ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່

10:37 | 04/05/2021

ຍສໝ - ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຂອງສະພາຄວາມໝັ້ນຄົງ ສປຊ ຢ່າງມີປະສິດທີຜົນ, ສຳເລັດວຽກງານໃຫ່ຍຂອງອາຍຸການເປັນຢ່າງດີ ແລະ ສ້າງ “ຂີດໝາຍຫວຽດນາມ” ຢູ່ອົງການສຳຄັນທີ່ສຸດຂອງ ສປຊ ກ່ຽວກັບການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021 ລາວ ຕີ​ລາ​ຄາ​ສູງ ບົດ​ບາດ​ຕັ້ງ​ໜ້າ ຂອງ ຫວຽດ​ນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ 2021
ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ
ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່

ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່. ພາບປະກອບ: vtc.vn

ໃນເດືອນປະທານ, ຫວຽດນາມ ໄດ້ສະເໜີ ແລະ ເປັນປະທານຈັດ 4 ເຫດການບຸລິມະສິດກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ. ພ້ອມກັນນັ້ນ, ຫວຽດນາມ ໄດ້ເປັນປະທານສ້າງ ແລະ ຊຸກຍູ້ການຮັບຮອງເອົາເອກະສານ 3 ສະບັບຂອງສະພາຄວາມໝັ້ນຄົງ ສປຊ, ໃນນັ້ນມີຖະແຫຼງການປະທານ 2 ສະບັບ ແລະ ມະຕິສະບັບ 1. ຂໍ້ລິເລີ່ມສຳຄັນທີ່ສຸດໂດຍຫວຽດນາມ ຊຸກຍູ້ການປຶກສາຫາລືເປີດກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນການປະທະກັນ.

ກ້າວເຂົ້າສູ່ປີທີ 2 ຂອງອາຍຸການສະພາຄວາມໝັ້ນຄົງ ແລະ ຮັບດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ນີ້ແມ່ນໜ້າທີ່ຫຼາຍຝ່າຍທຳອິດທີ່ຫວຽດນາມ ຮັບຜິດຊອບ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ປະກອບສ່ວນຜັນຂະຫຍາຍວິໄສທັດ, ບັນດາການກຳນົດທິດ ແລະ ແຜນນະໂຍບາຍໃຫ່ຍກ່ຽວກັບແນວທາງການຕ່າງປະເທດຂອງຫວຽດນາມ ໃນໄລຍະຈະມາເຖິງ. ໃນສະພາບການໂລກມີການຜັນແປທີ່ສັບສົນຫຼາຍຢ່າງ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫ່ຍໄດ້ເພີ່ມຂຶ້ນ, ບັນດາສະຖານທີ່ເຄັ່ງຮ້ອນ, ຂາດສະຖຽນລະພາບສືບຕໍ່ເກີດຂຶ້ນໃນໂລກ, ໂດຍສະເພາະແມ່ນຍ້ອນສະພາບໂລກລະບາດ ໂຄວິດ - 19 ຄຸກຄາມ. ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຂອງສະພາຄວາມໝັ້ນຄົງ ສປຊ ຢ່າງມີປະສິດທີຜົນ, ສຳເລັດວຽກງານໃຫ່ຍຂອງອາຍຸການເປັນຢ່າງດີ ແລະ ສ້າງ “ຂີດໝາຍຫວຽດນາມ” ຢູ່ອົງການສຳຄັນທີ່ສຸດຂອງ ສປຊ ກ່ຽວກັບການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຫວຽດນາມ ໄດ້ຢືດໝັ້ນກັບຫຼັກການເອກະລາດ, ເປັນເຈົ້າຕົນເອງ, ປົກປ້ອງຜົນປະໂຫຍດຂອງປະເທດ, ຂອງຊາດ, ປະສົມກົມກຽວກັບຜົນປະໂຫຍດລວມຂອງປະຊາຄົມສາກົນ, ຕັ້ງໜ້າປະກອບສ່ວນ, ເປັນເຈົ້າການ, ສ້າງສາ ແລະ ມີຄວາມຮັບຜິດຊອບ, ແກ້ໄຂບັນດາບັນຫາສັບສົນໃນໂຄງການດຳເນີນງານຂອງສະພາຄວາມໝັ້ນຄົງຢ່າງສົມເຫດສົມຜົນ, ພ້ອມທັງຖືເປັນສຳຄັນບັນດາຄວາມມານະພະຍາຍາມ, ບົດຮຽນຂອງຫວຽດນາມ ໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດຄືນໃໝ່.

ປະເທດລາວ: 28 ເມສາ 2021 ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ ປະເທດລາວ: 28 ເມສາ 2021 ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ

ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ຍັງໜ້າເປັນຫ່ວງ, ຜົນກວດວັນທີ 27 ເມສາ 2021 ພົບຜູ້ຕິດເຊື້ອ ອີກ 93 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢູ່ສະຫວັນນະເຂດ 3 ຄົນ, ຫຼວງພະບາງ ...

27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ 27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ

ຜົນເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ໃນວັນທີ26 ເມສາ 2021 ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ ...

ກວ໋າງຈິ້ ຈັດຕັ້ງຫຼາຍກິດຈະກໍາເນື່ອງໃນໂອກາດວັນທີ 30 ເມສາ ກວ໋າງຈິ້ ຈັດຕັ້ງຫຼາຍກິດຈະກໍາເນື່ອງໃນໂອກາດວັນທີ 30 ເມສາ

ຄະນະກໍາມະການປະຊາຊົນແຂວງກວ໋າງຈິ້ ຈະຈັດງານບຸນ “ທ້ອນໂຮມປະເທດຊາດເປັນເອກະພາບ” ທີ່ເຂດປູຊະນີຍະສະຖານແຫ່ງຊາດພິເສດສອງຟາກແມ່ນ້ຳຮ່ຽນເລືອງ-ເບັນຫ໊າຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ).

ໄຊພອນ

ເຫດການ
302 Found

Found

The document has moved here.