ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນເມສາ 2019

17:44 | 25/04/2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ2019 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນເມສາ 2019

ບັນຍາກາດກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນເມສາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ2019 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5 ເອກະສານສໍາຄັນຄື: ບົດລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ.

ຕໍ່ກັບບົດລາຍງານຄວາມຄືບໜ້າ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນ, ກະທັດຮັດ, ຈະແຈ້ງ, ເລິກເຊິ່ງ, ເຂົ້າໃຈງ່າຍ ແລະ ມີຄວາມເປັນເອກະພາບກັນສູງ. ໃນນີ້ ໃຫ້ຕີລາຄາຕື່ມວ່າ: ມາຮອດປັດຈຸບັນ ມີອັນໃດທີ່ເຮັດສຳເລັດ ແລະ ຍັງມີອັນໃດຄົງຄ້າງ ໃນແຕ່ລະດ້ານ, ຕໍ່ບັນຫາຄົງຄ້າງນັ້ນ ຈະມີວິທີການແກ້ໄຂຄືແນວໃດ, ໂດຍລົງເລິກເປັນແຕ່ລະໜ້າວຽກ ເຊັ່ນ: ການປັບປຸງນິຕິກຳ, ການປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ, ການປະຕິຮູບບັນດາວິສາຫະກິດ, ການຄຸ້ມຄອງເຂດເສດຖະກິດ, ການຄຸ້ມຄອງການລົງທຶນຂອງລັດ, ການປະຕິບັດມາດຕະການປະຢັດ, ການຄຸ້ມຄອງດ່ານ, ການຊຸກຍູ້ການທ່ອງທ່ຽວ, ການປະຕິບັດ 10 ຕົວຊີ້ວັດ ທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ແລະ ອື່ນໆ.

ຕໍ່ກັບການສະເໜີຂໍອະ ນຸມັດຂຸດຄົ້ນໄມ້, ກອງປະຊຸມເຫັນດີອະນຸມັດຂຸດຄົ້ນໄມ້ ທີ່ນອນຢູ່ໃນເຂດໂຄງການພັດ ທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ທີ່ໄດ້ດຳເນີນໄປແລ້ວ ເປັນຕົ້ນ ແລວກໍ່ສ້າງເສັ້ນທາງ, ສາຍສົ່ງໄຟຟ້າ, ອ່າງເກັບນໍ້າໃນເຂື່ອນ ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາຄືນຄວາມຖືກຕ້ອງຂອງຂໍ້ມູນ, ມີການແຕ່ງຕັ້ງຄະນະຮັັບຜິດຊອບຄັກແນ່, ກໍານົດແຜນການຂຸດຄົ້ນໃຫ້ລະອຽດ, ພ້ອມທັງ ຄົ້ນຄວ້າມາດຕະການຄຸ້ມຄອງໃຫ້ດີ, ແທດເໝາະກັບສະພາບຕົວຈິງ, ຫຼີກລ່ຽງການສວຍໂອກາດ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງສອດຄ່ອງກັບກົດໝາຍ ແລະ ລະບຽບການ. ຄຽງຄູ່ກັນນັ້ນ ກໍຕ້ອງໄດ້ມີການສຶກສາອົບຮົມປຸກລະດົມປະຊາຊົນ ໃຫ້ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງຖືກຕ້ອງ.

ສ່ວນເຄື່ອງປ່າຂອງດົງ ແມ່ນເຫັນດີໃຫ້ຂຸດຄົ້ນນໍາໃຊ້ຢ່າງສົມເຫດສົມຜົນ ແລະ ໃຫ້ຊົົມໃຊ້ຢູ່ພາຍໃນປະເທດເປັນຫຼັກ, ແຕ່ຕ້ອງມີການກວດກາ, ຄຸ້ມຄອງຢ່າງເຂັ້ມງວດ, ອັນໃດຄວນອະນຸຍາດໃຫ້ຂຸດຄົ້ນນຳໃຊ້, ອັນໃດຄວນຢຸດເຊົາ, ຫຼີກລ່ຽງການເກັບທີ່ມີລັກສະນະດັບສູນ, ຮັັບປະກັນໃຫ້ມີຄວາມຍືນຍົົງ ແລະ ສ້າງໄດ້ມູນຄ່າເພີ່ມ. ພ້ອມນັ້ນ ກໍໃຫ້ມີການກຳນົດປະເພດເຄື່ອງປ່າຂອງດົງ ທີ່ຄວນຈຳກັດ ແລະ ບໍ່ຈຳກັດ ໃນການສົ່ງອອກໄປຂາຍຕ່າງປະເທດຢ່າງຄັກແນ່.

ຕໍ່ກັບບົດລາຍງານກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ, ກອງປະຊຸມເຫັນວ່າລາຄາໄຟຟ້າ ເປັນປັດໄຈທີ່ສໍາຄັນຫຼາຍຕໍ່ການພັດທະນາປະເທດ, ເປັນໂຄງປະກອບຕົ້ນທຶນທໍາການຜະລິດ, ເປັນປັດໄຈດຶງດູດການລົງທຶນ, ສົ່ງເສີມການຜະລິດພາຍໃນ, ປັບປຸງຍົກລະດັບຊີວິດການປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ.ສະນັ້ນ ຕ້ອງໄດ້ມີການປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ແທດເໝາະກັບສະພາບການຕົວຈິງ ໃນໄລຍະແຕ່ນີ້ຮອດປີ 2025, ມີລາຄາທີ່ສົມເຫດສົມຜົນ, ມີຄວາມຍຸຕິທຳ, ເຮັດໃຫ້ທຸກພາກສ່ວນໃນສັງຄົມ ສາມາດຊົມໃຊ້ໄດ້, ປະກອບສ່ວນຊຸກຍູ້ການລົງທຶນພາຍໃນປະເທດ,ທັງຮັບປະກັນໃຫ້ຝ່າຍສະໜອງໄຟຟ້າແລະ ພັດທະນາພະລັງງານ ມີຄວາມໝັ້ນຄົງ, ຍືນຍົງ ແລະ ມີຜົນກຳໄລ ທີ່ຍຸຕິທຳ. ສິ່ງສໍາຄັັນອີກ ແມ່ນບໍ່ເຮັດໃຫ້ສັງຄົມມີຄວາມແຕກຕື່ນ, ບໍ່ສົ່ງຜົນກະທົບບໍ່ດີຕໍ່ຜູ້ທີ່ມີລາຍຮັບຕໍ່າ, ລວມທັງພາກທຸລະກິດ ທີ່ພັກ ແລະ ລັດເຮົາ ມີນະໂຍບາຍສົ່ງເສີມເປັນຕົ້ນ ການຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ອຸດສາຫະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

ໂດຍລວມແລ້ວ ການປັບປຸງລາຄາໄຟຟ້າໃນຄັ້ງນີ້ ເຫັນວ່າມີລາຄາທີ່ຖືກກວ່າ ແລະ ຍຸຕິທຳກວ່າໃນໄລຍະຜ່ານມາ. ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍການປະຢັດພະ ລັງງານ, ແນໃສ່ເປັນເຄື່ອງມືຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການປະຢັດພະລັງງານ, ເຮັດໃຫ້ແຫຼ່ງພະລັງງານມີການຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ, ຫຼຸດຜ່ອນຄ່າໃຊ້ຈ່າຍດ້ານພະລັງງານ ແລະ ຜົນກະທົບຫຍໍ້ທໍ້ຕໍ່ສິ່ງແວດລ້ອມ. ພ້ອມກັນນັ້ນ ກໍໃຫ້ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ. ສໍາລັບຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ,ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດດັ່ງກ່າວ, ພ້ອມທັງຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ຮ່າງດຳລັດ ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້, ພ້ອມທັັງ ຮຽບຮຽງຄືນ ກ່ອນນໍາສະເໜີລັດຖະບານປະກາດໃຊ້ຕາມຂັ້ນຕອນ ແລະ ລະບຽບການ.

ໃນຕອນທ້າຍຂອງກອງ ປະຊຸມ, ທ່ານ ນາຍົກລັດຖະ ມົນຕີ ໄດ້ສະຫຼຸບສັງລວມກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນເມສາ ແລະ ກຳນົດວຽກງານ ໃນເດືອນພຶດສະພາ 2019. ສຳລັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນເດືອນ ເມສາ 2019, ໄດ້ປະຕິບັດວຽກຈຸດສຸມ ທີ່ໄດ້ກໍານົດອອກຢູ່ໃນມະຕິຂອງກອງປະຊຸມລັດຖະບານປະຈໍາເດືອນ ມີນາ 2019 ເປັນຕົ້ນແມ່ນ: ລັດຖະບານ ໄດ້ເອົາ ໃຈໃສ່ຊີ້ນຳ ການແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ ເຊັ່ນ: ອຸບັດເຫດຕາມທ້ອງຖະ ໜົນ, ຢາເສບຕິດ ແລະ ການປະພຶດທີ່ບໍ່ເໝາະສົມຂອງພະ ນັກງານ ຫຼື ເຈົ້າໜ້າທີ່ລັດ; ການຊຸກຍູ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານ; ຊຸກຍູ້ການຈັດຕັ້ງປະ ຕິບັດລະບົບການຂຶ້ນທະບຽນວິສາຫະກິດ ຕາມຄຳສັ່ງສະບັບເລກທີ 02/ນຍ ເພື່ອແກ້ໄຂສິ່ງອຸດຕັນ ແລະ ຖ່ວງດຶງຄວາມສະດວກໃນການດໍາເນີນທຸລະກິດ. ໄດ້ພິຈາລະນາ ແລະ ຕົກລົງຫຼາຍບັນຫາທີ່ສໍາຄັນ ຜ່ານກົນໄກກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີເປັນຕົ້ນແມ່ນ: ການຮັບຮອງເອົາຮູບຊົງສະຖານີຫຼວງພະບາງ, ວັງວຽງ ແລະ ນະຄອນຫຼວງວຽງຈັນ ຂອງໂຄງການທາງລົດໄຟ ລາວ-ຈີນ; ຮັບຮອງເອົາການອອກແບບໂຄງສ້າງ ແລະ ຮູບແບບຕ່າງໆຂອງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ VI (ສາລະວັນ-ອຸບົນຣາຊະທານີ); ການພິຈາລະນາຜົນການກວດກາ ແລະ ຢັ້ງຢືນມູນຄ່າຄວາມເສຍຫາຍວຽກແກ້ໄຂສຸກເສີນບັນດາເສັ້ນທາງ ແລະ ຂົວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ໃນໄລຍະລະດູຝົນ ປີ 2018; ການກະກຽມບັນດາເອກະສານຕ່າງໆ ທີ່ຈະລົງນາມຮ່ວມກັບຝ່າຍຈີນ ໃນໂອກາດທີ່ທ່ານປະທານປະເທດ ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ຢູ່ ສປ ຈີນ; ພິຈາລະນາໂຄງການລົງທຶນຜ່ານກົນໄກກອງປະຊຸມຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ລວມທັງໝົດຫຼາຍກວ່າ 17 ໂຄງການ; ໄດ້ພິຈາລະນາ ແລະ ອອກນິຕິກໍາລຸ່ມກົດໝາຍຂອງລັດຖະບານ ຊຶ່ງລວມມີດໍາລັດ, ຂໍ້ຕົກລົງ ແລະ ແຈ້ງການທັງໝົດ 188 ສະບັບ; ນາຍົກ-ຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກລັດຖະບານ ໄດ້ເຄື່ອນໄຫວວຽກງານພາຍໃນ ແລະ ຕ່າງປະເທດ ທີ່ສໍາຄັນ ເປັນຕົ້ນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂປອາວ, ເຂົ້າຮ່ວມ ແລະ ເຄື່ອນໄຫວເຮັດວຽກງານຢູ່ຫຼາຍແຂວງ ເພື່ອສົ່ງເສີມປີທ່ອງທ່ຽວ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ກໍຄືການລົງທຶນພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ. ຄຽງຄູ່ກັບວຽກຈຸດສຸມ ທີ່ປະຕິບັດໄດ້ຢ່າງມີປະສິດທິຜົນນັ້ນ, ພວກເຮົາກໍຍັງມີຫຼາຍວຽກທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນ ແມ່ນການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານ ທີ່ຍັງບໍ່ໄດ້ຕາມຄາດໝາຍຂອງແຜນການ, ການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ຄຳສະເໜີຂອງປະຊາຊົນຍັງຊັກຊ້າ, ຄວາມສະດຸ້ງໄວ ແລະ ການປະຕິບັດພາລະບົດບາດ, ຄວາມຮັບຜິດຊອບຂອງບາງຂະ ແໜງການ ຍັງບໍ່ທັນສູງເທົ່າທີ່ຄວນ ແລະ ອື່ນໆ. ສໍາລັບວຽກງານຈຸດສຸມ ໃນເດືອນພຶດສະພາ 2019.

ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ. ໃນນີ້ ໃຫ້ຄົ້ນຄວ້າກໍານົດມາດຕະການຕົວຈິງ ທີ່ຊັດເຈນສະເພາະໃນການແກ້ໄຂແຕ່ລະບັນຫາ ເປັນຕົ້ນອຸບັດເຫດຕາມທ້ອງຖະໜົນ, ການຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການບິດເບືອນຄວາມຈິງໂດຍຜ່ານສື່ອອນລາຍ ແລະ ອື່ນໆໃຫ້ມີປະສິດທິພາບ,ປະສິດທິຜົນຫຼາຍກວ່າເກົ່າ. ຂົງເຂດເສດຖະກິດ: ໃຫ້ປັບປຸງການສະຫຼຸບຕີລາຄາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ ເພື່ອກະກຽມລາຍງານຕໍ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8; ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ວ່າດ້ວຍການອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ; ພ້ອມທັງ ລາຍງານຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດໃຫ້ລັດຖະ ບານຊາບທຸກໆໄຕມາດ; ໃຫ້ສະຫຼຸບຕີລາຄາການຄຸ້ມຄອງ ແລະ ພັດທະນາເຂດເສດຖະກິດພິເສດ (12 ເຂດ) ເພື່ອໃຫ້ຮູ້ໄດ້ບັນຫາ, ສາຍເຫດ ແລະ ທິດທາງແກ້ໄຂ ເພື່ອໃຫ້ລັດຖະບານ, ປະຊາຊົນ ແລະ ຜູ້ລົງທຶນ ໄດ້ຮັບຜົນປະໂຫຍດຫຼາຍຂຶ້ນຈາກການພັດທະນາເຂດເສດຖະກິດພິເສດດັ່ງກ່າວ; ສືບຕໍ່ສຸມໃສ່ຊຸກຍູ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານໃນໄຕມາດທີ 2 ໃຫ້ໄດ້ຕາມແຜນທີ່ໄດ້ກໍານົດໄວ້. ໃຫ້ກວດຄືນ ແລະ ປັບປຸງບັນດາມາດຕະການທີ່ມີແລ້ວ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນກວ່າເກົ່າ; ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທາງລົດໄຟລາວ-ຈີນ ເປັນຕົ້ນການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການໃຫ້ໄວຂຶ້ນ ເພື່ອປ້ອງກັນບໍ່ໃຫ້ເກີດຫາງສຽງ ແລະ ສ້າງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ.

ໃຫ້ເອົາໃຈໃສ່ແກ້ໄຂບັນຫາດ່ານສາກົນຕ່າງໆທີ່ຍັງມີຄວາມສັບສົນ ແລະ ບໍ່ເປັນລະບົບລະບຽບ ໂດຍແຕ່ງຕັ້ງຄະນະສະເພາະກິດລົງໄປກວດກາ, ກໍາສະພາບການ ແລະ ສະເໜີທິດທາງແກ້ໄຂໃຫ້ຂາດຕົວ ເພື່ອຈໍາກັດຊ່ອງຫວ່າງການສວຍໂອກາດ, ການຮົ່ວໄຫຼຂອງລາຍຮັບພາສີ-ອາກອນ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຜະລິດທຸລະກິດ ແລະ ການບໍລິການ; ໃຫ້ສະຫຼຸບ, ສັງລວມບັນຊີ, ການລາຍງານສະພາບການດຳເນີນທຸລະກິດ,ສະເໜີທິດທາງ ແລະ ວິທີການໃນການປັບປຸງວິສາຫະກິດລັດ ເປັນຕົ້ນ ບໍລິສັດລັດ ເພື່ອກະກຽມລາຍງານໃຫ້ແກ່ກົມການເມືອງສູນກາງພັກ; ສືບຕໍ່ການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີຄວາມຍືນຍົງ ພ້ອມທັງປັບປຸງ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາທີ່ກະທົບຕໍ່ການທ່ອງທ່ຽວ ເປັນຕົ້ນ ການເກັບຄ່າທໍານຽມແລະ ສິ່ງກີດຂວາງຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບການ. ໃຫ້ເອົາໃຈໃສ່ເປັນພິເສດຕໍ່ການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວຕ່າງໆຢູ່ເມືອງວັງວຽງ, ແຂວງວຽງຈັນ ໃຫ້ດີຂຶ້ນ. ຂົງເຂດວັດທະນະທໍາ, ສັງຄົມ ແລະ ສິ່ງແວດລ້ອມ: ສືບຕໍ່ກະກຽມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃຫ້ເປັນຂະບວນຟົດຟື້ນ ແລະ ກະກຽມ ໃຫ້ເປີດຂະບວນການດັ່ງກ່າວ ໃນໄລຍະດໍາເນີນກອງປະຊຸມລັດຖະບານເປີດກວ້າງ ໃນທ້າຍເດືອນພຶດສະພາ ທີ່ຈະມາເຖິງນີ້; ສືບຕໍ່ຕິດຕາມ ກວດກາການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ເປັນຕົ້ນການນໍາເຂົ້າສັດ, ພືດຜັກ, ໝາກໄມ້, ຢາປົວພະຍາດ, ເຄື່ອງສໍາອາງ ແລະ ອາຫານທະເລ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອສະກັດກັ້ນການນໍາເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງ. ພ້ອມກັນນີ້ ກໍໃຫ້ເອົາໃຈໃສ່ລົງກວດກາສຸຂະອະນາໄມ ແລະ ຄວາມປອດໄພຂອງເຄື່ອງບໍລິໂພກຢູ່ໂຮງງານຂ້າສັດ, ຕະຫຼາດ ແລະ ບ່ອນຈໍາໜ່າຍສິນຄ້າຕ່າງໆ; ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂຢ່າງທັນການຕໍ່ກັບການລະບາດຂອງພະຍາດຕ່າງໆ ເປັນຕົ້ນໄຂ້ຍຸງ, ໄຂ້ໝາກແດງ, ພະຍາດຈາກສັດ ແລະ ອື່ນໆ ທີ່ອາດເກີດໃນໄລຍະລະດູຮ້ອນ.

ສືບຕໍ່ຕິດຕາມ ແລະ ຄວບຄຸມການສ້າງມົນລະພິດທາງອາກາດເປັນຕົ້ນແມ່ນການຈູດຂີ້ເຫຍື້ອ ແລະ ຈູດປ່າເຮັດໄຮ່ ສ້າງໝອກຄວັນປົກຄຸມ (PM 2.5) ໃນ 2 ເດືອນຜ່ານມາ. ພ້ອມນີ້, ກໍໃຫ້ຕິດຕາມ ແລະ ເຝົ້າລະວັງການປ່ຽນແປງດິນຟ້າອາກາດ, ພ້ອມທັງມີການແຈ້ງເຕືອນ ແລະ ແນະນໍາປະຊາຊົນກ່ຽວກັບຄວາມສ່ຽງ, ວິທີປ້ອງກັນ ແລະ ມາດຕະການແກ້ໄຂຢ່າງທັນການ; ຂົງເຂດປົກຄອງ ແລະ ຍຸຕິທໍາ. ສືບຕໍ່ປັບປຸງ ບັນດາຮ່າງກົດໝາຍ ທີ່ລັດຖະບານ ຈະໄດ້ນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ໃຫ້ສໍາເລັດສົມບູນ, ພ້ອມທັງກະກຽມຊີ້ແຈງ, ອະທິບາຍ ແລະ ປ້ອງກັນຮ່າງກົດໝາຍດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ; ຮີບຮ້ອນກວດກາ, ຄົ້ນ ຄວ້າ ແລະ ຕອບຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນຂອງລັດຖະບານ, ຂະແໜງຕ່າງໆ ແລະ ສື່ສັງຄົມອອນລາຍ ໃຫ້ວ່ອງໄວ ແລະ ຕິດແທດຕົວຈິງ. ເອົາໃຈໃສ່ຄົ້ນຄວ້າ, ອະທິບາຍຊີ້ແຈງ ຄຳສະເໜີຕ່າງໆຂອງປະຊາຊົນ ຜ່ານສາຍດ່ວນຂອງຫ້ອງວ່າການສຳນັກງານນາຍົກ ແລະ ກະຊວງຕ່າງໆ, ພ້ອມນີ້ ໃຫ້ສະຫຼຸບລາຍງານຜົນໃຫ້ລັດຖະບານຊາບໃນເດືອນຕໍ່ໄປ; ສືບຕໍ່ເອົາໃຈໃສ່ ຕິດ ຕາມ, ກວດກາ ແລະ ແກ້ໄຂການບຸກລຸກເນື້ອທີ່ດິນປ່າໄມ້ຢູ່ທ້ອງຖິ່ນຈຳນວນໜຶ່ງ ໃຫ້ເຂັ້ມງວດຕາມກົດໝາຍ. ຂົງເຂດການຕ່າງປະ ເທດ: ສືບຕໍ່ຕິດຕາມຢ່າງໃກ້ ຊິດສະພາບການພາກພື້ນ ແລະ ສາກົນ, ມີການວິເຄາະວິໄຈ ແລະ ກໍານົດທັດສະນະຢ່າງເໝາະສົມ ແລະ ລາຍງານລັດຖະບານ ໃຫ້ທັນສະພາບການ; ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ ເປັນຕົ້ນການກະກຽມໃຫ້ແກ່ການໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ ສປ ຈີນ ຂອງປະທານປະເທດ ແລະ ການເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ ຄັ້ງທີ 25 ທີ່ປະເທດຍີ່ປຸ່ນຂອງນາຍົກລັດຖະມົນຕີ. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນໍາຈິດໃຈຊີ້ນໍາຂອງກອງປະຊຸມໃນຄັ້ງນີ້ເຂົ້າເປັນມະຕິກອງປະຊຸມລັດຖະບານ ພ້ອມທັງຜັນຂະຫຍາຍເປັນນິຕິກໍາ ຫຼື ແຈ້ງການ ຕາມຄວາມເໝາະສົມ ເພື່ອມອບຄວາມຮັບຜິດຊອບໃຫ້ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນນໍາໄປຈັດຕັ້ງປະຕິບັດ.

ພ້ອມນີ້, ກໍ່ໃຫ້ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງກະກຽມກອງປະຊຸມລັດຖະບານເປີດກວ້າງໃນເດືອນພຶດສະພາໃຫ້ມີເນື້ອໃນ, ມີຄວາມຮອບຄອບທາງດ້ານບໍລິຫານ-ພິທີການ ແລະ ໃຫ້ໄດ້ຮັບໝາກຮັບຜົນເປັນຢ່າງດີ. ມອບໃຫ້ສະມາຊິກລັດ ຖະບານ ເອົາໃຈໃສ່ຊີ້ນໍາການ ຈັດຕັ້ງປະຕິບັດວຽກງານຈຸດສຸມປະຈໍາເດືອນພຶດສະພາທີ່ກ່ຽວຂ້ອງກັບຄວາມຮັບຜິດ ຊອບຂອງຕົນໃຫ້ມີປະສິດທິຜົນ ພ້ອມທັງສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ ຫສນຍ ພາຍໃນວັນທີ 15 ຂອງເດືອນພຶດສະພາ. ພ້ອມນີ້ກໍ່ໃຫ້ເອົາໃຈໃສ່ຄົ້ນ ຄວ້າ, ກະກຽມ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນໃນການເຂົ້າຮ່ວມ ແລະ ປະກອບຄໍາເຫັນຕໍ່ກອງປະຊຸມສູນກາງຄົບຄະນະ ຄັ້ງທີ 8 ທີ່ຈະມາເຖິງ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.