ການພົບປະກັບນັກສຶກສາລາວ ແລະ ນັກສຶກສາກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Chol Chnam Thmay ກຳປູເຈຍ

11:16 | 12/04/2019

ຍສໝ - ນັກສຶກສາລາວ ແລະ ກຳປູເຈຍ ກວ່າ 500 ຄົນ ໄດ້ປະຕິບັດພິທີມັດແຂນ, ຫົດນໍ້າ ແລະ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ.

ການພົບປະກັບນັກສຶກສາລາວ ແລະ ນັກສຶກສາກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Chol Chnam Thmay ກຳປູເຈຍ

ການສະແດງສິລະປະຂອງນັກສຶກສາ ລາວ. ພາບ: TTXVN

ໃນວັນທີ 10 ເມສາ, ການນຳນະຄອນໂຮ່ຈີມິງ ໄດ້ພົບປະກັບນັກສຶກສາລາວ ແລະ ນັກສຶກສາກຳປູເຈຍ ທີ່ກໍາລັງຮ່ຳຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລໃນນະຄອນໂຮ່ຈີມິງ ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Chol Chnam Thmay ກຳປູເຈຍ.

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມສະໜິດສະໜົມ ແລະ ອົບອຸ່ນ, ມີນັກສຶກສາ ລາວ ແລະ ກຳປູເຈຍ ກວ່າ 500 ຄົນ ທີ່ນຸ່ງຊຸດປະຈຳຊາດຂອງຕົນໄດ້ປະຕິບັດພິທີບາສີສູ່ຂວັນ, ຫົດນ້ຳ ແລະ ມອບພວງມາໄລເຊິ່ງກັນ ແລະ ກັນ.

ກ່າວຄຳເຫັນທີ່ງານດັ່ງກ່າວ, ທ່ານ ເຈິ່ນ ລີວ ກວາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈີມິງ ໄດ້ກ່າວຄຳອວຍພອນປີໃໝ່ໄປຍັງບັນດານັກສຶກສາລາວ, ກຳປູເຈຍ ທີ່ກໍາລັງຮ່ຳຮຽນຢູ່ນະຄອນ ເຊິ່ງຕ້ອນຮັບບຸນປີໃໝ່ຈົ່ງເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມຜາສຸກ.

ການນຳນະຄອນໂຮ່ຈີມິງ ເຊື່ອໝັ້ນວ່າບັນດານັກສຶກສາລາວ, ນັກສຶກສາກຳປູເຈຍ ຈະແມ່ນປັດໄຈອັນຕັ້ງໜ້າປະກອບສ່ວນເຂົ້າໃນການຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈສະໜິດຕິດພັນລະຫວ່າງປະຊາຊົນທັງສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ໃຫ້ຫຼາຍກ່ວາອີກ. ພ້ອມກັນນັ້ນກໍ່ຈະສືບຕໍ່ແມ່ນຜູ້ທີ່ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນດີງາມລະຫວ່າງສາມປະເທດ, ພ້ອມກັນມຸ່ງໄປສູ່ເປົ້າໝາຍສ້າງສາປະຊາຄົມອາຊຽນໃຫ້ມີສັນຕິພາບ, ການຮ່ວມມື ແລະ ພັດທະນາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.