ຫວຽດ​ນາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ ຊາຍ

12:05 | 30/03/2021

ຍ​ສ​ໝ - ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ດັ່ງ​ກ່າວ​ມີ​ທ່ານ Louise Mushikiwabo ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ, ທ່ານ Martin Chungong ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ IPU, ທ່ານ Audrey Azoulay ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ UNESCO ພ້ອມ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ປະ​ຈຳ​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ.

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ຊ ກ ຍ ການ ຮ ວມ ມ ສາ ກ ນ ກ ຽວ ກ ບ ຄວາມ ສະ ເໝ ພາບ ລະ ຫວ າງ ຍ ງ ຊາຍ UN Women ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ 315 ຄອບ​ຄົວ​ຢູ່​ກ໋​ວາງ​ຈິ ເພື່ອ​ລົງ​ທຶນ​ຫາ​ເງິນ​ລ້ຽງ​ຊີບ
ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ຊ ກ ຍ ການ ຮ ວມ ມ ສາ ກ ນ ກ ຽວ ກ ບ ຄວາມ ສະ ເໝ ພາບ ລະ ຫວ າງ ຍ ງ ຊາຍ ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021
ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ຊ ກ ຍ ການ ຮ ວມ ມ ສາ ກ ນ ກ ຽວ ກ ບ ຄວາມ ສະ ເໝ ພາບ ລະ ຫວ າງ ຍ ງ ຊາຍ
ຄະນະຜູ້ຕາງຫນ້າຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍ ສ້າງຕັ້ງເຄືອຂ່າຍສາກົນຢູ່ ປາຣີ (ພາບ: baoquocte.vn)

ຫວ່າງ​ແລ້ວນີ້, ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ UNESCO ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ້າງ​ເຄືອ​ຂ່າຍ​ສາ​ກົນ ຢູ່​ປາ​ຣີ ນຳ​ໜ້າ​ກ່ຽວ​ກັບ​ຄວາ​ມ​ສະ​ເໝີ​ພາບ​ລ​ະ​ຫວ່າງ​ຍິງ​ຊາຍ ຕາມ​ຮູ​ບ​ການ​ທາງ​ອອນ​ລາຍ.

ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ດັ່ງ​ກ່າວ​ມີ​ທ່ານ Louise Mushikiwabo ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ, ທ່ານ Martin Chungong ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ IPU, ທ່ານ Audrey Azoulay ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ UNESCO ພ້ອມ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ປະ​ຈຳ​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ.

ກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ​ບັນ​ດາ​ຜົນ​ຕາມ​ມາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ເຮັດ​ໃຫ້​ສະ​ພາບ​ການ​ຂາດ​ຄວາມ​ສະ​ເໝີ​ພາບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ, ເຮັດ​ໃຫ້​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ຮັດ​ແຄບ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຍິງ​ຊາຍ​ໃນ​ຊຸມ​ປີ​ຜ່ານ​ມາ​ຖືກຫຼຸດ​ນ​້ອຍ​ຖອ​ຍ​ລົງ, ໄລ​ຍະ​ຫ່າງ​ລະ​ຫວ​່າງ​ຍິງ - ຊາຍ​ໃນ​ການນ​ຳ​ພາ​ຢູ່​ພາກ​ພື​ື້ນ​ລັດ ແລະ ເອ​ກະ​ຊົນ, ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຂາດ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຍົກ​ສູງ​ສິດ​ອຳ​ນາດ​ຂອງ​ແມ່​ຍິງ.

ຕາມ​ນັ້ນ​ແລ້ວ, ບັນ​ດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ວ່າ ຕ້ອງ​ມີ​ວິ​ທີ​ການ​ສຳ​ຜັດ​ຢ່າງ​ສັ​ງ​ລວມ, ສະ​ໜິດ​ຕິດ​ພັນ ລະ​ຫວ່າງ​ຍິງ​ຊາຍ, ຄວາມ​ກ້າວ​ໜ້າ​ໃນ​ສັງ​ຄົມ ແລະ ການ​ເຕີບ​ໂຕ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົ​ລ, ກວມ​ລວມ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ. ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ​ຕ້ອງ​ໄດ້​ຖື​ຢູ່​ໃຈ​ກາງ​ໃນ​ບັນ​ດາ​ວິ​ທີ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ສັງ​ຄົມ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ເລ​ທິ​ຮົ່ງ​ເວິນ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ UNESCO ໄດ້​ຢັ້ງ​ຢືນ​ວ່າ ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ກຳ​ລັງ​ຄວາມ​ສາ​ມາດ​ອັນ​ຍິ່ງ​ໃຫຍ່​ຂອງ​ແມ່​ຍິງ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້​ງ​ບົດ​ບາດ​ຂອງ​ແມ່​ຍິງ ແລະ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ໃນ​ບັນ​ດາ​ຂົງ​ເຂດ​ທ​ັງ​ໝົດ​ຄື: ການ​ເມືອງ, ເສດ​ຖ​ະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ແມ່​ຍິງ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ໃນ​ວິ​ວັດ​ການ​ສ້າງສາ​ປະ​ຊາ​ຄົມ​ອາ​ຊຽນ.ທ່ານນາງ ເອກອັກຄະລັດຖະທູດ ແບ່ງປັນ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງຫວຽດນາມໃນຖານະແມ່ນປະທານ ອາຊຽນ 2020, ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ປະທານ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 ໃນການເພີ່ມທະວີການຮ່ວມມືຊຸກຍູ້ຄວາມສະເຫມີພາບ ລະຫວ່າງຍິງ ຊາຍ ແລະການມອບສິດໃຫ້ແມ່ຍິງ, ພົ້ນເດັ່ນ ແມ່ນການຈັດຕັ້ງກອງປະຊຸມສຸດຍອດການນຳຍິງ ອາຊຽນ ເປັນຄັ້ງທຳອິດ ສຳເລັດຜົນ, ການເຈລະຈາຂັ້ນລັດຖະມົນຕີ ອາຊຽນ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ….

ທີ່ກອງປະຊຸມ ບັນດາສະມາຊິກ ຕີລາຄາສູງການປະກອບສ່ວນຢ່າງຕັ້ງຫນ້າ ເປັນເຈົ້າການ ແລະ ທີ່ຕັ້ງບົດບາດນັບມື້ນັບເພີ່ມຂຶ້ນຂອງຫວຽດນາມໃນເວທີສາກົນໃນໄລຍະໃຫມ່.

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ຊ ກ ຍ ການ ຮ ວມ ມ ສາ ກ ນ ກ ຽວ ກ ບ ຄວາມ ສະ ເໝ ພາບ ລະ ຫວ າງ ຍ ງ ຊາຍ ຫວ​ຽດ​ນາມ - ຍີ່​ປຸ່ນ​ຮ່ວມ​ມື​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ

ຍ​ສ​ໝ - ສະ​ມາ​ຄົມ​ການ​ສຶກ​ສາພາ​ສາ​ຍີ່​ປຸ່ນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ດ້າຍ​ນາມ ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ລົງ​ນາມ​ສົມ​ທົບ​ກັນ​ຮ່ວມ​ມື​ຍຸດ​ທ​ະ​ສາດ​ສ້າງ​ສະ​ຖາ​ບັນ​ບຳ​ລຸງ​ສ້າງ​ສາ​ກົນ ຫວຽດ​ນາມ - ຍີ່​ປຸ່ນ (VJII).

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ຊ ກ ຍ ການ ຮ ວມ ມ ສາ ກ ນ ກ ຽວ ກ ບ ຄວາມ ສະ ເໝ ພາບ ລະ ຫວ າງ ຍ ງ ຊາຍ ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ

ຍ​ສ​ໝ - ສັບ​ປະ​ດາ​ສຳ​ມະ​ການ “ຂຸດ​ຄົ້ນ​ອາຊຽນ” ປີນີ້ ເພື່ອ​ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ອາຊຽນ​ແກ້​ໄຂ​ບັນ​ດາ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື, ຂໍ້​ມູນ​ຂ່າ​ວ​ສານ​ຢ່າງ​ຊັດ​ເຈນ ແລະ ມີ​ປະ​ສິດ​ທິ​ຜົນ. ໃນ​ຂະ​ນະ​ນັ້ນ ເສດ​ຖະ​ກິດ​ພາກ​ພື້ນ ໄດ້ ແລະ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຍ້ອນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ກໍ່​ຄື​ການ​ນຳ​ໃຊ້​ໂທ​ລະ​ສັບ​ສ​ມາດ.

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ຊ ກ ຍ ການ ຮ ວມ ມ ສາ ກ ນ ກ ຽວ ກ ບ ຄວາມ ສະ ເໝ ພາບ ລະ ຫວ າງ ຍ ງ ຊາຍ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ຊູ​ແ​ອັດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມ​ະ​ນາ​ກ່ຽວ​ກັບ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ຊູ​ແອັດ

ຍ​ສ​ໝ - ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 170 ທ່ານ, ທ່ານ Krister Nilsson ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ, ການ​ຄ້າ ແລະ ການ​ພົວ​ພັນ ເອີ​ລົບ​ເໜືອ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ. ນອກ​ຈາກ​​ສະ​ຖານ​ທູດບັນ​ດາ​ປະ​ເທດ​ອາ​ຊຽນ (ຄື​ ຫວຽດ​ນາມ, ລາວ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄທ ແລະ ຟີ​ລິບ​ປິນ), ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.