ໂລກລະບາດ ໂຄວິດ - 19: ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ມີການຮັບມືໂດຍດ່ວນເພື່ອຄວບຄຸມໂລກລະບາດໂຄວິດ - 19

18:36 | 28/01/2021

ຍສໝ - ພາຍຫຼັງການຄົ້ນພົບກໍລະນີຕິດ​ເຊື້ອພະຍາດ ໂຄວິດ - 19  ຢູ່ເມືອງຈິລິງ, ແຂວງຫາຍເຢຶອງ ແລະ ເມືອງເວື່ນໂດນ, ແຂວງກວາງນິງ,  ບັນດາກຳລັງໄດ້ລົງຈຳກັດບໍລິເວນ, ຊອກໄດ້ຜູ້ຕ້ອງການປະຕິບັດການກວດຫາເຊື້ອ ແລະ ຢັ້ງຢືນວ່າມີ 83 ຄົນ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2.

ໂລກລະບາດ ໂຄວ ດ 19 ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວນຟ ກ ຮຽກຮ ອງໃຫ ມ ການຮ ບມ ໂດຍດ ວນເພ ອຄວບຄ ມໂລກລະບາດໂຄວ ດ 19 IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19
ໂລກລະບາດ ໂຄວ ດ 19 ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວນຟ ກ ຮຽກຮ ອງໃຫ ມ ການຮ ບມ ໂດຍດ ວນເພ ອຄວບຄ ມໂລກລະບາດໂຄວ ດ 19 ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

ກ່າວຄຳເຫັນທີ່ກອງປະຊຸມດ່ວນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ດຳເນີນໃນຕອນເຊົ້າວັນທີ 28 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ມີການຮັບມືໂດຍດ່ວນເພື່ອຄວບຄຸມໂລກລະບາດໂຄວິດ - 19 ທີ່ຫາກໍພົບເຫັນຢູ່ແຂວງ ກວ໋າງນິງ ແລະ ຫາຍເຢືອງ.

ລາຍງານຕໍ່ນາຍົກລັດຖະມົນຕີໃນກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ມີ 72 ກໍລະນີໄດ້ຮັບການບັນທຶກໃນການຕິດ​ເຊື້ອພະຍາດ COVID-19 ຢູ່ບໍລິສັດ POYUN ຈຳກັດ, ນະຄອນຈິລິງ, ແຂວງຫາຍເຢຶ່ອງ ທີ່ຕິດ​ເຊື້ອກັບຄົນເຈັບທີ 1552. ຢູ່ສະໜາມບິນເວື່ນໂດນ, ແຂວງກວາງນິງ, ມີ 10 ກໍລະນີໃໝ່ໄດ້ຖືກບັນທຶກຕິດ​ເຊື້ອພະຍາດ, ພາຍຫຼັງກໍລະນີຄົນເຈັບ 1553.

ໂລກລະບາດ ໂຄວ ດ 19 ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວນຟ ກ ຮຽກຮ ອງໃຫ ມ ການຮ ບມ ໂດຍດ ວນເພ ອຄວບຄ ມໂລກລະບາດໂຄວ ດ 19
ບັນຍາກາດທີ່ກອງປະຊຸມ. ພາບ: VGP

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ພາຍຫຼັງ 55 ວັນທີ່ບໍ່ມີການຕິດເຊື້ອໃໝ່, ພວກເຮົາໄດ້ບັນທຶກ 2 ກໍລະນີໃໝ່ໃນຊຸມຊົນ, ແຕ່ພວກເຮົາໄດ້ຮັບມືຢ່າງຕັ້ງໜ້າ, ຢ່າງຖືກຕ້ອງ ແລະ ທັນການ, ແຮງກວ່າເກົ່າ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງວ່າ ຕ້ອງການສືບຕໍ່ປະຕິບັດບັນດາມາດຕະການບໍລິຫານຢ່າງເຂັ້ມແຂມ, ຄື: ປ້ອງກັນບໍ່ໃຫ້ປະຊາຊົນເມືອງຫາຍເຢືອງ ແລະ ກວາງນິງຍ້າຍອອກຈາກແຂວງ; ສືບຕໍ່ກວດກາ, ຊອກຫາຕົ້ນກຳເນີດ ແລະ ການລະບາດຂອງການຕິດເຊື້ອ; ບັນດາຫົວໜ້າຄະນະຊີ້ນຳ, ກະຊວງສາທາລະນະສຸກ, ແຂວງຫາຍເຢືອງ, ແຂວງກວາງນິງ ຊີ້ນຳວຽກງານປ້ອງກັນການລະບາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວວ່າ, ຈຳກັດບໍລິເວນ, ແຍກຕົວ, ຄົ້ນຫາປະຫວັດການສຳຜັດໃນວົງກວ້າງ, ປະຕິບັດບັນດາມາດຕະການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ສຳລັບເມືອງຈີລິງ ແລະ ປິດສະໜາມບິນ ເວິນດົນ. ຄະນະຊີ້ນຳແຫ່ງຊາດ ແລະ ກະຊວງສາທາລະນະສຸກຄົ້ນຄວ້າ, ສະເໜີວິທີການແກ່ຍາວເວລາປະຕິບັດການແຍກຕົວສຳລັບຜູ້ເຂົ້າເມືອງ ຫວຽດນາມ ແລະ ມີຄວາມລະມັດລະວັງກັບໄວຣັດກາຍພັນ. ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ ແຕ່ບໍ່ກໍ່ຄວາມປັ່ນປວນໃນຊີວິດການເປັນຢູ່ຂອງປະຊາຊົນ.

ພາຍຫຼັງທີ່ໄດ້ຮັບຂໍ້ມູນຈາກຝ່າຍຍີ່ປຸ່ນ ກ່ຽວກັບການຄົ້ນພົບຜູ້ຍິງຄົນໜຶ່ງມາແຕ່ແຂວງຫາຍເຢືອງ ບວກກັບຕິດ​ເຊື້ອ SARS-CoV-2, ພາຍຫຼັງເຂົ້າເມືອງ ໂອຊາກາ, ຕອນບ່າຍວັນທີ 27 ມັງກອນ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ສົ່ງຄະນະຜູ້ແທນກະຊວງສາທາລະນະສຸກ ລວມທັງຜູ້ນຳ ແລະ ຜູ້ຊ່ຽວຊານດ້ານປ້ອງກັນ ແລະ ຕ້ານການລະບາດຂອງ 3 ໜ່ວຍງານ, ລວມທັງພະແນກການແພດປ້ອງກັນ, ພະແນກຄຸ້ມຄອງສິ່ງແວດລ້ອມສຸຂະພາບ ແລະ ສະຖາບັນອະນາໄມ ແລະ ສຸຂາພິບານສູນກາງ ໄປເຮັດວຽກໃນເມືອງຫາຍເຢືອງ ເພື່ອສະໜັບສະໜູນທ້ອງຖິ່ນໃນການສືບສວນ ແລະ ຄວບຄຸມການລະບາດຂອງພະຍາດ ແລະ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ - 19.

ໂລກລະບາດ ໂຄວ ດ 19 ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວນຟ ກ ຮຽກຮ ອງໃຫ ມ ການຮ ບມ ໂດຍດ ວນເພ ອຄວບຄ ມໂລກລະບາດໂຄວ ດ 19 ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ

ຍສໝ - ນີ້ແມ່ນເນື້ອໃນຕົ້ນຕໍທີ່ໄດ້ຍົກອອກ ໃນຄຳສັ່ງເລກທີ 01/CT-TTg ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຕ້ານພະຍາດ COVID-19 ທີ່ໄດ້ລົງນາມໂດຍນາຍົກລັດຖະມົນຕີຫງວຽນຊວນຟຸກ ໃນວັນທີ 5 ມັງກອນນີ້.

ໂລກລະບາດ ໂຄວ ດ 19 ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວນຟ ກ ຮຽກຮ ອງໃຫ ມ ການຮ ບມ ໂດຍດ ວນເພ ອຄວບຄ ມໂລກລະບາດໂຄວ ດ 19 ບັນດາຮູບພາບ ໃນການຕ້ານພະຍາດ COVID-19 ຢູ່ຫວຽດນາມໄດ້ປະກົດຕົວຢູ່ສະໜາມຫຼວງຍຸກສະໄໝ (ອາເມລິກາ)

ຍສໝ - ບັນດາຮູບຖ່າຍທີ່ໄດ້ຮັບລາງວັນໃນ "ຫວຽດນາມທີ່ຢືດຢຸ່ນ" - ການເສັງພາບຖ່າຍກ່ຽວກັບຊ່ວງເວລາທີ່ ໜ້າຈົດຈຳຂອງປະເທດຫວຽດນາມ ໃນໄລຍະການປ້ອງກັນ ແລະ ຕ້ານພະຍາດ COVID-19, ໄດ້ສະແດງຢູ່ສະໜາມຫຼວງຍຸກສະໄໝ (ອາເມລິກາ).

ໂລກລະບາດ ໂຄວ ດ 19 ທ ານນາຍ ກລ ດຖະມ ນຕ ຫວຽດນາມ ຫງວຽນຊວນຟ ກ ຮຽກຮ ອງໃຫ ມ ການຮ ບມ ໂດຍດ ວນເພ ອຄວບຄ ມໂລກລະບາດໂຄວ ດ 19 ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ທັນທີຫລັງຈາກຈອດລົງດິນຢູ່ສະໜາມບິນສາກົນ ກາມແຮັງ, ບັນດາພະນັກງານຖ້ຽວບິນ ແລະ ຜູ້ໂດຍສານ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.