ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ

11:59 | 18/04/2021

ຍສໝ - ສອງຝ່າຍຮັບຮູ້ ແລະຕີລາຄາສູງຕໍ່ການຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ. ພິເສດ, ສອງຝ່າຍຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ຜ່ານນັ້ນປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ
ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ
ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ
ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Daniel J.Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ. ພາບ: ວັນຮຽວ.

ເມື່ອບໍ່ດົນມານີ້, ຢູ່ສຳນັກງານກະຊວງປ້ອງກັນປະເທດ ສສ ຫວຽດນາມ, ທ່ານ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Daniel J.Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ເຂົ້າຢ້ຽມອໍາລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ສອງຝ່າຍຮັບຮູ້ ແລະຕີລາຄາສູງຕໍ່ການຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ. ພິເສດ, ສອງຝ່າຍຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ຜ່ານນັ້ນປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ. ສອງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວຕາມເອກະສານທີ່ໄດ້ລົງນາມ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ.

ນອກຈາກນັ້ນ, ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ວ່າ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະປາດຖະໜາຢາກພັດທະນາການພົວພັນຮອບດ້ານກັບອາເມລິກາ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ.

ໃນວັນທີ 16 ເມສາ 2021, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink ເຂົ້າຢ້ຽມອຳລາ ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ຕີລາຄາສູງການສົມທົບຂອງສະຖານທູດອາເມລິກາ, ພິເສດແມ່ນທ່ານເອກອັກຄະລັດຖະທູດເອງ ທີ່ໄດ້ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງມີປະສິດທິຜົນ, ໝັ້ນຄົງ, ກ້າວເຂົ້າສູ່ລວງເລິກບົນພື້ນຖານເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ.

ທີ່ການຕ້ອນຮັບ, ທ່ານ ຫງວຽນກວກຢຸງ ກໍ່ໄດ້ຢືນຢັນວ່າ, ແຜນນະໂຍບາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ໃຫ້ເລິກເຊິ່ງກວ່າອີກ.

ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ມີການໂອ້ລົມສົນທະນາທາງຖ່າຍທອດສົດກັບ ຜູ້ແທນສະພາຕ່ຳອາເມລິກາ ທ່ານ Joaquin Castro - ປະທານຮ່ວມກຸ່ມອາຊຽນປະຈຳສະພາອາເມລິກາ, ປະທານອະນຸກຳມະການພັດທະນາສາກົນ, ອົງການຈັດຕັ້ງສາກົນ ແລະ ຜົນກະທົບທາງສັງຄົມຂອງທຸລະກິດທົ່ວໂລກ.

ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ

ຍສໝ - ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA), ນັບແຕ່ມີຜົນສັກສິດ (ເດືອນສິງຫາ 2020) ມາຮອດວັນທີ 4 ເມສາ 2021, ບັນດາອົງການ ຈັດຕັ້ງທີ່ໄດ້ຮັບການມອບສິດ ໄດ້ສະໜອງ C/O ແບບຟອມ EUR.1 ກວ່າ 127,296 ຊຸດ ດ້ວຍວົງເງິນເກືອບ 4,8 ຕື້ໂດລາສະຫະລັດ ໃຫ້ແກ່ ...

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ລາວ

ຍສໝ - ສອງຝ່າຍຕີລາຄາສູງການພົວພັນດ້ານປ້ອງກັນຊາດຫວຽດນາມ-ລາວ, ຢັ້ງຢືນນີ້ແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນລະຫວ່າງສອງປະເທດ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.