| ສື່ມວນຊົນ ອາເມລິກາ ຮັບຮູ້ ຜົນສຳເລັດ ຂອງ ຫວຽດນາມໃນການຄວບຄຸມໂລກລະບາດໂຄວິດ - 19 | |
| ຊາ Dr Thanh ເພີ່ມກຳລັງແຮງໃຫ້ແກ່ພໍ່ແມ່ປະຊາຊົນ, ນັກຮົບ ຢູ່ ທະຫານເຂດ 5 ແລະ ເຂດ7 |
![]() |
| ພາບປະກອບ |
ໜັງສືພິມເອເລັກໂຕນິກ Business Insider ຂອງ ອາເມລິກາ ຫວ່າງແລ້ວນີ້, ໄດ້ລົງບົດຂຽນຍ້ອງຍໍສັນລະເສີນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງຫວຽດນາມ. ບົດຂຽນ ໄດ້ຄັດສະເໜີບົດຕີລາຄາ ໃນວັນທີ 28 ມັງກອນຂອງສະຖາບັນຄົ້ນຄ້ວາ Lowy ໃຫ້ຮູ້ວ່າ, ຫວຽດນາມ ຢືນຢູ່ອັນດັບທີ 2 ຖັດຈາກນິວຊີແລນ ກ່ຽວກັບຜົນສຳເລັດໃນການປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ - 19 ໃນຈຳນວນ 98 ປະເທດ ແລະ ເຂດແຄ້ວນ.
ບັນດານັກຄົ້ວຄວ້າຢູ່ສະຖາບັນ Lowy ໄດ້ເກັບກຳຂໍ້ມູນຈາກບັນດາປະເທດ ແລະ ເຂດແຄ້ວນທີ່ແຕກຕ່າງກັນ ເພື່ອແນໃສ່ຕີລາຄາປະສິດທິພາບທີ່ຄ້າຍຄືກັນຂອງບັນດາປະເທດໃນວິວັດການຮັບມືກັບໂລກລະບາດໂຄວິດ - 19.
ທ່ານໝໍ Guy Thwaites ເຊິ່ງພວມເຮັດວຽກໃນຂົງເຂດພະຍາດຕິດແພດ ຢູ່ໂຮງໝໍແຫ່ງໜຶ່ງທີ່ຖືກລັດຖະບານ ຫວຽດນາມ ມອບໝາຍໜ້າທີ່ປະຕິບັດການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19 ໂດຍໄວ ແລະ ຂ້ຽວຂາດ. ຕາມທ່ານໝໍ Guy Thwaites ແລ້ວ, ບັນດາໂຮງຮຽນໄດ້ປິດປະຕູ ແລະ ບັນດາຖ້ຽວບິນສາກົນໄປຍັງຫວຽດນາມ ຖືກຈຳກັດ.
ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ ຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19 ອີ່ງໃສ່ 3 ປັດໄຈນັ້ນແມ່ນ: ຊອກຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອຢ່າງມີຍຸດທະສາດ ແລະ ວາງອອກສານຢ່າງຈະແຈ້ງ.
ໃນບົດຂຽນໜຶ່ງຂອງຕົນ ສປຊ, ທ່ານ Kamal Malhotra ຖືວ່າ ຜົນສຳເລັດຂອງ ຫວຽດນາມ ເປັນໜ້າຈົດຈຳ ເມື່ອປະເທດນີ້ມີຊາຍແດນຕິດກັບປະເທດເປັນແຫ່ງແຜ່ເຊື້ອໂລກລະບາດໂຄວິດ - 19.
ນັກຂ່າວ Kate Taylor ຂອງ ຢູ່ຫວຽດນາມເປັນເວລາ 2 ປີໃຫ້ຮູ້ວ່າ ລັດຖະບານ ຫວຽດນາມມີຄວາມເອົາໃຈໃສ່ພິເສດຕໍ່ບັນດາມາດຕະການປ້ອງກັນຄວາມປອດໄພຄືໃສ່ຜ້າອັດປາກ - ດັ່ງ, ໂຄສະນາກ່ຽວບັນດາອາການຂອງຜູ້ຕິດເຊື້ອພະຍາດໂຄວິດ - 19 ແລະ ວັກແທກອຸນຫະພູມພົນລະເມືອງເມື່ອເຂົ້າສະຖານທີ່ສາທາລະນະ.
| ສື່ມວນຊົນ ອາເມລິກາ ຮັບຮູ້ ຜົນສຳເລັດ ຂອງ ຫວຽດນາມໃນການຄວບຄຸມໂລກລະບາດໂຄວິດ - 19 ຫວຽດນາມໜ້າຈະເປັນທີ່ໄດ້ຮັບຮູ້ຫຼາຍກ່ວາອີກ ຍ້ອນຄວາມສາມາດໃນການຄວບຄຸມໂລກລະບາດໂຄວິດ - 19 ໃນໄລຍະສັ້ນ ດ້ວຍບັນດາຂັ້ນຕອນທີ່ຮັບປະກັນຄວາມປອດໄພໂດຍພື້ນຖານ. |
| ສະຖານທູດຫວຽດນາມປະຈຳມາເລເຊຍໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນຊຸມຊົນ ຍສໝ - ສະຖະທູດ ຫວຽດນາມ ປະຈຳ ມາເລເຊຍ ແບ່ງປັນວ່າ: ດ້ວຍຈິດໃຈຮັກແພງເຊິ່ງກັນແລະກັນ, ລັດຖະບານ ຫວຽດນາມ ໄດ້ສະຫງວຽນສ່ວນໜຶ່ງໃນບັນດາແຫຼ່ງ ກຳລັງເພື່ອໜູນຊ່ວຍໃຫ້ຊຸມຊົນຊາວຫວຽດນາມພວມອາໄສຢູ່ມາເລເຊຍ ບັນດາວິທີການປົກປ້ອງສຸຂະພາບໃນສະພາບການໂລກລະບາດໂຄວິດ - 19. |
| ອາເມລິກາ ບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດ ມິນຝູ ແມ່ນການຕັດສິນທີ່ພາວະວິໄສ ແລະ ຍຸຕ ອາເມລິກາ ຫາກໍອອກຂໍ້ຕົກລົງວ່າດ້ວຍການບໍ່ຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນກຸ້ງສົ່ງອອກຂອງບໍລິສັດສິນໃນນ້ຳ ມິນຝູ ຂອງ ຫວຽດນາມ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ ນີ້ແມ່ນການຕັດສິນທີ່ມີລັກສະນະພາວະວິໄສ ແລະ ຍຸຕິທຳ. |
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ
ມະຕິເລກທີ 79 ຈາກທັດສະນະຂອງວິສາຫະກິດເອກະຊົນ: ການເດີນທາງຮ່ວມກັນເພື່ອບັນລຸໃຫ້ໄດ້ໄກກວ່າ
ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວການທູດລະດັບສູງຢ່າງຕັ້ງໜ້າ
ການແຂ່ງຂັນ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" - ເຜີຍແຜ່ພາສາ ແລະ ວັດທະນະທໍາຫວຽດນາມໃນປະເທດໄທ
ທ່ານອາດຈະມັກ
ຮ່ວມແຮງຮ່ວມໃຈສ້າງອະນາຄົດຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ແກ່ປະເທດຊາດ
ພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຂວງ ກວາງຈິ
ການນຳພັກ, ລັດ ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ
ວັນປົດປ່ອຍພາກໃຕ້ (30 ເມສາ): ວັນແຫ່ງໄຊຊະນະອັນສົມບູນ – ຈຸດຢືນທາງດ້ານຈິດໃຈໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ
ນະຄອນ ໂຮ່ຈີມິນ "ເລົ່າເລື່ອງ" ຕົວເມືອງ ໃນໂອກາດສະເຫຼີມສະຫຼອງ 51 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ
