ໃນການພົວພັນສາກົນຂອງຫວຽດນາມ, ສາຍພົວພັນລະຫວ່າງລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ

09:57 | 24/03/2021

ຍສໝ - ບົນຈິດໃຈສາກົນກຳມາຊີບ, ໃນຊຸມປີຕໍ່ມາ, ນັກຊ່ຽວຊານນັບຮ້ອຍຄົນຂອງກະຊວງຕຳຫຼວດຫວຽດນາມ ໄດ້ສົ່ງໄປໜູນຊ່ວຍລາວ ຕາມທິດນຳທີ່ວ່າ “ຮອບດ້ານ, ພື້ນຖານ, ຍາວນານ ແລະຕໍ່ເນື່ອງ”. ນັກຊ່ຽວຊານລຸ້ນຕ່າງໆບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຕໍ່ການເສຍສະຫຼະທຸກຢ່າງເພື່ອຊ່ວຍກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ເຕີບໃຫຍ່ ແລະພັດທະນາ.

ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ ຕຳຫຼວດປະຊາຊົນລາວ - ຫວຽດນາມ: ເຕັມໄປດ້ວຍນ້ຳໃຈມິດຕະພາບ
ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ ກຳປູເຈຍ ສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດ ຫວຽດນາມ
ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ
ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າຜູ້ຕາງໜ້າອົງການຕໍາຫຼວດຫວຽດນາມ ປະຈຳລາວ ຫວນຄືນບັນດາຂີດໝາຍພົ້ນເດັ່ນໃນໄລຍະ 60 ປີແຫ່ງການຮ່ວມມື, ຊ່ວຍເຫຼືອ ແລະພັດທະນາຂອງກຳລັງຕຳຫຼວດສອງປະເທດຫວຽດນາມ - ລາວ. ພາບ: TTXVN

ຫວ່າງແລ້ວນີ້, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ, ໄດ້ມີການປາຖະກະຖາມູນເຊື້ອວັນນັກຊ່ຽວຊານຕຳຫຼວດຫວຽດນາມ ຢູ່ລາວ ຄົບຮອບ 60 ປີ (22/3/1961 – 22/3/2021) ໂດຍອົງການຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ສົມທົບກັບສະຖານທູດຫວຽດນາມ ຈັດຕັ້ງ.

ທີ່ພິທີ, ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າຜູ້ຕາງໜ້າອົງການຕໍາຫຼວດຫວຽດນາມ ປະຈຳລາວ ໄດ້ເນັ້ນໜັກວ່າ: “ໃນຕະຫຼອດວິວັດການປະຕິບັດໜ້າທີ່ຊ່ວຍເຫຼືອປະເທດລາວ, ນັກຊ່ຽວຊານຕຳຫຼວດຫວຽດນາມ ຍາມໃດກໍ່ຊາບຊຶມຈິດໃຈສາກົນກຳມາຊີບ, ພ້ອມທັງຊາບຊຶມທິດນໍາ, ຫຼັກການໃນການຊ່ວຍເຫຼືອກຳລັງປ້ອງກັນຄວາມສະຫງົບລາວ ໃນບັນດາໜ້າທີ່ລະອຽດ. ເຖິງວ່າໄດ້ຜ່ານ 60 ປີດ້ວຍການຂຶ້ນລົງຫຼາຍຢ່າງຂອງປະຫວັດສາດການປະຕິວັດສອງປະເທດກໍ່ຕາມ, ແຕ່ນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງພັກ ແລະປະຊາຊົນສອງປະເທດເວົ້າລວມ ແລະກຳລັງຕຳຫຼວດປະຊາຊົນຂອງສອງປະເທດຫວຽດນາມ-ລາວ ເວົ້າສະເພາະ ຍາມໃດກໍ່ໄດ້ຮັບການຮັກສາ ແລະພັດທະນາຈາກລຸ້ມສືບທອດຂອງກໍາລັງຕໍາຫຼວດສອງປະເທດ.

ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: tapchilaoviet

ໃນໄລຍະ 60 ປີຜ່ານມາ, ບັນດານັກຊ່ຽວຊານຕໍາຫຼວດຫວຽດນາມ ໄດ້ຊ່ວຍລາວໃນຫຼາຍຂົງເຂດ, ຄື: ກໍ່ສ້າງກໍາລັງ, ຮັບປະກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ແລກປ່ຽນບົດຮຽນ ແລະແນະນໍາໃຫ້ກຳລັງປ້ອງກັນຄວາມສະຫງົບລາວ ກ່ຽວກັບວຽກງານປົກປ້ອງເປົ້າໝາຍ, ປົກປ້ອງການນຳພັກ ແລະລັດ, ແລກປ່ຽນບົດຮຽນໃນວຽກງານຂົນຂວາຍມະຫາຊົນ...

ບົນຈິດໃຈສາກົນກຳມາຊີບ, ໃນຊຸມປີຕໍ່ມາ, ນັກຊ່ຽວຊານນັບຮ້ອຍຄົນຂອງກະຊວງຕຳຫຼວດຫວຽດນາມ ໄດ້ສົ່ງໄປໜູນຊ່ວຍລາວ ຕາມທິດນຳທີ່ວ່າ “ຮອບດ້ານ, ພື້ນຖານ, ຍາວນານ ແລະຕໍ່ເນື່ອງ”. ນັກຊ່ຽວຊານລຸ້ນຕ່າງໆບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຕໍ່ການເສຍສະຫຼະທຸກຢ່າງເພື່ອຊ່ວຍກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ເຕີບໃຫຍ່ ແລະພັດທະນາ.

ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ
ຜູ້ແທນ, ຊາວຫວຽດນາມ ທີ່ທໍາມາຫາກິນ ແລະດໍາລົງຊີວິດຢູ່ລາວ ໄດ້ມາຮັບຟັງການປາຖະກະຖາ. ພາບ: tapchilaoviet

ການພົວພັນທີ່ສະໜິດຕິດພັນ ແລະການຮ່ວມສໍາພັນສູ້ຮົບລະຫວ່າງກຳລັງຕຳຫຼວດປະຊາຊົນຫວຽດນາມ ແລະລາວ, ພິເສດແມ່ນບັນດາວິລະກໍາ, ຜົນງານເຊິ່ງກໍາລັງນັກຊ່ຽວຊານຕໍາຫຼວດຫວຽດນາມ ໄດ້ພ້ອມກັບກຳລັງປ້ອງກັນຄວາມສະຫງົບລາວ ບັນລຸໄດ້ໃນຕະຫຼອດໄລຍະ 60 ປີຜ່ານມາໄດ້ປະກອບສ່ວນປັບປຸງນໍ້າໃຈສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ ຮັບກະແສການລົງທຶນໃໝ່-ຫວຽດນາມສຸມໃສ່ພັດທະນາອຸດສາຫະກຳໜູນຊ່ວຍຢູ່ລະດັບສູງກວ່າ

ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຟື້ນຟູຢ່າງແຮງໃນເດືອນ ກຸມພາ 2021.

ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ

2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນໃນທຸກຂົງເຂດ, ສືບຕໍ່ພັດທະນາຢ່າງສະຖຽນລະພາບ, ເຂົ້າສູ່ລວງເລິກ.

ໃນການພ ວພ ນສາກ ນຂອງຫວຽດນາມ ສາຍພ ວພ ນລະຫວ າງລາວ ຫວຽດນາມ ແມ ນສາຍພ ວພ ນແບບພ ເສດ ສະຖານທູດຫວຽດນາມ ເຮັດວຽກກັບບັນດາຄູ່ຮ່ວມມືປະເທດໂຮນລັງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ

ຍສໝ - ອາທິດທີ່ຜ່ານມາ, ທີ່ສະຖານທູດຫວຽດນາມ ປະຈຳໂຮນລັງ, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດແອງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຜູ້ຕາງໜ້າ 6 ຄູ່ຮ່ວມມືຂອງໂຮນລັງ, ເຊິ່ງແມ່ນບັນດາສະມາຄົມ, ອົງການຈັດຕັ້ງ ແລະ ວິສາຫະກິດ ທີ່ມີການຮ່ວມມືຢ່າງແໜ້ນແຟ້ນກັບສະຖານທູດຫວຽດນາມ ໃນການຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ - ໂຮນລັງ.

ໄຊພອນ

ເຫດການ
302 Found

Found

The document has moved here.