ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ

16:30 | 18/02/2021

ຍ​ສ​ໝ - ສັບ​ປະ​ດາ​ສຳ​ມະ​ການ “ຂຸດ​ຄົ້ນ​ອາຊຽນ” ປີນີ້ ເພື່ອ​ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ອາຊຽນ​ແກ້​ໄຂ​ບັນ​ດາ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື, ຂໍ້​ມູນ​ຂ່າ​ວ​ສານ​ຢ່າງ​ຊັດ​ເຈນ ແລະ ມີ​ປະ​ສິດ​ທິ​ຜົນ. ໃນ​ຂະ​ນະ​ນັ້ນ ເສດ​ຖະ​ກິດ​ພາກ​ພື້ນ ໄດ້ ແລະ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຍ້ອນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ກໍ່​ຄື​ການ​ນຳ​ໃຊ້​ໂທ​ລະ​ສັບ​ສ​ມາດ.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ແລະ ສະ ວ ດ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ແລະ ອວຍ​ພອນ​ທ່ານ​ນາງ Ngozi Okonjo-Iweala ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO
ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ແລະ ສະ ວ ດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ ກັບ ສະ​ຫະ​ພັນ​ລັດ​ເຊຍ
ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ແລະ ສະ ວ ດ
ກອງ​ປະ​ຊຸມ​ສຳ​ມະ​ການ​ກ່ຽວ​ກັບ​ຫວຽດ​ນາມ​ໃນ​ຂອບ​ເຂດ​ສັບ​ປະ​ດາ​ສຳ​ມະ​ນາ​ທາງ​ອອນ​ລາຍ​ຂຶ້ນ​ກັບ​ໂຄງ​ການ​ຄ​ຸດ​ຂົ້ນ​ອາ​ຊຽນ (Explore ASEAN) (ພາບ: Baoquocte)

ໂດ​ຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີ​ນ​ຂອງ​ຄະ​ນະ​ອຳ​ນວຍ​ການ​ມະ​ຫາວ​ິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ນຳ​ໃຊ້ ແລະ ສິ​ປະ​ລະ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ສະ​ວິດ (FHNW), ຫວ່າງ​ແລ້ວນີ້ ທ່ານ​ນາງ ເລ​ລິງ​ລານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ ໄດ້​ເຂົ້າ​ຮ່ວມ​ໃນ​ຖາ​ນະ​ເປັນ​ນັກປາຖະກະຖາຢູ່ກອງ​ປະ​ຊຸມ​ສຳ​ມະ​ການ​ກ່ຽວ​ກັບ​ຫວຽດ​ນາມ​ໃນ​ຂອບ​ເຂດ​ສັບ​ປະ​ດາ​ສຳ​ມະ​ນາ​ທາງ​ອອນ​ລາຍ​ຂຶ້ນ​ກັບ​ໂຄງ​ການ​ຄ​ຸດ​ຂົ້ນ​ອາ​ຊຽນ (Explore ASEAN).

ສັບ​ປະ​ດາ​ສຳ​ມະ​ການ “ຂຸດ​ຄົ້ນ​ອາຊຽນ” ປີນີ້ ເພື່ອ​ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ອາຊຽນ​ແກ້​ໄຂ​ບັນ​ດາ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື, ຂໍ້​ມູນ​ຂ່າ​ວ​ສານ​ຢ່າງ​ຊັດ​ເຈນ ແລະ ມີ​ປະ​ສິດ​ທິ​ຜົນ. ໃນ​ຂະ​ນະ​ນັ້ນ ເສດ​ຖະ​ກິດ​ພາກ​ພື້ນ ໄດ້ ແລະ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຍ້ອນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ກໍ່​ຄື​ການ​ນຳ​ໃຊ້​ໂທ​ລະ​ສັບ​ສ​ະຫຼາດ, ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ກໍ່​ພວມ​ເຮັດ​ໃຫ້​ສະ​ພາບ​ການ​ເສດ​ຖະ​ກິດ​ໃນ​ໂລກ​ທີ່​ການ​ປ່ຽນ​ແປງ​ຢ່າງ​ແຮງ. ຄຽງ​ຄູ່​ກັນ​ນັ້ນ, ການ​ຄົ້ນ​ຄ​້​ວາ​ການ​ເຫັນ​ເປັນ​ດີ​ຈີ​ຕອນ​ຂອງ ອາຊຽນ,ໂຄງ​ການ​ກໍ່​ໄດ້​ສຸມ​ໃສ່​ເຂົ້າ​ບັນ​ດາ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ດິນ​ຟ້າ​ອາກ​າດ, ມຸ່ງ​ໄປ​ສ​ູ່​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຫວຽດ​ນາມ ພ້ອມ​ກັບ​ສອງ​ປະ​ເທດ​ອາ​ຊຽນແມ່ນ ສິງ​ກະ​ໂປ, ໄທ ໄດ້​ຄັດ​ເລືອກ​ແມ່ນ​ປະ​ເທດ​ຄົ້ນ​ຄ້​ວາ​ຈຸດ​ສຸມ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານນາງເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ລິງ​ລານ ໄດ້​ເນັ້ນ​ໜັກ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ກໍ່​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ກໍ່​ຜົນ​ກະ​ທົບ​ທາງ​ລົບ​ຕໍ່ຫຼາຍ​ດ້ານ​ໃນ​ສະ​ພາບ​ການ​ເສດ​ຖ​ະ​ກິດ ໂລກ ໃນ​ໄລ​ຍະ ກ່​ວາ 1 ປີ​ຜ່ານ​ມາ. ເຖິງ​ຢ່າງ​ໃດ​ກ​ໍ່​ຕາມ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ສູງ ແລະ ການ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ລັດ​ຖະ​ບານ ແລະ ທົ່ວ​ສັງ​ຄົມ, ຫວຽດ​ນາມ​ໄດ້​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ພື້ນ​ຖານ, ດ້ວຍ​ອັດ​ຕາ​ການ​ເຕີ​ບ​ໂຕ GDP 2,91% ໃນ​ປີ 2020, ຫວຽດ​ນາມ​ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ​ຮັກ​ສາ​ໄດ້​ການ​ເຕີບ​ໂຕ GDP ເປັນ​ບວກ. ໃນ​ຂະ​ນະ​ນັ້ນຫຼາຍ​ປະ​ເທດ​ໃນ​ໂລກ​ພວມ​ຕົກ​ເຂົ້າ​ສູ່​ສະ​ພາບ​ເສດ​ຖະ​ກິດ​ຊຸດ​ໂຊມ​ຢ່າງ​ແຮງ. ຫວຽດ​ນາມ ບັນ​ລຸ​ໄດ້​ເປົ້າ​ໝາຍ​ຄວບ​ຄູ ທັງ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ທັງ​ຮັກ​ສາ​ໄດ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ.

ເມື່ອ​ເຕື້ອງ​ເຖິງ​ບັນ​ດາ​ປັດ​ໄຈ​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງ​ແຮງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ທ່ານນາງ ເລ​ລິງ​ລານ ໄດ້​ເນັ້ນ​ໜັກ​ວ່າ ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ຕັ້ງ​ໜ້າ​ຂອງ​ການ​ລົງ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃໝ່ (FTA) ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ພິ​ເສດ​ມ່ນ​ການ​ລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ (EVFTA) ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີ​ລົບ (EU) ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 1 ສິງ​ຫາ 2020 ​ເປັນ​ຕົ້ນ​ໄປ ຈະ​ເປີດ​ກາ​ລະ​ໂອ​ກາດ​ຢ່າງ​ຍິ່ງ​ເພື່ອ​ຊຸກ​ຍູ້ ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ເອີ​ລົບ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ຂອງ​ບັນ​ດາ​ປະ​ເທດ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ແລະ ສະ ວ ດ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ແລະ ອວຍ​ພອນ​ທ່ານ​ນາງ Ngozi Okonjo-Iweala ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO

ຍ​ສ​ໝ - ທ່ານ​ນາງ ເລ​ທິ​ຕວຽນ​ມາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ເນັ້ນ​ໜັກ​ວ່າ, ຫວຽດ​ນາມ​ຈະ​ຮ່ວມ​ມື​ກັບ​ທ່ານ​ນາງ Ngozi Okonjo-Iweala ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າ ທ່​ານ​ນາງ Ngozi Okonjo-Iweala ມີ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ຢ່າງ​ພຽງ​ພໍ, ພິ​ເສດ​ແມ່ນ​ກຳ​ລັງ​ຄວາມ​ສາ​ມາດ​ເພື່ອ​ນຳ​ພາ WTO ໃນ​ໄລ​ຍະ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ຖື​ໃນ​ປັດ​ຈຸ​ບັນ.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ແລະ ສະ ວ ດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ ກັບ ສະ​ຫະ​ພັນ​ລັດ​ເຊຍ

ຍສໝ - ທ່ານ Dmitry Medvedev ໄດ້ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະສະແດງຄວາມຍິນດີຕໍ່ທ່ານ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ແລະ ສະ ວ ດ ສະ​ຖານກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Vladivostok ສະ​ແດງ​ຄວາມ​ຮູ້​ບຸນ​ຄຸ​ນ​ຕໍ່​ຜູ້​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານ ຫງວຽນຮ່ວາງຫວຽດ ໄດ້ເນັ້ນໜັກວ່າ ກຸ່ມນັກອາສາສະໝັກ ກາຍເປັນບ່ອນອີງທີ່ເປັນໜ້າໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ຂອງປະຊາຄົມຊາວຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.