ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021

11:01 | 18/01/2021

ຍສໝ - ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນປີ 2020 ພ້ອມກັບບັນດາການຕີລາຄາຢ່າງມີວິທະຍາສາດ, ພາວະວິໄສກ່ຽວກັບແງ່ຫວັງເສດຖະກິດ ສັງຄົມ ກໍ່ຄື ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງຂຶ້ນໃນເວທີ ສາກົນ.

ເສດຖະກ ດຫວຽດນາມ ຍ ງຄ ງໄດ ຮ ບການຄາດຄະເນວ າ ຈະບ ນລ ການເຕ ບໂຕສ ງ ແລະ ຫວຽດນາມ ສ ບຕ ແມ ນຈ ດເດ ນຂອງເສດຖະກ ດໂລກປ 2021 ຫວຽດນາມ ຕັ້ງເປົ້າໝາຍເຕີບໂຕ 6,5%, GDP ສະເລ່ຍໃສ່ຫົວຄົນຈະບັນລຸ 3.700 USD ໃນປີ 2021
ເສດຖະກ ດຫວຽດນາມ ຍ ງຄ ງໄດ ຮ ບການຄາດຄະເນວ າ ຈະບ ນລ ການເຕ ບໂຕສ ງ ແລະ ຫວຽດນາມ ສ ບຕ ແມ ນຈ ດເດ ນຂອງເສດຖະກ ດໂລກປ 2021 ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021
ເສດຖະກ ດຫວຽດນາມ ຍ ງຄ ງໄດ ຮ ບການຄາດຄະເນວ າ ຈະບ ນລ ການເຕ ບໂຕສ ງ ແລະ ຫວຽດນາມ ສ ບຕ ແມ ນຈ ດເດ ນຂອງເສດຖະກ ດໂລກປ 2021
ພາບປະກອບ

ລັດຖະບານ​ຫວຽດນາມ ​ໄດ້​ວາງ​ເປົ້າໝາຍສູ້​ຊົນ​​ໃຫ້ລວມຍອດຜະລິດ​ຕະພັນພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ​ຂະຫຍາຍຕົວປະມານ 6,5% ພາຍ​ໃນ​ປີ​ນີ້ ສະ​ເລ່ຍຕໍ່​ຫົວ​ຄົນ ​ປະມານ 3.700 ​ໂດ​ລາສະຫະລັດ ພາຍຫລັງ​ ຫວຽດນາມ ກຳນົດທິດນຳການເຄື່ອນໄຫວປີນີ້ແມ່ນ “ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມີຄວາມໄຝ່ຝັນພັດທະນາ” ດ້ວຍ 8 ຄຳຊີ້ນຳບໍລິຫານຈຸດສຸມ.

​ໂດຍຈະສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີໄຫວພິບ ແລະມີປະສິດທິຜົນ; ສືບຕໍ່ຍົກສູງ ແລະສ້າງລະບອບລະບຽບການເສດຖະກິດການຕະຫລາດໃຫ້ສົມບູນແບບມຸ່ງໄປສູ່ສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ; ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໃຫ້ຄົບຊຸດ, ທັນສະໄໝ; ພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງແຮງ ແລະຄົບຊຸດ, ສ້າງພື້ນຖານພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ.

ເພື່ອໃຫ້ການສົ່ງອອກຜະລິດຕະພັນກະເສດສືບຕໍ່ນຳມາເຊິ່ງໝາກຜົນດີພໍສົມຄວນໃນປີ 2021, ຂະແຫນງກະສິກຳ ໄດ້ ແລະ ພວມສືບຕໍ່ສ້າງໂຄງປະກອບຄືນໃຫມ່ຢ່າງແຮງ. ມາດຕະການໃນໄລຍະຈະມາເຖິງ ເປັນຕົ້ນແມ່ນນະໂຍບາຍດຶງດູດການລົງທຶນຂອງວິສາຫະກິດ ສຳລັບຂົງເຂດປຸງແຕ່ງ.ສຸມໃສ່ຍູ້ແຮງການຜັນຂະຫຍາຍ, ປະຕິບັດບາງກົນໄກ, ນະໂຍບາຍຕົ້ນຕໍ ເພື່ອແນໃສ່ສົ່ງເສີມບັນດາວິສາຫະກິດລົງທຶນພັດທະນາອຸດສາຫະກຳປຸງແຕ່ງ, ຮັກສາຜະລິດຕະພັນກະເສດ, ຮ່ວມສຳພັນລະບົບການຜະລິດ ປຸ່ງແຕ່ງ ແລະ ການຈຳຫນ່າຍ.

ພິເສດກະຊວງກະສິກຳ ແລະພັດທະນາຊົນນະບົດໄດ້ສ້າງແລະເຮັດສຳເລັດບັນດາແຜນຮ່າງ, ຍຸດທະສາດລວມມີ: “ຍຸດທະສາດພັດທະນາກົນໄກນຳເອົາເຄື່ອງຈັກເຂົ້າໃນການປຸງແຕ່ງແລະຫັນເປັນອຸດສາຫະກຳໃນການປຸງແຕ່ງຜະລິດຕະພັນກະເສດເຄື່ອງປ່າຂອງດົງຮອດປີ 2030 “ ແລະ “ແຜນຮ່າງພັດທະນາຂະແຫນງປຸງແຕ່ໝາກໄມ້ໄລຍະ 2021-2030”.

ແງ່ຫວັງເສດຖະກິດອັນສົດໃສ ນັ້ນແມ່ນຫນຶ່ງໃນບັນດາພື້ນຖານສຳຄັນ ເພື່ອໃຫ້ຜູ້ຊ່ຽວຊານ ແລະ ນັກວາງແຜນນະໂຍບາຍເສດຖະກິດສາກົນຖືວ່າ: ຫວຽດນາມ ພວມແມ່ນຈຸດນັດພົບອັນດູດດື່ມ. ທ່ານ Hong Sun ປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ VBF 2020 ແລະ ທ່ານ ຮອງປະທານ ສະຫະສະມາຄົມວິສາຫະກິດ ສ.ເກົາຫລີ ປະຈຳ ຫວຽດນາມ ຢືນຢັນວ່າ: ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນບັນດາສະຖານທີ່ມີນັກລົງທຶນຫລາຍຄົນສົນໃຈເຖິງ. ຫວຽດນາມ ເຂົ້າຮ່ວມສັນຍາການຄ້າເສລີຫລາຍສະບັບຄື: EVFTA, CPTPP ນັ້ນແມ່ນສິ່ງສ້າງຄວາມສະດວກໃຫ້ແກ່ວິສາຫະກິດຫວຽດນາມທີ່ສຸດໃນການພັດທະນາຕະຫລາດໃຫມ່. ເພື່ອຍາດແຍ່ງໂອກາດນີ້ ມີບໍລິສັດ ສເກົາຫລີ ຫລາຍແຫ່ງ ພວມສົນໃຈຢາກເຂົ້າຮ່ວມຕະຫລາດຫວຽດນາມ, ບໍ່ພຽງແຕ່ດ້ານປະລິມານເທົ່ານັ້ນ ຫາກນັບທັງຄຸນນະພາບອີກດ້ວຍ. ທ່າອ່ຽງກ່ອນນີ້ ພຽງແຕ່ວິສາຫະກິດ ດຳເນີນການຜະລິດ ແຕ່ປະຈຸບັນ ມີນັກລົງທຶນ StartUp ຫລາຍຄົນກໍ່ຫັນມາ ເຮັດວຽກ ຢູ່ ຫວຽດນາມ.

ເສດຖະກ ດຫວຽດນາມ ຍ ງຄ ງໄດ ຮ ບການຄາດຄະເນວ າ ຈະບ ນລ ການເຕ ບໂຕສ ງ ແລະ ຫວຽດນາມ ສ ບຕ ແມ ນຈ ດເດ ນຂອງເສດຖະກ ດໂລກປ 2021 ຄາດວ່າວັນທີ 1 ມີນາ 2021, ວັກຊິນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດ ໂດຍ ຫວຽດນາມ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້ ສສ.ຫວຽດນາມ

ຍສໝ - ກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 "made in Vietnam", ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ຄາດວ່າວັນທີ 1 ມີນາ 2021, ວັກຊິນ 2 ຊະນິດຂອງຫວຽດນາມ ນັ້ນແມ່ນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດນັ້ນ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້.

ເສດຖະກ ດຫວຽດນາມ ຍ ງຄ ງໄດ ຮ ບການຄາດຄະເນວ າ ຈະບ ນລ ການເຕ ບໂຕສ ງ ແລະ ຫວຽດນາມ ສ ບຕ ແມ ນຈ ດເດ ນຂອງເສດຖະກ ດໂລກປ 2021 ການຄາດຄະເນຂອງປະເທດລາວກ່ຽວກັບການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໃນປີ 2021 ຈະຢູ່ທີ່ 4,8%

ກອງທຶນການເງິນສາກົນ (IMF) ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດລາວຈະບັນລຸພຽງແຕ່ 0,2% ໃນປີນີ້, ເຊິ່ງຕໍ່າກ່ວາການຄາດຄະເນທີ່ໄດ້ວາງອອກໃນ ເດືອນມິຖຸນາ ແມ່ນ 0.7%.

ເສດຖະກ ດຫວຽດນາມ ຍ ງຄ ງໄດ ຮ ບການຄາດຄະເນວ າ ຈະບ ນລ ການເຕ ບໂຕສ ງ ແລະ ຫວຽດນາມ ສ ບຕ ແມ ນຈ ດເດ ນຂອງເສດຖະກ ດໂລກປ 2021 ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021

ຕາມການຄາດຄະເນຂອງທະນາຄານ Standard Chartered ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021.

ໄຊພອນ

ເຫດການ
302 Found

Found

The document has moved here.