ເຄື່ອງໝາຍກາເຟຫວຽດນາມ - King Coffee ຈະປະກົດຕົວໃນບັນດາລະບົບຂາຍຍ່ອຍຢູ່ລັດເຊຍ.

17:55 | 27/05/2019

ຍສໝ - ເນື່ອງໃນໂອກາດ ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊົນ ຟຸກ ທີ່ຜ່ານມາ, ເຄື່ອງໝາຍການຄ້າກາເຟຫວຽດນາມ King Coffee ໄດ້ປະກົດຕົວໃນບັນດາລະບົບຂາຍຍ່ອຍ ຢູ່ ລັດເຊຍ.

ຕາງໜ້າບໍລິສັດ Trung Nguyen International, ເຊິ່ງແມ່ນວິສາຫະກິດຜະລິດ, ປຸງແຕ່ງ ແລະ ດຳເນີນທຸລະກິດກາເຟ ຫວຽດນາມ, ໄດ້ລົງນາມ ກັບ ກຸ່ມບໍລິສັດຂາຍຍ່ອຍທີ່ມີຊື່ສຽງຂອງລັດເຊຍ ໂດຍສະໜອງຜະລິດຕະພັນຍີຫໍ້ King Coffee ໃນລະບົບຮ້ານຄ້າຂອງບັນດາກຸ່ມບໍລິສັດນີ້ຢູ່ສະຫະພັນລັດເຊຍ.

ເຄື່ອງໝາຍກາເຟຫວຽດນາມ - King Coffee ຈະປະກົດຕົວໃນບັນດາລະບົບຂາຍຍ່ອຍຢູ່ລັດເຊຍ.

ຜູ້ຊົມໃຊ້ລັດເຊຍ ຈະໄດ້ເລືອກເຟັ້ນຜະລິດຕະພັນຂອງ King Coffee ໃນລະບົບຮ້ານຄ້າຂາຍຍ່ອຍ 18.000 ຮ້ານ (ພາບ: nhandan.com.vn)

ຕາມແຜນການແລ້ວ, ໃນເວລາ ພຽງ 2 – 3 ເດືອນ, ເມື່ອບັນດາລະບຽບການສຳເລັດ, ຜູ້ຊົມໃຊ້ລັດເຊຍ ຈະໄດ້ຊົມໃຊ້ຜະລິດຕະພັນຂອງ King Coffee ໃນລະບົບຮ້ານຄ້າຂາຍຍ່ອຍ 18.000 ຮ້ານ ຂອງກຸ່ມບໍລິສັດຂາຍຍ່ອຍ Magnit ຂອງລັດເຊຍ, ຕໍ່ຈາກນັ້ນຈະແມ່ນລະບົບຮ້ານຄ້າ Pyatyerka. ນີ້ແມ່ນ 2 ຮ້ານສັບພະສິນຄ້າໃຫຍ່ຂອງລັດເຊຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.