AEM Retreat 27: ຫວຽດ​ນາມ ຮັບ​ຮອງ​ເອົາ 10 ຂໍ້​ລິ​ເລີ່ມ, ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​​

16:59 | 04/03/2021

ຍ​ສ​ໝ - ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ເຈິ່ນກວ໊ກ​ແຄງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ນຳ​ໜ້າ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ບັນ​ດາ​ໜ່ວຍ​ງານ​ໃນ​ກະ​ຊວງ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

aem retreat 27 ຫວຽດ ນາມ ຮ ບ ຮອງ ເອ າ 10 ຂ ລ ເລ ມ ບ ລ ມະ ສ ດ ດ ານ ເສດ ຖະ ກ ດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ
aem retreat 27 ຫວຽດ ນາມ ຮ ບ ຮອງ ເອ າ 10 ຂ ລ ເລ ມ ບ ລ ມະ ສ ດ ດ ານ ເສດ ຖະ ກ ດ ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca
aem retreat 27 ຫວຽດ ນາມ ຮ ບ ຮອງ ເອ າ 10 ຂ ລ ເລ ມ ບ ລ ມະ ສ ດ ດ ານ ເສດ ຖະ ກ ດ
ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ​ວົງແຄບ​ຄັ້ງ​ທີ 27 (ພາບ: congthuong.vn)

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ​ວົງແຄບ​ຄັ້ງ​ທີ 27 ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງ ວັນ​ທີ 2 – 3 ມີ​ນາ​ຕາມ​ຮູບ​ການ​ທາງ​ອອນ​ລາຍ. ນີ້​ແມ່ນກອງ​ປ​ະ​ຊຸມ​ທຳ​ອິດ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ໃນ​ປີ 2021.

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ເຈິ່ນກວ໊ກ​ແຄງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ນຳ​ໜ້າ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ບັນ​ດາ​ໜ່ວຍ​ງານ​ໃນ​ກະ​ຊວງ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ຮອງ​ເອົາ 10 ຂໍ້​ລິ​ເລີ່ມ, ບຸ​ລິ​ມະ​ສິດ ຮ່ວມ​ມື​ເສດ​ຖະ​ກິດ ຂອງ ບ​ຣູ​ໄນ​ໃນ​ປີ ປະ​ທານ​ອາ​ຊຽນ 2021.

ບັນ​ດາ​ບຸ​ລິ​ມະ​ສິດ, ຂໍ້​ລີ​ເລີ່ມ​ໄດ້​ສ້າງ​ຕັ້ງ​ຕາມ 3 ກຳ​ນົດ​ທິດ​ຕົ້ນ​ຕໍນັ້ນ​ແມ່ນ ຟື້ນ​ຟູ, ເຫັນ​ເປັນ​ດີ​ຈີ​ຕອນ ແລະ ລັກ​ສະ​ນະ​ໝັ້ນ​ຄົງ, ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ຄື​ຫັນ​ການ​ຄ້າ​ເປັນ​ສະ​ດວກ, ການ​ທ່ອງ​ທ່ຽວ, ພະ​ລັງ​ງານ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ແຮ່​ທາດ, ພັດ​ທະ​ນາ​ແບບ​ຍືນ​ຍົງ…

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ໃນ​ຈຳ​ນວນ​ຂໍ້​ລິ​ເລີ່ມ​ທີ່​ໄດ້​ຍົກ​ອອກ​ມາ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ, ມີຫຼາຍ​ຂໍ້​ລິ​ເລີ່ມ​ມີ​ລັກ​ສະ​ນະ​ສືບ​ທອດບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື​ຂອງ ອາ​ຊຽນ ໄດ້ ແລະ ພວມ​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ເຊື່ອມ​ຕໍ່​ບັນ​ດາ​ໝ​າກ​ຜົນ​ການ​ຮ່ວມ​ມື​ຂອງ​ປີ 2020 ເມື່ອ ຫວຽດ​ນາມ ເປັນ​ປະ​ທານ​ອາ​ຊຽນ.

ຍິ່ງ​ໄປ​ກ່​ວາ​ນັ້ນ, ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ກໍ່​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ, ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ​ກໍ່​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ໃນ​ໄລ​ຍະ ແລະ ຫຼັງ​ໄລ​ຍະເພື່ອ​ທັງ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ທັງ​ຮັກ​ສາການ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ການ​ເປີດກວ້າງ​ລາຍ​ການ​ສິນ​ຄ້າ​ທີ່​ຈຳ​ເປັນ​ຂອງ ອາ​ຊຽນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ລາຍ​ການ​ບັນ​ດາ​ຂໍ້​ລິ​ເລີ່ມ​ຈະ​ໄດ້​ຮັບ​ຮອງ​ຢູ່ນອກກອງ​ປະ​ຊຸມ​ອາ​ຊຽນ​ຄັ້ງ​ທີ 37 ເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 10 ພະ​ຈິກ ປີ 2020 ຕາມ​ຮູບ​ການ​ທາງ​ອອນ​ລາຍ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ຫວຽດ​ນາມ ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ບ​ຣູ​ໄນ​ໃນ​ປີ ປະ​ທານ​ອາ​ຊຽນ 2021, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ລວມ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ.

ຄຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ​ກໍ່​ໄດ້​ແບ່ງ​ປັນ​ກັບ​ບັນ​ດາ​ປະ​ເທດ​ທີ່​ມີ​ບົດ​ຮຽນ​ປະ​ສົບ​ການ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ແນ​ໃສ​ຮັບ​ປະ​ກັນ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ຂະ​ນະ​ທີ່​ຍັງ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂອບ​ເຂດ​ອາ​ຊຽນ ແລະ ອາຊຽນ+.

aem retreat 27 ຫວຽດ ນາມ ຮ ບ ຮອງ ເອ າ 10 ຂ ລ ເລ ມ ບ ລ ມະ ສ ດ ດ ານ ເສດ ຖະ ກ ດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ

ຍສໝ - ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.

aem retreat 27 ຫວຽດ ນາມ ຮ ບ ຮອງ ເອ າ 10 ຂ ລ ເລ ມ ບ ລ ມະ ສ ດ ດ ານ ເສດ ຖະ ກ ດ JETRO: ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດແຕ່ການສົ່ງອອກຂອງ 6 ປະເທດ ອາຊຽນ ປີ 2020 ຫລຸດລົງພຽງ 2,2 % ເທົ່ານັ້ນ

ວົງເງິນການຄ້າສົ່ງອອກຂອງ 6 ປະເທດຂຶ້ນກັບ ອາຊຽນ, ໃນນັ້ນ ມີ ຫວຽດນາມ ບັນລຸ 1,35 ພັນຕື້ USD ໃນປີ 2020, ຫລຸດພຽງ 2,2% ເທົ່ານັ້ນ ເມື່ອທຽບໃສ່ປີ 2019.

aem retreat 27 ຫວຽດ ນາມ ຮ ບ ຮອງ ເອ າ 10 ຂ ລ ເລ ມ ບ ລ ມະ ສ ດ ດ ານ ເສດ ຖະ ກ ດ ຄະນະກຳມະການອາຊຽນປະຈຳ Pretoria ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນຖານະເປັນປະທານ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຮ່​ວາງວັນ​ເລິ້ຍ ໄດ້ຕິດຕໍ່ກັບສະມາຊິກ APC ເປັນປະ ຈຳ, ກັບກົມໃຫຍ່ອາຊີແລະຕາເວັນອອກກາງ, ກະຊວງການຕ່າງປະເທດແລະການຮ່ວມມືສາກົນ (DIRCO) ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບອາຟຣິກາໃຕ້ແລະອາຟຣິກກາ, ແລກປ່ຽນຂໍ້​ມູນ​ຂ່າວ​ສາ​ນ ໃນການປ້ອງກັນ,ຕ້ານ​ໂລກ​ລະ​ບາດ​ COVID -19 ແລະສົ່ງເສີມການຮ່ວມມືລະຫວ່າງບັນດາຝ່າຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.