ລາວ: ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.701 ຄົນ,ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19

18:41 | 16/02/2021

ໃນວັນທີ 15 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ໃນທົ່ວປະເທດມີຜູ້ຄົນເດີນທາງເຂົ້າມາ ມີທັງໝົດ 699 ຄົນ. ໃນນັ້ນ, ມາຈາກຈຸດຜ່ານດ່ານ ລາວ-ໄທ 625 ຄົນ, ຈຸດຜ່ານດ່ານ ລາວ-ຈີນ 08 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 64 ຄົນ ແລະ ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດແລ້ວ ຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້.

ລາວ ທ ວປະເທດ ມ ສ ນຈ າກ ດບ ລ ເວນທ ຍ ງເປ ດນຳໃຊ ຢ ທ ງໝ ດ 35 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 701 ຄ ນ ບ ພ ບຜ ຕ ດເຊ ອພະຍາດ covid 19 ລາວ: ປ້ອງກັນພະຍາດໄຂ້ຍຸງລາຍ
ລາວ ທ ວປະເທດ ມ ສ ນຈ າກ ດບ ລ ເວນທ ຍ ງເປ ດນຳໃຊ ຢ ທ ງໝ ດ 35 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 701 ຄ ນ ບ ພ ບຜ ຕ ດເຊ ອພະຍາດ covid 19 ອາ​ເມ​ລິ​ກາ​ໜູນ​ຊ່ວຍ ລາວ​ພັດ​ທະ​ນາ​ການ​ສຶກ​ສາ
ລາວ ທ ວປະເທດ ມ ສ ນຈ າກ ດບ ລ ເວນທ ຍ ງເປ ດນຳໃຊ ຢ ທ ງໝ ດ 35 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 701 ຄ ນ ບ ພ ບຜ ຕ ດເຊ ອພະຍາດ covid 19
ພາບປະກອບ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ພວກເຮົາໄດ້ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 108.010 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ ແລະ ຄົນເຈັບທີ່ຕິດເຊື້ອພະຍາດ COVID-19 ຈຳນວນ 04 ຄົນ ແມ່ນສືບຕໍ່ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.701 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ສະພາບການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ສັງເກດເຫັນວ່າ ມີລາຍງານຜູ້ຕິດເຊື້ອໃໝ່ເລີ່ມຫລຸດລົງເລື້ອຍໆ ເນື່ອງຈາກຫລາຍປະເທດ ມີການລ໋ອກດາວ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ແລະ ຕໍ່ເນື່ອງ.

ສຳລັບປະເທດເພື່ອນບ້ານຂອງພວກເຮົາ ແມ່ນມີການລະບາດຮອບໃໝ່ເກີດຂຶ້ນ ພາຍໃນປະ ເທດ, ຕໍ່ກັບສະພາບການດັ່ງກ່າວ ຈຶ່ງຂໍຮຽກຮ້ອງໃຫ້ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ໃຫ້ການຮ່ວມມື ໃນການຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ, ລວມທັງຜູ້ປະກອບການ ກໍ່ເຊັ່ນດຽວກັນ ໃຫ້ປະຕິບັດຕາມຄຳແນະນຳ ແລະ ມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດມາດຕະການ ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 111/ຫສນຍ, ລົງວັນທີ 01 ກຸມພາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງ, ພ້ອມດຽວກັນກໍ່ໃຫ້ເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ແລະ ຫລຸດຜ່ອນການລະບາດຂອງພະຍາດດັ່ງກ່າວ ບໍ່ໃຫ້ຂະຫຍາຍອອກເປັນວົງກວ້າງ.

ລາວ ທ ວປະເທດ ມ ສ ນຈ າກ ດບ ລ ເວນທ ຍ ງເປ ດນຳໃຊ ຢ ທ ງໝ ດ 35 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 701 ຄ ນ ບ ພ ບຜ ຕ ດເຊ ອພະຍາດ covid 19 ສ.ເກົາຫຼີສະໜັບສະໜູນຄົນພິການຢູ່ລາວ

ຍ​ສ​ໝ - ໂຄງການຂອງ KOICA ໄດ້ສະໜອງອຸປະກອນໃຫ້ 5 ສະມາຄົມຂອງຄົນພິການ, ສະມາຄົມເພື່ອການຊ່ວຍເຫຼືອເດັກພິການ, ສະມາຄົມຄົນພິການ, ສູນພັດທະນາແມ່ຍິງພິການລາວ, ສະມາຄົມຄົນຕາບອດລາວ ແລະສະມາຄົມພັດທະນາວິຊາຊີບສຳລັບຄົນຕາບອດ. ປະຊາຊົນປະມານ 730 ຄົນໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.

ລາວ ທ ວປະເທດ ມ ສ ນຈ າກ ດບ ລ ເວນທ ຍ ງເປ ດນຳໃຊ ຢ ທ ງໝ ດ 35 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 701 ຄ ນ ບ ພ ບຜ ຕ ດເຊ ອພະຍາດ covid 19 ດົ່ງ​ທາບ ຈັດ​ຕັ້ງ​ງານ​ບຸນ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ໃຫ້​ແກ່​ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ໄດ້​ດຳ​ເນີນ​ຢູ່​ວິ​ທະ​ຍາ​ໄລ​ປະ​ຊາ​ຄົມ ດົ່ງ​ທາບ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ 72 ຄົນ ​ແລະ ສະ​ມາ​ຊິກ​ພັກ​ແຂວງ​ດົ່ງ​ທາບ​.

ລາວ ທ ວປະເທດ ມ ສ ນຈ າກ ດບ ລ ເວນທ ຍ ງເປ ດນຳໃຊ ຢ ທ ງໝ ດ 35 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 701 ຄ ນ ບ ພ ບຜ ຕ ດເຊ ອພະຍາດ covid 19 ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

kpl.gov.la

ເຫດການ
302 Found

Found

The document has moved here.