EVFTA ເປີດກາລະໂອກາດ ກວ້າງຂວາງໃຫ້ຂະແໜງກະສິກຳ

17:45 | 23/02/2020

ຍສໝ - ເລື່ອງລັດຖະສະພາເອີລົບ ໃຫ້ສັດຕະຍາບັນ EVFTA ໃນວັນທີິ 12 ກຸມພາຜ່ານມາໄດ້ເປັນການຢັ້ງຢືນບົດບາດ ແລະຖານະທີ່ຕ້ັງດ້ານການເມືອງທີ່ສຳຄັນຂອງ ຫວຽດນາມ ໃນພາກພື້ນ.

EVFTA ເປີດກາລະໂອກາດ ກວ້າງຂວາງໃຫ້ຂະແໜງກະສິກຳ

ພາບປະກອບ

ເລື່ອງລັດຖະສະພາເອີລົບ ໃຫ້ສັດຕະຍາບັນ EVFTA ໃນວັນທີິ 12 ກຸມພາ ຜ່ານມາໄດ້ເປັນການຢັ້ງຢືນບົດບາດ ແລະຖານະທີ່ຕ້ັງດ້ານການເມືອງທີ່ສຳຄັນຂອງ ຫວຽດນາມ ໃນພາກພື້ນ; ຢັ້ງຢຶນຫວຽດນາມ-ຈາກປະເທດໄປຕາມຫຼັງໃນວິວັດທະນາການເຊື່ອມໂຍງເສດຖະກິດສາກົນ-ເປັນເທື່ອທຳອິດໄດ້ບືນຕົວຂຶ້ນກາຍເປັນປະເທດນຳໜ້າໃນການພົວພັນດ້ານການຄ້າກັບອີຢູ. ທ່ານ ຫງວຽນໂດ໊ແອງຕ໊ວນ ຫົວໜ້າກົມຮ່ວມມືສາກົນ-ກະຊວງກະສິກຳ ແລະພັດທະນາຊົນນະບົດ ເວົ້າວ່າ EVFTA ເປີດກາລະໂອກາດ ກວ້າງຂວາງໃຫ້ຂະແໜງກະສິກຳ, ຍ້ອນວ່ານີ້ແມ່ນຕະຫຼາດໃຫຍ່ດ້ວຍ GDP ຢືນອັບດັບທີ 4 ຂອງໂລກ ແລະແຕ່ລະປີການນຳເຂົ້າຜະລິດຕະພັນກະເສດຂອງ ອີຢູແມ່ນປະມານ 150 ຕື້ໂດລາສະຫະລັດ.

ປະຈຸບັນ, ຂະແໜງກະສິກຳຂອງຫວຽດນາມ ທີ່ສົ່ງອອກໃນທົ່ວໂລກຫາກໍ່ບັນລຸໄດ້ກວ່າ 40 ຕື້ໂດລາສະຫະລັດ, ສົ່ງອອກ ອີຢູ ຫາກໍ່ບັນລຸກວ່າ 5 ຕື້ໂດລາສະຫະ ລັດເທົ່ານັ້ນ. ທ່ານ ຫງວຽນໂດ໊ແອງຕ໊ວນ ວິເຄາະວ່າ “ພິເສດ, ລາຍຮັບສະເລ່ຍຂອງຊາວ ອີຢູ ຢູ່ລະດັບສູງສະນັ້ນເຂົາເຈົ້າພ້ອມແລ້ວທີ່ຈະຊື້ບັນດາປະເພດສິນຄ້າທີ່ມີລາຄາສູງ ກວ່າດ້ວຍຄຸນນະພາບ, ມາດຕະຖານສູງກວ່າ. ນີ້ແມ່ນກາລະໂອກາດດີທີ່ສຸດເພື່ອໃຫ້ຂະແໜງກະສິກຳຫວຽດນາມ “ປ່ຽນແປງຕົວເອງ”, ມຸ່ງໄປເຖິງພື້ນຖານກະສິກຳທີ່ມີມຸນຄ່າ ສູງກວ່າ, ຄຸນນະພາບດີກວ່າ, ຍືນຍົງກວ່າ. ປະຈຸບັນຂະແໜງກະສິກຳພວມມຸ່ງໄປເຖິງເປົ້າໝາຍພັດທະນາເສດຖະກິດສະຫະກອນ, ເພື່ອເຖິງປີ 2020 ມີສະຫະກອນ 15.000 ແຫ່ງ ແລະດຶງດູດວິສາຫະກິດລົງທຶນເປັນຕ່ອງໂສ້ໃນກະສິກຳ.

(ໄຊພອນ)

ເຫດການ
302 Found

Found

The document has moved here.