ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ

11:18 | 17/02/2021

ຍສໝ - ໃນສະພາບການໂລກແລະພາກພື້ນມີບັນດາການຜັນແປຢ່າງສັບສົນແບບບໍ່ເຄີຍມີມາກ່ອນ, ເປັນຕົ້ນແມ່ນໂລກລະບາດໂຄວິດ - 19 ຊຶ່ງໄດ້ກໍ່ຜົນກະທົບຕໍ່ທຸກດ້ານໃນການດຳລົງຊີວິດແລະການພົວພັນສາກົນຢ່າງເລິກເຊິ່ງແລະຮອບດ້ານ, ວຽກງານການພົວພັນຕ່າງປະເທດຂອງຫວຽດນາມແມ່ນສືບຕໍ່ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ສ້າງແລະຍາດແຍ່ງກາລະໂອກາດ, ຜັນຂະຫຍາຍຢ່າງຄົບຊຸດແລະຮອບດ້ານ...

ຫວຽດນາມຈະປະຕ ບ ດບ ນດາໜ າທ ການພ ວພ ນຕ າງປະເທດໃນປ 2021 ຢ າງມ ໄຊ ນາຍົກລະຖະມົນຕີຫວຽດນາມ: ຍູ້ໄວການນຳເຂົ້າວັກຊິນເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ
ຫວຽດນາມຈະປະຕ ບ ດບ ນດາໜ າທ ການພ ວພ ນຕ າງປະເທດໃນປ 2021 ຢ າງມ ໄຊ ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ
ຫວຽດນາມຈະປະຕ ບ ດບ ນດາໜ າທ ການພ ວພ ນຕ າງປະເທດໃນປ 2021 ຢ າງມ ໄຊ
ພາບປະກອບ

ຫວນຄືນປີ 2020, ເຊິ່ງແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ, ຫວຽດນາມໄດ້ຮັບຕຳແໜ່ງຄວບຄູ່ ທັງເປັນປະທານ ອາຊຽນ 2020, ທັງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ຄຽງຄູ່ກັນນັ້ນ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19, ທ່າຮ່ວມມືລະຫວ່າງຫວຽດນາມແລະບັນດາປະເທດຍັງໄດ້ຮັບການຮັກສາແລະພັດທະນາ, ຊ້ຳບໍ່ໜຳຍັງກ້າວກະໂດດຂັ້ນດ້ວຍບັນດາສັນຍາ FTA ທີ່ໄດ້ຮັບການລົງນາມແລະມີຜົນສັກສິດ.

ດ້ວຍບັນດາຂີດໝາຍແຫ່ງຜົນສຳເລັດນັ້ນ, ຫວຽດນາມສາມາດມີຄວາມເອກອ້າງທະນົງໃຈກ້າວເດີ່ນບົນເສັ້ນທາງເຊື່ອມໂຍງແລະພັດທະນາພ້ອມກັບປະຊາຄົມສາກົນຢ່າງໝັ້ນຄົງ. ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ, ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ, ເພື່ອໃຫ້ທີ່ຕັ້ງບົດບາດຂອງຫວຽດນາມນັບມື້ນັບສູງຂຶ້ນ.

ພວກເຮົາຫວັງວ່າໃນອາຍຸການໃໝ່ຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ຍ້ອນບົນພື້ນຖານການໄຈ້ແຍກ, ຄາດຄະເນສະພາບການໂລກ ແລະປະເທດໃນຊຸມປີຈະມາເຖິງຢ່າງເລິກເຊິ່ງ, ພັກກອມມູນິດຫວຽດນາມ ໄດ້ກໍານົດຢ່າງຈະແຈ້ງບັນດາທັດສະນະຊີ້ນໍາ, ເປົ້າໝາຍສັງລວມ ແລະເປົ້າໝາຍລະອຽດຮອດປີ 2025, 2030 ແລະ 2045; ກໍານົດທິດບັນດາເປົ້າໝາຍໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025; ກຳນົດທິດທາງພັດທະນາປະເທດຊາດໄລຍະ 2021-2030 ໃນບັນດາຂົງເຂດເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ; ກໍານົດບັນດາໜ້າທີ່ຈຸດສຸມ, ບັນດາບຸກທະລຸຍຸດທະສາດໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບົນພື້ນຖານວິທະຍາສາດນັບທັງດ້ານທິດສະດີ ແລະພຶດຕິກໍາຕົວຈິງ.

ໃນສະພາບການໂລກແລະພາກພື້ນມີບັນດາການຜັນແປຢ່າງສັບສົນແບບບໍ່ເຄີຍມີມາກ່ອນ, ເປັນຕົ້ນແມ່ນໂລກລະບາດໂຄວິດ - 19 ຊຶ່ງໄດ້ກໍ່ຜົນກະທົບຕໍ່ທຸກດ້ານໃນການດຳລົງຊີວິດ ແລະການພົວພັນສາກົນຢ່າງເລິກເຊິ່ງແລະຮອບດ້ານ, ວຽກງານການພົວພັນຕ່າງປະເທດຂອງຫວຽດນາມແມ່ນສືບຕໍ່ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ສ້າງແລະຍາດແຍ່ງກາລະໂອກາດ, ຜັນຂະຫຍາຍຢ່າງຄົບຊຸດແລະຮອບດ້ານ, ມີການຮັບມືຢ່າງຂະຫຍັນຂັນເຄື່ອນ.

ຫວຽດນາມຈະປະຕ ບ ດບ ນດາໜ າທ ການພ ວພ ນຕ າງປະເທດໃນປ 2021 ຢ າງມ ໄຊ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດກວ່າ 1.000 ຄົນ

ໄລ່ຮອດເວລາ 12 ໂມງ 00 ຂອງວັນທີ 16 ກຸມພາ 2021, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ພາຍໃນປະເທດ ລວມທັງໝົດແມ່ນ 1.373 ຄົນ.

ຫວຽດນາມຈະປະຕ ບ ດບ ນດາໜ າທ ການພ ວພ ນຕ າງປະເທດໃນປ 2021 ຢ າງມ ໄຊ ສີ່ຜົນງານພົ້ນເດັ່ນໃນປີ 2020

ຍສໝ - ປີ 2020, ໃນສະພາບການທີ່ມີຫລາຍປັດໄຈເປັນພິເສດ, ສະຫະພັນມິດຕະພາບໄດ້ກໍານົດບັນດາວິທີແກ້ໄຂທີ່ຄ່ອງແຄ້ວ ແລະສາມາດປັບຕົວເພື່ອປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຢ່າງຕັ້ງໜ້າ, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສຳເລັດໜ້າທີ່ “ຄວບຄູ່” ທັງຄວບຄຸມໂລກລະບາດ ແລະ ທັງພັດທະນາ ເສດຖະກິດ - ສັງຄົມ, ໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມສູ່ໂລກ ແລະ ເພີ່ມພູນຄູນສ້າງຄວາມສັນຕິພາບ, ມິດຕະພາບ ແລະການຮ່ວມມືສາກົນ.

ຫວຽດນາມຈະປະຕ ບ ດບ ນດາໜ າທ ການພ ວພ ນຕ າງປະເທດໃນປ 2021 ຢ າງມ ໄຊ ຄວາມປະທັບໃຈຕໍ່ຫວຽດນາມໃນດວງໃຈຂອງຄົນຕ່າງປະເທດ

ຍສໝ - ເພື່ອນມິດສາກົນທີ່ເຄີຍໄປຫວຽດນາມໃນໄລຍະຜ່ານມາ ລ້ວນແຕ່ມີຄວາມປະທັບໃຈຕໍ່ປະເທດຫວຽດນາມ, ຈາກພູມສັນຖານທີ່ງົດງາມໄປຈົນເຖິງບັນດາເຍື່ອງອາຫານທີ່ອຸດົມສົມບູນ ແລະ ຫລາກຫລາຍ. ໃນປີ 2020, ປະເທດຫວຽດນາມ ໄດ້ມີການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ເປັນຢ່າງດີ...

ໄຊພອນ

ເຫດການ
302 Found

Found

The document has moved here.