ເຮັດລະບຽບການເຂົ້າເມືອງ ແລະຈັດຕັ້ງການແຍກປ່ຽວໃຫ້ນັກສຶກສາລາວ 936 ຄົນທີ່ຜ່ານດ່ານສາກົນນໍ້າກັ້ນ

08:38 | 09/07/2020

ຍສໝ - ນີ້ແມ່ນບັນດານັກສຶກສາລາວພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຢູ່ຫວຽດນາມ ທີ່ໄດ້ກັບເມືອປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ມາຮອດປະຈຸບັນກັບຄືນມາໂຮງຮຽນ. 

ເຮ ດລະບຽບການເຂ າເມ ອງ ແລະຈ ດຕ ງການແຍກປ ຽວໃຫ ນ ກສ ກສາລາວ 936 ຄ ນທ ຜ ານດ ານສາກ ນນ າກ ນ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ
ເຮ ດລະບຽບການເຂ າເມ ອງ ແລະຈ ດຕ ງການແຍກປ ຽວໃຫ ນ ກສ ກສາລາວ 936 ຄ ນທ ຜ ານດ ານສາກ ນນ າກ ນ ຫວຽດນາມ ໄດ້ຊ່ວຍເຫຼືອປະເທດລາວ ກໍ່ສ້າງສູນປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງ
ເຮ ດລະບຽບການເຂ າເມ ອງ ແລະຈ ດຕ ງການແຍກປ ຽວໃຫ ນ ກສ ກສາລາວ 936 ຄ ນທ ຜ ານດ ານສາກ ນນ າກ ນ
ນີ້ແມ່ນບັນດານັກສຶກສາລາວພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຢູ່ຫວຽດນາມ ທີ່ໄດ້ກັບເມືອປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ມາຮອດປະຈຸບັນກັບຄືນມາໂຮງຮຽນ.(ພາບ:Suckhoevadoisong)

ແຕ່ວັນທີ 14 ມິຖຸນາ ຮອດວັນທີ 7 ກໍລະກົດ, ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ້ນ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເຮັດລະບຽບການເຂົ້າເມືອງ ແລະຈັດຕັ້ງການແຍກປ່ຽວໃຫ້ນັກສຶກສາລາວ 936 ຄົນທີ່ຜ່ານດ່ານສາກົນນໍ້າກັ້ນ. ນີ້ແມ່ນບັນດານັກສຶກສາລາວພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຢູ່ຫວຽດນາມ ທີ່ໄດ້ກັບເມືອປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ມາຮອດປະຈຸບັນກັບຄືນມາໂຮງຮຽນ. ນັກສຶກສາທັງໝົດລ້ວນແຕ່ໄດ້ຮັບການກວດສຸຂະພາບ, ເຮັດລະບຽບການແຈ້ງອາການສຸຂະພາບຢູ່ດ່ານຊາຍແດນ.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ໄດ້ລາຍງານວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງຂອງວັນທີ 8 ກໍລະກົດ 2020 ສໍາລັບການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ທັງໝົດ 1.538 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 991 ຄົນ (ແຮງງານລາວ ກັບມາແຕ່ໄທ 194 ຄົນ).

ຈຸດຜ່ານດ່ານ ລາວ-ຈີນ 96 ຄົນ (ແຮງງານຈີນ 71 ຄົນ, ແຮງງານລາວ 07 ຄົນ, ເຫລືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ), ຈຸດຜ່ານດ່ານລາວ-ຫວຽດນາມ 450 ຄົນ (ໃນນີ້ມີ ຄົນຫວຽດນາມ 1 ຄົນ ຜ່ານດ່ານນໍ້າກັ່ນ, ແຂວງຊຽງຂວາງ, ຄົນລາວ 2 ຄົນ ຜ່ານດ່ານນໍ້າໂສ້ຍ ແລະ ດ່ານ ນໍ້າພາວ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ), ຈຸດຜ່ານດ່ານ ລາວ-ກຳປູເຈຍ 1 ຄົນ ເຊິ່ງເປັນຄົນລາວ, ສ່ວນຜູ້ເດີນທາງຜ່ານ ສະໜາມບິນສາກົນວັດໄຕ ແມ່ນຍັງບໍ່ມີ ທຸກຄົນທີ່ເຂົ້າມາແມ່ນ ໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນ ມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນໍາສົ່ງໄປຫາ ສະຖານທີ່ຈໍາກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ໃນວັນທີ 8 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 532 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 315 ຄົນ, ແຮງງານຈີນ 54 ຄົນ, ແຮງງານໄທ 2 ຄົນ ແລະ ກໍລະນີສົງໄສ 161 ຄົນ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ໃນວັນທີ 8 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 8 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 19.322 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ, ເຫັນວ່າ 88 ມື້ແລ້ວທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່.

ເຮ ດລະບຽບການເຂ າເມ ອງ ແລະຈ ດຕ ງການແຍກປ ຽວໃຫ ນ ກສ ກສາລາວ 936 ຄ ນທ ຜ ານດ ານສາກ ນນ າກ ນ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ

ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມໄດ້ກາຍເປັນປະເທດສົ່ງອອກເກີນດຸນຢ່າງລຽນຕິດ ແລະ ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ.

ເຮ ດລະບຽບການເຂ າເມ ອງ ແລະຈ ດຕ ງການແຍກປ ຽວໃຫ ນ ກສ ກສາລາວ 936 ຄ ນທ ຜ ານດ ານສາກ ນນ າກ ນ ພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ

ຍສໝ - ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມ ຢູ່ ລັດເຊຍ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລັດເຊຍ ເພື່ອນໍາສົ່ງພົນລະເມືອງຫວຽດນາມ ເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ.

ເຮ ດລະບຽບການເຂ າເມ ອງ ແລະຈ ດຕ ງການແຍກປ ຽວໃຫ ນ ກສ ກສາລາວ 936 ຄ ນທ ຜ ານດ ານສາກ ນນ າກ ນ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ

ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ຄະນະຜູ້ແທນລັດຖະບານລາວ ໄດ້ໄປຢ້ຽມຊົມບັບດາຮູບແບບດຶງດູດການລົງທຶນ, ກໍ່ສ້າງເຂດອຸດສາຫະກຳຂອງຫວຽດນາມ; ທາບທາມບົດຮຽນຂອງຫວຽດນາມ ໃນການຟື້ນຟູການຜະລິດ-ດຳເນີນທຸລະກິດ, ການທ່ອງທ່ຽວ...

ໄຊພອນ

ເຫດການ
302 Found

Found

The document has moved here.