ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຊຸດ​ຍູ້​ການ​ເຈ​ລະ​ຈາ​ຂອງ WTO ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ສິນ​ໃນ​ນ້ຳ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

10:40 | 02/02/2021

ຍ​ສ​ໝ - ໃນ​ເດືອນ​ມັງ​ກອນ 2021 ໄດ້​ດຳ​ເນີນກອງ​ປະ​ຊຸມ​ກຸ່ມ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ຂອງ WTO ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ສິນ​ໃນ​ນ້ຳ.

ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ສັນ​ຕິ​ພາບ ແລະ ພັດ​ທະ​ນາ
ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຊຸດ​ຍູ້​ການ​ເຈ​ລະ​ຈາ​ຂອງ WTO ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ສິນ​ໃນ​ນ້ຳ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ
ທ່ານ​ນາງເອກອັກຄະລັດຖະທູດ ເລ​ທິ​ຕວຽດ​ມາຍ, ຫົວໜ້າ ຄະນະຜູ້ແທນຫວຽດນາມປະຈຳ WTO (ພາບ: Baoquocte)

ນີ້ແມ່ນກອງປະຊຸມເຈລະຈາຄັ້ງທຳອິດຂອງກຸ່ມໃນ​ປີນີ້,ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຄະນະຜູ້ແທນຂອງ WTO ປະ​ຈຳເຊີ​ແນວ ແລະ ຜູ້ຕາງໜ້າພາຍ​ໃນ​ປະ​ເທດ​ຕາມ​ຮູບ​ການ​ທາງ​ອອນ​ລາຍ, ໃນສະພາບໂລກ​ລະ​ບາດ Covid-19 ຍັງ​ມີ​ການ​ຜັນ​ແປ​ຢ່າງສັບສົນ.

ກ່າວຄຳເຫັນທີ່ກອງປະຊຸມ ທາງ​ອອນ​ລາຍຂັ້ນຫົວໜ້າຄະນະຜູ້​ແທນ, ໃນຂອບເຂດການເຈລະຈາ, ທ່ານ​ນາງເອກອັກຄະລັດຖະທູດ ເລ​ທິ​ຕວຽດ​ມາຍ, ຫົວໜ້າ ຄະນະຜູ້ແທນຫວຽດນາມປະຈຳ WTO, ສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງ ສາກົນ ອື່ນໆໄດ້ສະແດງຄວາມຊົມເຊີຍແລະຂອບໃຈຢ່າງສູງ​ຕໍ່ ທ່ານເອກອັກຄະລັດຖະທູດ Santiago Wills ແຫ່ງໂກລົມເບຍປະທານກຸ່ມ, ໃນການຊຸກ​ຍູ້​ການເຈລະຈາ, ນຳເອົາເອກະສານສັງລວມຄັ້ງທີ 2 ເປັນພື້ນຖານໃຫ້ແກ່ການເຈລະຈາສົນ​ທິສັນຍາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍສິນ​ໃນ​ນ້ຳ.

ພ້ອມກັນນັ້ນ, ທ່ານນາງກໍ່ຢັ້ງຢືນວ່າ, ຫວຽດນາມສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການຊຸກຍູ້ການເຈລະຈາກ່ຽວກັບການໜູນ​ຊ່ວຍ​ສິນ​ໃນ​ນ້ຳ ສ້າງຄວາມເຫັນດີເຫັນພ້ອມເພື່ອເຮັດໃຫ້ການເຈລະຈາມີຄວາມຄືບໜ້າ, ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ.

ໃນໄລຍະດຳເນີນການເຈລະຈານີ້, ບັນດາສະມາຊິກ WTO ໄດ້ປຶກສາຫາລືຫຼາຍບັນຫາສຳຄັນທີ່ຕ້ອງໄດ້ຮັບການແກ້ໄຂເພື່ອໃຫ້ບັນລຸຂໍ້ຕົກລົງກ່ຽວກັບເງິນອຸດ ໜູນສິ​ນ​ໃນ​ນ້ຳ. ໜຶ່ງໃນບັນ​ດາ​ບັນ​ຫາທີ່ໄດ້ຮັບ​ການປຶກສາຫາລືແມ່ນການຮ້ອງທຸກກ່ຽວກັບຄະດີທີ່ບໍ່ລະເມີດ (NVC).

ພາຍໃຕ້ກົດລະບຽບທີ່​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຂອງ WTO ໃນປະຈຸບັນ, NVCs ໃນສະ​ພາບ​ການ​ສິນ​ຄ້າ ແລະ ການບໍລິການອາດຈະໄດ້ ສະ​ມາ​ຊິກ WTO ຍົກ​ອອກ​ມາ​ຢູ່ອົງການການເພື່ອ​ແກ້​ໄຈ​ຖ້າ​ຫາກວ່າ ສະ​ມາ​ຊິກນີ້ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ເອງຖືກເສຍ​ຜົນ​ປະ​ໂຫຍດ ຍ້ອນ​ການ​ກະ​ທຳ​ຂອງ​ສະ​ມາ​ຊິກ​ອື່ນ, ນັບ​ທັງ​ກໍ່​ລະ​ນີ ການ​ກະ​ທຳ​ບໍ່​ລະ​ເມີດ​ກົດ​ລະ​ບຽບ​ຂອງ WTO.

ບັນຫາອື່ນໆທີ່ໄດ້ປຶກສາຫາລືໃນການເຈລະຈາຂ້າງດັ່ງ​ກ່າວລວມມີ ບັນ​ດາ​ມາດຖານທີ່ໄດ້​ຮັບ​ການນຳໃຊ້ເພື່ອກຳນົດການຫາປາແບບຍືນຍົງດ້ານຊີວະສາດແລະ ການສະເໜີຍົກເວັ້ນບາງຂໍ້ກຳນົດສຳລັບການຫາປາດ້ວຍ​ມື.

ໃນກອງປະຊຸມທາງ​ອອນ​ລາຍໃນວັນທີ 22 ມັງກອນ, ໂດຍນຳສະເໜີຕໍ່ຫົວໜ້າ ຄະນະຜູ້​ແທນ, ປະທານກຸ່ມເຈລະຈາກ່ຽວກັບກົດລະບຽບຂອງ WTO ໄດ້ປະກາດຜົນຂອງກອງປະຊຸມກ່ຽວກັບການສະ​ໜູນ​ສິນ​ໃນ​ນ້ຳ. ທ່ານຍັງກ່າວອີກວ່າກອງປະຊຸມເຈລະຈາກ່ຽວກັບການສະ​ໜູນ​ສິນ​ໃນ​ນ້ຳແມ່ນການເລີ່ມຕົ້ນທີ່ດີໃນປີ 2021 ແລະສະມາຊິກທຸກຄົນມີຄວາມເຂົ້າໃຈຮ່ວມກັນກ່ຽວກັບຄວາມຮີບດ່ວນທີ່ຈະຢຸດຕິການເຈລະຈານີ້.

ທ່ານ Santiago Wills ກໍ່​ໄດ້ຢໍ້າເຖິງຈຸດປະສົງນີ້ ພ້ອມ​ທັງ​ເນັ້ນ​ໜັກຄວາມຈຳ ເປັນໃນການແກ້​ໄຂ​ຄວາມ​ຕິດ​ຂັດ​ທີ່​ມີ​ແຕ່​ດົນ​ນານ ດ້ວຍ​ບັນ​ດາ​ປັດ​ໄຈຫຼັກ​ການໃນການເຈລະຈາກ່ຽວກັບການສະ​ໜູນ​ສິນ​ໃນ​ນ້ຳ. ທ່ານ​ກໍ່​ສະ​ແດງ​ທັດ​ສະ​ນະ​ວ່າ ບັນ​ດາ​ສະ​ມາ​ຊິກ WTO ຕ້ອງ​ຍົກ​ອອກ​ຂໍ້​ຕົກ​ລົງ​ຍິ່ງ​ໄວ​ຍິ່ງ​ດີ​ໃນ​ປີນີ້.

ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ

ຍ​ສ​ໝ - ເຈົ້າ​ໜ້າ​ທີ່ 3 ປະ​ເທດ ລາວ, ຈີນ, ມາ​ເລ​ເຊຍ ຫາ​ກໍ່​ຈັດ​ຕັ້ງກອງ​ປະ​ຊຸ​ມ​ສຳ​ມະ​ນາ​ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ອາ​ຊີບ​ຫາ​ປາ​ ທັນ​ສະ​ໄໝ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລ​ລະ​ຫວ່າງ​ບັນ​ດາ​ຝ່າຍ.

ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ສັນ​ຕິ​ພາບ ແລະ ພັດ​ທະ​ນາ

ຍ​ສ​ໝ - ທີ່ເວທີປາໄສ, ຫວຽດນາມ ແລະ ອາເມລິກາ ໄດ້ລົງນາມ ໃນຂໍ້ຕົກລົງການຮ່ວມມື/ບົດບັນທຶກຊ່ວຍຈຳ 7 ສະບັບ. ໃນນັ້ນມີໂຄງການສາງທ່າກ່ຳປັ່ນ LNG ເຊີນໝີ໋ ດ້ວຍມູນຄ່າ 2,8 ຕື້ USD ລະຫວ່າງ PVGas ແລະ ກຸ່ມບໍລິສັດ AES, ໂຄງການໜູນຊ່ວຍ ລາຍການພະລັງງານຫຼຸດຜ່ອນການປ່ອຍອາຍພິດ ຫວຽດນາມ II ທີ່ມີມູນຄ່າ ...

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ທະ​ເລ ແລະ ອາ​ຊີບ​ຫາ​ປາ

ຍສ​ໝ - ລັດຖະບານອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ສະນັ້ນກະຊວງທະເລ ແລະການປະມົງອິນໂດເນເຊຍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບຫວຽດນາມຂຶ້ນ​ສູ່​ ລະດັບສູງໃໝ່ ໃນການຫາປາ, ການລ້ຽງປາ ແລະການນຳເຂົ້າ ແລະສົ່ງອອກສິນໃນນ້ຳເພື່ອຜົນປະໂຫຍດຂອງຊາວກະສິກອນ ແລະຊາວປະມົງຂອງສອງປະເທດ

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.