ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß - ຊາວເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຫວຽດນາມ

08:17 | 25/03/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin, ໄດ້ຈັດຕັ້ງພິທີມອບລາງວັນຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß, ເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຂອງຫວຽດນາມ.

ມອບຫ ຽນໄຊມ ດຕະພາບໃຫ ແກ ທ ານ siegfried kaulfuß ຊາວເຢຍລະມ ນຜ ທ ຫ ວງໃຍກ ບກາເຟຫວຽດນາມ ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA
ມອບຫ ຽນໄຊມ ດຕະພາບໃຫ ແກ ທ ານ siegfried kaulfuß ຊາວເຢຍລະມ ນຜ ທ ຫ ວງໃຍກ ບກາເຟຫວຽດນາມ ເຄື່ອງໝາຍກາເຟຫວຽດນາມ - King Coffee ຈະປະກົດຕົວໃນບັນດາລະບົບຂາຍຍ່ອຍຢູ່ລັດເຊຍ.

ທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ Berlin ຫງວຽນມິງວູ້ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ຄວາມສຸດອົກສຸດໃຈຂອງ ທ່ານ Siegfried Kaulfuß ໃນຂະແໜງການອຸດສາຫະກຳກາເຟຂອງຫວຽດນາມ ແລະ ກໍ່ແມ່ນໜຶ່ງໃນບັນດາຜູ້ກໍ່ຕັ້ງພື້ນຖານອຸດສາຫະກຳກາເຟ ທີ່ເຕີບໃຫຍ່ຂະຫຍາຍຕົວຂອງຫວຽດນາມ.

ໃນປີກາຍນີ້, ຫວຽດນາມ ສົ່ງອອກກາເຟ ດ້ວຍມູນຄ່າ 1,5 ຕື້ໂດລາ ແລະ ເປັນປະເທດສົ່ງອອກກາເຟເປັນອັນດັບ 2 ຂອງໂລກ, ໃນນັ້ນການສົ່ງອອກໄປປະເທດເຢຍລະມັນ ມີມູນຄ່າຫຼາຍກວ່າ 400 ລ້ານໂດລາ. ຂະແໜງການອຸດສາຫະກຳ ກາເຟ ບໍ່ພຽງແຕ່ສ້າງຜົນປະໂຫຍດທາງດ້ານເສດຖະກິດເທົ່ານັ້ນ, ແຕ່ຍັງສ້າງວຽກເຮັດງານທຳຫລາຍຢ່າງ, ໂດຍສະເພາະ ສຳລັບບັນດາຊົນເຜົ່າທີ່ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຢູ່ຫວຽດນາມ.

ມອບຫ ຽນໄຊມ ດຕະພາບໃຫ ແກ ທ ານ siegfried kaulfuß ຊາວເຢຍລະມ ນຜ ທ ຫ ວງໃຍກ ບກາເຟຫວຽດນາມ
ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß - ຊາວເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຫວຽດນາມ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ Berlin ຫງວຽນມິງວູ້ ໄດ້ເນັ້ນໜັກວ່າ ຫຼຽນໄຊມິດຕະພາບດັ່ງກ່າວ ທີ່ເປັນກຽດທີ່ໄດ້ມອບໃຫ້ທ່ານ Siegfried Kaulfuß ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຂອງພັກ ແລະ ລັດຫວຽດນາມສຳລັບການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ ໃນການເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນເຢຍລະມັນ ແລະ ຫວຽດນາມເວົ້າລວມ; ສຳລັບຂະແໜງການການພັດທະນາອຸດສາຫະກຳກາເຟຂອງຫວຽດນາມເວົ້າສະເພາະ.

ສ່ວນທ່ານ Siegfried Kaulfuß ໄດ້ສະແດງຄວາມເປັນກຽດທີ່ໄດ້ຮັບລາງວັນຫຼຽນໄຊທີ່ມີຄວາມ ໝາຍນີ້ ແລະ ໄດ້ຄິດຢ້ອນຫຼັັງບັນດາເລື່ອງລາວກ່ຽວກັບກາເຟຫວຽດນາມເມື່ອ 40 ປີກ່ອນ. ໃນເວລານັ້ນ, ທ່ານ Siegfried Kaulfuß ແມ່ນຮອງປະທານບໍລິສັດໂຮງງານກາເຟ ແລະ ສະບຽງອາຫານ VEB ຂອງສາທາລະນະລັດປະຊາທິປະໄຕເຢຍລະມັນ, ໄດ້ສົ່ງໄປຫວຽດນາມ ເພື່ອໂຄສະນາໂຄງການປູກຕົ້ນກາເຟ, ແລະ ແຂວງດັກລັກແມ່ນແຂວງທີ່ໄດ້ຜູ້ຊ່ຽວຊານເຢຍລະມັນ ຄັດເລືອກເພື່ອຈັດຕັ້ງປະຕິບັດໂຄງການ.

ໃນປີ 1991, ເພື່ອຊອກຫາສະຖານທີ່ບໍລິໂພກສຳລັບຜະລິດຕະພັນກາເຟຂອງຫວຽດນາມ ໃນຕອນເລີ່ມຕົ້ນ, ທ່ານ Siegfried Kaulfuß ໄດ້ໄປຫຼາຍເມືອງ, ໄດ້ຕິດຕໍ່ຜູ້ນຳເຂົ້າຫຼາຍຄົນ ເພື່ອເຜີຍແພ່ຢ່າງທົ່ວເຖິງກາເຟຫວຽດນາມ ດ້ວຍຄວາມປາດຖະໜາທີ່ຈະສົ່ງອອກກາເຟ Robusta ທີ່ທ່ານ Siegfried Kaulfuß ຄົ້ນຄວ້າປູກຝັງ.

ນັບແຕ່ນັ້ນມາ, ທ່ານ Siegfried Kaulfuß ເຄີຍໄປຫວຽດນາມລວມທັງໝົດຫຼາຍກວ່າ 50 ເທື່ອ. ເຖິງຢ່າງໃດກໍ່ຕາມ, ທຸກໆຄັ້ງທີ່ເວົ້າເຖິງປະເທດຫວຽດນາມ, ທ່ານ Siegfried Kaulfuß ຍັງເວົ້າດ້ວຍຄວາມຕື່ນເຕັ້ນ ວ່າ: “ເຖິງວ່າຂ້າພະເຈົ້າມີອາຍຸ 88-89 ປີ, ສຸຂະພາບບໍ່ດີອີກແລ້ວ, ແຕ່ຖ້າຂ້າພະເຈົ້າສາມາດເຮັດບາງສິ່ງບາງຢ່າງ ເພື່ອແນະນຳ ແລະ ສົ່ງເສີມກາເຟຫວຽດນາມ, ຂ້າພະເຈົ້າສາມາດໄປທຸກບ່ອນ, ຈົນກະທັ້ງໄປຫວຽດນາມອີກເທື່ອໜຶ່ງກໍ່ໄດ້.”

ມອບຫ ຽນໄຊມ ດຕະພາບໃຫ ແກ ທ ານ siegfried kaulfuß ຊາວເຢຍລະມ ນຜ ທ ຫ ວງໃຍກ ບກາເຟຫວຽດນາມ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ

ຍສໝ - ນີ້ແມ່ນລາງວັນອັນປະເສີດເລີດລໍ້າຂອງລັດຫວຽດນາມ ແນໃສ່ຮັບຮູ້ຄວາມມານະພະຍາຍາມຂອງທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ໃນການຊຸກຍູ້ການພົວພັນສອງປະເທດ.

ມອບຫ ຽນໄຊມ ດຕະພາບໃຫ ແກ ທ ານ siegfried kaulfuß ຊາວເຢຍລະມ ນຜ ທ ຫ ວງໃຍກ ບກາເຟຫວຽດນາມ ຫວຽດນາມ ໄດ້ຫຼຽນໄຊມິດຕະພາບໃຫ້ແກ່ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ສຳລັບການປະກອບສ່ວນໃນການພົວພັນສອງຝ່າຍ

ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.

ມອບຫ ຽນໄຊມ ດຕະພາບໃຫ ແກ ທ ານ siegfried kaulfuß ຊາວເຢຍລະມ ນຜ ທ ຫ ວງໃຍກ ບກາເຟຫວຽດນາມ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Mozambique ເພື່ອຊຸກຍູ້ການພົວພັນກັບຫວຽດນາມ

ຍສໝ - ທ່ານ Gamiliel Sepulveda Joao Munguambe ກ່າວວ່າຫຼຽນໄຊແມ່ນຄວາມຮັບຮູ້ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງຂອງຫວຽດນາມ ສຳລັບຄວາມມານະພະຍາຍາມຂອງທ່ານ ແລະ ມີຄວາມໝາຍເພື່ອໃຫ້ກຽດແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ Mozambique ແລະຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.