ເລຂາທິການໃຫຍ່ຂອງ AJC: ການພົວພັນຍີ່ປຸ່ນ - ຫວຽດນາມ ຢ່າງໃດກໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ | |
ຫວຽດນາມ ໄດ້ສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດລາວ |
ວັນທີ 14 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມທາງຖ່າຍທອດສົດ ກ່ຽວກັບການຮັກສາສັນຕິພາບໂດຍມີການເຂົ້າຮ່ວມ ແລະ ລາຍງານຂອງທ່ານ Jean – Pierre Lacroix - ຮອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການຮັບຜິດຊອບບັນດາການເຄື່ອນໄຫວສັນຕິພາບ.
ທ່ານຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ Lacroix ກ່າວວ່າ ເຖິງແມ່ນວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນພະຍາດ COVID-19, ແຕ່ການປະຕິບັດເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຍັງຮັບປະກັນໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງປົກກະຕິອີງຕາມຄວາມຈິງ.
![]() |
ຫວຽດນາມ ພ້ອມແລ້ວທີ່ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ - ສະຫະປະຊາຊາດ ໃນການຮັກສາສັນຕິພາບ. (ພາບ: TTXVN) |
ທີ່ກອງປະຊຸມ, ບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງ ໄດ້ຕີລາຄາສູງບັນດາການປະກອບສ່ວນ ຂອງການເຄື່ອນໄຫວຮັກສາສັນຕິພາບໂດຍສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສະຫງົບສຸກສາກົນ; ສະແດງຄວາມສະໜັບສະໜູນຕໍ່ຂໍ້ລິເລີ່ມເພື່ອສັນຕິພາບ ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານດັ້ງດິ່ງກຸ໊ຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຕີລາຄາວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບ ແມ່ນເຄື່ອງມືສຳຄັນຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ຕໍ່ໜ້າສະພາບການຖືກກີດຂວາງ ແລະ ບຸກໂຈມຕີກຳລັງຮັກສາສັນຕິພາບຍັງຄົງດຳເນີນຢູ່ນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ບັນດາປະເທດຕ້ອງຄິດໄລ່ເຖິງບົດບາດສຳຄັນແຖວໜ້າຂອງບັນດາຝ່າຍທີ່ກ່ຽວຂ້ອງເມື່ອຊຸກຍູ້ວິວັດທະນາການດ້ານການເມືອງ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ສະເໜີວ່າ ບັນດາປະເທດຕ້ອງບູລິມະສິດເຖິງບົດບາດທຳອິດ ແລະ ສຳຄັນທີ່ສຸດຂອງປະເທດທີ່ກ່ຽວຂ້ອງ ໃນການປະຕິບັດງານຮັກສາສັນຕິພາບ, ຮັບປະກັນການປຶກສາຫາລື ແລະ ຂໍຄວາມເຫັນດີເຫັນພ້ອມຈາກບັນດາພາກສ່ວນກ່ຽວຂ້ອງ ໃນເວລາສົ່ງເສີມການຂະບວນວິວັດທາງການເມືອງ.
ປັດຈຸບັນ, ສປຊ ມີ ຄະນະປະຕິບັດການຮັກສາສັນຕິພາບ 13 ຄະນະ, ຄະນະປະຕິບັດງານການເມືອງພິເສດ 15 ຄະນະ ແລະ ຄະນະປະຕິບັນງານພິເສດທີ່ພວມເຄື່ອນໄຫວ 11 ຄະນະ.
![]() | ຫວຽດນາມເປັນປະທານການໂອ້ລົມສົນທະນາລະຫວ່າງ ອາຊຽນ ແລະ ປະທານສະມັດຊາໃຫຍ່ສປຊ ຊຸດທີ 75 ຍສໝ - ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບຸລິມະສິດຂອງປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ. |
![]() | ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະອາຊຽນ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ ວັນທີ 30 ມັງກອນ, ຢູ່ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງວາລະປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງ ສະຫະປະຊາຊາດ (ສປຊ) ແລະອາຊຽນ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ ພາຍໃຕ້ການເປັນປະທານຂອງຫວຽດນາມ. |
![]() | “ຜູ້ຕາງໜ້າສັນຕິພາບ” ຂອງຫວຽດນາມ ໄດ້ຮັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ ຍສໝ - ວັນທີ 14 ພະຈິກ, ທີ່ Bentiu, ຊູດັງໃຕ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກອງບັນຊາການຄະນະປະຕິບັດງານ ຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ຊູດັງໃຕ້ ຈັດພິທີມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ ໃຫ້ແກ່ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 1 ຂອງຫວຽດນາມ. ທ່ານພົນໂທ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ... |
ຄຳຮຸ່ງ