ຄັ້ງທຳອິດຫວຽດນາມ ລອດເຂົ້າກຸ່ມພື້ນຖານເສດຖະກິດທີ່ມີດັດຊະນີຄວາມເສລີປານກາງ

12:18 | 26/03/2021

ດ້ວຍ 61,7 ຄະແນນ, ເປັນຄັ້ງທຳອິດຫວຽດນາມ ນອນໃນຕອບກຸ່ມພື້ນຖານເສດຖະກິດທີ່ມີດັດຊະນີເສລີເສດຖະກິດຢູ່ໃນລະດັບປານກາງ.

ຄ ງທຳອ ດຫວຽດນາມ ລອດເຂ າກ ມພ ນຖານເສດຖະກ ດທ ມ ດ ດຊະນ ຄວາມເສລ ປານກາງ ສະເໜີຕົວປຶ້ມກ່ຽວກັບ 70 ປີແຫ່ງການພົວພັນຫວຽດນາມ-ລັດເຊຍ
ຄ ງທຳອ ດຫວຽດນາມ ລອດເຂ າກ ມພ ນຖານເສດຖະກ ດທ ມ ດ ດຊະນ ຄວາມເສລ ປານກາງ ຫວຽດນາມ ເຂົ້າຮ່ວມການປືກສາຫາບືທີ່ກອງປະຊຸມສະພາສິດທິມະນຸດ ຂອງສະຫະປະຊາຊາດ
ຄ ງທຳອ ດຫວຽດນາມ ລອດເຂ າກ ມພ ນຖານເສດຖະກ ດທ ມ ດ ດຊະນ ຄວາມເສລ ປານກາງ
ພາບປະກອບ

ປີນີ້ແມ່ນປີທຳອິດທີ່ພື້ນຖານເສດຖະກິດຫວຽດນາມ ລອດເຂົ້າກຸ່ມພື້ນຖານເສດຖະກິດທີ່ມີ “ດັດຊະນີຄວາມເສລີປານກາງ”, ເພີ່ມ 2,9 ຄະແນນ ແລະເລື່ອນ 15 ຂັ້ນເມື່ອທຽບໃສ່ປີ 2020. ຫວຽດນາມ ຢືນອັນດັບທີ 17 ໃນຈຳນວນ 40 ພື້ນຖານເສດຖະກິດຢູ່ພາກພື້ນອາຊີ-ປາຊີຟິກ ແລະຄະແນນສັງລວມຂອງຫວຽດນາມ ສູງກວ່າລະດັບປານກາງຂອງພາກພື້ນ ແລະໂລກ. ສາຍເຫດທີ່ດັດຊະນີດັ່ງກ່າວຂອງພື້ນຖານເສດຖະກິດຫວຽດນາມ ເພີ່ມຂັ້ນແມ່ນຍ້ອນສະພາບການເງິນຢູ່ພາຍໃນປະເທດໄດ້ຮັບການປັບປຸງ.

ດັດຊະນີນີ້ຕີລາຄາ 10 ປັດໄຈພື້ນຖານຂອງແຕ່ລະພື້ນຖານເສດຖະກິດ, ໂດຍໜັງສືພິມ The Wall Street Journal ລາຍວັນ ແລະກອງທຶນມໍລະດົກ ປະກາດປະຈໍາປີ. ດ້ວຍ 61,7 ຄະແນນ, ເປັນຄັ້ງທຳອິດຫວຽດນາມ ນອນໃນຕອບກຸ່ມພື້ນຖານເສດຖະກິດທີ່ມີດັດຊະນີເສລີເສດຖະກິດຢູ່ໃນລະດັບປານກາງ, ກາຍເປັນພື້ນຖານເສດຖະກິດເສລີຢືນອັບດັບທີ 90 ໃນຕະຕາລາງຈັດອັນດັບໃນປີນີ້.

ໃນປີ 2020, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ພາກເອກະຊົນທີ່ໄດ້ຮັບຮອງເອົາຈາກສະພາແຫ່ງຊາດ ແລະ ມີຜົນສັກສິດເລີ່ມແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ. ແລະກໍ່ໃນປີ 2020, ລັດຖະບານໄດ້ຮຽບຮຽງ ແລະ ປະກາດໃຊ້ເອກະສານທີ່ມີລັກສະນະຊຸກຍູ້ການເຄື່ອນໄຫວເລີ່ມຕົ້ນການດຳເນີນທຸລະກິດ. ນີ້ແມ່ນບັນດາເອກະສານນິຕິກຳ ສຳຄັນ, ມີຜົນກະທົບໃຫຍ່ຕໍ່ປະຊາຄົມວິສາຫະກິດ ແລະ ໄດ້ຕັ້ງຄວາມມຸ່ງຫວັງວ່າ ຈະສ້າງກອບນິຕິກຳ ຢ່າງຄົບຖ້ວນ ແລະ ມີຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຂອງ ຫວຽດນາມ ໃນປີ 2021.

ຫວຽນດາມພວມຢູ່ໃນກຸ່ມມີການເຕີບໂຕສູງທີ່ສຸດ, ເພາະສະນັ້ນ, ເພື່ອສືບຕໍ່ຮັກສາຜົນງານນີ້ຕ້ອງແກ້ໄຂບັນດາຈຸດອຸດຕັນຂອງພື້ນຖານເສດຖະກິດ, ພ້ອມທັງ, ປ່ຽນແປງໃໝ່ຈິນຕະນາການ ແລະ ລະບອບລະບຽບການນະໂຍາບາຍຕາມທິດສ້າງສະພາບແວດລ້ອມແຫ່ງຄວາມສະດວກ, ສົ່ງເສີມຢ່າງແຮງ ແລະ ລະດົມການເຂົ້າຮ່ວມຂອງພາກນອກລັດ. ການພັດທະນາກໍ່ຄືລະດົມໄດ້ແຫຼ່ງກຳລັງທີ່ຈຳເປັນໃຫ້ແກ່ການລົງທຶນ ເຂົ້າໃນວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປ່ງໃໝ່, ປະດິດຄິດສ້າງ.

ຄ ງທຳອ ດຫວຽດນາມ ລອດເຂ າກ ມພ ນຖານເສດຖະກ ດທ ມ ດ ດຊະນ ຄວາມເສລ ປານກາງ "Choose France 2021": ເຊີດຊູນັກສຶກສາຫວຽດນາມ ທີ່ປະເທດຝຣັ່ງ

ຍສໝ - ຫວ່າງມໍ່ໆນີ້, ສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ເປີດງານວາງສະແດງພາບຖ່າຍ "ເລືອກປະເທດຝຣັ່ງ 2021 - Choose France 2021" ເພື່ອເຊີດຊູໃຫ້ແກ່ນັກສຶກສາຫວຽດນາມຢູ່ປະເທດນີ້.

ຄ ງທຳອ ດຫວຽດນາມ ລອດເຂ າກ ມພ ນຖານເສດຖະກ ດທ ມ ດ ດຊະນ ຄວາມເສລ ປານກາງ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß - ຊາວເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin, ໄດ້ຈັດຕັ້ງພິທີມອບລາງວັນຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß, ເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຂອງຫວຽດນາມ.

ຄ ງທຳອ ດຫວຽດນາມ ລອດເຂ າກ ມພ ນຖານເສດຖະກ ດທ ມ ດ ດຊະນ ຄວາມເສລ ປານກາງ ອົງການ World Vision ປະເທດຫວຽດນາມ ບໍລິຈາກອຸປະກອນການແພດ ໃຫ້ປະຊາຊົນດ້ຽນບຽນ

ຍສໝ - ເມື່ອບໍ່ດົນມານີ້, ອົງການ World Vision ປະເທດຫວຽດນາມ ໄດ້ຮ່ວມມືກັບສູນການແພດ ເມືອງຕົວຈົວ, ແຂວງດ້ຽນບຽນ ເພື່ອດຳເນີນບໍລິຈາກອຸປະກອນການແພດປະກອບມີ ຜ້າບັງປາກ 75,000 ແຜ່ນ ແລະ ຢາລ້າງມື 156 ລິດ ໃຫ້ປະຊາຊົນທ້ອງຖິ່ນ.

ຄ ງທຳອ ດຫວຽດນາມ ລອດເຂ າກ ມພ ນຖານເສດຖະກ ດທ ມ ດ ດຊະນ ຄວາມເສລ ປານກາງ

ໄຊພອນ

ເຫດການ
302 Found

Found

The document has moved here.