ລັດຖະບານ ລາວ ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດໂຄວິດ-19

14:00 | 24/03/2021

ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດດັ່ງກ່າວ, ເປັນຕົ້ນ ໄດ້ວາງມາດຕະການປ້ອງກັນ ຢ່າງເຂັ້ມງວດໃນແຕ່ລະເດືອນ, ເຊິ່ງການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອ ແມ່ນມີຄວາມຈຳເປັນທີ່ສຸດ ໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດໃນລາວ. ສະນັ້ນ, ຈົ່ງພ້ອມກັນສືບຕໍ່ ປະຕິບັດໃຫ້ກາຍເປັນ ຄວາມເຄີຍຊີນ ກໍ່ຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫລີກລ້ຽງການເດີນທາງ ໄປຍັງເຂດທີ່ມີຄວາມສ່ຽງ ຫລື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ແລະ ອື່ນໆ.

ລ ດຖະບານ ລາວ ສ ບຕ ເຂ ມງວດ ວາງມາດຕະການປ ອງກ ນພະຍາດໂຄວ ດ 19 ຫວຽດນາມ ແມ່ນສະຖານທີ່ນັດພົບທີ່ມີຄວາມດຶງດູດ ແລະ ປອດໄພ
ລ ດຖະບານ ລາວ ສ ບຕ ເຂ ມງວດ ວາງມາດຕະການປ ອງກ ນພະຍາດໂຄວ ດ 19 ລາວ: ການສັກວັກຊີ​ນແມ່ນເພື່ອແກ້ໄຂພາວະສຸກເສີນຈາກການລະບາດ ຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ
ລ ດຖະບານ ລາວ ສ ບຕ ເຂ ມງວດ ວາງມາດຕະການປ ອງກ ນພະຍາດໂຄວ ດ 19
ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ

ນອກຈາກນີ້, ຖ້າຫາກພົບເຫັນ ຜູ້ລັກລອບເຂົ້າປະເທດ ຫລື ຜູ້ທີ່ຖືກຈຳກັດບໍລິເວນ ລັກລອບອອກ ຈາກສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະ ເພາະກິດ ກຳນົດໄວ້ນັ້ນ ຂໍຄວາມຮ່ວມມື ນຳບັນດາທ່ານ ລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ຫລື ອຳນາດການປົກຄອງ ທ້ອງຖິ່ນທັນທີ ເພື່ອເຈົ້າໜ້າທີ່ຈະນຳບຸກຄົນດັ່ງກ່າວ ກັບຄືນມາສືບຕໍ່ຈຳກັດ ບໍລິເວນໃຫ້ຄົບກຳນົດ 14​ ວັນ ແລະ ເຝົ້າລະວັງຕິດຕາມອາ ການຂອງພວກກ່ຽວ ເພື່ອຮັບປະກັນບໍ່ໃຫ້ມີ ການແຜ່ເຊື້ອໄປສູ່ສັງຄົມ ແລະ ຄົນອ້ອມຂ້າງ.

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 16 ມີນາ 2021 ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ໃນວັນທີ 15 ມີນາ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 474 ຄົນ ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອໂຄວິດ-19 ສັງລວມການກວດວິເຄາະ ນັບແຕ່ເດືອນມັງ ກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 123.323 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ. ໃນນັ້ນຍັງນອນຕິດຕາມ ປິ່ນປົວຢູ່ໂຮງໝໍ 4 ຄົນ (ນະຄອນຫລວງ 3 ຄົນ ແລະ ສະ ຫວັນນະເຂດ 1​ ຄົນ) ທັງໝົດມີສຸຂະພາບ ຮ່າງກາຍຈິດໃຈສົມບຸນ ແລະ ແຂງແຮງດີ.

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຍັງໃຫ້້ຮູ້ອີກວ່າ: ໃນວັນທີ 15 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 2.302 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ ທັງໝົດ 1.154 ຄົນ; ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 54 ຄົນ;​ ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 1,094 ຄົນ ທຸກຄົນທີ່ເຂົ້າມາທາງ ຈຸດຜ່ານແດນ ໄດ້ຜ່ານການວັດແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້, ຈາກນັ້ນໄດ້ເກັບຕົວຢ່າງທຸກ​ໆຄົນ ມາກວດຊອກຫາຜູ້ຕິດເຊື້ອໂຄວິດ-19 ແລະ ໄດ້ສົ່ງໄປສະຖານທີ່ ຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້. ມາຮອດປັດຈຸບັນ ທົ່ວປະເທດມີສູນ ຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ​ 3.678 ຄົນ.

ລ ດຖະບານ ລາວ ສ ບຕ ເຂ ມງວດ ວາງມາດຕະການປ ອງກ ນພະຍາດໂຄວ ດ 19 ບັນດາສູນທ່ອງທ່ຽວຫວຽດນາມ ເລີ່ມເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດໂຄວິດ-19

ຂະແໜງທ່ອງທ່ຽວຂອງແຂວງພວມມີສັນຍານຕັ້ງໜ້າຫຼາຍຢ່າງ ນັບແຕ່ເມື່ອສ້າງສະພາບເປັນປົກກະຕິໃໝ່.

ລ ດຖະບານ ລາວ ສ ບຕ ເຂ ມງວດ ວາງມາດຕະການປ ອງກ ນພະຍາດໂຄວ ດ 19 ມີສະຕິປະຕິບັດການດໍາເນີນວິຖີຊີວິດແບບໃໝ່ ປ້ອງກັນພະຍາດໂຄວິດ-19

ປັດຈຸບັນ, ເຖິງວ່າ ສປປ ລາວເຮົາ ໄດ້ຮັບວັກແຊງ ປ້ອງກັນພະຍາດ ອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຈໍານວນໜຶ່ງແລ້ວກໍຕາມ, ແຕ່ສິ່ງສໍາຄັນແມ່ນ ຕ້ອງປະຕິບັດຫລັກການ ປ້ອງກັນໄວ້ດີກວ່າແກ້, ນັ້ນກໍຄືການມີສະຕິ ປະຕິບັດການດໍາເນີນ ວິຖີຊີວິດແບບໃໝ່ (New Normale), ພາຍຫລັງເຫັນວ່າ ປັດຈຸບັນມີແຮງງານລາວ ຈໍານວນຫລາຍໄດ້ກັບມາ ຈາກປະເທດໃກ້ຄຽງ ທີ່ມີການລະບາດ ຂອງພະຍາດໂຄວິດ ຢ່າງໜ້າເປັນຫວ່ງ. ຂະນະທີ່ໃນວັນທີ 11 ມີນາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຊິ່ງເຮັດໃຫ້ຕົວເລກ ຜູ້ຕິດເຊື້ອພະຍາດດັ່ງກ່າວ ...

ລ ດຖະບານ ລາວ ສ ບຕ ເຂ ມງວດ ວາງມາດຕະການປ ອງກ ນພະຍາດໂຄວ ດ 19 ບັນຫາຜົນກະທົບ ຈາກການລະບາດ ຂອງພະຍາດໂຄວິດ-19 ກໍ່ເຮັດໃຫ້ລັດຖະບານ ລາວ ຈໍາເປັນຕ້ອງດັດປັບຕົວເລກ ການຂະຫຍາຍ ຂອງເສດຖະກິດ ປີ 2020 ລົງຈາກ 6,5% ມາເປັນ 3,3%-3,6%

ການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອຟື້ນຟູຫລັງໄພ ພິບັດນໍ້າຖ້ວມ ໃນປີ 2018, 2019 ແລະ 2020 ໄດ້ສະແດງໃຫ້ເຫັນວ່າ, ຄວາມຕ້ອງການແຫລ່ງຊັບພະຍາກອນ ເພື່ອການຟື້ນຟູຫລັງໄພພິບັດ ນໍ້າຖ້ວມໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວນັ້ນ ແມ່ນມີຫລາຍ ລວມ 3 ປີທັງໝົດມີມູນຄ່າ ປະມານ 5,774.2 ຕື້ກີບ, ປີທີ່ມີຄວາມຕ້ອງການຫລາຍກວ່າໝູ່ ແມ່ນຈາກເຫດການໄພພິບັດ ນໍ້າຖ້ວມໃນປີ 2018 ມີມູນຄ່າ ຄວາມຕ້ອງການເຖິງ 4,423 ຕື້ກີບ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.