕເລີມ; ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ການພົບປະ.
ຍສໝ - ວັນທີ 14 ເມສາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ຍສໝ - ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ຍສໝ - ຕອນບ່າຍວັນທີ 14 ເມສາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ພິທີຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ”.
ຍສໝ - ຕອນບ່າຍວັນທີ 20 ກຸມພາ, ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການພົບປະລະດູບານໃໝ່ປີ 2025 ແລະ ກອງປະຊຸມຄະນະກຳມະການວຽກງານປະສົມ ຄັ້ງທີ 16 ດຳເນີນຢູ່ ກວາງນິງ ໄດ້ເຂົ້າຮ່ວມການປູກຕົ້ນໄມ້ມິດຕະພາບຢູ່ສວນສາທາລະນະດອກໄມ້ ຮ້າລອງ (ເມືອງ ແບ້ກດັງ, ນະຄອນ ຮ້າລອງ).
ຍສໝ - ໃນຮ່າງປັບປຸງແຜນງານໄຟຟ້າ VIII, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງວ່າ: ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ພວມຄົ້ນຄວ້າສະເໜີຊື້ໄຟຟ້າເພີ່ມຈາກຈີນ ຜ່ານສະຖານີ B2B ທີ່ຕັ້ງຢູ່ຊາຍແດນ ຫວຽດນາມ - ຈີນ.
ຍສໝ - ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສົມທົບກັບສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງກວາງຊີ, ຈີນ ກັບຜູ້ຕາງໜ້ານັກຮຽນ ແລະ ນັກສຶກສາຫວຽດນາມ ລຸ້ນໃໝ່ທີ່ເຄີຍຮຽນຢູ່ແຂວງກວາງຊີ. ເຫດການແມ່ນເພື່ອຫວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ແລະ ມຸ່ງໄປເຖິງອະນາຄົດທີ່ດີງາມ.
ຍສໝ - ປີ 2025 ສະເຫຼີມສະຫຼອງ75 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ຈີນ-ຫວຽດນາມ, ພ້ອມກັນນັ້ນ ແມ່ນປີພົບປະແລກປ່ຽນມະນຸດສະທຳ ຈີນ-ຫວຽດນາມ. ໃນໂທລະເລກອວຍພອນ, ການນຳຂອງສອງປະເທດໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ບັນດາຜົນງານໃໝ່ໃນການສ້າງປະຊາຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ, ຊຸກຍູ້ຄວາມຮັບຮູ້ລວມຂັ້ນສູງກ່ຽວກັບ "6 ກ່ວາ" ໃນການພົວພັນສອງປະເທດໃຫ້ເຂົ້າສູ່ຕົວຈິງ.
ຍສໝ - ຫວ່າງມໍ່ໆມານີ້, ປຶ້ມ "ເລື່ອງເລົ່າ ແລະ ພັນລະນາ ກວາງຊີ ກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ" ແລະ ຮູບເງົາ "ບຽນຮ່າຍ" ໄດ້ແນະນຳຢູ່ ຈີນ.
ຍສໝ - ຄະນະຜູ້ແທນພັກ, ອຳນາດການປົກຄອງນະຄອນ ດົ່ງຊິ່ງ (ຈີນ) ແລະ ເຂດ ຟາງຈ່າງ (ຈີນ) ໄດ້ໄປຢ້ຽມຢາມ ແລະ ອວຍພອນອົງຄະນະພັກ, ລັດຖະບານ ແລະ ປະຊາຊົນນະຄອນ ມ໋ອງກ໋າຍ (ຫວຽດນາມ) ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ຕ້ອນຮັບລະດູບານໃໝ່ ປີມະເສັງ 2025.
ຍສໝ - ວັນທີ 12 ມັງກອນນີ້, ຢູ່ແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ແຂວງ ບັກຢາງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ, ພ້ອມກັນນັ້ນ ກໍ່ສະຫຼຸບວຽກງານການທູດປະຊາຊົນປີ 2024 ແລະ ວາງອອກທິດທາງການເຄື່ອນໄຫວ ປີ 2025.
ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ພິທີເລີ່ມຕົ້ນການເຄື່ອນໄຫວພົບປະແລກປ່ຽນມະນຸດສະທຳ ແລະ ງານມະໂຫລານປະຊາຊົນເຂດຊາຍແດນ ຫວຽດນາມ - ຈີນ 2025 ໄດ້ດຳເນີນຢູ່ເມືອງ ມາລີຟໍ, ແຂວງ ຢຸນນານ, ຈີນ. ເຫດການໄດ້ດຶງດູດປະຊາຊົນເຂດຊາຍແດນສອງປະເທດເຂົ້າຮ່ວມມ່ວນຊື່ນ ແລະ ຮ້ອງເພງມິດຕະພາບໃນລະດູບານໃໝ່ເປັນຈຳນວນຫຼວງຫຼາຍ.
ຍສໝ - ຫຼັກໝາຍສາມແຍກແຫຼມອິນດູຈີນ, ບ່ອນທີ່ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ພົບກັນ, ບໍ່ພຽງແຕ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວທີ່ມັກຮັກທຳມະຊາດ ແລະ ປະຫວັດສາດອີກດ້ວຍ.
ຍສໝ - ວັນທີ 8 ມັງກອນ, ຄະນະປະຕິບັດງານແຂວງ ບິ່ງເຢືອງ ໂດຍທ່ານ ມາຍຮຸ່ງຢຸງ - ຮອງປະທານຜູ້ປະຈຳຄະນະຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ໄດ້ລົງນາມໃນຈົດໝາຍເຈດຈຳນົງກ່ຽວກັບການຮ່ວມມື, ພົບປະແລກປ່ຽນ ແລະ ມິດຕະພາບກັບ ອຳນາດການປົກຄອງແຂວງ ອານຮຸຍ, ຈີນ.
ຍສໝ - ໃນລະຫວ່າງວັນທີ 15-16 ທັນວາ, ຫຼາຍເຄື່ອນໄຫວທີ່ມີຄວາມໝາຍໄດ້ດຳເນີນຢູ່ ຈີນ ແລະ ລາວ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ. ບັນດາລາຍການບໍ່ພຽງແຕ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງຫວຽດນາມ ແລະ ສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າລາສີຂອງກອງທັບ ຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ.
ຍສໝ - 2 ຝ່າຍເຊື່ອໝັ້ນວ່າ ການພົວພັນລະຫວ່າງ ຫວຽດນາມ - ຈີນ ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າ, ໂດຍສະເພາະແມ່ນ: ການພົບປະພົວພັນຂັ້ນສູງ ແລະ ທຸກຂັ້ນໄດ້ຮັບການເພີ່ມທະວີ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວໄດ້ຮັບການພັດທະນາຢ່າງຕັ້ງໜ້າ...
ຍສໝ - ວັນທີ 10 ທັນວາ, ໃນຂອບເຂດການຢ້ຽມຢາມຈີນ, ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 16 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Han Zheng ຮອງປະທານປະເທດ ສປ ຈີນ.
ຍສໝ - ວັນທີ 9 ທັນວາ, ທີ່ນະຄອນຫຼວງປັກກິ່ງ (ຈີນ), ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຮົບເກົ່າ, ນັກຊ່ຽວຊານຈີນ ທີ່ເຂົ້າຮ່ວມ ຊ່ວຍເຫຼືອການປະຕິວັດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການພົບປະສັງສັນ ຍັງມີທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມກັບນັກຮົບເກົ່າ, ນັກຊ່ຽວຊານ ແລະຍາດຕິພີ່ນ້ອງຂອງນັກຮົບເກົ່າ, ນັກຊ່ຽວຊານຈີນ ກວ່າ 30 ຄົນ.
ຍສໝ - ຕອນຄໍ່າວັນທີ 9 ທັນວາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນ 18 ວິສາຫະກິດ ວົງຕະກູນ ຈາງ ແລະຫງຽມ ທີ່ມາຈາກ 11 ແຂວງ, ນະຄອນຂອງຈີນ ນຳໂດຍທ່ານ Yan JieHe, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງປາຊີຟິກ ແລະກຸ່ມບໍລິສັດກໍ່ສ້າງ SuShang ເຊິ່ງເປັນບັນດາວິສາຫະກິດ ຂຶ້ນກັບ 500 ວິສາຫະກິດໃຫຍ່ສຸດໃນທົ່ວໂລກ, ທີ່ພວມຢ້ຽມຢາມ ແລະຊອກຮູ້ກາລະໂອກາດຮ່ວມມື, ລົງທຶນຢູ່ຫວຽດນາມ.