ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບຮອງປະທານາທິບໍດີ ອາເມລິກາ

08:55 | 15/11/2018

ວັນທີ 14 ພະຈິກ, ທີ່ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ມີການພົບປະກັບທ່ານຮອງປະທານາທິບໍດີ ອາເມລິກາ Mike Pence.

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບຮອງປະທານາທິບໍດີ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບຮອງປະທານາທິບໍດີ ອາເມລິກາ. (ພາບ: BNG)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຢັ້ງຢືນວ່າ ຫວຽດນາມ ຖືອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາຖະໜາຢາກນຳເອົາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ກ້າວຂຶ້ນສູ່ລະດັບສູງໃໝ່, ບົນພື້ນຖານການເຄົາລົບ ເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເຄົາລົບລະບອບການເມືອງຂອງກັນ; ສະເໜີໃຫ້ສອງຝ່າຍເພີ່ມທະວີ ການພົບປະ ແລະ ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງເປັນພິເສດ ຕໍ່ການໃຫ້ຄຳໝັ້ນສັນຍາ ຂອງບັນດາການນຳ ອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ ຫວຽດນາມ, ໃນນັ້ນມີການເຂົ້າຮ່ວມລ້າງສານພິດ dioxin ຢູ່ສະໜາມບິນ ບຽນຮ່ວາ ທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ປະຕິບັດກິດຈະການປ່ຽນແປງໃໝ່ຢ່າງສະເໝີຕົ້ນສະເໝີປາຍ, ເຊື່ອມໂຍງກັບສາກົນ, ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດໃນການປົກປ້ອງຊັບສິນທາງປັນຍາ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ, ເຄົາລົບບັນດາມາດຖານສາກົນກ່ຽວກັບການເງິນ, ເງິນຕາ; ສະເໜີໃຫ້ສອງປະເທດສືບຕໍ່ສ້າງເງື່ອນໄຂສະດວກ ໃຫ້ແກ່ການພົວພັນດ້ານການຄ້າ, ການລົງທຶນ ແລະ ເອົາໃຈໃສ່ແກ້ໄຂຄວາມສົນໃຈຂອງກັນ ແລະ ກັນໃຫ້ສົມເຫດສົມຜົນເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ.

ຕີລາຄາສູງການສົມທົບກັນລະຫວ່າງ ສອງປະເທດ ໃນບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ຊົມເຊີຍເລື່ອງທີ່ອາເມລິກາ ຢັ້ງຢືນການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ບັນດາກົນໄກພາກພື້ນ ທີ່ ອາຊຽນ ນຳພາ, ຢັ້ງຢືນການສະໜັບສະໜູນ ບັນດາຂໍ້ລິເລີ່ມ ການຮ່ວມມືໂດຍມີການປະກອບສ່ວນໃຫ້ແກ່ ການຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ເຄົາລົບເອກະລາດ, ອຳນາດອະທິປະໄຕຂອງບັນດາປະເທດ.

ສ່ວນທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ກໍ່ຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນ ຫວຽດນາມ ທີ່ມີຄວາມເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.