ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ

17:09 | 22/03/2021

ຍສໝ - ຫົວໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ແບ່ງປັນໃນກອງປະຊຸມກ່ຽວກັບບັນດາທັດສະນະ, ນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ.

ຄະນະຜ ແທນພ ກກອມມ ນ ດຫວຽດນາມ ເຂ າຮ ວມກອງປະຊ ມສະພາວ ດທະນະທຳອາຊ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປະຈຳ ICAPP ຄັ້ງທີ 34
ຄະນະຜ ແທນພ ກກອມມ ນ ດຫວຽດນາມ ເຂ າຮ ວມກອງປະຊ ມສະພາວ ດທະນະທຳອາຊ ປະທານປະເທດ ເຂົ້າຮ່ວມກອງປະຊຸມສໍາມະນາ ສາກົນທາງໄກ ຂອງບັນດາພັກການເມືອງ

ຫວ່າງແລ້ວນີ້, ກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ແລະສະພາວັດທະນະທໍາອາຊີ (ACC), ເຊິ່ງເປັນສະມາຊິກຂອງ ICAPP, ໄດ້ຈັດຕັ້ງກອງປະຊຸມ ACC ຄັ້ງທີ 2 ຜ່ານລະບົບທາງໄກ ດ້ວຍການເຂົ້າຮ່ວມຂອງການນໍາບັນດາພັກການເມືອງ, ນັກວາງແຜນນະໂຍບາຍທີ່ມາຈາກ 25 ພັກການເມືອງຂອງ 18 ປະເທດອາຊີ ແລະບາງອົງການຈັດຕັ້ງສາກົນຂອງ ສປຊ.

ດ້ວຍຫົວຂໍ້ວ່າ “ພັດທະນາວັດທະນະທຳ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ”, ກອງປະຊຸມໄດ້ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບບົດບາດຂອງວັດທະນະທຳ ແລະ ວິທີແກ້ໄຂເພື່ອຊຸກຍູ້ບົດບາດຂອງວັດທະນະທຳໃນການກະຕຸ້ນຄວາມສາມາດບົ່ມຊ້ອນສ້າງສັນຂອງປະຊາຊົນ ໃນທຸກຂົງເຂດ, ປະກອບສ່ວນໂດຍກົງໃຫ້ແກ່ການເຕີບໃຫຍ່ ແລະ ການພັດທະນາແບບຍືນຍົງ.

ຄະນະຜ ແທນພ ກກອມມ ນ ດຫວຽດນາມ ເຂ າຮ ວມກອງປະຊ ມສະພາວ ດທະນະທຳອາຊ
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ. (ພາບ: vietnamplus)

ກອງປະຊຸມ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ ລະຫວ່າງບັນດາພັກການເມືອງໃນການສົ່ງເສີມການຮ່ວມມື, ການແລກປ່ຽນວັດທະນະທຳ, ການພັດທະນາເຄືອຂ່າຍທີ່ມີຫົວຄິດປະດິດສ້າງ ແລະ ການລົງທືນດ້ານຊັບພະຍາກອນເພື່ອການພັດທະນາວັດທະນະທຳ ແລະ ອຸດສາຫະກຳວັດທະນະທຳ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ນຳພາໂດຍທ່ານຫງວຽນແມ້ງເກື່ອງ - ກຳມະການສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ສະມາຊິກຄະນະກຳມະການປະຈຳ ICAPP ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມ.

ຫົວໜ້າຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ແລກປ່ຽນກັບບັນດາພັກການເມືອງກ່ຽວກັບທັດສະນະ, ນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ, ເນັ້ນໜັກເຖິງວັດທະນະທຳ ແມ່ນພື້ນຖານຂອງສັງຄົມ, ແມ່ນເປົ້າໝາຍ ແລະ ກຳລັງໜູນ ແລະ ແມ່ນແຫຼ່ງກຳລັງສຳຄັນຂອງ ການພັດທະນາປະເທດຊາດແບບຍືນຍົງ.

ພັກກອມມູນິດຫວຽດນາມ ຈະໄດ້ສະໜັບສະໜູນການກໍ່ສ້າງວັດທະນະທຳທີ່ກ້າວໜ້າ ເຊິ່ງສົມກັບຄວາມເປັນເອກະລັກຂອງຊາດ ແລະ ຄວາມເປັນເອກະພາບໃນຄວາມຫຼາກຫຼາຍ; ການຂະຫຍາຍຕົວຂອງເສດຖະກິດ ໄປຄຽງຄູ່ກັບການພັດທະນາວັດທະນະທຳ, ໃຫ້ຄວາມສຳຄັນຕໍ່ການພັດທະນາອຸດສາຫະກຳວັດທະນະທຳ ແລະ ການບໍລິການດ້ານວັດທະນະທຳ ທີ່ຕິດພັນກັບການພັດທະນາຕະຫຼາດວັດທະນະທຳ, ປະກອບສ່ວນເຂົ້າໃນການອະນຸລັກຮັກສາ, ເກັບຮັກສາ, ສົ່ງເສີມ ແລະ ພັດທະນາຄຸນຄ່າດ້ານວັດທະນະທຳ, ການແລກປ່ຽນວັດທະນະທຳ ແລະ ຄວາມຫຼາກຫຼາຍດ້ານວັດທະນະທຳ.

ຄະນະຜ ແທນພ ກກອມມ ນ ດຫວຽດນາມ ເຂ າຮ ວມກອງປະຊ ມສະພາວ ດທະນະທຳອາຊ ເປີດງານວາງສະແດງ ພາບແຕ້ມ ທີ່ເຜີຍແພ່ຢ່າງທົ່ວເຖິງປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມຢູ່ຮຸງກາຣີ

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳ ຮຸງກາຣີໄດ້ຮ່ວມມືກັບສະມາຄົມວັດທະນະທຳ ຮຸງກາຣີ ເພື່ອຈັດຕັ້ງການເປີດງານວາງສະແດງຮູບແບບຂະໜາດໃຫຍ່ ທີ່ເຜີຍແພ່ປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມ.

ຄະນະຜ ແທນພ ກກອມມ ນ ດຫວຽດນາມ ເຂ າຮ ວມກອງປະຊ ມສະພາວ ດທະນະທຳອາຊ ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ

ຍ​ສ​ໝ - ບັນດາອົງການ, ກົມກອງແລະສາຂາກໍ່ສ້າງລະບົບການເມືອງໂປງ​ໃສ ແລະ ເຂັ້ມແຂງ; ປະຕິບັດຕາມລະບຽບການກ່ຽວກັບການຍົກຕົວຢ່າງໃຫ້ແກ່ພະນັກງານ ແລະສະມາຊິກພັກຢ່າງເຂັ້ມງວດ, ໂດຍສະເພາະແມ່ນຜູ້ນຳ, ຖັນ​ແຖວ​ບັນ​ດາ​ຜູ້​ປະ​ຕິ​ບັດ​ວຽກ​ງານ​ການ​ສຶກ​ສາ, ນັກສິລະປິນ ແລະ ຜູ້ທີ່ມີອິດທິພົນສູງໃນຊຸມຊົນແລະສັງຄົມ.

ຄະນະຜ ແທນພ ກກອມມ ນ ດຫວຽດນາມ ເຂ າຮ ວມກອງປະຊ ມສະພາວ ດທະນະທຳອາຊ ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) 2020 ຄັ້ງທີ 24

ຍ​ສ​ໝ - ທີ່ກອງປະຊຸມ,ບັນດາລັດຖະມົນຕີໄດ້ຕີລາຄາສູງປະຊາຄົມວັດທະນະທຳ-ສັງຄົມກາງໄລຍະການປະຕິບັດແຜນ ການສັງລວມຂອງປະຊາຄົມຮອດປີ 2025, ຜ່ານ​ນັ້ນ​ກຳ​ນົດ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ບັນ​ດ​າ​ສິ່ງ​ທ້າ​ທາຍ ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ, ກົນ​ໄກ, ຄວາມ​ສາ​ມາດ, ບົດ​ຮຽ​ນ, ປະ​ສົບ​ການ ແລະ ວິ​ທີ​ການ​ແກ້​ໄຂ​ເພື່ອ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ປະ​ສິ​ດ​ທິ​ຜົນ ຂອ​ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ພາກ​ພື້ນ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.