ຫວຽດນາມ ພວມຢູ່ໃນ “ທ່າ” ສະດວກເພື່ອສືບຕໍ່ບັນລຸຜົນງານດ້ານການເມືອງ ແລະເສດຖະກິດ

21:55 | 31/01/2021

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ (ກອງ ປະຊຸມໃຫຍ່ຄັ້ງທີ XIII) ສືບຕໍ່ແມ່ນຫົວຂໍ້ໄດ້ຮັບຄວານສົນໃຈຈາກສື່ມວນຊົນສາກົນກໍ່ຄື ນັກຮຽນຮູ້ ແລະນັກການເມືອງຕ່າງປະເທດ, ໃນນັ້ນເນັ້ນໜັກວ່າ ຫວຽດນາມ ພວມຢູ່ໃນ “ທ່າ” ສະດວກເພື່ອສືບຕໍ່ບັນລຸຜົນງານດ້ານການເມືອງ ແລະເສດຖະກິດ...

ຫວຽດນາມ ພວມຢ ໃນ ທ າ ສະດວກເພ ອສ ບຕ ບ ນລ ຜ ນງານດ ານການເມ ອງ ແລະເສດຖະກ ດ ສື່ມວນຊົນເຢຍລະມັນ: ຮອດເວລາແລ້ວທີ່ນັກລົງທຶນຄວນເຂົ້າມາລົງທຶນຢູ່ ຫວຽດນາມ
ຫວຽດນາມ ພວມຢ ໃນ ທ າ ສະດວກເພ ອສ ບຕ ບ ນລ ຜ ນງານດ ານການເມ ອງ ແລະເສດຖະກ ດ ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII
ຫວຽດນາມ ພວມຢ ໃນ ທ າ ສະດວກເພ ອສ ບຕ ບ ນລ ຜ ນງານດ ານການເມ ອງ ແລະເສດຖະກ ດ
ພາບປະກອບ: ຫວູຟອງ

ຕາມທ່ານ Vojtech Fillip ຮອງປະທານຜູ້ທີໜຶ່ງສະພາຕໍ່າ ສ.ເຊັກໂກ, ປະທານພັກ ກອມມູນິດເຊັກໂກ - Morava (KSČM) ແລ້ວ, ບົດບາດນຳພາຂອງພັກກອມມູນິດຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນຜ່ານບັນດາຜົນງານ ເຊິ່ງຫວຽດນາມ ບັນລຸໄດ້ໃນຂົງເຂດເສດຖະກິດ - ສັງຄົມ ກໍ່ຄືການຍົກສູງອິດທິພົນຊື່ສຽງໃນເວທີສາກົນ. ປະຈຸບັນ, ຫວຽດນາມ ພວມມີລະດັບເຕີບໂຕເສດຖະກິດສູງ ບໍ່ພຽງແຕ່ຢູ່ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ຫາກຍັງຢູ່ໃນໂລກອີກດ້ວຍ, ສາມາດກາຍເປັນແບບຢ່າງ ເພື່ອໃຫ້ປະເທດຕ່າງໆ ປະຕິບັດຕາມ ແລະຖອດຖອນບົດຮຽນ.

ໃນບົດຂຽນລົງວັນທີ 29 ມັງກອນ, ເວັບໄຊ Stratfor (ສໍານັກງານຢູ່ອາເມລິກາ), ໃຫ້ຂໍ້ສັງເກດວ່າ, ນອກຈາກປັດໄຈມີສະຖຽນລະພາບດ້ານການເມືອງແລ້ວ, ເລື່ອງ ຫວຽດນາມ ຄວບຄຸມພະຍາດໄດ້ ແລະບຸລິມະສິດສືບຕໍ່ການເຄື່ອນໄຫວຜະລິດນັ້ນ ຈະຊ່ວຍໃຫ້ປະເທດນີ້ລະດົມແຫຼ່ງທຶນເຂົ້າໃນການຜະລິດໄດ້ຢ່າງງ່າຍດາຍ, ເຊິ່ງເປັນເງື່ອນໄຂທີ່ຈະຊ່ວຍດຶງດູດຜູ້ຜະລິດຕື່ມອີກ. ພິເສດ, ດ້ວຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ວິວັດການປ່ຽນແປງການນໍາໃນຕົ້ນປີ 2021 ຈະຮັບປະກັນສະຖຽນລະພາບດ້ານການເມືອງໃຫ້ແກ່ຫວຽດນາມ ເຖິງທ້າຍປີ 2026, ຊ່ວຍຫວຽດນາມ ຮັບປະກັນລັກສະນະຕໍ່ເນື່ອງໃນການວາງແຜນກໍານົດນະໂຍບາຍ.

ໂດຍມີທັດສະນະດຽວກັນ, ສຈ Carl Thayer ຂອງມະຫາວິທະຍາໄລ New South Wales (ອົດສະຕາລີ) ຖືວ່າ, ບັນດາການນຳຫວຽດນາມ ໄດ້ຢຶດໝັ້ນປະຕິບັດຕາມທິດ “ເສດຖະກິດການຕະຫຼາດຕາມກໍານົດທິດສັງຄົມນິຍົມ” ນັບແຕ່ທ້າຍຊຸມປີ 1980 ເມື່ອສ້າງນະໂຍບາຍ “ປ່ຽນແປງໃໝ່”. ສຈ Carl Thayer ຕີລາຄາວ່າ, ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ, ລົງນາມໃນສັນຍາການຄ້າຫຼາຍສະບັບ ແລະກາຍເປັນສະຖານທີ່ດຶງດູດການລົງທຶນຈາກຕ່າງປະເທດ, ພ້ອມທັງຢືນຢັນວ່າ ການເຕີບໂຕເສດຖະກິດຂອງຫວຽດນາມ ໃນ 5 ປີຕໍ່ໜ້າຈະແມ່ນກຸນແຈໃຫ້ແກ່ຄວາມໝັ້ນຄົງຂອງຫວຽດນາມ.

ຕາມເວັບໄຊ Bloomberg.com ແລ້ວ, ເພື່ອຊຸກຍູ້ການເຕີບໂຕ ແລະສະມັດຕະພາບ, ການນຳ ຫວຽດນາມ ພວມຊອກຫາວິທີເພີ່ມທະວີບົດບາດຂອງພາກສ່ວນເສດຖະກິດເອກະຊົນໃນພື້ນຖານເສດຖະກິດ. ຕາມແຜນການ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຈະຮັບຮອງເອົາແຜນການເສດຖະກິດໄລຍະ 5 ປີ, ຕາມນັ້ນແລ້ວຮອດປີ 2025, ພາກສ່ວນເສດຖະກິດເອກະຊົນຈະປະກອບກວ່າເຄິ່ງໜຶ່ງຍອດຜະລິດຕະພັນພາຍໃນ (GDP) ຂອງພື້ນຖານເສດຖະກິດ, ຈາກລະດັບ 42% ໃນປະຈຸບັນ ແລະເພີ່ມຂຶ້ນທົບ 2 ເທົ່າ GDP ສະເລ່ຍຕໍ່ຫົວຄົນ ເຊິ່ງແມ່ນໜຶ່ງໃນບັນດາປະເທດທີ່ມີພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກ.

ຕົວເລກສະຖິຕິຂອງລັດຖະບານທີ່ປະກາດໃນທ້າຍເດືອນທັນວາ 2020 ສະແດງໃຫ້ເຫັນວ່າເສດຖະກິດຂອງຫວຽດນາມ ເຕີບໂຕ 2,91% ເມື່ອທຽບໃສ່ປີ 2019. ຕາມບັນດານັກເສດຖະກິດສັງກັດຂະແໜງຄົ້ນຄວ້າທົ່ວໂລກຂອງທະນາຄານ Bank of America (ອາເມລິກາ) ໃຫ້ຂໍ້ສັງເກດວ່າ "ດ້ວຍຜົນງານດັ່ງກ່າວ, ຫວຽດນາມ ມີລະດັບເຕີບໂຕສູງສຸດໃນປີ ເຊິ່ງບັນດາປະເທດໃນໂລກສ່ວນໃຫຍ່ຕົກຢູ່ໃນພາບຊຸດໂຊມ.

ຕາມການອະທິບາຍຂອງເວັບໄຊ CNBC (ອາເມລິກາ), ຫວຽດນາມ ບັນລຸໄດ້ “ສິ່ງມະຫັດສະຈັນ” ດັ່ງກ່າວແມ່ນຍ້ອນລະດັບການເຕີບໂຕເສດຖະກິດຂອງປະເທດນີ້ບໍ່ມີໄຕມາດໃດໃນປີ 2020 ຕົກຢູ່ໃນທາງລົບ, ໃນສະພາບຫຼາຍພື້ນຖານເສດຖະກິດໃນໂລກປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດ. ຕາມການຄິດໄລ່ຂອງເວັບໄຊ CNBC ໂດຍອີງໃສ່ ແຫຼ່ງຂໍ້ມູນທາງການ, ໃນນັ້ນມີແຫຼ່ງຂໍ້ມູນຈາກກອງທຶນເງິນຕາສາກົນ (IMF), ສະແດງໃຫ້ເຫັນວ່າ ເສດຖະກິດຫວຽດນາມ ລື່ນກາຍບັນດາປະເທດຢູ່ພາກພື້ນໃນປີ 2020. ເວັບໄຊ CNBC ຢືນຢັນວ່າ, ຂະແໜງການຜະລິດຂອງຫວຽດນາມ ແມ່ນກຳລັງໜູນຊ່ວຍໃຫ້ພື້ນຖານເສດຖະກິດມີຜົນງານດີກວ່າປີ 2020. ການຜະລິດເພີ່ມຂຶ້ນຍ້ອນຄວາມຕ້ອງການການສົ່ງອອກຍືນຍົງ. ບໍ່ພຽງແຕ່ຄືແນວນັ້ນ, ຂົງເຂດບໍລິການຂອງຫວຽດນາມ ທີ່ເຄີຍຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ-19 ກໍ່ໄດ້ຮັບການຟື້ນຟູໃນທ້າຍປີ 2020.

ເບິ່ງລວມແລ້ວ, ນັກຊ່ຽວຊານເສດຖະກິດຫຼາຍຄົນຖືວ່າການເຕີບໂຕເສດຖະກິດຫວຽດນາມ ຈະສືບຕໍ່ທ່າເຕີບໂຕໃນປີ 2021. ເລື່ອງຫວຽດນາມ ເຊັນສັນຍາການຄ້າໃໝ່ກັບອັງກິດ ແລະສະຫະພາບເອີຣົບ ບາງສະບັບນັ້ນ ອາດຈະຊຸກຍູ້ກະແສການຄ້າຕື່ມອີກ ແລະ “ການສົ່ງອອກຂອງຫວຽດນາມ ໃນຊຸມປີຕໍ່ໜ້າຈະເຕີບໂຕກວ່າອີກ". ທ່ານ Gareth Leather ນັກຊ່ຽວຊານເສດຖະກິດອາຊີຂັ້ນສູງຂອງ Capital Economics, ຄາດຄະເນແງ່ຫວັງຂອງຂະແໜງການທ່ອງທ່ຽວໂລກແມ່ນ "ຕໍ່າທີ່ສຸດ" ໃນປີ 2021, ແຕ່ການເຕີບຂອງຂະແໜງນີ້ອາດຈະເພີ່ມຂຶ້ນຄືນໃໝ່ຢູ່ຫວຽດນາມ.

ຫວຽດນາມ ພວມຢ ໃນ ທ າ ສະດວກເພ ອສ ບຕ ບ ນລ ຜ ນງານດ ານການເມ ອງ ແລະເສດຖະກ ດ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ລວມມີ 200 ສະຫາຍ

ວັນທີ 30 ມັງກອນ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ້າວເຂົ້າສູ່ມື້ເຮັດວຽກທີ 5. ທ່ານ ເຈິ່ນກ໊ວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ສະໄໝທີ XII ຕາງໜ້າໃຫ້ຄະນະປະທານບໍລິຫານວາລະປະຊຸມ.

ຫວຽດນາມ ພວມຢ ໃນ ທ າ ສະດວກເພ ອສ ບຕ ບ ນລ ຜ ນງານດ ານການເມ ອງ ແລະເສດຖະກ ດ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ

ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ.

ຫວຽດນາມ ພວມຢ ໃນ ທ າ ສະດວກເພ ອສ ບຕ ບ ນລ ຜ ນງານດ ານການເມ ອງ ແລະເສດຖະກ ດ ຫວຽດນາມ ໄດ້ຮັບ 20 ບ້ວງເງິນຊ່ວຍເຫຼືອໃນຂອບເຂດ ໂຄງການຄົ້ນຄວ້າວິທະຍາສາດຕ້ານມົນລະພິດທີ່ດິນ

ຍສໝ - ອົງການພັດທະນາສາກົນອາເມລິກາ (USAID) ຈະອຸປະຖຳໃຫ້ແຕ່ລະໂຄງການແມ່ນແຕ່ 54.000 ຫາ 300.000 ໂດລາສະຫະລັດ.

la.qdnd.vn

ເຫດການ
302 Found

Found

The document has moved here.